ທາງການລາວ ສືບຕໍ່ປາບປາມ ຜູ້ໃຊ້ສື່ສັງຄົມອອນລາຍນ໌ ຕໍານິຣັຖບານ

ຈຳປາທອງ
2023.08.09
ທາງການລາວ ສືບຕໍ່ປາບປາມ ຜູ້ໃຊ້ສື່ສັງຄົມອອນລາຍນ໌ ຕໍານິຣັຖບານ ກະຊວງປ້ອງກັນຄວາມສງົບ (ປກສ), ນະຄອນຫຼວງວຽງຈັນ ເດືອນມີນາ 2023.
ນັກຂ່າວ ພົລເມືອງ

ທີ່ຜ່ານມາ ກະຊວງວິທຍາສາດ ແລະເຕັກໂນໂລຍີ  ໄດ້ປະສານສົມທົບກັບກະ ຊວງປ້ອງກັນຄວາມສງົບ ໃນການຕິດຕາມ ກວດກາຜູ້ໃຊ້ສື່ສັງຄົມອອນລາຍນ໌ນ໌ ໃນລາວ ທີ່ເຜີຍແພ່ຂ່າວທີ່ບໍ່ມີມູນຄວາມຈິງ ເພື່ອນໍາໂຕມາສຶກສາອົບຮົມ, ແຕ່ຜູ້ໃຊ້ສື່ສັງຄົມອອນລາຍນ໌ ຢູ່ຕ່າງປະເທດ ທີ່ສ້າງຂ່າວປັ່ນປ່ວນຣັຖບານລາວນັ້ນ ແມ່ນຕິດຕາມໂຕໄດ້ຍາກ ແຕ່ກໍໄດ້ມີການປະສານສົມທົບ ກັບກະຊວງທີ່ກ່ຽວຂ້ອງ ເປັນທີ່ຮຽບຮ້ອຍແລ້ວ ເພື່ອຫາວິທີການຕອບໂຕ້ ແລະແກ້ຂ່າວຢ່າງທັນການ, ອີງຕາມ ຄໍາເວົ້າຂອງທ່ານ ບໍ່ວຽງຄໍາ ວົງດາລາ ຣັຖມົນຕຣີ ກະຊວງວິທຍາສາດ ແລະເຕັກໂນໂລຍີ ຕໍ່ກອງປະຊຸມສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕຊຸດທີ 9 ທີ່ຜ່ານມາ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກະຊວງປ້ອງກັນວາມສງົບ ທ່ານນຶ່ງເວົ້າວ່າ ສໍາລັບຜູ້ໃຊ້ສື່ສັງຄົມອອນລາຍນ໌ ໃນປະເທດ ທີ່ສ້າງຂ່າວບໍ່ມີມູນຄວາມຈິງ, ບິດເບືອນ ຫລືຕໍານິຣັຖບານລາວນັ້ນ ຖ້າຖືກກວດພົບກໍຈະມີການຕິດຕາມໂຕ ເພື່ອສຶກສາອົບຮົມ ໃນກໍຣະນີເປັນເທື່ອທໍາອິດ ແຕ່ຫາກເຮັດຜິດຕື່ມອີກ ກໍຈະຖືກຂໍ້ກ່າວໂທດ ແລະດໍາເນີນຄະດີຕາມກົດໝາຍ.

ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽ ເສຣີໃນມື້ວັນທີ 9 ຊິງຫານີ້ວ່າ:

“ຄັນວ່າບໍ່ມີເຫດມູນຄວາມຈິງ ຖືວ່າຜິດ ທີ່ຜ່ານມານີ້ ໄທເຮົາກໍບໍ່ຈັບ ມີແຕ່ສຶກສາອົບຮົມໃຫ້ຂະເຈົ້າຫັ້ນ ໃຫ້ໄຕ່ຕອງຄັກກ່ອນເພາະວ່າ ໃຫ້ຮູ້ຄວາມຈິງລະອຽດກ່ອນ ກ່ອນຊິເຮັດຂ່າວ ຊິເອົາຫຍັງອອກໄປເຜີຍແຜ່ ສູ່ສັງຄົມນະ ເພາະວ່າເຮົາບໍ່ຮັບຮູ້ມູນຄວາມຈິງແທ້ນີ້ ເວລາເຜີຍແຜ່ອອກມາມັນຊິສ້າງຜົລກະທົບ.”

ເຈົ້າໜ້າທີ່ ກະຊວງ ຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ທ່ານນຶ່ງກໍເວົ້າວ່າ ຜູ້ໃຊ້ສື່ສັງຄົມອອນລາຍນ໌ ທີ່ສ້າງຂ່າວປັ່ນປ່ວນ ຫລືຕໍ່ຕ້ານຣັຖບານລາວນັ້ນ ມີທັງຢູ່ພາຍໃນລາວ ແລະຕ່າງປະເທດ, ແຕ່ປັດຈຸບັນມີໜ່ວຍງານສະເພາະ ທີ່ຕິດຕາມຂ່າວດັ່ງກ່າວ ແລະໄດ້ຕອບໂຕ້ ແກ້ຂ່າວໃຫ້ຖືກຕ້ອງ.

ດັ່ງທີ່ທ່ານກ່າວວ່າ:

“ຢູ່ພາຍໃນກະມີພາຍນອກກະມີ ຫັ້ນນ່າ ພວກເຮົາກະຈະມີໜ່ວຍງານທີ່ວ່າ ເປັນສື່ກາງຂອງຣັຖບານເນາະ  ຕອບໂຕ້ຂ່າວເຫລົ່ານັ້ນ. ຜູ້ທີ່ລົງຂ່າວກະບາງເທື່ອກໍຈະມີສ່ວນນຶ່ງ ຢູ່ພາຍໃນ ແລ້ວອາດມີສ່ວນນຶ່ງ ຢູ່ພາຍນອກ.”

ຜູ້ໃຊ້ສື່ສັງຄົມອອນລາຍນ໌ ໃນລາວທ່ານນຶ່ງ ເວົ້າວ່າ ສໍາລັບຜູ້ໃຊ້ສື່ສັງຄົມອອນລາຍນ໌ ທີ່ລົງຂ່າວບິດເບືອນ ຫລືໂຈມຕີຣັຖບານລາວນັ້ນ ມີທັງຄົນຢູ່ພາຍໃນ ແລະຕ່າງປະເທດ ເພື່ອດຶງດູດໃຫ້ຜູ້ໃຊ້ສື່ສັງຄົມອອນລາຍນ໌ ເຂົ້າເບິ່ງຫລາຍ ແລະທັງສະແດງຄວາມຄິດເຫັນ ແລະເຜີຍແພ່ຂ່າວນັ້ນອອກໄປຕື່ມ, ແຕ່ສໍາລັບຜູ້ໃຊ້ສື່ສັງຄົມອອນລາຍນ໌ຢູ່ລາວ ສ່ວນໃຫຍ່ຈະລົງແຕ່ຂ່າວທີ່ມີມູນຄວາມຈິງເທົ່ານັ້ນ ເພາະຢ້ານຂັດຕໍ່ກົດໝາຍ.

ດັ່ງທີ່ທ່ານກ່າວວ່າ:

“ເປັນຈໍາພວກຂ່າວທີ່ວ່າແອັດມິນເນາະ ເພິ່ນເອົາລົງໂດຍທີ່ວ່າເພິ່ນຢາກໄດ້ຍອດວິວ ຍອດແຊຣ໌ຊີ້ນ່າ. ໂຕນີ້ສ່ວນຫລາຍກະມີໝົດທຸກແບບຫັ້ນແຫລະ. ສ່ວນຫລາຍກະຊິບໍ່ເຮັດດອກ ເພາະວ່າຢ້ານແດ່ເພາະວ່າກົດໝາຍບ້ານເມືອງເນາະ ຜູ້ໃດຕໍ່ຕ້ານການເມືອງຊີ້ນ່າ ພັກຣັຖເພິ່ນກໍຊິມີການໃຊ້ລະບຽບ.”

ຜູ້ໃຊ້ສື່ສັງຄົມອອນລາຍນ໌ອີກທ່ານນຶ່ງ ກໍເວົ້າວ່າ ການລົງຂ່າວ ຫລືເຜີຍແພ່ຂໍ້ມູນໃນສື່ສັງຄົມອອນລາຍນ໌ ຢູ່ລາວ ທຸກມື້ນີ້ ຕ້ອງໄດ້ລະມັດລະວັງທີ່ສຸດ ໂດຍສະເພາະຂ່າວທີ່ມີເນື້ອຫາລະອຽດອ່ອນ ເປັນຕົ້ນ ຂ່າວກ່ຽວກັບຊາວຄຣິສຕຽນລາວ ຖືກຂົ່ມເຫັງ ເພາະເຈົ້າໜ້າທີ່ລາວ ບໍ່ຢາກໃຫ້ມີຂ່າວແນວດັ່ງກ່າວ, ຖ້າເຈົ້າໜ້າທີ່ຊອກໂຕຜູ້ລົງຂ່າວນັ້ນໄດ້ ຈະຖືກບັງຄັບໃຫ້ລຶບຂ່າວ ແລະນໍາໂຕໄປສຶກສາອົບຮົມ ຕາມລະບຽບ.

ດັ່ງທີ່ທ່ານກ່າວວ່າ:

“ກະຍາກຫັ້ນແຫລະ ຄັນວ່າອອກຂ່າວນີ້ຖືກເຂົາຈັບ ເພາະວ່າເຂົາບໍ່ໃຫ້ຂ່າວຫຍັງເລີຍຫັ້ນນ່າ. ສົມມຸດວ່າເຮົາເອົາຂໍ້ມູນ ເອົາລົງຂ່າວທາງເຟສບຸກຄ໌ ຫັ້ນນ່າ ສະບາຍ ເຂົາໄປເອົາບໍ່ຮອດຊົ່ວໂມງຊໍ້າ.”

ໃນຂະນະດຽວກັນ ຊາວບ້ານນາງນຶ່ງ ທີ່ໄດ້ເສັຍດິນ ໃຫ້ໂຄງການໃຫຍ່ແຫ່ງນຶ່ງ ເວົ້າວ່າ ຊາວບ້ານທີ່ໄດ້ຮັບຜົລກະທົບ ໃນເຣື່ອງທີ່ດິນ ຈາກໂຄງການຕ່າງໆ ໂດຍສະເພາະໂຄງການ ທີ່ທາງການລາວມີສ່ວນກ່ຽວຂ້ອງ ມັກຖືກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂໍຄວາມຮ່ວມມືນໍາ ບໍ່ໃຫ້ຊາວບ້ານຕໍານິ ຫລືເຜີຍແພ່ຂ່າວນັ້ນທາງສື່ສັງຄົມອອນລາຍນ໌.

ດັ່ງທີ່ນາງກ່າວວ່າ:

“ຄວາມເປັນຈິງກະເຮັດດີຫັ້ນແຫລະ ບາງເທື່ອເພິ່ນກະເບິ່ງຈັງຫວະກ່ອນ ເພາະວ່າເພິ່ນຊົດເຊີຍໄປເປັນເຂດໆ ຫັ້ນນ່າ ຄັນຮອດມື້ໄດໄດ້ເງິນ ໂຄງການໄດ໋ນິເພິ່ນເວົ້າຫວ໋າ.”

ເມື່ອກ່ອນໜ້ານີ້ ຜູ້ໃຊ້ສື່ສັງຄົມອອນລາຍນ໌ໃນລາວ ທີ່ອອກຂ່າວ ເປັນຕົ້ນເມື່ອເດືອນກໍຣະກະດາ ທີ່ຜ່ານມາ ຊາວບ້ານພິກນ້ອຍ ນະຄອນຫລວງພຣະບາງ ໄດ້ຖືກເຈົ້າໜ້າທີ່ ປກສ ກຸ່ມພູຊວງ ນໍາໂຕໄປສຶກສາອົບຮົມ ພ້າຍຫລັງ ທີ່ໄດ້ອອກຂ່າວວ່າ ມີແຂ້ໂຕໃຫຍ່ລອຍນໍ້າ ຢູ່ສາຍນໍ້າຄານ ຊຶ່ງທາງການລາວຖືວ່າ ເປັນຂ່າວທີ່ບໍ່ມີຄວາມຈິງ, ເຮັດໃຫ້ຄົນແຕກຕື່ນ ແລະໃນເດືອນກຸມພາທີ່ຜ່ານມານີ້ ເຈົ້າໜ້າທີ່ຕໍາຣວດແຂວງຫົວພັນ ກໍບັງຄັບໃຫ້ແມ່ຍິງຜູ້ນຶ່ງ ອອກມາແກ້ຂ່າວ ພາຍຫລັງທີ່ນາງໄດ້ໂພສຕ໌ ຂໍ້ຄວາມ ລົງເຟສບຸກວ່າ “ຈ້າງເຂົ້າຕໍາຣວດ 95 ລ້ານ ທໍ້ເດ” ຫລື ໝາຍຄວາມວ່າ ຢາກເຂົ້າເປັນຕໍາຣວດ ຕ້ອງໄດ້ໃຊ້ເງິນຊື້ຈ້າງ 95 ລ້ານກີບ. ທາງການລາວຖືວ່າ ຂໍ້ຄວາມດັ່ງກ່າວ ເຮັດໃຫ້ຕໍາຣວດແຂວງຫົວພັນ ເສື່ອມເສັຍຊື່ສຽງ.

ເມື່ອກ່ອນໜ້ານັ້ນ ຄືເດືອນຊິງຫາ 2020 ທ່ານ ສັງຂານ ພະຈັນທະວົງ ຫລື ທິດສີ ນັກປັນຍາຊົນ ຊື່ດັງໃນລາວ ໄດ້ຖືກເຈົ້າໜ້າທີ່ ຕໍາຣວດຈັບຢູ່ເຮືອນຂອງທ່ານ ທີ່ຫລັກ 14 ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ໃນຂໍ້ຫາເວົ້າສຽດສີ ໃສ່ອົງການດໍາເນີນຄະດີ ລະບົບຕຸລາການ ຂອງລາວ ແລະມີເຈຕະນາສ້າງຄວາມເຂົ້າໃຈ ທີ່ບໍ່ຖືກຕ້ອງແກ່ສັງຄົມ ແລະພາຍຫລັງທີ່ໄດ້ຖືກຈັບປະມານ 1 ເດືອນ ທ່ານກໍໄດ້ຖືກປ່ອຍອອກມາ.

ເວົ້າເຖິງຊິດເສຣີພາບ ຂອງສື່ມວນຊົນຢູ່ປະເທດລາວ ອົງການນັກຂ່າວບໍ່ມີພົມແດນ ຫຼື Reporters without borders ໄດ້ຣາຍງານປະຈໍາປີ 2023 ໂດຍຈັດໃຫ້ ສປປ ລາວ ຢູ່ອັນດັບທີ 160 ໃນຈໍານວນ 180 ປະເທດ ໃນໂລກ ຄືມີການລະເມີດຢ່າງຮ້າຍແຮງ ຊຶ່ງໃນຣາຍງານນັ້ນ ລະບຸວ່າ ພັກປະຊາຊົນປະຕິວັດລາວ ໃຊ້ອໍານາດຄວບຄຸມສື່ມວນຊົນ ພາຍໃນປະເທດ ຢ່າງສົມບູນແບບ ແລະວ່າ ຜູ້ໃຊ້ສື່ສັງຄົມອອນລາຍນ໌ ໃນລາວ ກໍໄດ້ຖືກປາບປາມ ຢ່າງໜັກເຊັ່ນກັນ ເປັນຕົ້ນ ຍານາງ ຮວ້າຍເຮືອງ ໄຊຍະບູຣີ ຫລື ໝວຍ ທີ່ຖືກຕັດຊິນຈໍາຄຸກ 5 ປີ ໃນປີ 2019 ຍ້ອນວິພາກວິຈານ ທາງສື່ສັງຄົມອອນລາຍນ໌ ໃນເຫດການນໍ້າຖ້ວມ ພາກໃຕ້ຂອງລາວ.  

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.