ຣັຖບານໃຊ້ກົດໝາຍ ຄວບຄຸມສິດເສຣີພາບ ໃນການສະແດງອອກ ທຸກຮູບແບບ

ຈຳປາທອງ
2024.03.13
ຣັຖບານໃຊ້ກົດໝາຍ ຄວບຄຸມສິດເສຣີພາບ ໃນການສະແດງອອກ ທຸກຮູບແບບ ກອງປະຊຸມ “Dawn of Digital Dictatorship: Weaponizing the Law Against Online Speech in Southeast Asia” ທີ່ຈັດຂຶ້ນ ຢູ່ SEA-Junction ຫໍສິລປະວັທນະທັມ ແຫ່ງ ນະຄອນຫຼວງບາງກອກ, ປະເທດໄທຍ. ວັນທີ 12 ມີນາ 2024.
RFA

ເນື່ອງໃນວັນຕໍ່ຕ້ານ ການກວດກາ ທາງໄຊເບີ້ຣ໌ສາກົນ, ວັນທີ 12 ມີນາ, ອົງການສິດທິມະນຸສຕ່າງໆ ທີ່ເຄື່ອນໄຫວ ເພື່ອໃຫ້ຍຸຕິການຄວບຄຸມ ສື່ສັງຄົມອອນລາຍນ໌ ASEAN Regional Coalition to #StopDigitalDictatorship) ໄດ້ຮ່ວມກັນເຜີຍແພ່ ບົດຣາຍງານ ກ່ຽວກັບການໃຊ້ກົດໝາຍ ກີດກັ້ນ ສິດເສຣີພາບ ໃນການສະແດງຄວາມຄິດເຫັນ ຂອງປະຊາຊົນ 9 ປະເທດ ໃນຂົງເຂດເອເຊັຍຕາເວັນອອກສ່ຽງໃຕ້ ຊຶ່ງໃນນັ້ນຮວມທັງ ສປປ ລາວ ນໍາດ້ວຍ.

ເຖິງແມ່ນຣັຖທັມມະນູນ ຂອງລາວ ຈະຮັບປະກັນສິດເສຣີພາບ ໃນການສະແດງອອກ ຂອງປະຊາຊາຊົນລາວ, ແຕ່ຣັຖບານລາວ ໃຊ້ກົດໝາຍ ແລະແຈ້ງການຫລາຍສະບັບ ຄວບຄຸມການສະແດງຄວາມຄິດເຫັນ ຂອງປະຊາຊົນ ທາງອອນລາຍນ໌.

ດັ່ງຍານາງ ເອມິລີ ປາລາມີ ປຣະດິຈິດ ຜູ້ກໍ່ຕັ້ງ ແລະກັມມະການ ບໍຣິຫານມູນນິທິ ມານຸສສະຍາ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 12 ມີນານີ້ວ່າ:

(ພາສາອັງກິດ) ຣັຖບານລາວ ໃຊ້ກົດໝາຍມາດຕຣາ 117 ເປັນຫລັກ. ໃນການຕັ້ງຂໍ້ຫາ ໂຄສະນາໃສ່ຮ້າຍປ້າຍສີ ແລະຣັຖບານຍັງຜ່ານກົດໝາຍໃໝ່ ນໍາອີກ. ໃນປີ 2020, ຣັຖບານກໍານົດໃຫ້ປະຊາຊົນລາວ ຕ້ອງລົງທະບຽນ ຊິມໂທຣະສັບ ໂດຍຕ້ອງຢືນຢັນ ຕົວຕົນເມື່ອຊື້ຊິມ ຖ້າບໍ່ປະຕິບັດຕາມ ກໍຈະໃຊ້ໂທຣະສັບບໍ່ໄດ້. ນີ້ແມ່ນການຄວບຄຸມ ແລະການສອດສ່ອງຕິດຕາມປະຊາຊົນລາວ ແລະຕໍ່ມາໃນປີ 2021 ຣັຖບານກໍຜ່ານກົດໝາຍ ວ່າດ້ວຍການໂທລະຄົມມະນາຄົມ ທີ່ກໍານົດໃຫ້ຜູ້ບໍຣິການ ອິນເຕິຣ໌ເນັດ ຕ້ອງຮ່ວມມືກັບຣັຖບານ ໃນການຄວບຄຸມ ແລະລົບເນີື້ອຫາຕ່າງໆ. ໃນປີດຽວກັນນັ້ນ ຣັຖບານຍັງກໍານົດໃຫ້ສື່ສັງຄົມອອນລາຍນ໌ ທີ່ໃຊ້ເຟສບຸກ ໃນການເຜີຍແພ່ຂໍ້ມູນ ຕ້ອງລົງທະບຽນ ກັບທາງການ ແລະເມື່ອປີກາຍ ຣັຖບານກໍວ່າ ຈະຕິດຕາມ ແລະກວດກາ ຄົນລາວທຸກຄົນ ທັງຢູ່ພາຍໃນ ແລະຕ່າງປະເທດ ທີ່ໃຊ້ສື່ສັງຄົມອອນລາຍນ໌ ວິຈານຣັຖບານ.

ຍານາງກ່າວຕື່ມວ່າ ການຄວບຄຸມເສຣີພາບ ໃນການສະແດງອອກ ຂອງຣັຖບານລາວນັ້ນ ມີແນວໂນ້ມຮຸນແຮງຂຶ້ນ ໂດຍສະເພາະໃນປີນີ້ ທີ່ລາວເປັນປະ ທານວຽນອາຊ້ຽນ ເຊື່ອວ່າ ຣັຖບານຈະຕິດຕາມ ກວດກາຫລາຍຂຶ້ນ.

(ພາສາອັງກິດ) ຕອນນີ້ ລາວມີນາຍົກຣັຖມົນຕຣີ ຄົນໃໝ່ແລ້ວ ແລະປີນີ້ລາວໄດ້ເປັນປະທານວຽນອາຊ້ຽນ. ຂ້າພະເຈົ້າຈຶ່ງເຊື່ອວ່າ ຣັຖບານຈະຕິດຕາມ ແລະກວດກາ ການສະແດງອອກ ໃນສື່ສັງຄົມອອນລາຍນ໌ ຫລາຍຂຶ້ນ, ແຕ່ຣັຖບານລາວ ບໍ່ຮູ້ດອກວ່າ ຈະຄວບຄຸມຄົນໃນໂລກອອນລາຍນ໌ ໄດ້ຈັ່ງໃດ ຍ້ອນວ່າມັນມີເພດເຟສບຸກໃໝ່ໆ ທີ່ວິພາກວິຈານ ຣັຖບານລາວ ເກີດຂຶ້ນຫລາຍ ແລະຣັຖບານກໍບໍ່ຮູ້ວ່າ ໃຜເປັນຄົນເຮັດຢູ່ເບື້ອງຫລັງ. ດັ່ງນັ້ນ ຣັຖບານຈຶ່ງໃຊ້ການຄຸກຄາມ ຂົ່ມຂູ່, ໃຫ້ເຈົ້າໜ້າທີ່ໄປຕາມໂຮງຮຽນ ຫລືມະຫາວິທຍາໄລຕ່າງໆ ເພື່ອບອກຄົນລຸ້ນໃໝ່ ໃຫ້ລະວັງການເວົ້າ ໃນໂລກອອນລາຍນ໌ ຍ້ອນຣັຖບານຕິດຕາມຢູ່ ແລະອາດຖືກຈັບ ຫລື ຖືກນໍາຕົວໄປສຶກສາອົບຮົມ ແຕ່ຂ້າພະເຈົ້າກໍຄິດວ່າ ຕອນນີ້ ຄົນລຸ້ນໃໝ່ ບໍ່ຢ້ານຕໍ່ໄປອີກແລ້ວ.

ກໍຣະນີການທໍາຮ້າຍທ່ານ ອານຸຊາ ຫຼວງສຸພົມ ຫຼື ແຈັກ, ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໃນລາວ ເຈົ້າຂອງເພຈ ຂັບເຄື່ອນດ້ວຍຄີບອດ ແລະກໍຣະນີ ທ້າວ ບຸນສວນ ກິດຕິຍາໂນ, ອາຍຸ 56 ປີ, ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ແລະ ສິດທິມະນຸສ ທີ່ຖືກຍິງເສັຍຊີວິດ ຢູ່ ແຂວງອຸບົນ ຂອງໄທຍນັ້ນ ສະແດງໃຫ້ເຫັນວ່າ ຣັຖບານລາວ ບໍ່ສາມາດຕິດຕາມ ປະຊາຊົນ ທີ່ວິພາກວິຈານຣັຖບານ ທັງຢູ່ພາຍໃນ ແລະຕ່າງປະເທດໄດ້.

ການຄວບຄຸມເສຣີພາບ ໃນການສະແດງອອກ ໃນໂລກອອນລາຍນ໌ ເກີດຂຶ້ນຢູ່ທົ່ວຂົງເຂດເອເຊັຍຕາເວັນອອກສ່ຽງໃຕ້ ທີ່ຊ່ອຍໃຫ້ປະຊາຊົນທົ່ວໄປ ຮູ້ຂໍ້ມູນຂ່າວສານ ແລະສະແດງອອກ ເຖິງຄວາມຄິດເຫັນຫລາຍຂຶ້ນ ແຕ່ກໍເຫັນວ່າ ຣັຖບານຫລາຍປະເທດ ຍັງຂົ່ມຂູ່ໂລກອອນລາຍນ໌ ດ້ວຍມາຕການຕ່າງໆ ຮວມໄປເຖິງການຄຸກຄາມຊີວິດ ຢູ່ຕໍ່ໄປ ເຮັດໃຫ້ປະຊາຊົນ ຕ້ອງໄດ້ປະເຊີນກັບການຂົ່ມຂູ່ ທາງດິຈິຕອລ.

ດັ່ງທີ່ທ່ານ Henry Koh, ຜູ້ອໍານວຍການ ບໍຣິຫານສະມາຄົມ ອິລກາ ເອເຊັຍ (ILGA ASIA) ໄດ້ກ່າວຕໍ່ກອງປະຊຸມວ່າ:

(ພາສາອັງກິດ) ກໍຣະນີຕ່າງໆ ທີ່ເກີດຂຶ້ນ ສະແດງໃຫ້ເຫັນວ່າ ພວກເຮົາຕ້ອງປະເຊີນກັບ ການຂົ່ມຂູ່ ທາງດິຈິຕອລ, ການຂາດເຂີນມາຕການປົກປ້ອງ ແລະດູແລ ທີ່ເປັນອິສຣະ ແລະພື້ນທີ່ພາກປະຊາສັງຄົມ ທີ່ນ້ອຍລົງ. ທັງໝົດນີ້ ແມ່ນເກີດຈາກການຄຸກຄາມ ໂລກອອນລາຍນ໌ ຊຶ່ງເກີດຂຶ້ນຢູ່ທົ່ວຂົງເຂດເອເຊັຍຕາເວັນອອກສ່ຽງໃຕ້.

ສ່ວນສໍາຄັນ ທີ່ເຮັດໃຫ້ການຄວບຄຸມເສຣີພາບ ໃນໂລກອອນລາຍນ໌ ມີປະສິດທິພາບຫລາຍຂຶ້ນ ແມ່ນບໍຣິສັດ ໂຊຊຽລມີເດັຍ ຫລື ບໍຣິສັດສື່ສັງຄົມ ເກັບກໍາຂໍ້ມູນ ຂອງຜູ້ຊົມໃຊ້ ຢູ່ຕລອດເວລາ ແລະຍອມໃຫ້ການຮ່ວມມື ກັບຣັຖບານ ປະເທດຕ່າງໆ ໃນການຈໍາກັດເສຣີພາບ ໃນການສະແດງອອກ, ຕິດຕາມ, ກວດກາ ຜູ້ທີ່ວິພາກວິຈານຣັຖບານ.

ດັ່ງນາງ Jean Linis-Dinco, ນັກວິໄຈອິສຣະ ດ້ານການກໍາກັບດູແລ ຄວາມປອດພັຍ ທາງໄຊເບີ້ຣ໌ ກ່າວວ່າ:

(ພາສາອັງກິດ) ຣັຖບານໃຊ້ກົດໝາຍ ແລະມີການຕິດຕາມ ເພື່ອປິດປາກຄົນ ທີ່ມີຄວາມເຫັນແຕກຕ່າງ. ພວກເຂົາມັກເວົ້າວ່າ ເຮັດໄປເພື່ອຄວາມໝັ້ນຄົງຂອງປະເທດ, ປົກປ້ອງຊີວິດການເປັນຢູ່ ຂອງປະຊາຊົນ. ແຕ່ທັງໝົດນັ້ນ ເຮັດໄປກໍເພື່ອຮັກສາອໍານາດ. ພວກເຂົາໃຊ້ເຄື່ອງມື ດິຈິຕອລ ເປັນຕົ້ນສື່ສັງຄົມອອນລາຍນ໌ ແລະການສອດສ່ອງ ທາງອິນເຕີຣ໌ເນັດ ເພື່ອຕິດຕາມການປາກເວົ້າ ແລະການກະທໍາຂອງປະຊາຊົນ ເພື່ອເຮັດໃຫ້ໝັ້ນໃຈວ່າ ຈະບໍ່ມີຜູ້ໃດກ້າລໍ້າເສັ້ນ.

ອີງຕາມມາດຕຣາ 44 ຂອງຣັຖທັມມະນູນ ແຫ່ງ ສປປ ລາວ, ພົລເມືອງລາວ ມີສິດເສຣີພາບ ໃນການປາກເວົ້າ, ຂີດຂຽນ, ໂຮມຊຸມນຸມ, ຈັດຕັ້ງສະມາຄົມ ແລະ ເດີນຂະບວນ ທີ່ບໍ່ຂັດກັບກົດໝາຍ, ແຕ່ວ່າ ກົດໝາຍອາຍາ ມາດຕຣາ 117 ກຳນົດວ່າ ການໂຄສະນາ ໃສ່ຮ້າຍປ້າຍສີ ສປປ ລາວ, ບິດເບືອນແນວທາງຂອງພັກ ແລະ ນະໂຍບາຍຂອງຣັຖ, ປ່າວຂ່າວອະກຸສົນ, ເຮັດໃຫ້ມີຄວາມວຸ້ນວາຍ ດ້ວຍການເວົ້າ, ການຂຽນ ແລະ ການພິມ ໃນສື່ຕ່າງໆ ລວມທັງ ສື່ອິເລັກໂຕຣນິກ ຈະຖືກລົງໂທດ ຕັດອິສຣະພາບ ແຕ່ 1 ປີ ຫາ 5 ປີ ແລະ ຈະຖືກປັບໃໝ ແຕ່ 5,000,000 ກີບ ຫາ 20,000,000 ກີບ.

ແລະມາດຕຣາ 168 ຂອງກົດໝາຍອາຍາ ລະບຸວ່າ ບຸກຄົນໃດ ຫາກໄດ້ສ້າງຄວາມເສັຽຫາຍ ຜ່ານສື່ສັງຄົມອອນລາຍນ໌ ຈະຖືກລົງໂທດ ຕັດອິສຣະພາບ ແຕ່ 3 ເດືອນ ຫາ 3 ປີ ແລະ ຈະຖືກປັບໃໝ ແຕ່ 4,000,000 ກີບ ຫາ 20,000,000 ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.