ແນວຄິດ ຮ່ວມແຮງຮ່ວມໃຈ, ກ້າວໄກ, ຢືນຍົງ: ອາຊ້ຽນ

ໄມຊູລີ
2019.06.23
F-ASEAN 34 ຄ​ນະ​ຜູ້​ແທນ ສ​ປ​ປ​ລາວ ນຳ​ໂດຍ ທ່ານ​ທອງ​ລຸນ ສີ​ສຸ​ລິດ ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ ອາ​ຊ້ຽນ ຄັ້ງ​ທີ 34 ທີ່​ບາງກ​ອງ ປະ​ເທດ​ໄທ.
ຮູບພາບ: ກະຊວງການຕ່າງປະເທດໄທ

ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຼີ ສ​.ປ​.ປ. ລາວ ເດີນທາງໄປຮ່ວມກອງປະຊຸມສຸດຍອດ ຜູ່ນໍາອາ​ຊ້ຽນ ຄັ້ງທີ 34 ທີ່ມີກໍານົດຂຶ້ນໃນວັນທີ 22-23 ມິຖຸນາ ຢູ່ບາງກອກ ປະເທດໄທ.​

ການປະຊຸມສຸດຍອດອາຊ້ຽນ ໃນຄັ້ງນີ້ ເພື່ອເປັນການກໍານົດນະໂຍບາຍ ແລະ ທິດທາງ ໃນອະນາຄົດ ຂອງບັນດາ ປະເທດອາຊ້ຽນ ພາຍໃຕ້ ແນວຄິດ ຮ່ວມແຮງຮ່ວມໃຈ, ກ້າວໄກ, ຢືນຍົງ ຫຼື (Advancing Partnership for Sustainability) ໃນທຸກດ້ານຂອງອາຊ້ຽນ.

ທ່ານ ທະລິດ ຈະຣຸງວັດ, ຫົວໜ້າຄະນະເຮັດວຽກ ການເປັນປະທານອາຊຽນ ຂອງໄທ, ໄດ້ກ່າວຕໍ່ສື່ມວນຊົນ ໃນວັນທີ 23 ມິຖຸນາ ວ່າ:

“ແນວຄິດຫລັກ ການຈັດກອງປະຊຸມ ສຸດຍອດຜູ່ນໍາອາຊຽນ ໃນປີນີ້ ​ຄື ຮ່ວມແຮງຮ່ວມໃຈ, ກ້າວໄກ, ຍືນຍົງ ມີການຂັບເຄື່ອນ ຄວາມເປັນປະຊາຄົມອາຊ້ຽນ ຄວາມຍືນຍົງຂອງການຂັບເຄື່ອນ ໄປນໍາກັນ, ຄວາມຍືນຍົງ ຂອງການທີ່ີ່ເອົາເປັນ ຈຸດສູນລວມ ນາໆ ປະເທດ ຕ້ອງການມາ ມີປະຕິສັມພັນດ້ວຍ.”

ໃນໂອກາດນີ້ ຜູ່ນໍາ ຂອງ 10 ປະເທດອາຊ້ຽນ ຈະມີການປຶກສາຫາລືກັນ ກ່ຽວກັບປະ ເດັ່ນ ທີ່ຍັງບໍ່ສາມາດ ຕົກລົງກັນໄດ້ ໂດຍສະເພາະ ບັນຫາຄວາມບໍ່ສງົບ ຢູ່ໃນຣັຖຣະຂ່າຍ ຂອງພະມ້າ, ແນວຄິດຍຸທສາດ ASEAN Indo-Pacific Outlook ເພື່ອຮ່ວມກັນຮັບມື ກັບສະຖານະການ ຄວາມບໍ່ເຂົ້າ​ໃຈ ໃນການຄ້າ ລະຫວ່າງ ສະຫະຣັຖອາເມຣິກາ ແລະ ຈີນ.

ນອກຈາກນີ້, ​ກອງປະຊຸມອາຊ້ຽນ ຍັງຈະປຶກສາຫາລື ກ່ຽວກັບ ຂໍ້ຕົກລົງ ວ່າດ້ວຍ ການເປັນຫຸ້ນສ່ວນ ທາງເສຖ​ກິ​ຈ ລະດັບພາກພື້ນ ຫຼື (Regional Comprehensive Economic Partnership-RCEP) ເພື່ອຊຸກຍູ້ ໃຫ້ມີການຄ້າ ຢ່າງເສຣີ.

ຣັຖບານລາວ ມີການກະຕ​ຣຽມ ເປັນຄູ່ຄ້າ ທາງດ້ານເສຖກິຈອາຊ້ຽນ ແລະ ສືບຕໍ່ຂ ຍາຍ ການຄ້າ ໃຫ້ບັນລຸເປົ້າໝາຍ ທີ່ມີມູນຄ່າ 10,000 ລ້ານ ໂດລາຣ໌ ໃນປີ 2021 ເພື່ອໃຫ້ເພີ້ມຂຶ້ນ ຈາກມູນຄ່າ ການຄ້າອາຊ້ຽນ 6,100 ລ້ານ ໂດລາຣ໌ ໃນປີ 2017.

ສ​ປ​ປ​ ລາວ ແລະ ພ​ຣະ​ຣາ​ຊ​ອາ​ຈັກໄທ ມີຄວາມພະຍາຍາມ ສ້າງເສັ້ນທາງຂົນສົ່ງສິນຄ້າ ໃຫ້ຄວບຄຸມ ທົ່ວປະເທດ ເພື່ອຫລຸດເວລາ ແລະ ເພີ້ມປະສິດທິພາບ ການຂົນສົ່ງ ລະຫ່ວາງ ລາວ, ໄທ ແລະ ອາຊ້ຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.