ສິດທິມະນຸດ ໃນລາວ, ຂົງເຂດເອເຊັຽ ຕາເວັນອອກສຽງໃຕ້ ຍັງບໍ່ດີຂຶ້ນ

ອົງການສິ້ງຊອມ ດ້ານສິດທິມະນຸດ ຫຼື Human Rights Watch ເຜີຍແຜ່ບົດລາຍງານ ປະຈໍາປີ 2025 ທີ່ລວບລວມເຫດການ ດ້ານສິດທິມະນຸດ ທົ່ວໂລກ ທີ່ເກີດຂຶ້ນ ພາຍໃນປີ 2024, ໂດຍສະເພາະ ໃນພາກພື້ນ ຕາເວັນອອກສຽງໃຕ້ ຍັງຄົງມີ ການລະເມີດ ສິດທິມະນຸດ ເກີດຂຶ້ນຫຼາຍ, ໂດຍສະເພາະ ການປາບປາມ ຜູ້ເຫັນຕ່າງ ທາງດ້ານການເມືອງ ແລະ ການເຊື່ອຖື ທາງດ້ານສາດສະໜາ, ອີງຕາມຄວາມເວົ້າ ຂອງທ່ານນາງ ອີເລນ ເພຍຊັ້ນ (Elaine Pearson), ຜູ້ອຳນວຍການ ອົງການ Human Rights Watch ປະຈຳພາກພື້ນເອເຊັຽ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ມັງກອນ 2025 ຢູ່ທີ່ສະມາຄົມ ນັກຂ່າວຕ່າງປະເທດ ໃນນະຄອນຫຼວງບາງກອກ ປະເທດໄທຍວ່າ:
“ກ່ຽວກັບການປາບປາມ ຂ້າມຊາດ ໃນເອເຊັຽ ຕາເວັນອອກສຽງໃຕ້ ເຮົາເຫັນວ່າ ຜູ້ເຫັນຕ່າງ ຖືກກັ່ນແກ້ງ, ສອດສ່ອງ ແລະ ຄຸກຄາມ ແລະ ໃນບາງກໍລະນີ ຖືກບັງຄັບ ສົ່ງໂຕຂ້າມແດນ ກັບປະເທດ ລະຫວ່າງ ໄທ, ລາວ, ກຳປູເຈຍ ແລະ ຫວຽດນາມ. ໃນກໍລະນີຮ້າຍແຮງທີ່ສຸດ ກໍຖືກເຮັດໃຫ້ ຫາຍສາບສູນ. ໃນພາກພື້ນນີ້, ມີຂໍ້ກ່າວຫາວ່າ ຄົນທີ່ຫຼົບໜີມາ ຍ້ອນມີຄວາມສ່ຽງ ຈະຖືກດໍາເນີນຄະດີ ທາງກົດໝາຍ ໃນປະເທດໂຕເອງ, ຈະຖືກຕິດຕາມ ໃນປະເທດເພື່ອນບ້ານ ແລະ ຈະຖືກບັງຄັບ ໃຫ້ກັບປະເທດ.”
ສໍາລັບສະຖານະການ ດ້ານສິດທິມະນຸດ ໃນລາວ ນັ້ນ, ກໍຍັງບໍ່ດີຂຶ້ນເທື່ອ ຍ້ອນລັດຖະບານລາວ ຍັງຄົງປິດກັ້ນ ເສລີພາບ ໃນການສະແດງອອກ ຄວາມຄິດເຫັນ ແລະ ການຊຸມນຸມ ອີກທັງ ຍັງມີການປາບປາມ ຜູ້ເຫັນຕ່າງ ດ້ານແນວຄິດການເມືອງ ໃນຕະຫຼອດຫຼາຍປີ ທີ່ຜ່ານມາ, ເຊິ່ງເປັນສັນຍານ ໄປຍັງຜູ້ເຫັນຕ່າງ ຄົນອື່ນໆ ໃຫ້ເຫັນວ່າ ອາດມີຊະຕາກໍາດຽວ ກັບຄົນເຫຼົ່ານີ້ ຄັນຍັງມີຄວາມເຫັນຕ່າງ ກັບທາງການ. ດັ່ງທ່ານນາງ ອີເລນ ເພຍຊັ້ນ ກ່າວຕື່ມວ່າ:
“ລາວ ເປັນປະເທດໜຶ່ງ ທີ່ມີການປາບປາມ ຢ່າງໜັກ ໃນເອເຊັຽ ຕາເວັນອອກສຽງໃຕ້ ຍ້ອນບໍ່ແມ່ນ ປະເທດອະທິປະໄຕ, ບໍ່ມີການເລືອກຕັ້ງ ແລະ ມີການຈໍາກັດສິດທິ ໃນການສະແດງອອກ ຢ່າງຮຸນແຮງ ຮວມເຖິງ ການຊຸມນຸມ ແລະ ຂ້າພະເຈົ້າຄິດວ່າ ສິ່ງສໍາຄັນນັ້ນ, ລັດຖະບານລາວ ຄວນສະແດງທ່າທີ ກ່ຽວກັບກໍລະນີ ການລະເມີດສິດທິມະນຸດ ເປັນຕົ້ນ ກໍລະນີ ການຖືກບັງຄັບ ໃຫ້ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ທີ່ມີຫຼັກຖານ ບັນທຶກໄວ້, ແຕ່ຜ່ານມາຫຼາຍກວ່າ 10 ປີແລ້ວ ແລະ ພວກເຮົາ ຍັງບໍ່ໄດ້ຮັບຄວາມຄືບໜ້າ ລາຍລະອຽດ ຈາກລັດຖະບານລາວ. ກ່ຽວກັບກໍລະນີນີ້ ທີ່ເກີດຂຶ້ນນີ້ ເປັນສັນຍານ ໃຫ້ຄົນອື່ນໆ ທີ່ກ່ຽວຂ້ອງ ກັບການເປີດໂປງ ການສໍ້ລາດບັງຫຼວງ ຫຼືການລະເມີດ ສິດທິມະນຸດ ຍ້ອນຢ້ານວ່າ ພວກເຂົາເຈົ້າ ກໍ່ອາດໄດ້ຮັບ ຜົນກະທົບຄືກັນ.”
ອົງການສິ້ງຊອມ ດ້ານສິດທິມະນຸດ, Human Rights Watch ເຜີຍແຜ່ບົດລາຍງານ ປະຈໍາປີ 2025 ທີ່ນະຄອນຫຼວງບາງກອກ. ວັນທີ 17 ເດືອນມັງກອນ 2025 Credit photos: (RFA)
ປະເທດໄທ ເປັນປະເທດໜຶ່ງ ທີ່ມີຊາວລາວ ຜູ້ເຫັນຕ່າງ ກັບລັດຖະບານ ລີ້ໄພເຂົ້າມາອາໄສຢູ່ ຈໍານວນໜຶ່ງ, ໂດຍມີທັງ ຜູ້ທີ່ມີສະຖານະ ແລະ ບໍ່ມີສະຖານະ ຜູ້ລີ້ໄພ ຂອງ UNHCR. ຢ່າງໃດກໍຕາມ, ພວກເຂົາເຈົ້າ ກໍຕ້ອງຜະເຊີນກັບ ການຖືກຕິດຕາມ ແລະ ການຖືກຄຸມຄາມ. ລັດຖະບານລາວ ເຮັດໃຫ້ຄົນລາວ ທີ່ເຫັນຕ່າງ ຕ້ອງຕົກຢູ່ໃນ ຄວາມຢ້ານກົວ ແລະ ຮູ້ສຶກບໍ່ປອດໄພ ເຖິງແມ່ນວ່າ ຈະບໍ່ໄດ້ຢູ່ ໃນປະເທດລາວ ກໍຕາມ. ດັ່ງທ່ານ ສຸໄນ ຜາສຸກ, ທີ່ປຶກສາ ດ້ານສິດທິມະນຸດ ຂອງອົງການ Human Rights Watch ປະຈຳປະເທດໄທ ແລະ ລາວ ກ່າວໃນມື້ດຽວກັນນີ້ວ່າ:
“ຊຸມຊົນ ຂອງຄົນລາວ ທີ່ລີ້ໄພດ້ານການເມືອງ ມາຢູ່ໃນໄທ ບໍ່ວ່າຈະມີສະຖານະ ເປັນທາງການ ຫຼືບໍ່ ຕ່າງກໍລີ້ໄພ ມາຢູ່ໃນໄທ ທ່າມກາງຄວາມຢ້ານກົວ ວ່າຈະເກີດຫຍັງຂຶ້ນ ກັບເຂົາເຈົ້າ, ຫາກເຂົາເຈົ້າ ຍັງດໍາເນີນ ກິດຈະກໍາ ທາງການເມືອງ ຕໍ່ໄປ. ພວກເຮົາຈຶ່ງເຫັນວ່າ ບົດບາດເຄື່ອນໄຫວ ທາງການເມືອງ ຂອງຄົນລາວ ທີ່ຢູ່ໃນໄທ ໄດ້ຫຼຸດລົງ ຢ່າງເຫັນໄດ້ຊັດເຈນ, ຫຼັງຈາກມີກໍລະນີ ການລັກພາໂຕ, ການບັງຄັບຫາຍສາບສູນ, ການເຮັດໃຫ້ເສຍຊີວິດ ເຖິງແມ່ນ ໜີມາໄທ ກໍ່ຍັງບໍ່ປອດໄພ.”
ໃນເດືອນມິຖຸນາ ປີ 2024, ທ່ານVolter Turk, ຂ້າຫຼວງໃຫຍ່ ແຫ່ງອົງການສະຫະປະຊາຊາດ ເພື່ອສິດທິມະນຸດ ໄດ້ເດີນທາງ ມາປະເທດລາວ ເພື່ອພົບພໍ້ ກັບລັດຖະບານລາວ ໃນວຽກງານ ສິດທິມະນຸດ. ທ່ານ Volter ຮຽກຮ້ອງໃຫ້ ລັດຖະບານລາວ ປົກປ້ອງສິດທິ ຂອງຜູ້ສະແດງຄວາມເຫັນ ເພື່ອຜົນປະໂຫຍດ ຂອງສາທາລະນະ ແລະ ຮຽກຮ້ອງໃຫ້ ລັດຖະບານລາວ ສືບຕໍ່ການສອບສວນ ກໍລະນີ ຂອງທ່ານ ສົມບັດ ສົມພອນ, ເຊິ່ງຖືກບັງຄັບ ໃຫ້ຫາຍສາບສູນໄປ 12 ປີແລ້ວ ອີກທັງ ຍັງຮຽກຮ້ອງໃຫ້ ລັດຖະບານລາວ ລົງສັດຕະຍາບັນ ສົນທິສັນຍາ ສະຫະປະຊາຊາດ ເພື່ອປົກປ້ອງທຸກຄົນ ຈາກການບີບບັງຄັບ ໃຫ້ຫາຍສາບສູນ.
ເມື່ອປີກາຍ ເກີດກໍລະນີລະເມີດ ສິດທິມະນຸດ ໃນລາວ ເປັນຕົ້ນ ກໍລະນີ ການຄາດຕະກໍາ ອາຈານ ທອງຄໍາ ພິລາວັນ, ອາຍຸ 40 ປີ, ຄູສອນສາດສະໜາ ຄຣິດສະຕຽນ ຢູ່ບ້ານວັງໄຮ, ເມືອງໄຊ ແຂວງອຸດົມໄຊ ທີ່ຖືກຄາດຕະກໍາ. ຄອບຄົວຂອງທ່ານ ເຊື່ອວ່າ ໜ້າຈະເປັນຍ້ອນ ມີຜູ້ບໍ່ພໍໃຈ ຕໍ່ການເຄື່ອນໄຫວ ທາງສາດສະໜາຄຣິດສະຕຽນ ຂອງເພິ່ນ ຈຶ່ງນໍາມາຂ້າ ແລະ ໃນເດືອນມີນາ ປີ 2024, ທ້າວ ບີ, ອາຍຸ 24 ປີ, ຊາວບ້ານ ບ້ານຄອນແກ້ວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທີ່ວິພາກວິຈານ ເຈົ້າໜ້າທີ່ຕໍາຫຼວດ ຢູ່ຈຸດກວດກາ ຫ້ວຍຊ້ຳ, ເມືອງບຸນໃຕ້ ແຂວງຜົ້ງສາລີ ກໍ່ຖືກເຈົ້າໜ້າທີ່ຕໍາຫຼວດ ແຂວງຜົ້ງສາລີ ຮຽກໂຕ ໃຫ້ຖະແຫຼງຄໍາຂໍໂທດ ຜ່ານສື່ສັງຄົມອອນລາຍ ຫຼັງຈາກຜູ້ກ່ຽວ ໄດ້ຖ່າຍຄລິບວີດິໂອ ວິພາກວິຈານ ການເຮັດວຽກງານ ຂອງເຈົ້າໜ້າທີ່ ກໍລະນີ ເຈົ້າໜ້າທີ່ຕຳຫຼວດ ທີ່ຂໍເງິນ ເພື່ອເປັນຄ່າກິນນໍ້າກິນໃນ.