ຄົນລາວເຂົ້າເຖິງໂຊໂຊ້ມິເດັຍຫຼາຍຂຶ້ນ ແຕ່ຂາດເສຣີພາບ ໃນການສະແດງອອກ

ສຸພັດຕາ
2024.02.14
ຄົນລາວເຂົ້າເຖິງໂຊໂຊ້ມິເດັຍຫຼາຍຂຶ້ນ ແຕ່ຂາດເສຣີພາບ ໃນການສະແດງອອກ ນັກເດີນທາງ ກຳລັງຈົດຈໍ່ກັບການໃຊ້ໂທຣະສັບມືຖື ຂອງຕົນເອງ ໃນຂະນະທີ່ລໍຖ້າເດີນທາງ ທີ່ສະຖານີຣົຖໄຟລາວ-ຈີນ ແຫ່ງນຶ່ງ. ວັນທີ່ 17 ສິງຫາ 2023.
ນັກຂ່າວ ພົລເມືອງ

ປັດຈຸບັນ ຊາວລາວ ໃນຫຼາຍເມືອງ ແລະຫຼາຍແຂວງ ຂອງປະເທດລາວ ມີຊ່ອງທາງໃນການເຂົ້າເຖິງ ຂໍ້ມູນຂ່າວສານ ຜ່ານສື່ສັງຄົມອ໋ອນລາຍນ໌ ໄດ້ຫຼາຍຂຶ້ນ ແຕ່ຂາດເສຣີພາບ ໃນການສະແດງຄວາມເຫັນ ຕໍ່ປະເດັນດ້ານການເມືອງ-ສັງຄົມ ແລະຜູ້ທີ່ສືບຕໍ່ ວິພາກວິຈານ ການບໍຣິຫານປະເທດ ຂອງຣັຖບານ ຈະຖືກເຈົ້າໜ້າທີ່ຣັຖ ຕັກເຕືອນ ຫຼືເອີ້ນໄປຫ້ອງການ ເພື່ອສຶກສາອົບຮົມ.

ດັ່ງຊາວນະຄອນຫຼວງວຽງຈັນ ແລະອະດີດຣັຖກອນ ທີ່ເຮັດວຽກດ້ານກົດໝາຍ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ກຸມພາ 2024 ນີ້ວ່າ:

ເວົ້າໜັກຫຼາຍກະບໍ່ໄດ້ ເວົ້າແບບທັມມະດາ ແບບຜິວເຜິີນໄປລະໄດ້ຢູ່ຫັ້ນນ່າ ກໍໆຍັງບາງສ່ວນກໍມີ ບາງສ່ວນກະ ແຕ່ວ່າຕ້ອງໄດ້ລະມັດລະວັງຫັ້ນນ່າ. ມັນຈະມີຄົນມາເຕືອນເຮົາວ່າ ເບິ່ງເດີ້. ຢ່າສະແດງຄໍາຄິດຄໍາເຫັນຫຼາຍ ຢູ່ໃນສື່ໂຊຊ້ຽວ ອ໋ອນລາຍນ໌ ຫັ້ນນ່າ. ຢ້ານເດ໋ຫັ້ນນ່າ ມັນຈະມີຄົນມາເຕືອນເຮົາແບບຫັ້ນແບບນີ້ຫັ້ນນ່າ. ເປັນນາຍບ້ານ ແລ້ວກໍເປັນເຈົ້າໜ້າທີ່ຣັຖ ໂດຍກົງແລ້ວໄດ໋. ເຂົາບໍ່ໃຫ້ຕໍານິ ເຂົາບໍ່ໃຫ້ເຈົ້າເວົ້າ ເຮັດຫຍັງກໍຢ້ານຫັ້ນນ່າ. ທັ້ງໆທີ່ສິ່ງທີ່ເຂົາເຮັດໄປ ຫັ້ນມັນບໍ່ຖືກ ແຕ່ວ່າເຮົາເວົ້າໄປແລ້ວ ມັນມີຜົລກະທົບຕໍ່ເຮົາຫຼາຍໃດ໋.”

ນັບແຕ່ເກີດເຫດເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ໃນໄລຍະ ປີ 2018 ທີ່ຜ່ານມາ ເຮັດໃຫ້ມີຊາວລາວຈໍານວນຫຼາຍ ພາກັນເຮັດຄລິບ ແລະແຊລວິດິໂອ ວິພາກວິຈານ ການເຮັດວຽກ ຂອງເຈົ້າໜ້າທີ່ຣັຖ ແຕ່ຫຼັງຈາກເຫດການນີ້ ພັດບໍ່ທັນມີຜູ້ໃດ ເຮັດຄລິບ ແລະແຊລວິດິໂອກ່ຽວກັບຜົລກະທົບ ທີ່ເກີດຈາກ ການບໍຣິຫານປະເທດຂອງຣັຖບານ ແລະການເຮັດວຽກຂອງເຈົ້າໜ້າທີ່ ຣັຖອີກ ຍ້ອນບໍ່ຢາກຖືກເຈົ້າໜ້າທີ່ຄວບຄຸມໂຕ, ດັ່ງຊາວລາວ ທີ່ເຮັດວຽກກ່ຽວກັບການເຜີຍແຜ່ຂ່າວສານ ຜ່ານສື່ສັງຄົມອ໋ອນລາຍນ໌ ຢູ່ແຂວງພາກໃຕ້ ຂອງປະເທດລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ເສຣີພາບນີ້ ຄືແຕ່ກ່ອນເນາະ ເຂົາຈະໂຈມຕີຣັຖບານ ຄັນເຮົາເວົ້າເຣື່ອງເສຣີ ສ່ວນຫຼາຍໂຈມຕີຣັຖບານ ໂຈມຕີ ໂຄງການໂນ້ນນັ້ນນີ້. ທີ່ເຮັດຄວາມເສັຍຫາຍ ໃຫ້ປະເທດອີ່ຫຍັງຫັ້ນນ່າ. ເຮັດຄລິບອິຫຍັງ ທີ່ແບບດ່າຂັ້ນເທິງ ຊິບໍ່ໄດ້ ແຕ່ວ່າໂຕນີ້ ກໍບໍ່ຄ່ອຍມີ ທີ່ວ່າ ແບບວ່າຂ່າວລົບໆ ຂ່າວທີ່ວ່າໂຈມຕີຂັ້ນເມືອງ ອິຫຍັງຫັນນ່າ. ມີໆ ເອີ້ນໄປຫ້ອງການ ສ່ວນຫຼາຍຈະເປັນ. ອ່າ ມັນຕ່າງ ມັນເຮັດຜິດຫັ້ນແລະໄປ໋ ເຮັດຜິດ ສ່ວນໂຕຢ່່າງຄື ເນັດໄອດໍ້ ແຕ່ງເພງ ແບບລັກສະນະ ລໍ້ລຽນແບບ ແຕ່ງເພງຜິດກົດໝາຍ ອິຫຍັງຫັ້ນນ່າ ແບບໃຊ້ເນື້ອຫາທີ່ຕຣົງກັນຂ້າມ ກັບເພັງເກົ່າໆເພງເດີມໆ.”

ທີ່ຜ່ານມາ ຊາວລາວທີ່ອາໄສ ຢູ່ທັງພາຍໃນເຂດນອກ ແລະເຂດໂຕເມືອງ, ຊາວໜຸ່ມ ແລະຜູ້ເຖົ້າ ໃນເມືອງ ແລະແຂວງຕ່າງໆ ນິຍົມຮັບຂໍ້ມູນຂ່າວສານ ຜ່ານຊ່ອງທາງອ໋ອນລາຍນ໌ ໂດຍສະເພາະ ເຟສບຸກຄ໌ ແຕ່ຜູ້ທີ່ເຮັດເພຈ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ ຜ່ານທາງເຟສບຸກຄ໌ ຈໍາເປັນຕ້ອງໄດ້ຂຶ້ນທະບຽນ ແລະຕ້ອງເຜີຍແຜ່ຂໍ້ມູນຂ່າວສານ ພາຍໃຕ້ເງື່ອນໄຂ ຕາມທີ່ທາງການກໍານົດ.

ດັ່ງຊາວລາວ ທີ່ເຮັດວຽກກ່ຽວກັບ ການເຜີຍແຜ່ຂ່າວສານ ຜ່ານສື່ສັງຄົມອ໋ອນລາຍນ໌ ຜູ້ດຽວກັນນີ້ ກ່າວຕື່ມວ່າ:

ທໍາອິດ ເຮົາກໍຂຽນໃບສເນີ ຫຼືວ່າ ແບບຟອມ ທີ່ເຂົາປະກອບມາໃຫ້ເຮົາເນາະ. ປະກອບເຂົ້າໄປ ແລ້ວເຂົາຈະໄປພິຈາຣະນາ ປະມານ 3 ວັນ. ພໍ 3 ວັນແລ້ວ ເຂົາກໍຕີຜ່ານ ຖ້າຜ່ານແລ້ວ ເຂົາກໍຈະອອກໃບອະນຸຍາດໃຫ້ເລີຍ ເງິນປະມານ (ຄ່າໃຊ້ຈ່າຍ ໃນການລົງທະບຽນ) ເປັນກີບ ກໍ 1 ລ້ານກີບ ຖ້າວ່າ ອັນໃດທີ່ມັນ ແຕະຕ້ອງເຖິງເຂົາ. ແລ້ວເຂົາກໍອາຈເຕືອນມາ ແມ່ນກໍຫຼາຍປີແລ້ວ ແຕ່ວ່າ ຄົນເຂົາບໍ່ບໍ່ອັນຫຍັງຫັ້ນນ່າ ເຂົາກໍບໍ່ຄ່ອຍໄປລົງ.”

ສໍາລັບຂໍ້ມູນຂ່າວສານ ທີ່ຖືກເຜີຍແຜ່ ລົງສູ່ສັງຄົມອ໋ອນລາຍນ໌ ທັງໝົດແມ່ນເປັນຂໍ້ມູນຂ່າວສານແທ້ໆ ທີ່ບໍ່ມີການວິເຄາະ ຍ້ອນການວິພາກວິຈານ ການບໍຣິຫານປະເທດຂອງຣັຖບານ ແລະການເຮັດວຽກ ຂອງເຈົ້າໜ້າທີ່ຣັຖ ແມ່ນເປັນປະເດັນອ່ອນໄຫວ ແລະບໍ່ມີຜູ້ໃດກ້າເຮັດ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການເຜີຍແຜ່ຂໍ້ມູນຂ່າວສານ ສູ່ສາທາຣະນະ ນາງນຶ່ງ ກ່າວວ່າ:

ໜ້າຈະມີບົດຂ່າວ ກ່ຽວກັບບົດສັມພາດອິຫຍັງ ໜ້າຈະມີຢູ່ ຂ່າວສ່ວນຫຼາຍເນາະ. ທີ່ວ່າອອກມາ ຈະອີງຕາມເນື້ອຫາຂ່າວຫຼາຍກວ່າ ການວິເຄາະຂ່າວນີ້. ຮູ້ສຶກວ່າໜ້ອຍ ບໍ່ມີໃຜກ້າຈະວິເຄາະ. ແມ່ນລະຫວາ ເພາະວ່າ ນັກວິເຄາະຢູ່ລາວ ຈະບໍ່ປານໃດ ຄືສົມມຸດວ່າ ເຮົາໄປເອົາຂ່າວຢູ່ສະຖານທູດຕ່າງໆ ເຮົາບໍ່ສາມາດ ທີ່ຈະຂຽນກ່ອນ ກ່ອນເພິ່ນອະນຸຍາດໄດ້ໄດ໋. ເພິ່ນຈະຕ້ອງເອົາບົດຊີ້ແຈງໃຫ້ເຮົາກ່ອນ ແລ້ວເຮົາກໍຈຶ່ງຈະມາຮຽບຮຽງ. ມາຂຽນຄືນ ໂຕໃດສາມາດ adjust ໄດ້ ກໍມາ adjust ເຂົ້າໄປ ແຕ່ຖ້າສົມມຸດວ່າ ເຮົາຈະແກ້ໄຂເນື້ອໃນ ເຮົາກໍຕ້ອງສົ່ງຄືນ ໃຫ້ກັບຜູ້ເຈົ້າຂອງແຫຼ່ງຂ່າວຫັ້ນອີກ ວ່າໂຕນີ້ ຈະອອກແລ້ວ ໂຕນີ້ໂອເຄບໍ່.”

ຂະນະດຽວກັນ ຖ້າຫາກສື່ມວນຊົນ ຫຼືປະຊາຊົນທົ່ວໄປ ເຜີຍແຜ່ຂໍ້ມູນຂ່າວສານ ຫຼື ສະແດງ ຄວາມເຫັນ ທີ່ເປັນການວິພາກວິຈານ ຫຼືຕໍ່ຕ້ານຣັຖບານ ທາງແອດມິນ ຜູ້ດູແລເພຈ ຈໍາເປັນ ຕ້ອງໄດ້ລຶບເນື້ອຫາດັ່ງກ່າວນີ້ຖິ້ມໄປ ຍ້ອນໜ່ວຍງານທີ່ເຮັດວຽກ ກ່ຽວກັບການເຜີຍແຜ່ຂ່າວສານ ໃນປະເທດລາວ ເກືອບທັງໝົດ ແມ່ນຖືກຄວບຄຸມໂດຍຣັຖ.

ດັ່ງແອດມິນ ເພສເຟສບຸກຄ໌ ທີ່ຖືກນໍາໃຊ້ໃນການເຜີຍແຜ່ຂ່າວສານ ນາງນຶ່ງ ກ່າວວ່າ:

ອັນຂໍ້ມູນ ໜ້າຈະແມ່ນ ແບບເຮົາຈະເອົານັກຂ່າວ ລົງໂຕຈິງເນາະ. ແລ້ວເວລາເຮົາເຮັດຂ່າວ ເຮົາກໍຈະເອົາມາຮຽບຮຽງ ມາກວດໃຫ້ພາກຣັຖ. ເຮົາຈະເອີ້ນວ່າ ພັກ-ຣັຖ ຈະກວດໃຫ້ເຮົາ ແລ້ວເຮົາ ຈະສາມາດອອກສື່ໄດ້ ນຶ່ງ ແມ່ນເຮົາບໍ່ສາມາດອອກຂ່າວ. ທີ່ມັນບໍ່ມີມູນຄວາມຈິງໄດ້ເນາະ ສອງເຮົາກໍບໍ່ສາມາດອອກຂ່າວແຮງໆ ທີ່ມັນຕໍ່ຕ້ານ ກັບຣັຖບານໄດ້ ເພາະວ່າເຮົາເປັນຂອງຣັຖເດ້.”

ນາງກ່າວຕື່ມວ່າ ສໍາລັບສື່ ທີ່ນໍາສເນີຂໍ້ມູນຂ່າວສານ ໃນປະເທດລາວ ແບ່ງອອກເປັນ 3 ກຸ່ມຫຼັກ ຄື:

  1. ສື່ຂອງຣັຖ ສໍາລັບເຜີຍແຜ່ຂ່າວສານ-ນະໂຍບາຍ ທີ່ເປັນທາງການ. ສ່ວນນຶ່ງ ດໍາເນີນການໂດຍເຈົ້າໜ້າທີ່ຝ່າຍສື່ສານ ຂອງໜ່ວຍງານຕ່າງໆ ອີກສ່ວນນຶ່ງ ແມ່ນຣັຖບານ ຈ້າງເອກກະຊົນ ເຂົ້າມາດໍາເນີນການ,
  2. ສື່ຂອງເອກກະຊົນ ສໍາລັບເຜີຍແຜ່ຂໍ້ມູນ ດ້ານເສຖກິຈ ແລະການຄ້າ ຕ້ອງໄດ້ຮັບໃບອະນຸຍາດ ຈາກທາງການ ແລະ
  3. ສື່ ຂອງບຸກຄົນທົ່ວໄປ ເປັນຕົ້ນ ເພຈ ທາງເຟສບຸກຄ໌ ຕ້ອງຂຶ້ນທະບຽນກັບທາງການ ທັງນີ້ ກ່ອນທີ່ສື່ ທັງ 3 ປະເພດ ຈະເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ແກ່ປະຊາຊົນໄດ້ຮັບຮູ້ ຈະຕ້ອງຜ່ານການກວດສອບ ເນື້ອຫາກ່ອນ.

ນອກຈາກ ພໍ່ແມ່ປະຊາຊົນ ຈະບໍ່ສາມາດສະແດງຄວາມເຫັນ ວິພາກວິຈານ ປະເດັນຕ່າງໆ ຜ່ານສື່ສັງຄົມອ໋ອນລາຍນ໌ ແບບມີເສຣີພາບໄດ້ແລ້ວ ພວກຂະເຈົ້າ ຍັງບໍ່ສາມາດສົ່ງເຣື່ອງຮ້ອງຮຽນໄປຍັງສື່ມວນຊົນ ເພື່ອຊ່ອຍຮຽກຮ້ອງຄວາມເປັນທັມ ໃຫ້ແກ່ພວກຂະເຈົ້າໄດ້ຄືກັນ.

ດັ່ງພະນັກງານ ທີ່ເຮັດວຽກກ່່ຽວກັບສື່ຂອງຣັຖ ທີ່ດໍາເນີນການໂດຍ ເອກກະຊົນນາງນ່ຶງ ກ່າວວ່າ:

ແມ່ນ ແມ່ນແລ້ວ ຄັນຖ້າວ່າເຮົາຕ້ອງການ ເຮັດຣາຍການໃດ ຣາຍການນຶ່ງ ເຮົາຕ້ອງໄດ້ມາຜ່ານກ່ອນ ວ່າ ເຮົາຈະເຮັດໃນລັກສະນະ ແບບໃດຫັ້ນເນາະ. ເພິ່ນຈະໄດ້ມີບົດສເນີມາ ໂອ້ມີໆ ມີຢູ່ ເຣື່ອງອັນນ່າ ແບບວ່າ ບໍ່ຖືກຕາມວັທນະທັມ ຂອງລາວຫັ້ນນ່າເນາະ. ແບບວ່ານຸ່ງບໍ່ສຸພາບບໍ່ ອິຫຍັງເວົ້າສຽດສີກັນ ແມ່ນຫຍັງຫັ້ນນ່າ ຈະບໍ່ໄດ້ ບໍ່ສຸພາບ ແມ່ນຫຍັງກະບໍ່ໄດ້ ແມ່ນສຽດສີທາງການ ແຕ່ວ່າ ແບບວ່າ ເວົ້າແບບແນວໃດ ດູຖູກກັນແນວນີ້ ອິຫຍັງຫັ້ນນ່າ ກໍຈະບໍ່ໄດ້.”

ໃນປີ 2023 ທີ່ຜ່ານມາ ທ່ານ ບໍ່ວຽງຄໍາ ວົງດາລາ ຣັຖມົນຕຣີ ກະຊວງວິທຍາສາດ ແລະເຕັກໂນໂລຊີ ໄດ້ຊີ້ແຈງຕໍ່ກອງປະຊຸມສະພາແຫ່ງຊາຕ ສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕຊຸດທີ 9 ເມື່ອບໍ່ດົນມານີ້ ວ່າ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ຕິດຕາມກວດກາ ຜູ້ໃຊ້ສື່ສັງຄົມອ໋ອນລາຍນ໌ ທີ່ເຜີຍແຜ່ຂ່າວ ທີ່ບໍ່ມີມູນຄວາມຈິງ ເພື່ອນໍາໂຕມາສຶກສາອົບຮົມ ສ່ວນຜູ້ໃຊ້ສື່ສັງຄົມອ໋ອນລາຍນ໌ ຢູ່ຕ່າງປະເທດ ທີ່ສ້າງຂ່າວປັ່ນປ່ວນຣັຖບານລາວນັ້ນ ແມ່ນຕິດຕາມໂຕໄດ້ຍາກ ແຕ່ກໍໄດ້ມີການປະສານສົມທົບ ກັບກະຊວງທີ່ກ່ຽວຂ້ອງ ເພື່ອຊອກຫາວິທີການແກ້ໄຂແລ້ວ.

ອີງຕາມບົດຣາຍງານ ຂອງອົງການ Freedom House ປະຈໍາປີ 2023 ໄດ້ຈັດອັນດັບ ເສຣີພາບ ຂອງປະເທດລາວ ໃຫ້ຢູ່ໃນສະຖານະ ບໍ່ມີເສຣີພາບ “Not Free” ເນື່ອງຈາກປະເທດລາວ ປົກຄອງແບບພັກດຽວ ຄື ພັກປະຊາຊົນປະຕິວັດລາວ ທີ່ຄອບງໍາການເມືອງທຸກດ້ານ ແລະຈໍາກັດເສຣີພາບ ຂອງພົລເມືອງຢ່າງຮຸນແຮງ ໂດຍທີ່ປະຊາຊົນ ບໍ່ສາມາດອອກມາຕໍ່ຕ້ານ ຫຼື ພາກປະຊາສັງຄົມ ອອກມາເຄື່ອນໄຫວ ແບບເປັນອິສຣະໄດ້ ອີກທັງ ການຣາຍງານຂໍ້ມູນຂ່າວສານ ພາຍໃນປະເທດ ຍັງຖືກຈໍາກັດ ຍ້ອນການປາບປາມ ຜູ້ທີ່ມີຄວາມເຫັນ ຕ່າງທາງການເມືອງ.

ສອດຄ່ອງກັບ ບົດຣາຍງານ ຂອງອົງການ ນັກຂ່າວ ບໍ່ມີພົບແດນ (Reporters Without Borders) ປະຈໍາປີ 2023 ໄດ້ລະບຸວ່າ ປະເທດລາວ ໃຫ້ສິດທິເສຣີພາບ ສື່ມວນຊົນໜ້ອຍເປັນອັນດັບທີ 160 ຂອງໂລກ ຈາກທັງໝົດ 180 ປະເທດ ເນື່ອງຈາກ ພັກປະຊາຊົນປະຕິວັດລາວ ໄດ້ໃຊ້ອໍານາດຄວບຄຸມ ສື່ມວນຊົນພາຍໃນປະເທດ ຢ່າງສົມບູນແບບ ອີກທັງ ຜູ້ໃຊ້ສື່ສັງຄົມອ໋ອນລາຍນ໌ ໃນລາວ ຈໍານວນນຶ່ງ ກໍຖືກປາບປາມຢ່າງໜັກ ເປັນຕົ້ນ ນາງ ຮວາຍເຮືອງ ໄຊຍະບູຣີ ຫຼື ໝວຍ ທີ່ຖືກຕັດສິນຈໍາຄຸກ 5 ປີ ໃນປີ 2019 ຍ້ອນວິພາກວິຈານ ເຫດການນໍ້າຖ້ວມ ທາງພາກໃຕ້ຂອງລາວ ຜ່ານສື່ສັງຄົມອ໋ອນລາຍນ໌.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.