ອາການ ທ່ານ ຈູມມາລີ ຍັງບໍ່ຊົງຕົວ

ອຸ່ນແກ້ວ ສຸກສະຫວັນ
2021.04.14
ອາການ ທ່ານ ຈູມມາລີ ຍັງບໍ່ຊົງຕົວ ທ່ານ ຈູມມາລີ ໄຊຍະສອນ ອະດີດ ປະທານ ປະເທດລາວ ທີ່ຍັງນອນປິ່ນປົວ ຢູ່ໂຮງໝໍ ແລະ ມີຂ່າວວ່າ ອາການຂອງ ທ່ານ ຍັງບໍ່ຊົງຕົວ
ຂ່າວປະເທດລາວ

ເຫດການ ເຮືອທີ່ບັນທຸກຄອບຄົວ ທ່ານ ຈູມມາລີ ໄຊຍະສອນ ຫຼົ້ມ ໃນວັນທີ 4 ເມສາ ຢູ່ອ່າງນ້ຳງື່ມ ແຂວງວຽງຈັນ ເຮັດໃຫ້ມີຜູ້ເສັຽ ຊີວິດ 8 ຄົນ ແລະ ລອດຊີວິດ 31 ຄົນ. ນຶ່ງໃນຜູ້ທີ່ລອດຊີວິດນັ້ນກໍແມ່ນ ທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະເທດລາວ ທີ່ຍັງນອນປິ່ນປົວ ຢູ່ໂຮງໝໍ ແລະ ມີຂ່າວວ່າ ອາການຂອງທ່ານ ຍັງບໍ່ຊົງຕົວ.

ບຸກຄົນທີ່ໃກ້ຊິດເຈົ້າໜ້າທີ່ທະຫານ ລະດັບສູງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ: ອາການຂອງທ່ານ ຈູມມາລີ ໄຊຍະສອນ ຍັງບໍ່ຊົງຕົວ. ເອເຊັຽເສຣີ ໄດ້ຕິດຕໍ່ຫາທ່ານໝໍ ຢູ່ໂຮງໝໍມິຕພາບ 150 ຕຽງ, ແຕ່ທ່ານໝໍ ປະຕິເສດທີ່ຈະໃຫ້ຂໍ້ມູນໃນເລື່ອງນີ້.

ນອກຈາກນີ້ ບຸກຄົນທີ່ໃກ້ຊິດຣັຖມົນຕຼີ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີວ່າ: ທ່ານ ຈູມມາລີ ໄດ້ຖືກສົ່ງໄປປິ່ນປົວຢູ່ປະເທດສິງກະໂປ ຍ້ອນວ່າ ຄົນໃນຄອບຄົວຂອງທ່ານ ຕ້ອງການຢາກ ເອົາທ່ານໄປປິ່ນປົວ ຢູ່ທີ່ນັ້ນ.

ເອເຊັຽເສຣີ ຍັງຕິດຕໍ່ຫາເຈົ້າໜ້າທີ່ ກະຊວງການຕ່າງປະເທດສິງກະໂປ ເພື່ອຂໍຄຳຢືນຢັນວ່າ ທ່ານ ຈູມມາລີ ປ່ຽນປົວຢູ່ສິງກະໂປ ແທ້ຫຼືບໍ່, ແຕ່ເຈົ້າໜ້າທີ່ກະຊວງການຕ່າງປະເທດ ສິງກະໂປ ຕອບວ່າ: ບໍ່ຂໍຢືນຢັນ ແລະ ບໍ່ປະຕິເສດວ່າ ທ່ານ ຈູມມາລີ ມາປ່ຽນປົວ ຢູ່ປະເທດສິງກະໂປ.

ມາຮອດປັດຈຸບັນ ຣັຖບານລາວ ກໍຍັງບໍ່ອອກມາຊີ້ແຈງ ກ່ຽວກັບອາການ ຂອງ ທ່ານ ຈູມມາລີ ໄຊຍະສອນ ແລະ ກໍຣະນີທີ່ທ່ານ ໄປປິ່ນປົວ ຢູ່ປະເທດສິງກະໂປ.

ກ່ຽວກັບສາເຫດຂອງເຮືອຫຼົ້ມໃນຄັ້ງນີ້, ຜູ້ທີ່ມີຄວາມຮູ້ກ່ຽວກັບເຮືອ ໃຫ້ທັສນະວ່າ ນຶ່ງໃນສາເຫດຂອງເຮືອຫຼົ້ມ ໃນວັນທີ 4 ເມສາ ນີ້ ມາຈາກສະພາບຂອງເຮືອ ທີ່ຖືກອອກແບບບໍ່ຖືກ ກັບສະພາບຂອງອ່າງນ້ຳງື່ມ.

ຊາວບ້ານຜູ້ທີ່ມີປະສົບການ ໃນການຂັບເຮືອ ໄດ້ໃຫ້ສຳພາດຕໍ່ເອເຊັຽເສຣີວ່າ ເຮືອທີ່ຫຼົ້ມນັ້ນ ຈະເປັນເຮືອທ້ອງກົມ ຍ້ອນວ່າເວລາ ລົມພັດ ເຮືອຈະຫຼົ້ມໄດ້ງ່າຍ.

ຊາວບ້ານ: ເຂົາເຈົ້າເຮັດເຮືອທ້ອງກົມ ລະມັນສູງໂພດຫັ້ນນ່າ. ມັນຊິໂຫງດ ເວລາມີລົມແຮງເນາະ."

ນັກຂ່າວ: ມັນໂຫງດ ໝາຍຄວາມວ່າ ມັນອຽງໄປ ອຽງມາເບາະ?

ຊາວບ້ານ: ແມ່ນລະເຈົ້າ ມັນສູງເກີນ ຕາມຄວາມຄິດຂອງຂ້ອຍ ມັນຊິສູງເກີນ ເພາະວ່າ ເປັນເຮືອທ້ອງກົມ ເພາະຂ້ອຍເຄີຍເຫັນ ເຂົາເຈົ້າເຮັດເຮືອຕັດໄມ້ເນາະ ເຮືອຂຸດຄົ້ນໄມ້ ມັນມີເຮືອລຳນຶ່ງ ເຂົາເຈົ້າເຮັດເຮືອທ້ອງກົມ ເວລາແບກໄມ້ມາມັນຊິປີ້ນປັບເລີຍ.

ນັກຂ່າວ: ເວລາເຂົາໃສ່ໄມ້ຫັ້ນແມ່ນເບາະ?

ຊາວບ້ານ: ແມ່ນລະ ເວລາເຂົາແບກໄມ້ [ບັນທຸກໄມ້] ໄມ້ໜັກໆມາສໍ່າໃດ ສ່ຳນຶ່ງ ມັນຊິປີ້ນ ເພາະວ່າມັນເປັນເຮືອທ້ອງກົມ ເຮືອທ້ອງ ກົມມັນຈະປີ້ນງ່າຍ ມັນບໍ່ຄືກັບເຮືອທ້ອງຕັດ ໝາຍຄວາມວ່າ ເຮືອຂ້າງຂຽງແບບເຮືອບັກ ມັນຈະປີ້ນຍາກ.

ນັກຂ່າວ: ແບບເຮືອບັກ ໝາຍຄວາມວ່າ ທ້ອງເຮືອມັນຈະແບນ ຫຼື ແປເບາະ?

ຊາວບ້ານ: ແມ່ນລະເຈົ້າ ເປັນເຮືອທ້ອງແບນມັນຈະປີ້ນຍາກ ຄັນເຮືອທ້ອງກົມນີ້ມັນຈະປີ້ນງ່າຍ ຄັນເຮືອເກັບກູ້ໄມ້ ຄັນເປັນເຮືອທ້ອງ ກົມນີ້ມັນຈະປີ້ນງ່າຍທີ່ສຸດ. ບໍ່ວ່າຈະເປັນ ເຮືອນ້ອຍເຮືອໃຫຍ່ ຄັນເປັນເຮືອຮອມລະ [ເຮືອທ້ອງກົມ] ມັນຈະປີ້ນງ່າຍທີ່ສຸດ. ທ່ານ ຄັນວ່າ ເປັນນ້ຳຟອງ ຢູ່ອ່າງນ້ຳງື່ມເຮົາເນາະ ເຮືອນ້ອຍໆ ກໍຕາມ ຄັນວ່າ ທ້ອງມັນແຄບລະ ມັນຈະປີ້ນງ່າຍທີ່ສຸດ. ລົມມາ ມັນຈະປີ້ນ ຈະຫຼົ້ມໂລດ.

ນັກຂ່າວ: ເຮືອທ້ອງສັກນີ້ ມັນເປັນແບບໃດ?

ຊາວບ້ານ: ເຂົາເອີ້ນວ່າ ເຮືອທ້ອງແບນເນາະ ຂ້າງມັນກະເທົ່າກັນໝົດ ໃຫ້ທ່ານສັງເກດເບິ່ງວ່າ ເຮືອບັກເດີ.

ນັກຂ່າວ: ໂອ; ອັນເຮືອບັກ ເຂົາເອົາຄົນຂ້າມໄປ ຂ້າມມາ?

ຊາວບ້ານ: ຂ້າງກັບທ້ອງ ທາງລຸ່ມ ມັນຈະຊ່ຳກັນມັນຈະບໍ່ຫຼົ້ມ. ເພາະວ່າ ເຮືອເຂົາເຈົ້າເຮັດສູງເກີນເນາະ ສູງເກີນລະເປັນເຮືອ ທ້ອງກົມ ຄືວ່າ ເປັນເຮືອນ້ອຍລະມີຄວາມສູງ ວ່າຊັ້ນ ເທາະໄປ໋ຊາຄວາມຕິດ ຕາມທີ່ຂ້າພະເຈົ້າເບິ່ງ. ເວລາມີລົມ ແລ້ວເຮືອຫັ້ນ ມັນໜັກທາງເທິງ ມັນເບົາທາງລຸ່ມເນາະ ພື້ນມັນນ້ອຍເດ້ ເວລາທາງເທິງມັນໜັກລະ ມັນຈະປີ້ນປຸບເລີຍ. ທາງເທິງມັນໜັກຫຼາຍເດ້ ມັນມີຄວາມສູງລະມັນ ລະມັນໜັກຫຼາຍ ບາດນີ້ລະເຮືອທ້ອງກົມ ລະພື້ນມັນນ້ອຍເດ້ ລົມພັດມາລະມັນຈະປີ້ນປັບໂລດ ມັນສູງມັນເກີນ. ຂັ້ນເຮືອຊັ້ນດຽວ ມັນຈະບໍ່ປີ້ນໄດ໋ ທ່ານ. ເປັນເຮືອຊັ້ນດຽວ ບໍ່ມີປີ້ນຈັກລຳ ລົມແຮງເທົ່າໃດກໍບໍ່ປີ້ນ.

ນັກຂ່າວ: ຢູ່ອ່າງນ້ຳງື່ມເຮົານີ້ ເຂົາເຈົ້າຈະເຮັດເຮືອຊັ້ນດຽວໝົດ ແມ່ນເບາະ?

ຊາວບ້ານ: ເຈົ້າແມ່ນລະ ເຮືອຊັ້ນດຽວໝົດ ເພາະວ່າ ຢູ່ແຖບເຂື່ອນນີ້ ເປັນເຮືອຊັ້ນດຽວໝົດ ຄັນວ່າ ມີຫຼັງຄາເນາະ ມັນກະບໍ່ມີ ແວ່ນແກ້ວ ແວ່ນຫຍັງຫັ້ນນ່າ ລະມັນກະບໍ່ສູງເກີນ ລະລົມມັນລ່ວງເລີຍ ມັນກະບໍ່ມີຄວາມຕ້ານເນາະ ທ່ານເນາະ. ມັນບໍ່ມີຄວາມຕ້ານ ລະກະບໍ່ໂຫງດ ບໍ່ປີ້ນຫັ້ນນ່າ. ແບບເຮືອທ່ອງທຽວ ເຂົາຢູ່ອ່າງນ້ຳງື່ມນີ້ນ່າ ມັນຈະບໍ່ມີຝາແກ້ວ ມັນຈະບໍ່ມີຫ້ອງແກ້ວ ຫັ້ນນ່າ ມັນກະ ບໍ່ສູງເກີນ ເວລາລົມພັດມາ ມັນລ່ວງ ລະມັນກະບໍ່ປີ້ນ ແມ່ນບໍ່ ທ້ອງເຮືອມັນໃຫຍ່ເດ້. ມັນຕໍ່າວ່າຊັ້ນເທາະໄປ໋ ມັນຕໍ່າເນາະ.

ນັກຂ່າວ: ເຮືອປົກກະຕິແລ້ວ ຢູ່ງື່ມຫັ້ນ ມັນສູງປະມານຈັກແມັດ?

ຊາວບ້ານ: ເຮືອນຳທ່ອງທ່ຽວ ໄປປະມານ 4-5 ແມັດ ສູງສຸດແຫຼະ.

ນັກຂ່າວ: ແຕ່ວ່າ ເຂົາເຈົ້າຈະເຮັດທ້ອງແປໝົດເນາະ?

ຊາວບ້ານ: ເຈົ້າ, ເຂົາເຈົ້າເຮັດແປ ແຕ່ເຂົາເຈົ້າບໍ່ໃສ່ຂ້າງ ມັນກະເປີດກ້ວງເດ້ ມັນເປີດໂລ່ງນ່າ.

ນັກຂ່າວ: ລັກສນະຂອງເຮືອ ຈະບໍ່ແອ້ມຝາຫຍັງໝົດ ຈະໃຫ້ລົມລ່ວງ?

ຊາວບ້ານ: ແມ່ນອັນນີ້ ເພິ່ນເຮັດແບບເຮືອທ່ອງທ່ຽວ ແບບວີໄອພີ ແບບສະປີດໂບດເນາະ. ເຮືອນຳທ່ຽວມັນເປັນລາຄາ ທັມມະດາເດ້ ມັນບໍ່ແມ່ນ ວີໄອພີ ຄືເພິ່ນວ່າຊັ້ນເທາະໄປ໋.

ນັກຂ່າວ: ເຈົ້າຂອງກິຈການເຮືອທົ່ວໄປ ຈະເປັນທ້ອງແບນໝົດເນາະ ເຮືອຢູ່ງື່ມຫັ້ນ?

ຊາວບ້ານ: ແມ່ນໆ ຈະເປັນເຮືອທ້ອງແບນໝົດ ຈະເປັນເຮືອພື້ນໃຫຍ່ ຫຼັງຄາຈະຮອມເຂົ້າ. ອັນນີ້ ເຮືອກັບຄາຫັ້ນ ຈະພຽງກັນຕາມ ຂ້າພະເຈົ້າ ເບິ່ງຫັ້ນ ແຕ່ນີ້ ຄວາມສູງບາດລົມມາ ມັນຈະຕ້ານນ້ຳໜັກລົມບໍ່ໄດ້. ໂຕນີ້ ລົມເປັນລົມພະຍຸ ອີກເນາະ ມັນພັດເຂົ້າມາ ມັນຈະປີ້ນປັບເລີຍ. ແມ່ນແທ້ ມັນເປັນກຳແພງ ລົມພັດມາ ມັນກະປີ້ນປັບໂລດ. ລົມອ່າງນ້ຳງື່ມນີ້ ຂ້າພະເຈົ້າເກີດ ຢູ່ອ່າງນ້ຳງື່ມນີ້ ມັນສົມຄວນໃດ ຢ່າຄິດວ່າ ເປັນແຄ່ອ່າງໄດ໋ ມັນເປັນນ້ອງທະເລ ໜ້ອຍນຶ່ງ. ເວລາລົມມາ ບາດນີ້ ນ້ຳນ້ອຍ ລົມໂຕນພູ ທ່ານ ມັນຈະເກີດໝູນ ມັນແຮງເດ້ ວ່າແທ້ໄດ໋. ມັນລົມຊ້ວງຈໍ້ໆ ນີ້ ມັນລົມຕີເອົາ ຕີເອົາແທ້ໆ ໄດ໋.

ນັກຂ່າວ: ແຕ່ວ່າ ຕາມທີ່ທ່ານເຫັນມາກ່ອນໜ້ານີ້ ກະມີ ເຮືອທີ່ເປັນເຮືອທ້ອງກົມ ມັນຈະຫຼົ້ມໄດ້ງ່າຍແມ່ນບໍ່?

ຊາວບ້ານ: ແຕ່ກ່ອນໜ້ານີ້ ຈະເປັນເຮືອຂຸດຄົ້ນໄມ້ ອ່າງນ້ຳງື່ມ. ມັນເປັນເຮືອທ້ອງກົມ ເຂົາຕິດເຮືອທ້ອງກົມ ມັນບໍ່ຖືກສູດ. ເຂົາເຈົ້າ ແບກໄມ້ລະປີ້ນ ມີຄົນເສັຽຊີວິດຍ້ອນໄດ໋ [ຜ່ານໄປ] 20 ປາຍ 30 ປີ ລະ. ຄິດເບິ່ງວ່າ ເຮືອຢູ່ແຖບໜ້າເຂື່ອນ ຈະບໍ່ມີເຮືອທ້ອງກົມ. ເປັນເຮືອທ້ອງແບນລະກະ ຫຼັງຄາຕໍ່າ ລະເຂົາເຈົ້າຈະບໍ່ແອ້ມຂ້າງ ຫຼັງຄາຕ່ຳຍ້ອນຫຍັງ ຍ້ອນມັນລົມແຮງ ຕ້ານຂອງລົມຫັ້ນ ໃນເມື່ອ ຕໍ່າລະມັນ ຈະບໍ່ປີ້ນເນາະ ມັນບໍ່ມີອັນຮັບນ້ຳໜັກເດ້.

ນັກຂ່າວ: ນອກຈາກປະກົດການທັມມະຊາດແລ້ວ ເທັກນິກການເຮັດເຮືອ ມັນມີສ່ວນບໍ່?

ຊາວບ້ານ: ຄວາມຄິດເຫັນຂອງຂ້າພະເຈົ້ານີ້ວ່າ ມີສ່ວນ 100 ເປີເຊັນ ເພາະວ່າ ເຂົາເຈົ້າເຮັດນີ້ ມັນຈະສູງເກີນ ຖ້າວ່າ ເປັນຫຼັງຄາ ຕໍ່ານີ້ມັນຊິບໍ່ປີ້ນເດັດຂາດ ມັນເປັນຫຼັງຄາສູງນີ້ 100 ເປີເຊັນເລີຍແຫຼະ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.