ພປລ ປະທ້ວງທາງການລາວ ຢູ່ ເຈນີວາ

ຈໍາປາທອງ
2020.01.21
F-ADL ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ເດີນຂະບວນປະທ້ວງ ທາງການ ສປປລາວ ທີ່ລະເມີດ ສິດທິມະນຸດ ກ່ອນເຂົ້າຮ່ວມ ກອງປະຊຸມ ສະພາສິດທິມະນຸດ ສະຫະປະຊາຊາດ ທີ່ ນະຄອນເຈນີວາ ປະເທດ ສະວິດສະແລນ ໃນຕອນເຊົ້າວັນທີ 21 ມົກກະຣາ 2020
ADL

ໃນຕອນເຊົ້າຂອງມື້ວັນທີ 21 ມົກກະຣາ ນີ້ ທີ່ນະຄອນເຈນີວາ ປະເທດສະວິດເຊີແລັນ ອົງການພັນທະມິດເພື່ອປະຊາທິປະໄຕໃນລາວ ທີ່ ມີສູນກາງຢູ່ປະເທດເຢັຽຣະມັນ ນໍາໂດຍ ດຣ. ບຸນທອນ ຈັນທະວົງ-ວີເຊີ ຜູ້ເປັນປະທານ ເດີນຂະບວນປະທ້ວງ ຢູ່ ຕໍ່ໜ້າສໍານັກງານ ສະພາສິດທິມະນຸດ ສະຫະປະຊາຊາດ ປະນາມ ທາງການ ສປປລາວ ທີ່ຣະເມີດ ສິດທິມະນຸດ ແລະ ປະຊາທິປະໄຕ ຢ່າງຮ້າຍແຮງ ຊຶ່ງ ມີມາໄດ້ 44 ປີ ແລ້ວ, ທວງໃຫ້ນັບຖື ແລະ ປະຕິບັດສິດ ເສຣີພາບ ແລະປະຊາທິປະໄຕ ຂອງ ປະຊາຊົນລາວ.

ການເດີນຂະບວນປະທ້ວງ ມີຂຶ້ນກ່ອນໜ້າກອງ ປະຊຸມທົບທວນ ເປັນໄລຍະ ຫຼື UPR ຄັ້ງທີ 3 ຂອງສະພາສິດທິມະນຸດສະຫະປະຊາຊາດ ກ່ຽວກັບ ສປປລາວ ຊຶ່ງຈັດຂຶ້ນໃນຕອນບ່າຍ ແຕ່ເວລາ 2:30 ໂມງ ຫາ 6:00 ໂມງແລງ ຊຶ່ງມີທັງຄະນະ ຜູ້ແທນ ພັນທະມິດ ເພື່ອປະຊາ ທິປະໄຕ ໃນລາວ 5 ທ່ານ ແລະ ຄະນະຜູ້ແທນຂັ້ນສູງ ຂອງທາງການ ສປປລາວ ເຂົ້າຮ່ວມ.

ກ່ຽວກັບການປະທ້ວງ ວິທຍຸເອເຊັຍເສຣີໄດ້ສໍາພາດ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການ ພັນທະມິດເພື່ອປະຊາທິປະໄຕ ໃນລາວ ຊຶ່ງເບື້ອງຕົ້ນ ດຣ. ເວົ້າເຖິງຄວາມໝາຍ ແລະຄວາມສໍາຄັນ ຂອງການປະທ້ວງນັ້ນວ່າ:

ແລະ ຜູ້ເຂົ້າຮ່ວມການປະທ້ວງ ທ່ານນຶ່ງ ທີ່ມາຈາກປະເທດຝຣັ່ງເສດ ກໍເວົ້າເຖິງເປົ້າໝາຍຂອງຕົນ ໃນການມາຮ່ວມການປະທ້ວງນັ້ນວ່າ:

ການເດີນຂະບວນປະທ້ວງທາງການ ສປປລາວ ທີ່ລະເມີດສິດເສຣີພາບ ແລະປະຊາທິປະໄຕຂອງປະຊາຊົນລາວ ຢ່າງຮ້າຍແຮງ ທີ່ອົງການ ພັນທະມິດ ເພື່ອ ປະຊາທິປະໄຕໃນລາວ ຈັດຂຶ້ນໃນຕອນເຊົ້າ ຂອງມື້ວັນທີ 21 ມົກກະຣາ ນີ້ ທີ່ນະຄອນເຈນີວາ ປະເທດສະວິດເຊີແລັນ ກ່ອນໜ້າກອງປະຊຸມ ທົບທວນເປັນໄລຍະ ຂອງສະພາສິດທິມະນຸດ ສະຫະປະຊາຊາດ ກ່ຽວກັບ ສປປລາວ ຄັ້ງທີ 3 ຊຶ່ງເປັນກອງປະຊຸມ ທີ່ຖືກຈັດຂຶ້ນໃນແຕ່ລະ 5 ປີ ທີ່ຜູ້ເຂົ້າຮ່ວມການປະທ້ວງ ຖືວ່າມີຄວາມສໍາຄັນຫລາຍ ສໍາລັບ ປະເທດຊາດ ແລະປະຊາຊົນຊົນລາວ ທີ່ ພຍາຍາມເຄື່ອນໄຫວຕໍ່ສູ້ ເພື່ອເຮັດໃຫ້ລາວ ເປັນປະເທດເອກກະຣາດ, ມີອໍານາດອະທິປະໄຕ ແລະໄດ້ຮັບການພັທນາແບບຍືນຍົງ ໂດຍ ການມີສ່ວນຮ່ວມ ຂອງຊຸມຊົນ,ໃຫ້ ປະຊາຊົນລາວ ທັງຊາດ ມີສິດ, ເສຣີພາບ ແລະປະຊາທິປະໄຕ ຢ່າງແທ້ຈິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.