10 ປີ ທ່ານ ສົມບັດ ຖືກລັກພາໂຕ ແຕ່ ພັນຣະຍາ ຍັງທວງຖາມຕໍ່

ອຸ່ນແກ້ວ
2022.12.01
10 ປີ ທ່ານ ສົມບັດ ຖືກລັກພາໂຕ ແຕ່ ພັນຣະຍາ ຍັງທວງຖາມຕໍ່ ກອງປະຊຸມ ກ່ຽວກັບ ທ່ານ ສົມບັດ ສົມພອນ ໃນຫົວຂໍ້ທີ່ວ່າ “1000 ມື້ ທີ່ບໍ່ມີ ຄວາມຍຸທຕິທັມ” ຈັດຂຶ້ນຢູ່ ບາງກອກ ປະເທດໄທຍ ຫຼາຍປີກ່ອນໜ້ານີ້.
RFA

ການ​ຮອດປັດຈຸບັນ ວັນທີ 2 ທັນວາ 2022 ກໍເປັນວັນໃກ້ຈະຄົບຮອບ 10 ​ການລັກພາໂຕ ທ່ານ ສົມບັດ ສົມພອນ ນັກພັນາອາວຸໂສດີເດັ່ນຂອງລາວ. ຫວນຄືນເຫດການ ທ່ານ ສົມບັດ ສົມພອນ ຖືກລັກຖາໂຕ ໃນວັນທີ 15 ທັນວາ 2012 ຢູ່ຕໍ່ໜ້າປ້ອມຍາມຕຳຣວດ ເຂດບ້ານວັດນາກ ຖນົນທ່າເດື່ອ ເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ. ຈາກວັນທີ່ ທ່ານ ສົມບັດ ຖືກລັກພາໂຕໄປ ຈົນມາເຖິງປັດຈຸບັນ ເປັນເວລາເກືອບ 10 ປີ, ຍານາງ ຍາ​ນາງ ຊຸ່ຍ ເມັ້ງ (Shui Meng) ພັນຣະຍາຂອງທ່ານສົມບັດ ກໍຍັງຄົງທວງຖາມ ແລະ ຊອກຫາ ທ່ານ ສົມບັດ ຢູ່. ຍາ​ນາງ ຊຸ່ຍ ເມັ້ງ (Shui Meng) ໄດ້ໃຫ້ສັມພາດຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:

ນັກ​ຂ່າວ: ເປັນຈັ່ງໃດ ທ່ານ ສົມບັດ ສົມພອນ ຖືກລັກພາໂຕໄປ ເປັນເວລາ 10 ປີນີ້. ມີຂ່າວຄາວຫຍັງແດ່?

ຍາ​ນາງ ຊຸ່ຍ ເມັ້ງ (Shui Meng): “10 ແລ້ວ ກະບໍ່ມີຂ່າວອີ່ຫຍັງເລີຍ ຫຼາຍປີມານີ້ ກໍແຫ່ງບໍ່ມີຂ່າວຫຍັງ. ບໍ່ໄດ້ຄຳຕອບ ກະບໍ່ມີຜູ້ໃດພົວພັນນຳ ກະບໍ່ມີຜູ້ໃດຖາມຫາກ່ຽວກັບເພິ່ນ ລະກະບໍ່ມີຂ່າວຫຍັງ.

ຫຼັງຈາກປີທີ 2, ປີທີ 3 ກະ ທຳອິດກະຍັງມີ ຍັງຂຽນຈົດໝາຍ. ບໍ່ໄດ້ຮັບຄຳຕອບໂດຍກົງກະມີຄົນເວົ້າເຖິງຢູ່ ແຕ່ວ່າ 7-8 ປີມາແລ້ວ ປັດຈຸບັນ ບໍ່ມີຂ່າວຍຫຍັງເລີຍ.”

ນັກ​ຂ່າວ: ໃນສ່ວນຂອງເຈົ້າໜ້າທີ່ ທາງການລາວເດ້?

ຍາ​ນາງ ຊຸ່ຍ ເມັ້ງ (Shui Meng): ແຫ່ງຊິບໍ່ມີ ທາງກາລາວແຕ່ໃດມາກະບໍ່ໄດ້ເວົ້າເຖິງ ແລະ ບໍ່ໄດ້ໂດຍກົງ ເວົ້າບໍ່ໄດ້ໂດຍກົງ ພົບຂ້ອຍຈັກເທື່ອນະ ເຂົາເຈົ້າຖືຂ້ອຍບໍ່ແມ່ນຄົນລະນະ ບໍ່ໄດ້ມາພົວພັນນຳຂ້ອຍໂດຍກົງເລີຍ.”

ນັກ​ຂ່າວ: ລອດ 10 ປີ ມານີ້ ເຮົາໄດ້ຮຽນຮູ້ຫຍັງແດ່ ຈາກການລັກພາໂຕ ທ່ານ ສົມບັດ ສົມພອນ?

ຍາ​ນາງ ຊຸ່ຍ ເມັ້ງ (Shui Meng): ສິ່ງທີ່ຂ້ອຍໄດ້ລຸບມາ ນຶ່ງແມ່ນ ເຈົ້າໜ້າທີ່ ບໍ່ຍອມຮັບວ່າ ສົມບັດ ຖືກລັກພາໂຕໄປ. ເຂົາເຈົ້າບໍ່ໄດ້ເວົ້າອີ່ສັງກັບທາງນີ້. ຮູ້ສຶກວ່າ ເຂົາເຈົ້າຢາກໃຫ້ທຸກຄົນ ບໍ່ຄຶດເຖິງ ອັນນີ້ ແມ່ນຄຶດວ່າ ອັນນີ້ ແມ່ນວິທີການ ຂະເຈົ້າເຮັດຈັ່ງຊີ້​. ກະບໍ່ໃຫ້ຄຳຕອບ ແລະ ບໍ່ໃຫ້ຄົນຄຶດເຖິງ ເຂົາເຈົ້າກະບໍ່ໄດ້ສະແດງວ່າ ຕໍ່ເຫດການໂຕນີ້ ເຂົາເຈົ້າມີຄວາມຮັບຜິດຊອບຫຍັງ ບໍ່ຢາກຮັບຜິດຊອບຫຍັງເລີຍ ແທນທີ່ວ່າ ມີ CCTV ມັນແຈ້ງອອກມາ ເຂົ້າເຈົ້າ ໝາຍຄວາມວ່າ ບໍ່ຢາກຮັບຜິດຊອບ ກັບເຣື່ອງນີ້ເລີຍ.”

ນັກ​ຂ່າວ: ແລ້ວເນື່ອງໃນ 10 ປີ ການລັກພາໂຕ ທ່ານ ສົມບັດ ສົມພອນ ທາງຄອບຄົວ ຈະໄດ້ເຮັດກິກັມຫຍັງ ເພື່ອລໍາລຶກເຖິງເພິ່ນ?

ຍາ​ນາງ ຊຸ່ຍ ເມັ້ງ (Shui Meng): ຄອບຄົວເຮົາ ຂະເຈົ້າເປັນຄົນລາວເນາະ ກະເວົ້າຫຍັງກະບໍ່ໄດ້ ແຕ່ສ່ວນຫຼາຍກະບໍ່ໄດ້ເວົ້າຫຍັງ ມີແຕ່ທຸກໆ ປີເນາະ ເຂົາກະເຮັດບຸນໃຫ້ເພິ່ນ ໄປວັດເຮັດບຸນໃຫ້ເພິ່ນ.

ຄົບຮອບວັນທີ 15 ຂອງທຸກປີ ເຮົາກະເຮັດບຸນໃຫ້ເພິ່ນ ອັນນີ້ ເປັນພີ່ນ້ອງຄົນລາວເຮົາເນາະ ແຕ່ ຂ້າພະເຈົ້າເອງກະຕ້ອງ ສືບຕໍ່ ຕໍ່ສູ້ ບໍ່ໃຫ້ຄົນເຮົາລືມວ່າ ເຫດການໂຕນີ້ ຍັງບໍ່ໄດ້ແກ້ໄຂ ແລະ ກະຍັງຕໍ່ສູ້ເວົ້ານຳຣັບານ ທາງນອກເນາະ ກະຜູ້ທີ່ວ່າ ມີຫ້ອງການຢູ່ນີ້ ກະໄດ້ພໍ້ເຂົາເຂົາກະຊຸກຍູ້ ເຂົາເຈົ້າວ່າ ຊ່ວຍແກ້ໄຂ ບັນຫາໂຕນີ້ແດ່ ເວົ້າເຖິງ ຖາມຫາ ເຫດການຂອງ ສົມບັດ ສົມພອນ ປັດຈຸບັນຮອດໃສແລ້ວ. ກະມີແຕ່ ທຸກປີກະຍັງສູ້ຢູ່.”

ນັກ​ຂ່າວ: ແຕ່ວ່າ ໃນສ່ວນອົງການ ພາກປະຊາສັງຄົມ ທີ່ເປັນ ເພື່ອນຮ່ວມອຸດົມການ ຂອງທ່ານ ສົມບັດ ສົມພອນ ເດ້?

ຍາ​ນາງ ຊຸ່ຍ ເມັ້ງ (Shui Meng): ອົງກອນພາຍນອກ ກໍຍັງເຮັດຢູ່ ໂດຍສະເພາະເປັນອົງການ Human Rights Organizations ແລະ ເຄືອຂ່າຍຢູ່ທາງນອກ ເຂົາເຈົ້າກະຍັຖາມຫາຢູ່ ສືບຕໍ່ຢູ່ ແຕ່ວ່າ ຍ້ອນຊ້ວງໂຄວິດເນາະ ກະໂອກາດທີ່ວ່າໄປປະຊຸມບໍ່ ຈັດຕັ້ງປະຊຸມ ກໍບໍ່ໄດ້ມີໂອກາດຫຼາຍປານໃດ,

ແຕ່ວ່າ ເຣີ່ມມີອີກແລ້ວ ເຣີ່ມມີອີກກະ ຖ້າວ່າ ອົງກອນໃດ ເຊີນຂ້າພະເຈົ້າໄປ ອອກຄຳເຫັນຂ້ອຍກະໄປ. ອົງກອນຢູ່ພາຍນອກ ຢູ່ບາງກອກເນາະ ຢູ່ໄທເນາະ ມີກິກັມ ຄື ສົມບັດ Symposium ເນາະ.

ກະແຕ່ກ່ອນໂຄວິດ ທຸກປີກະໄດ້ຈັດ ເນາະ ປີນີ້ ກະເຣີ່ມຈັດອີກແລ້ວ ພາຍໃນເດືອນ 12 ກະມີ 2-3 ກິກັມຈັ່ງຊີ້ ມັນຄົບຮອບ 10 ປີເນາະ ເຂົາເຈົ້າກະຖືໂອກາດຄົບຮອບ 10 ປີ, ແຕ່ປີກາຍເນາະ ປີກາຍກະ Shi Meng ກໍຂຽນປຶ້ມຫົວນຶ່ງ ແລ້ວເນາະ ກະປີກາຍ ກະໄດ້ອອກປຶ້ມຫົວນຶ່ງ ເຣື່ອງກ່ຽວກັບສົມບັເນາະ ແລະ ກະໄດ້ຈັດຢູ່ບາງກອກຄືກັນ.”

ນັກ​ຂ່າວ: ສຸດທ້າຍນີ້ ຢາກຝາກເຖິງໃຜ ກ່ຽວກັບວ່າ ທ່ານ ສົມບັດ ສົມພອນ ໄດ້ຖືກລັກພາໂຕໄປ ເຮົາໄດ້ຮັບຄວາມເຈັບປວດ ແນວໃດ ເຮົາໄດ້ຮັບຄວາທໍຣະມານແນວໃດ ໃນຖານະເປັນພັນຣະຍາ ຜູ້ນຶ່ງ?

ຍາ​ນາງ ຊຸ່ຍ ເມັ້ງ (Shui Meng): ນີ້ຂ້ອຍກະຂຽນດ້ວຍສະເຕດເມັ້ນ ເນາະ ຊິອອກພາຍໃນວັນທີ 15 ເນາະ ແລະ ກະຊິມີສະເຕດເມັ້ນເນາະ ອັນນີ້ ກະແມ່ນຮ້ອງຂໍເນາະ ຮ້ອງຂໍໃຫ້ຣັບານ ກະໃຫ້ຄຳຕອບເນາະ ຜູ້ກ່ຽວຂ້ອງເນາະ ເຈົ້າໜ້າທີ່ລາວ ຕ້ອງໃຫ້ຄຳຕອບ ແລະ ຮ້ອງຂໍບັນດາປະເທດເພື່ອນມິຕ ເນາະ ກະຢ່າຊິລືມ ອັນນີ້ ກະ Case ກໍຣະນີ ຂອງສົມບັດ ຍັງບໍ່ທັນໄດ້ຖືກແກ້ໄຂເທື່ອ ແລະ ຮ້ອງຂໍອົງການ Organizations ຕ່າງໆ ກະຢ່າຊິລືມ ອັນນີ້ ກະຄົບຮອບ 10 ປີລະ ຍັງບໍ່ທັນໄດ້ມີຄໍຕອບຈັກເທື່ອ.”

ນັກ​ຂ່າວ: ຄຳຖາມສຸດທ້າຍ ເຮົາຍັງຈະສືຕໍ່ທວງຖາມຕໍ່ໄປເບາະ ເຖິງວ່າ ຈະບໍ່ໄດ້ຮັບຄຳຕອບ?

ຍາ​ນາງ ຊຸ່ຍ ເມັ້ງ (Shui Meng): ຂ້ອຍຈະຕ້ອງສືບຕໍ່ ຂ້ອຍກະເຮັດຕໍ່ ຈົນກວ່າ ຂ້ອຍບໍ່ມີຊີວິຕແລ້ວ ເພາະວ່າ ເຣື່ອງນີ້ ບໍ່ແມ່ນຊິລືມໄດ້ ຂ້ອຍກໍຕ້ອງເຮັດຕໍ່ ເພາະວ່າ ຂ້ອຍຍັງມີຊີວິຕ.”    

ນອກຈາກນີ້ ຍານາງ ສາລມາລີ ກັຕທັລ (Shalmali Guttal)ຜູ້ອຳນວຍການ ອົງການ Focus on the Global South ຊຶ່ງເປັນອົງການຈັດຕັ້ງ ​ພາກປະຊາສັງຄົມ ແລະ ເປັນຜູ້ທີ່ເຄີຍຮ່ວມງານ ​ກັບທ່ານ ສົມບັດ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ: “ເປັນເວລາເກືອບ 10 ຫຼັງຈາກ ທ່ານ ສົມບັດ ຖືກລັກພາໂຕໄປ ບໍ່ສະເພາະແຕ່ບໍ່ມີຄວາມຄືບໜ້າ ໃນ​​ການຫາຍສາບສູນຂອງທ່ານ​, ບໍ່ມີຄວາມຮັບຜິດຊອບ, ບໍ່ມີການສືບສວນສອບສວນ, ບໍ່ມີຄຳອະທິພາບ. ແມ່ແຕ່ຄວາມຈິງທີ່ວ່າ ບໍ່ມີຮອດການສະແດງຄວາມເສັຽໃຈ ແລະ ບໍ່ມີການຄົ້ນຫາແນວໃດ ຈາກທາງການລາວ ແລະ ໃນເວລາດຽວກັນການທີ່ຄົນລາວ ຫາຍສາບສູນຄື ທ່ານ ສົມບັດ ມັນເປັນການສູນເສັຽ ບຸກຄົນທີ່ມີຄຸນຄ່າ​ ​ທ່າງສັງຄົມ.”

ຍານາງ Shalmali Guttal, ຍັງກ່າວຕື່ມວ່າ: “ອາ​ຍາກັມ ກາບັບຄັບໃຫ້ຫາຍສາບສູນ ຍັງຄົນເກີດຂຶ້ນ ຄອບຄົວຂອງທ່ານ ສົມບັດ ກໍຍັງບໍ່ຮູ້ວ່າ ແມ່ນຫຍັງເກີດຂຶ້ນ ສະນັ້ນຍັງບໍ່ມີການເປີດເຜີຍ ຫຍັງອອກມາ, ບໍ່ວ່າ ຈະຢູ່ລະບອບການເມືອງໃດກໍຕາມ ຣັບານຈະຕ້ອງຮັບຜິດຊອບ ຕໍ່ຄວາມປອດໄພ ແລະ ຄວາມໝັ້ນຄົງ ຂອງພົເມືອງໂຕເອງ ສເມີ.”

ເຖິງ​ຢ່າງໃດກໍຕາມ, ທີ່ຜ່ານມາ ທາງການລາວ ກໍອອກມາປະຕິເສດວ່າ ບໍ່ມີສ່ວນກ່ຽວຂ້ອງ ກັບການລັກພາໂຕທ່ານ ສົມບັດ ສົມພອນ ແລະ ຢືນຢັນວ່າ ຍັງຄົງພະຍາຍາມ ສືບຫາທ່ານ ສົມບັດ ສົມພອນ ຢູ່.

ສ່ວນ​ວ່າ ອົງການຈັດຕັ້ງ ພາກປະຊາສັງຄົມ ຢູ່ປະເທດໄທຍ ໃນວັນທີ 2 ທັນວາ 2022 ໄດ້ຈັດກິກັມເວົ້າເຖິງ ຜົງານຂອງທ່ານ ສົມບັດ ສົມພອນ ຢູ ຈຸລາລົງກອນ ມະຫາວິທະຍາໄລ, ບາງກອກ ປະເທດໄທ.

ວັນ​ທີ 13 ທັນວາ 2022 ຈະມີການແລງຂ່າວ ກ່ຽວກັບ ການລັກພາໂຕ ທ່ານ ສົມບັດ ສົມພອນ ຄົບຮອບ 10 ປີ ຢູ່ ສະມາຄົບນັກຂ່າວ ຕ່າງປະເທດ ແຫ່ງປະເທດໄທຍ ຢູ່ ບາງກອກ

ວັນ​ທີ 14 ທັນວາ 2022 ຈະມີການບັນຍາຍລຸບ ສຳລັບ ທູຕານຸທູຕ ຢູ່ຖານທູຕ ສະວີເດັນ, ບາງກອກ, ​ປະເທດໄທ.

ວັນ​ທີ 15 ທັນວາ 2022 ຈະມີການເວົ້າເຖິງ ປະເດັນການລັກພາໂຕ ທ່ານ ສົມບັດ ຢູ່ ຫໍສິລປະວັນະທັມກຸງເທບ (ບາງກອກ), ປະເທດໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.