ທ່ານ ສົມບັດ ກັບ ແນວຄິດ ຄວາມສຸຂ ແບບຍືນຍົງ

ອຸ່ນແກ້ວ
2022.12.13
Share on WhatsApp
Share on WhatsApp
ທ່ານ ສົມບັດ ກັບ ແນວຄິດ ຄວາມສຸຂ ແບບຍືນຍົງ ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນອາວຸໂສລາວ, ໄດ້ຮັບຣາງວັນ ແມັກໄຊໄຊ ປີ 2005 ຖືກຫາຍສາບສູນ ໃນປີ 2012 ຈົນຮອດປັຈຈຸບັນ.
ຮູບພາບ: ເວັບໄຊຕ໌ ສົມບັດ ສົມພອນ

ທ່ານ ສົມ​ບັດ ສົມພອນ ເປັນຜູ້ທີ່ດຳເນີນການ ພັນາ ແບບເນັ້ນເຖິງຄວາມສຸຂ ແບບຍືນຍົງ ກ່ອນທີ່ ທ່າຈະຖືກລັກພາໂຕ​.

ຄວາມ​ທຸປະກອບມີ ທຸກກາຍ, ທຸກໃຈ ແລະ ທຸກບັນຍາ. ທ່ານ ສົມບັດ ສົມພອນ ເຄີຍກ່າວໄວ້ວ່າ: ຄວາທຸກອັນນີ້ ທີ່ວ່າ ສາກົນ ເຂົາເນັ້ນລາຍຮັບທີ່ບໍ່ສູງພໍ ຖ້າບໍ່ເຖິງ 2 ໂດລ້າຣ໌ ຕໍ່ມື້ ກະຖືວ່າທຸກ ດັ່ງສຳລັບຄວາທຸກ ສຳລັບຂ້າພະເຈົ້ານີ້ ຖືວ່າທຸກກາຍF ທຸກໃຈ ແລະ ກະທຸກບັນຍາ ສາມດ້ານນີ້.”

ການ​ເຮັດໃຫ້ຫຼຸດພົ້ນ ອອກຈາກຄວາທຸກຍາກ ຈະຕ້ອງແກ້ໄຂສິ່ງດັ່ງກ່າວ ແລະ ເສີມຄວາມຮູ້ ນັ້ນຈະເຮັດໃຫ້ເກີດຄວາມສຸຂ ທີ່ຖາວອນ.

ທ່ານ ສົມ​ບັດ ກ່າວຕື່ມອີກວ່າ:

ຖ້າວ່າ ການພັນາ ແລະ ການສຶກສາຂອງໄທເຮົານີ້ ສົ່ງເສີມໃຫ້ຄົນເຮົາຫວິດຈາກທຸກກາຍ ຫວິດຈາກທຸກໃຈ ແລະ ກະເສີມລັງປັນຍາ ເຂົ້າໄປນຳກັນນີ້ ຖ້າໄດ້ສາມຢ່າງນີ້ ພ້ອມກັນແບບສົມດຸນນີ້ ເຮົຈະເຖິງຄວາມສຸຂ ແບບຖາວອນ ຫຼືວ່າ ວັນາຖາວອນ ອັນນັ້ນ ແມ່ນຄວາມຍືນຍົງ ຂອງການພັນາ.”

ຫວນ​ຄືນຕອທີ່ ທ່ານສົມບັດ ເຮັດວຽກກັບອົງການການ Quaker ເຊິ່ງເປັນອົງການຈັດຕັ້ງ ຕ່າງປະເທດ ເພາະວ່າ ໃນຊຸມປີ 1980 ຣັບານ ບໍ່ອະນຸຍາດໃຫ້ຄົນລາວ ຕັ້ງອົງການຈັດຕັ້ງ ພາປະຊາສັງຄົມ.

ທ່ານ ບ​ຣູສ ຊູເມັກເກີ ຜູ້ທີ່ເຄີຍຮ່ວມງານກັບທ່ານ ສົມບັດ ສົມພອນ ໄດ້ກ່າວວ່າ:

ທ່ານ ສົມບັດ ຢາກເຮັດໂຄງການກະສິກັມ ຂອງຕົນເອງ ແຕ່ວ່າ ປະເທດລາວ ບໍ່ອະນຸຍາດໃຫ້ຕັ້ງ NGO ຫຼື ອົງການຈັດຕັ້ງພາປະຊາສັງຄົມ ສະນັ້ນ ລາວຈຶ່ງເຮັດເຮັດພາຍໃຕ້ ອົງການ Quaker ນັ້ນ​​ຊ່ວຍໃຫ້ ສົມບັດ ໄດ້ເຮັດໂຄງການກະສິກັມ.”

ທ່ານ ບ​ຣູສ ຊູເມັກເກີ ກ່າວວ່າ:

“ທ່ານ ສົມ​ບັດ ໃຊ້ເທັກນິກກະສິກັມຄັ້ງແລກໃນລາວເປັນເທັກນິກທີ່ບໍ່ເຄີຍມີຢູ່ລາວມາກ່ອນ ລາວເອີ້ນວ່າ ການເຮັດນາແບບປະສົມປະສານເປັນການເຮັດນາ ແລະ ປູກຜັກນຳກັນໃຫ້ຍືຍົງ ແຕ່​ວ່າຄົນໃນຣັຖບານລາວ ບໍ່ຮູ້ຈັກໃຊ້ວຽກລາວ ໃນໃນທາງນຶ່ງ ຣັຖບານ ກໍຮັບເອົາໂຄງການ ຊ່ວຍເຫລືອ ແຕ່ ຣັຖບານ ພັດລະແວງສົງໄສ ຢ້ານວ່າມີຫຍັງແອບແຝງ.”

ທ່ານ ສົມ​ບັດ ເປັນຄົນທີ່ບໍ່ມັກ ມີເຣື່ອງມີຣາວ ກັບໃຜ ນັບແຕ່ສມັຍເປັນນັກຮຽນແລະ ທ່ານກັບມາປະເທດລາວ ກໍເພື່ອມາຊ່ວຍປະກອບສ່ວນ ເຮັດວຽກເທົ່ານັ້ນ.

ຍາ​ນາງ ຊຸມເມັງ ພັນຣະຍາ ຂອງທ່ານ ສົມບັດ ໄດ້ກ່າວວ່າ:

ທ່ານ ສົມບັດ ເປັນຄົນບໍ່ມັກມີເລື້ອງກັບໃຜ. ລາວບໍ່ໄດ້ມາແຂ່ງຂັນທາງຄວາມຄິດ ກັບຣັຖບານ ລາວພຽງຕ້ອງການປະກອບສ່ວນ ເທົ່ານັ້ນ.”

ທ່ານ ສົມ​ບັດ ເປັນບຸກຄົນຣິເຣີ່ມໃນການໃຊ້ສື່ ວີດີໂອ ໃຫ້ຊາວນາໄດ້ຮຽນຮູ້ ເພື່ອໃຫ້ເກີດຄວາມຍືນຍົງ

ການ​ພັດທະນາແບບຍືນຍົງ ມັນພົວພັນກັບເທັກໂນໂລຢີ້ ດິຈີຕອລ ທີ່ມີບົດບາດສຳຄັນຫລາຍ ເຮົາໃຊ້ລະບົບດິຈີນຕອລ ໃຫ້ບົດຮຽນແກ່​​ຜູ້ອື່ນ.

ທີມ​ງານ​​ຂອງ ທ່ານ ສົມບັດລິດສາຣະຄະດີ ໂຄງການຟື້ນຟູປ່າສົນ ທີ່ ທ່ານ ສົມບັດເຮັດຢູ່ພາຍໃຕ້ອົງການ Quaker ຢູ່ ທົ່ງໄຫຫິນ.

ທ່ານ ບ​ຣູສ ຊູເມັກເກີ ກ່າວວ່າ:

ທ່ານ ສົມບັດ ເຮັດວຽກັບເດັກນ້ອຍຢູແຂວງສາລະວັນ ລາວ​​ພາເຂົາ​​ ປູກຕົ້ນສົນ ເພື່ອປ້ອງກັນດິນເຈື່ອນ ພະນັກງານກະສິກັມ ແລະ ຊາວບ້ານ ກໍແປໃຈ  ແຕ່ ປະກົດວ່າ ມັນໄດ້ຜົນດີຫລາຍ.”

ນອກ​ຈາກນີ້ ທີມງານຂອງ ທ່ານສົມບັດ ຍັງລິສາຣະຄະດີ ວີດີໂອ ການຟື້ນຟູປ່ານາອູ ເຊິ່ງຜູ້ຮ່ວມງານພາກຣັຖໃຫ້ຄວາມສົນໃຈ ກ່ຽວກັບເຣື່ອງນີ້.   

ໃນ​​ຊຸມປີ 90 ທ່ານ ສົມບັດໄດ້ຮັບໄຟຂຽວໃຫ້ເປີດ ສູນອົບຮົບ ຮ່ວມພັດທະນາ ຫລື ສູນປາແດກເພື່ອເຮັດວຽກກັບຊຸມຊົນ ແລະ ຖືວ່າ ເປັນອົງການ ພາກປະຊາສັງຄົມ ອີກຮູບແບບນຶ່ງ.

ວຽກ​ງານ ແລະ ກິກັມ ສ່ວນໃຫຍ່ ຢູ່ສູນປາແຕກ ແມ່ນຈະເນັ້ນ ການວາງແຜນ ແບບມີສ່ວນຮ່ວມ ເພື່ອໃຫ້ພາກຣັ​​ເຫັນ ການມີສ່ວນຮ່ວມ ຂອງຊຸມຊົນ ແລະ ໃຫ້ຊຸມຊົນ ເປັນເຈົ້າຂອງ ໂຄງການ.

ນອກ​ຈາກນີ້ ທ່ານ ສົມບັດ ມີແນວຄິດປະຕິວັດ ໃນ​​ຄວາມເປັນເຈົ້າການ ຈຸດປະກາຍ ແລະ ການສົ່ງເສີມກຸ່ມໄວໜຸ່ມ ໃຫ້ຄິດວິເຄາະ.

ທີມ​ງານຂອງ ທ່ານ ສົມບັດ ຄົນນຶ່ງ ໄດ້ກ່າວວ່າ:

ຮູ້ຈັກສົມບັດ ຕອນຂ້ອຍເປັນອາສາສະໝັກ ຢູ່ສູນປາແດກ ປົກກະຕິສົມບັດ ຈະເຮັດວຽກໃກ້ຊິດກັບທີມງານສື່ ຂ້ອຍເຮັດວຽກກັບທີມງານສື່ ແລະ ຮູ້ຈັກສົມບັດ ເວົ້າແທ້ ລາວເປັນວິຣະບຸຣຸສ ຂອຂ້ອຍຄົນນຶ່ງ ລາວເວົ້າສະເໜີວ່າ ກາສອນຄົນໃຫ້ລອຍນ້ຳນັ້ນຕ້ອງເອົາຄົນ ລົງມາໃນສະລອຍນ້ຳ.” 

ທ່ານ ສົມ​ບັດປັບປຸງຕົວແບບ​​ພັດທະນາ ​​ຍືນຍົງສະເພາະ.

ທ່ານ ສົມ​ບັດ ເຄີຍກ່າວເອົາໄວ້ວ່າ:

ຄິດວ່າ ເພື່ອໃຫ້ເກີດຄວາມສາມັກຄີໃນສັງຄົມ ເຮົາຄວນນຳໃຊ້ຄວາມສຸຂ ເປັນເປົ້າໝາຍ ການພັທນາເພື່ອບັນລຸເປົ້າໝາຍ ຈະຕ້ອງມີຄວາມດຸ່ນດ່ຽງໃນການພັດທະນາເສຖກິຈ ສັງຄົມ ສິ່ງແວລ້ອມ ແລະ ທີ່ສຳຄັນທີ່ສຸດກໍຄື ການພັທນາຄົນໜຸ່ມ.” 

ເປັນ​ເວລາຫລາຍປີ ທ່ານ ສົມບັດ ຜູ້ກໍ່ຕັ້ງສູນປາແດກ ໄດ້ຮັບຣາງວັນຫລາຍໃນລະດັບພາກພື້ນ ແລະ ສາກົນ ເຊັ່ນ:

  1. ຣາງວັນການ​ພັນາ ຊັພຍາກອນມະນຸສ ປີ 2001 ຈາກຄະນະກັມມະການ ເສກິສັງຄົມຂອງສະຫະປະຊາຊາຕ ປະຈຳເຂດເອເຊັຽ ປາຊິຟິກ.
  2. ຣ​ງວັນຣາມອນ ເມັກໄຊໄຊ ອາວອຣ໌ດ ປີ 2005 ສາຂາການພັນາຊຸມຊົນ ເຊິ່ງເປັນາງວັນລະດັບສາກົນ.

ທ່ານ ສົມ​ບັດ ກ່າວວ່າ:

ຣາງວັນບໍ່ແມ່ນເພື່ອຂ້ອຍ ຫລື ທີມງານສູນປາແດກ ແຕ່ສຳລັບ ອາສາສະໝັກໄວໜຸ່ມແລະ ຜູ້ນຳໄວໜຸ່ມ ເຂົາເຈົ້າເຮັດໃຫ້ເຮົາ​​ເຫັນ​ ​ຄວາມສາມາດເຂົາເພື່ອ​​ກັມນົດແນວທາງການພັທນາຊຸມຊົນຂອງເຂົາ.”

ແຕ່​ສິ່ງທີ່ທ້າທາຍ ຢ່າງນຶ່ງ ກໍຄື ຣັບານປ່ຽນດິນເປັນທຶນ ໂດຍອະນຸຍາດໃຫ້ຕ່າງປະເທດ ເຂົ້າມາສັມປະທານທີ່ດິນ ຢູ່ປະເທດລາວ ແຕ່ຍົກຍາຍປະຊາຊົນ ອອກຈາກເນື້ອທີ່ດິນ ຂອງຕົນເອງ.

ຍາ ນາງ ຊຸຍ​ເມັງ ພັນຣະຍາຂອງ ທ່ານ ສົມບັດ ກ່າວວ່າ:

ຣັບານຈະນຳພາປະເທດອອກ​​ຈາກຄວາທທຸກຍາກ ດ້ວຍການຫັນທີ່ດິນ ແລະ ຊັບສິນເປັນທຶນ ເນື້ອທີ່ດິນກ້ວາງໃຫຍ່ ກາຍເປັນຂອງ​​ເອຊົນ ມີການຍົກຍ້າຍປະຊາຊົນແລະ ທຳລາຍສິ່ງແວດລ້ອມ ສົມບັດ ຈຳຕ້ອງເວົ້າເພື່ອສະທ້ອນເຖິງນະໂຍບາຍ.”

ນອກ​ຈາກນີ້ ນີ້ ຣັບານເອງ ກໍມີການຈຳກັດ ແລະ ຄວບຄຸມສື່ສານມວນຊົນ.

ທ່ານ ສະ​ຈວດ-ຟອກສ໌ ນັກຂຽນວັດສາຕລາວ ໄດ້ກ່າວ່າ:

ຂ້ອຍຄິດວ່າ ຜູ້ນຳລາວ ສະຫລາດໃນກະຕຸ້ນ​​ເສດຖະກິ, ແຕ່ປະຕິເສດແນວທາງ ປະຕິຮູບການເມືອງ, ພັກຄວບຄຸມສື່, ການສຶກສາ ແລະການດຳລົງຊີວິຕ ບໍ່ມີອົງການຈັດຕັ້ງ ທາງສັງຄົມທີ່ອິດສະຫລະ.”

ບັນ​ຫາຫຼາຍຢ່າງເກີດຂຶ້ນ ແລະ ກົດດັນທ່ານສົມບັດ ຍ້ອນວ່າ ພະນັກງານ​​ຣັບາງຄົນ ກໍຄິດວ່າ ທ່ານ ສົມບັດ ຂັດຕໍ່ແນວທາງຂອງພັກ-ຣັ.

ບາງ​ຄັ້ງ ທ່ານ ສົມບັດ ກໍກັງວົນກັບ ເຣື່ອງບັນຫາ ການສໍ້ຣາສບັງຫຼວງໃນລາວ ທີ່ເປັນບັນຫາ ບໍ່ສາມາດແກ້ໄຂໄດ້.    

ທ່ານ ບ​ຣູສ ຊູເມັກເກີ ຜູ້ທີ່ເຄີຍຮ່ວມງານ ກັບທ່ານ ສົມບັດ ໄດ້ກ່າວວ່າ:

ຂ້ອຍຈື່ໄດ້ສົມບັດ ຮູ້ສຶກທໍ້ຖອຍແທ້ ກັບການພັທນາ ແລະ ການສໍ້ຣາສບັງຫລວງ ບາງຄັ້ງ ລາວກັງວົນແລະສິ້ນຫວັງກັບມັນ ແຕ່ລາວ ກັບມາສູ້ເອົາຊະນະມັນ ຂ້ອຍ ບໍ່ເຄີຍເຫັນລາວຍອມຈຳນົນ.”

ທ່ານ ສົມ​ບັດ ສົມພອນ ຖືກລັກພາໂຕ ໃນວັນທີ 15 ເດືອນ ທັນວາ ປີ 2012 ເຮັດໃຫ້ຣັບານຫຼາຍປະເທດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງ ພາປະຊາສັງຄົມ ແລະ ອົງການສິດທິມະນຸ, ແລະ ນັກການທູຕ ອອກມາສະແດງຄວາມເປັນຫ່ວງ ຕໍ່ຣັບານລາວ.

ນັກ​ການທູຕບາງຄົນໃຫ້ຄຳເຫັນວ່າ ທ່ານ ສົມບັດ ບໍ່ໄດ້ຫາຍສາບສູນ ແຕ່ຖືກເຈົ້າໜ້າທີ່ ຕຳຣວດລັກພາໂຕໄປ.

ທ່ານ ມີ​ເຊວ ກອຟິນ ອະດີຕອຸປະທູຕ ສະຫະພາບຢູໂຣບ ປະຈຳລາວ ໄດ້ຂຽນ ຢູ່ໃນເຟບຸກຄ໌ສ່ວນໂຕຂອງທ່ານວ່າ:

“ຂ້າ​ພະເຈ້າ ມາຢູ່ປະເທດລາວ ໃນຖານະຫົວໜ້າຄະນະຜູ້ແທນຫະພາບຢູໂຣບ ໃນເວລາທີ່ ທ່ານ ສົມບັດ ສົມພອນ ຫາຍສາບສູນ ໃນຕອນແລງຂອງວັນເສົາ ທີ 15 ທັນວາ 2012. ທ່ານ ສົມບັດ ບໍ່ໄດ້ຫາຍສາບສູນ ແຕ່ທ່ານ ຖືກເຈົ້າໜ້າທີ່ຕຳຣວດ ລັກພາໂຕໄປ ແລະ ເຫດການນັ້ນ ໄດ້ຖືກບັນທຶກເອົາໄວ້ຢູ່ໃນວີດີໂອ.”

ທ່ານ​ກ່າວຕື່ມວ່າ: “ວຽກງານຂອງຂ້າພະເຈົ້າ ຢູ່ໃນລາວ ກໍມີການປ່ຽນແປງທັນທີທັນໃດ ມາເປັນການເຮັດສົງຄາມຢືດເຍື້ອ ເພື່ອຄົ້ນຫາສິ່ງທີ່ເກີດຂຶ້ນ. ການບີບບັງຄັບ ບຸກຄົນໃຫ້ຫາຍສາຍສູນ ເປັນສິ່ງທີ່ບໍ່ດີຫຼາຍ ຄື ເປັນທຳນອງວ່າ ເຮົາຍັງມີຄວາມຫວັງຢູ່.”

ທ່ານ ມິ​ເຊວ ກ່າວຕື່ມອີກວ່າ: “ປະເທດລາວ ເປັນປະເທດທີ່ດີທີ່ສຸດ ທີ່ຂ້າພະເຈົ້າໄດ້ດຳລົງຊີວິຕຢູ່ ແຕ່ວ່າ ການງຽບ ກໍເຫັນສິ່ງທີ່ເຈັບປວດ ໝູ່ຄົນລາວທຸກຄົນ ກໍຮູ້ວ່າ ພວກເຮົາກຳລັງເວົ້າກ່ຽວກັບຫຍັງຢູ່.”

ການ​ງຽບໃນທີ່ນີ້ ຄົນລາວທຸກຄົນ ແລະ ສາກົນ ກໍເຂົ້າໃຈວ່າ ຣັບານ ບໍ່ໄດ້ມີຄຳຕອບຫຍັງ ທີ່ເປັນຮູບປະທັມ ກ່ຽວກັບການລັກພາໂຕທ່ານສົມບັດ ສົມພອນ ເຖິງວ່າ ຈະມີພາບວີດີໂອທີ່ສະແດງໃຫ້ເຫັນວ່າ ຕຳຣວດ ໄດ້ຢຸດຣົຂອງທ່ານ ແລ້ວ ນຳໂຕ ທ່ານ ຂຶ້ຣົອີກຄັນນຶ່ງໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.