ອາເມຣິກາ ໂຈະທຶນຊ່ອຍເຫຼືອ 90 ມື້ ກະທົບ ຫຼາຍອົງການ ໃນລາວ
2025.01.28

ລັດຖະບານ ສະຫະລັດອາເມຣິກາ ພາຍໃຕ້ການນໍາ ຂອງທ່ານ ໂດໂນ ທຣໍາ, ປະທານາທິບໍດີ ສະຫະລັດອາເມຣິກາ ມີນະໂຍບາຍ ລະງັບທຶນຊ່ອຍເຫຼືອ ດ້ານມະນຸດສະທໍາຕ່າງໆ ໃນຕ່າງປະເທດ ພາຍໃນກໍານົດເວລາ 90 ມື້ ເພື່ອໃຫ້ໝັ້ນໃຈວ່າ ໂຄງການຊ່ວຍເຫຼືອຕ່າງໆ ມີປະສິດທິພາບ ແລະ ສອດຄ່ອງ ກັບນະໂຍບາຍ ພາຍໃຕ້ແນວທາງ ທີ່ອາເມຣິກາ ຕ້ອງການ ມາກ່ອນ.
ກ່ຽວກັບເລື່ອງທີ່ວ່ານີ້, ຜູ້ທີ່ເຮັດວຽກ ນໍາອົງການຈັດຕັ້ງ ພາກປະຊາສັງຄົມ ກ່ຽວກັບຄົນພິການ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ມັງກອນ ນີ້ວ່າ ພາກລັດ ແລະ ອົງການຈັດຕັ້ງ ພາກປະຊາສັງຄົມ ຢູ່ລາວ ຫຼາຍອົງການ ໄດ້ເລີ່ມປັບປ່ຽນ ການເຮັດວຽກ ຂອງຕົນ ເພື່ອໃຫ້ສອດຄ່ອງ ກັບນະໂຍບາຍ ທີ່ວ່ານັ້ນ ມາຕັ້ງແຕ່ ສັບປະດາ ທີ່ຜ່ານມາແລ້ວ ຍ້ອນໄດ້ຮັບ ຜົນກະທົບທຸກຢ່າງ.
“ແຕ່ທີ່ແນ່ໆ ຄືໄດ້ຮັບຜົນກະທົບ ທຸກຢ່າງ, ທຶນທຸກຢ່າງ temporary staff ໄປເລີຍ. ມີແຫຼະເນາະ (ຜົນກະທົບ) ເຮົາໄດ້ນັບ ນໍາ international republican ເນາະ ເຂົາເອີ້ນວ່າ suspend ໄປເລີຍ. ທິດກ່ອນນີ້ແຫຼະ ທຸກອັນທີ່ໄດ້ທຶນ ພາຍໃຕ້ USAID, ຫັ້ນນ່າ ຈະມີບັນຫາໝົດ. ຂອງເຮົາບໍ່ໄດ້ໄປ direct ກັບ USAID ເນາະ, ແຕ່ວ່າ ມັນກໍເປັນ indirect fund ເນາະ. ຄືທຸກໂຄງການ ພາຍໃຕ້ USAID ຫຼື US Grant ໜ້າຈະແມ່ນ temporary suspension, ຢຸດຊົ່ວຄາວ ໜ້າຈະ 3 ເດືອນ ຫຼືວ່າ 90 ວັນຢ່າງໜ້ອຍເນາະ. ຂະເຈົ້າ review ເບິ່ງ ປະມານເດືອນເມສາ ພຸ້ນແຫຼະ ໜ້າຈະຮູ້ຂ່າວ.”
ທ່ານກ່າວຕື່ມວ່າ ຂະແໜງການ ທີ່ ລາວ ມັກໄດ້ຮັບການຊ່ວຍເຫຼືອ ດ້ານງົບປະມານ ຈາກຕ່າງປະເທດ ສ່ວນຫຼາຍ ແມ່ນຂະແໜງ ການສຶກສາ ແລະ ໂຄງການອາຫານກາງເວັນ ຂອງນັກຮຽນ, ການປ່ຽນແປງ ທາງດ້ານດິນຟ້າອາກາດ, ສິດທິມະນຸດ, ການເກັບກູ້ ລະເບີດບໍ່ທັນແຕກ.
ທ່ານເວົ້າວ່າ ກອງປະຊຸມ ຂອງເຄືອຂ່າຍ ພວກທ່ານ ທີ່ວ່າ ມີແຜນຈັດຂຶ້ນ ໃນທ້າຍເດືອນມັງກອນ 2025 ເພື່ອສະຫຼຸບ ວຽກງານປີ 2024 ຜ່ານມາ ກໍຖືກລະງັບໄວ້ ຊົ່ວຄາວ.
ແລະ ເຈົ້າໜ້າທີ່ ທີ່ຮູ້ກ່ຽວກັບ ເລື່ອງທີ່ວ່ານີ້ ກໍເວົ້າ ໃນມື້ດຽວກັນນີ້ວ່າ ສະຫະລັດອາເມຣິກາ ຂ້ອນຂ້າງມີບົດບາດຫຼາຍ ໃນວຽກງານ ການຊ່ອຍເຫຼືອ ຕ່າງປະເທດ. ສະນັ້ນ, ນະໂຍບາຍ ຂອງອາເມຣິກາ ກໍໜ້າຈະມີຜົນ ຕໍ່ການດໍາເນີນງານ ກ່ຽວກັບການຊ່ອຍເຫຼືອ ດ້ານມະນຸດສະທໍາ ຂອງອົງການຈັດຕັ້ງຕ່າງໆ ແລະ ປະເທດອື່ນໆ, ຊຶ່ງແນ່ນອນ ກໍແມ່ນສະຫະພາບຢູ່ໂຣບ.
“ຖ້າວ່າະໂຍບາຍ ອາເມຣິກາ ອອກມາແບບນັ້ນ, ແນ່ນອນ ທາງຢູໂຣບ ທາງປະເທດອື່ນໆ ຂະເຈົ້າກໍຕ້ອງ ຕິດຕາມ ສະຖານະການ ຄືກັນ. ອີກຢ່າງ ລາວ ມັນກໍໃກ້ຊິປະກາດ ອອກຈາກປະເທດ ດ້ອຍພັດທະນາ ແລ້ວ, ຫຼາຍໆອົງກອນ ມັນກໍເລີ່ມກຽມພ້ອມ ທີ່ຈະຖອນໂຕແລ້ວ. ກະຊວງທີ່ຮັບທຶນ ໂດຍກົງ ມັນກໍຊິມີແຕ່ ກະຊວງທີ່ກ່ຽວຂ້ອງ ກັບ ODA (Official Development Assistance). ບາງເທື່ອ ມັນກໍຂຶ້ນກັບ ເງື່ອນໄຂ ຂອງຜູ້ໃຫ້ທຶນເດ້.”
ໃນຂະນະດຽວກັນ, ຜູ້ທີ່ເຮັດວຽກ ນໍາອົງການຈັດຕັ້ງ ພາກປະຊາສັງຄົມ ອີກທ່ານໜຶ່ງ ກໍເວົ້າເຖິງ ເລື່ອງການງົດ ການຊ່ອຍເຫຼືອ ຂອງສະຫະລັດອາເມຣິກາ ນັ້ນວ່າ ເຖິງແມ່ນນະໂຍບາຍດັ່ງກ່າວ ຈະເຮັດໃຫ້ ອົງການຈັດຕັ້ງ ທີ່ເຮັດວຽກ ກ່ຽວກັບການຊ່ອຍເຫຼືອ ລະຫວ່າງປະເທດ ຈໍານວນໜຶ່ງ ຮູ້ສຶກກັງວົນ ຄືກັນກັບ ອົງການຈັດຕັ້ງ ທີ່ໄດ້ຮັບທຶນຊ່ອຍເຫຼືອ ຈາກຕ່າງປະເທດ ຢູ່ລາວ, ແຕ່ກໍມີຫຼາຍ ອົງການຈັດຕັ້ງ ຢູ່ລາວ ມີຄວາມເຫັນວ່າ ເມື່ອພົ້ນ 90 ມື້ໄປແລ້ວ ທາງສະຫະລັດອາເມຣິກາ ກໍຈະອຸດໜູນ ທຶນຊ່ວຍເຫຼືອ ໃຫ້ຄືເກົ່າ ແລະ ວ່າ ຖ້າສະຫະລັດອາເມຣິກາ ລະງັບທຶນຊ່ວຍເຫຼືອ ແບບຖາວອນ ກໍຍັງຈະມີ ອີກຫຼາຍປະເທດ ສືບຕໍ່ໃຫ້ ການຊ່ອຍເຫຼືອລາວ ຍ້ອນລາວ ຍັງເປັນປະເທດ ດ້ອຍພັດທະນາ ຢູ່. ທ່ານເວົ້າວ່າ ການງົດໃຫ້ ການຊ່ອຍເຫຼືອ ທີ່ວ່ານັ້ນ, ບໍ່ແມ່ນງົດເບິດ, ງົດພຽງ 90 ມື້.
“ບໍ່ແມ່ນວ່າງົດເບິດເດ້, ຂະເຈົ້າງົດ ແຕ່ 3 ເດືອນຊື່ໆ. ມີແນ່ນອນ, ໂຕໄທເຮົາເຮັດຢູ່ນີ້ ເວົ້າເລື່ອງອັນນ່າ ອະນຸຮັກສິ່ງແວດລ້ອມ ປ່ຽນແປງສະພາບ ດິນຟ້າອາກາດ, ເລື່ອງວຽກກະສິກໍາ-ປ່າໄມ້ ນໍານີ້ແຫຼະ ບໍ່ແມ່ນແຕ່ອາເມຣິກາ ໃຫ້, ເກົາຫຼີ, ຍີ່ປຸ່ນ ມີຫຼາຍປະເທດໃຫ້. ສໍາລັບລາວ ບໍ່ແມ່ນແຕ່ ຂອງອາເມຣິກາໄດ໋. ບໍ່ໄດ້ກັງວົນຫຍັງ, ຍີ່ປຸ່ນ ກໍໃຫ້, ສະວີເດັນ, ໃຫ້ມາແຕ່ໃດ, ແລ້ວກໍເກົາຫຼີ ກໍມີ, EU ນີ້ ກໍໃຫ້ຫຼາຍ. ສໍາລັບລາວ ນີ້ນ່າ, ອາເມຣິກາ ກໍບໍ່ໄດ້ຫຼາຍປານໃດນ່າ ຄັນທຽບໃສ່ ປະເທດອື່ນ ຄືເກັບກູ້ລະເບີດຫັ້ນ ເພິ່ນໃຫ້ ກະອ່າວຫຼາຍ ອັນນັ້ນ.”
ກ່ຽວກັບເລື່ອງທີ່ວ່ານີ້ ຜູ້ທີ່ເຮັດວຽກນໍາ ອົງການຈັດຕັ້ງ ພາກປະຊາສັງຄົມ ດ້ານກະສິກໍາ ແລະ ປ່າໄມ້ ຢູ່ແຂວງພາກເໜືອ ຂອງປະເທດ ທ່ານໜຶ່ງ ເວົ້າວ່າ ຫຼາຍປີມາແລ້ວ ທີ່ເງິນທຶນຊ່ອຍເຫຼືອ ວຽກງານຕ່າງໆ ຂອງຕ່າງປະເທດ ຢູ່ລາວ ມີແນວໂນ້ມ ຫຼຸດລົງ ຍ້ອນປັດໃຈພາຍໃນ ແລະ ພາຍນອກ ແລະ ການຂໍທຶນຈາກຕ່າງປະເທດ ຂ້ອນຂ້າງມີຄວາມຫຍຸ້ງຍາກ, ສັບສົນ.
“ສິ່ງທ້າທາຍ ຂອງພວກເຮົາ ກໍຄືການຂໍທຶນ ຈາກຕ່າງປະເທດນີ້ ຂ້ອນຂ້າງວ່າ ມີຄວາມຫຍຸ້ງຍາກ, ສັບສົນ ແລ້ວກໍມີການ ຫຼຸດໜ້ອຍຖອຍລົງຫຼາຍ ເນື່ອງຈາກສະພາບ ການຜັນແປຕ່າງໆ ຂອງໂລກເຮົານີ້ແຫຼະ, ວ່າຊັ້ນສາ. ເວົ້າເຖິງເລື່ອງ ທາງດ້ານເສດຖະກິດ ກໍລໍາບາກ, ໄພເງິນເຟີ້ ປະມານນີ້. ຄືເວົ້າແລ້ວ ເພິ່ນກໍມີ ຂອບເຂດຈໍາກັດເນາະ, ເພິ່ນກໍເຄັ່ງຄັດ ນັບມື້, ເພິ່ນກໍກັ່ນກອງ ຫັ້ນແຫຼະ, ວ່າຊັ້ນສາ. ເຮັດໃຫ້ພວກເຮົາ ບໍ່ສາມາດເຂົ້າເຖິງ ຍ້ອນວ່າ ເພິ່ນວາງມາດຕະຖານ, ເງື່ອນໄຂ ສູງເກີນໄປ ພາຍຫຼັງໂຄວິດ-19 ແຜ່ລະບາດນີ້ແຫຼະ.”
ເວົ້າເຖິງເລື່ອງ ການຊ່ອຍເຫຼືອ ທີ່ວ່ານີ້, ທ່ານ ໂດໂນ ທຣໍາ, ປະທານາທິບໍດີ ສະຫະລັດອາເມຣິກາ ໄດ້ກ່າວໃນກອງປະຊຸມ ປະຈໍາປີ ຂອງພັກຣີພັບບລິກັນ ຢູ່ລັດຟລໍຣິດ້າ ໃນມື້ວັນທີ 27 ມັງກອນນີ້ວ່າ: “We get tired of giving massive amounts of money to countries that hate us, don’t we?”
ແປວ່າ “ພວກເຮົາເມື່ອຍ ກັບການໃຫ້ເງິນ ຈໍານວນຫຼວງຫຼາຍ ແກ່ບັນດາປະເທດ ທີ່ກຽດຊັງພວກເຮົາ, ບໍ່ແມ່ນບໍ?”
ແລະ ທ່ານ ເຄນ ແຈັກສັນ (Ken Jackson), ຜູ້ຊ່ອຍຝ່າຍບໍລິຫານ ແລະ ຊັບພະຍາກອນ ຂອງສໍານັກງານ ເພື່ອການພັດທະນາ ລະຫວ່າງປະເທດ ຂອງສະຫະລັດອາເມຣິກາ ຫຼື USAID ກໍກ່າວວ່າ “It is important to emphasize that it is no longer business as usual. Every program will be thoroughly scrutinized.” ແປວ່າ “ມັນເປັນເລື່ອງ ທີ່ສໍາຄັນ ທີ່ຈະລະບຸໃຫ້ເຫັນ ຢ່າງເຈາະຈົງລົງໄປວ່າ ມັນບໍ່ແມ່ນສະຖານະການ ການປະຕິບັດວຽກງານ ແບບເກົ່າອີກແລ້ວ. ທຸກໂຄງການ, ຈະຖືກກວດສອບ ຢ່າງລະອຽດ.”