ສານນະຄອນຫຼວງຈະມີ ໝາຍຈັບ ຜູ້ສ້າງຄຸກ ດອນທາດ

ໄມຊູລີ
2019.05.07
F-DoneThad-jail ຄຸກດອນທາດ ບ້ານຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ ສ້າງຂຶ້ນເພື່ອໃຊ້ແທນ ຄຸກຊໍາເຄ້ (ຮູບຖ່າຍ ເດືອນ ເມສາ 2018)
RFA/PN

ສານນະຄອນຫລວງວຽງຈັນ ຕຽມອອກໝາຍຈັບ ຜູ້ຕ້ອງຫາສອງຄົນ ທີ່ເປັນເຈົ້າຂອງ ບໍຣິສັດ ລັດທິດາ ຊຶ່ງຜົວເປັນຄົນສິງກະໂປ ແລະ ເມັຽເປັນຄົນລາວ ຍ້ອນບໍ່ຈ່າຍຄ່າຈ້າງ ໂຄງການກໍ່ສ້າງ ຄຸກດອນທາດ ໃຫ້ກັບບໍຣິສັດ ກົງລາ ແລະ ກັມມະກອນ 100 ປາຍຄົນ ມາແຕ່ປີ 2018 ຈົນເຖິງ ປັຈຈຸບັນ ມູນຄ່າປະມານ 3 ຕຶ້ກີບ, ຊື່ງຂນະນີ້ ຄາດວ່າ ຜູ້ຕ້ອງຫາທັງສອງ ອາດຈະເອົາຕົວຫລົບໜີ ອອກນອກປະເທດ ໄປແລ້ວ ແລະສານກໍກໍາລັງ ເຮັດແຈ້ງການ ໃຫ້ທາງ ກົມຕໍາຣວດກວດສອບວ່າ ຜູ້ຕ້ອງຫາທັງສອງ ຫລົບໜີ ໄປປະເທດໃດ. ອິງຕາມຄໍາ ເວົ້າຂອງອັຍການສານ ນະຄອນຫລວງວຽງຈັນ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະສຽງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ່ 7 ພຶສພາ ນີ້ວ່າ:

"ເວລາເຮັດສໍາເຣັດແລ້ວ ແລ້ວກົງລາ ສເນີນໍາລັດທິດາແລ້ວ ລັດທິດາບໍ່ຈ່າຍ ກໍເລີຍມີການຮ້ອງຟ້ອງກັນ ຖືກດໍາເນີນຄະດີ ແລ້ວຈົນວ່າ ດຽວນີ້ຜູ້ຕ້ອງຫາທັງ 2 ຜົວເມັຽ ໄດ້ເອົາຕົວຫຼົບໜີ ດຽວນີ້ທາງອັຍການເຮົາ ກໍາລັງເຮັດສເນີໄປຫາ ກົມຕໍາຣວດ ວ່າຜູ້ກ່ຽວໄດ້ໜີອອກໄປ ປະເທດຫັ້ນ ເພາະວ່າເຮົາສິໄດ້ ໂຈະການດໍາເນິນຄະດີ ຕາມກົດໝາຍ ແລ້ວກໍສິອອກຄໍາສັ່ງຈັບ.”

ທ່ານເວົ້າຕື່ມວ່າ ທາງກະຊວງປ້ອງກັນຄວາມສະຫງົບ ໄດ້ເຊັນສັນຍາໃຫ້ບໍຣິສັດ ດາລາຈະເຣີນ ເປັນຜູ້ຮັບຜິດຊອບ ໂຄງການກໍ່ສ້າງຄຸກ ດອນທາດ ຢູ່ເມືອງທຸຣະຄົມ ແຂວງວຽງຈັນ ເມື່ອປີ 2017, ຕໍ່ມາ ບໍຣິສັດ ດາລາຈະເຣີນ ໄດ້ເຊັນສັນຍາໃຫ້ ບໍຣິສັດ ລັດທິດາ ຂອງ ສິງກະໂປ ຄວບຄຸມ ການກໍສ້າງ ໂດຍບໍຣິສັດ ລັດທິດາ ໄດ້ເຊັນສັນຍາຈ້າງ ບໍຣິສັດ ກົງລາ ເປັນຜູ້ຮັບເໝົາກໍ່ສ້າງ ຄຸກ ດອນທາດ ເມື່ອ ໂຄງສ້າງຂອງຄຸກດອນທາດ ສ້າງສໍາເຣັດບໍຣິສັດ ກົງລາ ຈິ່ງໄປເບີກງົບ ກັບບໍຣິສັດ ລັດທິດາ ເພື່ອມາຈ່າຍ ຄ່າແຮງງານ ໃຫ້ກັມມະກອນ ແຕ່ ປະກົດວ່າ ບໍຣິສັດ ລັດທິດາ ບໍ່ຍອມຈ່າຍເງິນ ແລະ ໄດ້ຫລົບໜີ ອອກຈາກ ປະເທດແລ້ວ ຈິ່ງເກິດການຮ້ອງຟ້ອງ ເປັນຄະດີຄວາມຂຶ້ນ.

ເຈົ້າໜ້າທີ່ ກົມໃຫຍ່ ພາລາທິການ ກະຊວງປ້ອງກັນ ຄວາມສະຫງົບ ຊື່ງຮັບຜິດຊອບ ໂຄງການກໍ່ສ້າງ ຄຸກດອນທາດ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນັ້ນວ່າ ຕົນບໍ່ມີສ່ວນກ່ຽວຂ້ອງ ກັບຄະດີນີ້ ແລະ ບໍ່ຂໍໃຫ້ຄວາມເຫັນໃດໆ:

“ບໍ່ ບໍ່ກ່ຽວກັນເດີ ຂ້ອຍກໍບໍ່ຮັບຜິດຊອບເຣື້ອງນັ້ນເດີ.”

ຕາມຣາຍງານ ຄຸກດອນທາດ ຕັ້ງຢູ່ບ້ານຕານປ່ຽວ ເມືອງທຸຣະຄົມ ແຂວງວຽງຈັນ ຖືກສ້າງຂຶ້ນມາ ແທນຄຸກຊໍາເຄ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ແລະ ຄຸກຊໍາເຄ້ ຈະຖືກສ້າງເປັນ ໂຮງໝໍ 15 ທັນວາ ຫຼື ໂຮງໝໍ ຕໍາຣວດ ຊື່ງໄດ້ຮັບທຶນຊ່ວຍເຫລືອ ຈາກ ປະເທດເກົາຫຼີໃຕ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.