ກອງປະຊຸມ ສຸດຍອດຜູ້ນຳ ອາຊຽນ-ສະຫະຣັຖ

0:00 / 0:00

ສຳ​ນັກ​ຂ່າວ BenarNewsໄດ້​ຣາຍ​ງານ ວ່າ ໃນ​ກອງ​ປະ​ຊຸມສຸດຍອດ​ຜູ້​ນຳ​ ອາ​ຊຽນ-ສະ​ຫະ​ຣັ​ຖ ທີ່​ມີ​ກຳ​ນົດ​ຈັດ​ຂຶ້ນໃນ​ວັນ​ທີ 12-13 ພຶ​ສ​ພາ ຢູ່​ວໍ​ຊິງ​ຕັນ ດີ​ຊີ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ຈະ​ບໍ່​ເຊີນ​ເອົາ ພົນ​ເອກ ມິນ​ອອງ​ລາຍ ຜູ້​ນຳ​ທະ​ຫານພະ​ມ້າ ເຂົ້າ​ມາ​ຮ່ວມ.

ນອກ​ຈາກນີ້ ມີ​ຄາດ​ການ​ວ່າ ປະ​ທາ​ນາ​ທິ​ບໍ​ດີ Rodrigo Duterte ຂອງ​ຟິ​ລິ​ປິນ​ສ ທີ່​ມີ​ກຳ​ນົດ​ໝົດ​ວາ​ລະ​ການ​ດຳ​ລົງ​ຕຳ​ແໜ່ງ ໃນ​ເດຶອນ​ມິ​ຖຸ​ນາທີ່​ຈະ​ມາ​ເຖິງນີ້ ກໍ​ຈະ​ບໍ່​ປະ​ກົດ​ຢູ່​ໃນ​ທີ່​ປະ​ຊຸມເຊັ່ນ​ດຽວ​ກັນ.

ຂ່າວ​ຍັງ​ຣາຍ​ງານ​ວ່າ ນັບ​ແຕ່​ໄດ້​ດຳ​ລົງ​ດຳ​ແໜ່ງ​ເປັນ​ເວ​ລາ 6 ປີ ປະ​ທາ​ນາ​ທິ​ບໍ​ດີ Duterte ບໍ່​ເຄີຍ​ມາ​ຢ້ຽມ​ຢາມ ວໍ​ຊິງ​ຕັ້ນ​ດີ​ຊີ ຍ້ອນ​ວ່າ ບັນ​ຄວາມ​ສຳ​ພັນ​ກັບ ສະ​ຫະ​ຣັ​ຖ ​ອາ​ເມ​ຣິ​ກາ.

ການ​ປະ​ຊຸມ​ທີ່​ຈະ​ມີ​ຂຶ້ນ ໃນ​ວັນ​ທີ 12-13 ພຶ​ສ​ພາ ລະ​ຫວ່າງ ຜູ້​ນຳ​ອາ​ຊຽນ ແລະ ຜູ້​ນຳ​ສະ​ຫະ​ຣັ​ຖ ນັ້ນ ເປັນ​ໂອ​ກາດ ທີ່​ຈະ​ໄດ້ເພີ່ມ​ທະ​ວີ ການ​ເປັນ​ຄູ່​ພາ​ຄີ​ກັນ ແລະ ທັງ​ເປັນ​ການ​ສ​ກັດ​ກັ້ນອິ​ດ​ທິ​ພົນ​ຂອງ​ຈີນ ທີ່​ເຂົ້າ​ມາ​ຢູ່​ໃນ​ຂົງ​ເຂດ​ອາ​ຊຽນ.

ຫ້ອງ​ການ​ປະ​ທານາ​ທິ​ບໍ​ດີ ​ສະ​ຫະ​ຣັ​ຖ ຫຼື The White House ໄດ້​ຕັ້ງ​ວິ​ໄສ​ທັດ​ຂອງກອງ​ປະ​ຊຸມນີ້​ວ່າ “Free and Open” ທີ່​ມີ​ຄວາມໝາຍ​ວ່າ ເສ​ຣີ ແລະ ເປີດກວ້າງ ໃນ​ເຂດອິນ​ໂດ-ປາ​ຊິ​ຟິກ.

ທ່ານ Joe Biden ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ເຄີຍ​ກ່າວ​ປາ​ໄສ ໃນ​ກອງ​ປະ​ຊຸມສຸດຍອດ​ຜູ້​ນຳ​ອາ​ຊຽນ-ສະ​ຫະ​ຣັ​ຖ ໂດຍ ຜ່ານລະ​ບົບ​ວີ​ດີ​ໂອ ໃນ​ວັນ​ທີ 26 ຕຸ​ລາ 2021 ຕອນ​ນຶ່ງວ່າ: ການ​ເປັນ​ຄູ່​ຮ່ວມ​ງານ​ກັບ​ຂອງ​ພວກ​ເຮົາ ມີ​ຄວາມ​ສຳ​ຄັນ ໃນ​ການ​ຮັກ​ສາ​ ໃຫ້​ເຂດ​ Indo-Pacific ມີ​ຄວາມ​ເປັນ​ເສ​ຣີ ແລະ ເປີດກວ້າງ ເຊິ່ງ​ໄດ້​ກາຍ​ເປັນພື້ນ​ຖານ​ຄວາມ​ໝັ້ນ​ຄົງ​ຮ່ວມ​ກັນ ແລະ ຄວາມ​ຈະ​ເຣີນ​ຮຸ່ງ​ເຮືອງຂອງ​ພວກ​ເຮົາ ເປັນ​ເວ​ລາ​ຫຼາຍ​ທົ​ສວັດ. ແລະ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ສ​ນັບ​ສ​ນູນ​ ທັ​ສ​ນະ​ຂອງ​ອາ​ຊຽນ ແລະ Indo-Pacific ແລະ ກ່ຽວ​ກັບ​ Indo-Pacific ແລະ ຣະ​ບຽບ​ຂອງ​ຂົງ​ເຂດ​ບົດ​ພື້ນ​ຖານ​ຫຼັກ​ການ ຢ່າງ​ເຕັມ​ທີ່.

ການ​ປະ​ຊຸມ​ດັ່ງ​ກ່າວ ເປັນ​ການ​ສ​ລອງຄວາມ​ສັມ​ພັນ​ ສະ​ຫະ​ຣັ​ຖ-ອາ​ຊຽນ ທີ່​ມີ​ມາ​ແຕ່ 1977 ແລະ ຈະ​ເປັນ​ກອງ​ປະ​ຊຸມສຸດຍອດ​ຜູ້​ນຳ ອາ​ຊຽນ-ສະ​ຫະ​ຣັ​ຖ ຄັ້ງ​ທີ 2 ທີ່​ສະ​ຫະ​ ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ເປັນ​ເຈົ້າ​ພາບ ຫຼັັງ​ຈາກກອງ​ຊຸມສຸດ​ຍອດ​ຜູ້​ນຳ​ອາ​ຊ​ຽນ​-ສະ​ຫະ​ຣັ​ຖ ຄັ້ງ​ທີ 1 ໄດ້​ຈັດ​ຂຶ້ນ​ຢູ່​ຣັ​ຖແຄ​ລິ​ຟໍ​ເນັຽ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໃນ​ປີ 2016 ສ​ໄມ​ຣັ​ຖ​ບານ​ ປະ​ທາ​ນາ​ທິ​ບໍ​ດີ Barack Obama ແລະ ໃນ​ເວ​ລາ​ນັ້ນ ປະ​ເທດ​ລາວ​ກໍ​ເປັນ​ປະ​ທານ​ວຽກ​ອາ​ຊຽນ.

ສ່ວນ​ວ່າ ນາຍ​ຍົກ​ຣັ​ຖ​ມົນ​ຕ​ຣີ ຮຸນ​ເຊນ ຜູ້​ນຳ​ກັມ​ພູ​ຊາ ທີ່​ຖືກ ສະ​ຫະ​ຣັ​ຖ​ຄວ້ຳບາດ ຍ້ອນ​ບັນ​ຫາການບໍ່​ເຄົາ​ຣົບ​ປະ​ຊາ​ທິ​ປະ​ໄຕ ກໍ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ດັ່ງ​ກ່າວ ໃນ​ຖາ​ນະ​ປະ​ທານ​ວຽນ​ອາ​ຊຽນ.

ທ່ານ Chum Sounry ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ຂອງ​ກັມພູ​ຊາ ໄດ້​ກ່າວ​ຕໍ່ ວິ​ທະ​ຍຸ​ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ກັມພູ​ຊາ ວ່າ: ແນ່ນອນ​ວ່າ ສົມ​ເດັດ ຮຸນ​ເຊນ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ໃນ​ຖາ​ນະ​ປະ​ທານ​ວຽນອາ​ຊຽນ ຈະ​ເປັນ​ປະ​ທານ​ກອ​ງ​ປະ​ຊຸມ​ຮ່ວມ​ກັບ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ຣັ​ຖ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດກັມ​ພູ​ຊາ ຍັງ​ໃຊ້​ຄຳ​ເວົ້າ​ຍົກ​ຍ້ອງ​ຜູ້​ນຳ​ຕົນ​ເອງ ​ທີ່​ເປັນ​ຜູ້​ນຳ​ກັມ​ພູ​ຊາ​ມາ 37 ປີ ວ່າ ເປັນ “ນາ​ຍົກ​ຮຸງ​ເຮືອງທີ່​ສຸດ, ພ້ອມ​ທັງ​ເປັນຜູ້​ບັນ​ຊາ​ການ ​ທີ່​ເຣືອງ​ອຳ​ນາດ” ແຕ່​ວ່າ ເຈົ້າ​ໜ້າ​ທີ່​ແຈ້ງ​ໃຫ້​ຮູ້​ວ່າ ພົນ​ເອກ Min Aung Hlaing ທີ່​ສະ​ຖາ​ປະ​ນາ​ຕົນ​ເອງ ເປັນ​ຜູ້​ນຳ​ພະ​ມ້າ ນັ້ນ ບໍ່​ຖືກ​ເຊີນ​ໃຫ້​ມາ​ຮ່ວມກອງ​ປະ​ຊຸມ​ອາ​ຊຽນ​-ສະ​ຫະ​ຣັ​ຖ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ໂດ​ເນ​ເຊັຽ ກ່າວ​ວ່າ ຂໍ້​ຕົກ​ລົງ​ຂອງ​ອາ​ຊຽນ ກໍ​ຄື ຄວນ​ຈະ​ເຊີນ​ເອົາ​ໂຕ​ແທນຈາກ​ພະ​ມ້າທີ່ບໍ່​ໄດ້​ມ​າ​ຈາກ​ຝ່າຍ​ການ​ເມືອງ ແລະ ທ່ານ​ກ່າວ​ ໃນ​ວັນ​ອັງ​ຄານ​ວ່າ ປະ​ທາ​ນາ​ບໍ​ດີ ອິນ​ໂດ​ເນ​ເຊັຽ ທ່ານ Joko Windodo ມີ​ແຜນ​ເຂົ້າ​ມາ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ.

ສ່ວນ​ວ່າ ຣັ​ຖ​ມົນ​ຕ​ຣີ​ຕ່າງ​ປະ​ເທດ​ມາ​ເລ​ເຊັຽ ທ່ານ Saifuddin Abdullah ກໍ​ຢືນ​ຢັນ​ວ່າ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ມາ​ເລ​ເຊັຽ ທ່ານ Ismail Sabri ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້. ຣັ​ຖ​ມົນ​ຕ​ຣີ ຕ່າງ​ປະ​ເທດ​ມາ​ເລ​ເຊັຽ ຍັງ​ໄດ້ກ່າວ​ວ່າ: ທ່ານ ບໍ່​ຄິດ​ວ່າ ພະ​ມ້າ​ຈະ​ມີ​ໂຕ​ແທນມ​າ​ຮ່ວມ ແລະ ບໍ່​ແນ່​ໃຈ​ວ່າ ຣັ​ຖ​ບານ​ສະ​ຫະ​ຣັ​ຖ ຈະ​ເຊີນ​ພະ​ມ້າ ເຂົ້າ​ຮ່ວມ. ເຖິງ​ຢ່​າງ​ໃດ​ກໍ​ຕາມ, ກະ​ຊວງ​ການ​ຕ່າງ​ປະ​ເທດຂອງ​ໄທ​ຍ ໄດ້ກ່າວ​ວ່າ ພົນ​ເອກ Prayuth Chan-o-cha ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ​ຂອງ​ໄທ​ຍ ກຳ​ລັງ​ພິ​ຈາ​ຣະ​ນາການ​ເດີນ​ທາງ​ມາຮ່ວມ.

ຢູ່​ວໍ​ຊິງ​ຕັດ ດີ​ຊີ, ໃນ​ວັນ​ພຸດ ທີ່​ຜ່ານ​ມາ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ Joe Biden ລໍ​ຖ້າ​ຕ້ອ​ນ​ຮັບ ຜູ້​ນຳ​ອາ​ຊຽນ ໃນ​ກອງ​ປະ​ຊຸມຄັ້ງ​ນີ້.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດສະ​ຫະ​ຣັ​ຖ ໄດ້​ກ່າວ​ວ່າ: ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ສ​ນັບ​ສ​ນູນ ຂໍ້​ຕົກ​ລົງ​ອາ​ຊຽນ ທີ່​ຈະ​ເຊີນ​ເອົາ ຜູ້​ເຂົ້າ​ຮ່ວມ​ຈາກ​ພະ​ມ້າ ທີ່​ບໍ່​ແມ່ນ​ໂຕ​ແທນ​ຈາກ​ຝ່າຍ​ການ​ເມືອງ ໃຫ້​ມາ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ. ສື​ບ​ເນື່ອງ​ມາ​ຈາກ ຝ່າຍ​ທະ​ຫານ​ພະ​ມ້າ ບໍ່​ປະ​ຕິ​ຕັດ ຂໍ້​ສ​ເນີ 5 ຂໍ້ ຂອງອາ​ຊຽນ ໃນ​ການ​ແກ້​ໄຂບັນ​ຫາ​ໃນ​ປະ​ເທດ​ພະ​ມ້າ.

ປະ​ເທດ​ອາ​ຊຽນ ກັງ​ວົນກັບບັນ​ຫາ​ວິ​ກິ​ຈ​ການ​ທີ່​ເກີດ​ຂຶ້ນ​ຢູ່​ພະ​ມ້າ ມາ​ໄດ້ 14 ເດືອນ ເຊິ່ງ​ທະ​ຫານ​ພະ​ມ້າ ໄດ້ຣະ​ເບີດ ແລະ ເຜົາ​ເຮືອນ​ຂອງ​ປະ​ຊາ​ຊົນພະ​ມ້າ ແລະ ໄດ້​ຢຶດ​ອຳ​ນາດ​ຈາກ​ຣັ​ຖ​ບານ​ທີ່​ມາ​ຈາກ​ການ​ເລືອກ​ຕັ້ງໃນ​ປີ 2021.

ໃນ​ເດືອນ​ມາ​ນາ ທີ່​ຜ່ານ​ມາ, ທະ​ຫານ​ພະ​ມ້າ ໄດ້​ກີດ​ກັນ ບໍ່​ໃຫ້ ທ່ານ Prak Sokhonn ຣັ​ຖ​ມົນ​ຕ​ຣີ​ຕ່າງ​ປະ​ເທດ​ກັມພູ​ຊາ ແລະ ທັງ​ເປັນ​ທູດ​ພິ​ເສດ​ຂອງ​ອາຊຽນ ເຂົ້າ​ພົບ ຜູ້​ນຳ​ຣັ​ຖ​ບານ​ຝ່ານ​ພົ​ລ​ເຮືອນ ເຊິ່ງ​ເປັນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ແກ້​ໄຂ​ບັນ​ຫາ​ ທາງ​ການ​ເມືອງ​ໃນ​ພະ​ມ້າ ແລະ ຕິດ​ຕາມ ພັນ​ທະ​ສັນ​ຍາ ທີ່​ຝ່າຍ​ທະ​ຫານ​ພະ​ມ້າ ໄດ້​ມີ​ຕໍ່​ອາ​ຊຽນ ເພື່ອ​ໃຫ້ສາ​ມາດ​ເຂົ້າ​ຫາ​ທຸ​ກ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໃຫ້​ພະ​ມ້າ.

ພັນ​ທະ​ສັນ​ຍາ​ດັ່ງ​ກ່າວ ກໍ​ແມ່ນ ຂໍ້​ສ​ເນີ 5 ຂໍ້​ຂອງ​ອາ​ຊຽນ ແລະ ຝ່າຍ​ທະ​ຫານ​ພະ​ມ້າ ຕົກ​ລົງ​ທີ່​ຈະ​ປະ​ຕິ​ບັດ ໃນ​ກອງ​ປະ​ຊຸມ​ສຸກ​ເສີນ ຢູ່​ Jakarta ອິນ​ໂດ​ເນ​ເຊັຽ ໃນ​ເດືອນ​ເມ​ສາ 2021 ທີ່​ຜ່ານ​ມາ ທີ່​ມີ​ການ​ຫາ​ລື​ເຣື່ອງວິ​ກິ​ຈ​ການ​ຫຼັງ​ຈາກ​ ຣັ​ຖ​ປະ​ຫານ​ຢູ່​ພະ​ມ້າ. ຫຼັງ​ຈາກ​ນັ້ນ ອາ​ຊຽນ ກໍ​ບໍ່​ເຊີນ​ເອົາ​ຜູ້​ນຳ​ທະ​ຫານ ​ພະ​ມ້າ​ມາ​ຮ່ວມກອງ​ປະ​ຊຸມ​ອາ​ຊຽນ ໃນ​ທ້າຍ​ປີ 2021 ຍ້ອນ​ວ່າ ທະ​ຫານ​ພ້​ະ​ມ້າ ບໍ່​ປ​ຕິ​ບັດ​ຕາມ​ຂໍ້​ສ​ເນີຂອງ​ອາ​ຊຽນ ໃນ​ການ​ແກ້​ໄຂ​ບັນ​ຫາ ​ໃນ​ປະ​ເທດ​ຂອງ​ຕົນ.

ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ, ໂຄ​ສົກ​ຂອງ​ສະ​ພາ​ທະ​ຫານ​ພະ​ມ້າ ທ່ານ Zaw Min Tun ໄດ້​ກ່າວ​ວ່າ ຝ່າຍ​ທະ​ຫານ​ພະ​ມ້າ ບໍ່ຖືກ​ເຊີນ​ມາ ຮ່ວມ​ປະ​ຊຸມສຸດຍອດ​ອາ​ຊຽນ ຢູ່ ວໍຊິງ​ຕັນ ດີ​ຊີ ແລະ ເຂົາ​ເຈົ້າ​ຈະ​ເຂົ້າ​ຮ່ວມ ຖ້າ​ວ່າ ເຂົ​າ​ເຈົ້າ​ມີ​ສະ​ຖານ​ເປັນ​ໂຕ​ແທນ​ທີ່​ເທົ່າ​ທຽມ​ກັບ​ຄົນ​ອື່ນ.

ທ່ານ Zaw Min Tun ຍັງ​ກ່າວ​ຕື່ມ​ວ່າ ຄື​ທີ່​ຜ່ານ​ມາ ພວກ​ເຮົາ​ສາ​ມາດ​ເຂົ້າ​ຮ່ວມ ​ກັບ​ບາງ​ຄົນ​ທີ່ບໍ່​ມີ​ຕຳ​ແໜ່ງ​ທາງ​ການ​ເມືອງ ພວກ​ເຮົາ​ກໍ​ຈະ​ບໍ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃດໆ ​ທັງ​ໝົດ. ພວກ​ເຮົາ​ຈະ​ເຂົ້າ​ຮ່ວມ​ກັບ ຜູ້​ທີ່​ມີ​ຕຳ​ແໜ່ງ​ເທົ່າ​ທຽມ​ກັນ​ເທົ່າ​ນັ້ນ.

ພະ​ມ້າ​ຖືກ ຖືກ​ສະ​ຫະ​ຣັ​ຖ​ຄວ້ຳບາດ ແລະ ມີ​ການ​ອາ​ຍັດ​ຊັບ​ສິນ ນັ​ບ​ແຕ່​ມີ​ການຣັ​ຖ​ປະ​ຫານ ລວມທັງ​ມີ​ການ​ຍົກ​ລະ​ດັບ​ການ​ຈຳ​ກັດ ເພື່ອ​ຕໍ່ຕ້ານ ພົນ​ເອ​ກ ​ມິນ​ອອງ​ລາຍ ຜູ້​ນຳ​ທະ​ຫານ​ພະ​ມ້າ. ແຕ່ ບໍ່​ມີ​ການ​ຈຳ​ກັດທ່ານ Duterte ປະ​ທາ​ນາ​ທິ​ບໍ​ດີ ຟິ​ລິ​ປີນ​ສ໌ ທີ່​ເປັນພັນ​ທະ​ມິດ ​ຂອງ​ສະ​ຫະ​ຣັ​ຖ ໝາຍ​ເຖິງ ທັງ​ສອງ​ປະ​ເທດ​ໄດ້​ມີ​ພັນ​ທະ​ສັນ​ຍາ​ຕໍ່​ກັນ ​ທາງ​ດ້ານ​ການ​ທະ​ຫານ ຖ້າ​ວ່າ ມີ​ປະ​ເທດ​ໃດ​ນຶ່ງ​ຖືກ​ໂຈມ​ຕີ ແລະ ປະ​ເທດ​ໄທ​ຍ ກໍ​ເຊັ່ນ​ດຽວ​ກັນ.

ອີກ​ເຫດ​ຜົ​ລ​ນຶ່ງ ກໍ​ຄື ຜູ້​ນຳ​ຟິ​ລິ​ປິນ​ສ໌ ຕ້ອງ​ງົດ​ການ​ເດີນ​ທາງ ມາ​ຮ່ວມກອງ​ປະ​ຊຸມ​ອາ​ຊຽນ-ສະ​ຫະ​ຣັ​ຖ ກໍ​ຄື ການ​ປະ​ຊຸມ ວັນທີ 12-13 ພຶ​ສ​ພາ ຢູ່​ໃນ​ຊ້ວງ​ເວ​ລາ​ການ​ເລືອກ​ຕັ້ງ ຂອງ​ຟິ​ລິ​ປິນສ໌ ໃນ​ວັນ​ທີ 9 ພຶ​ສ​ພາ 2022 ທີ່​ຈະ​ມາ​ເຖິງນີ້ ເຊິ່ງ​ມັນ​ເປັນ​ເວ​ລາ​ທີ່​ໃກ້​ຄຽງ​ກັນ ເພາະ​ວ່າ ຕ​າມ​ຫຼັກ​ປະ​ຕິ​ບັດ​ຂອງ​ຜູ້​ນຳ​ຟິ​ລິ​ປິນ​ສ໌ ​ທຸກ​ຄົນ ຈະ​ຕ້ອງ​ຫຼີກ​ລ້ຽງ​ການ​ເດີນ​ທາງ ໄປ​ຕ່າງ​ປະ​ເທດ ໃນ​ຊ້ວງ​ໄລ​ຍະ​ການ​ເລືອກ​ຕັ້ງ ໂດຍ​ສະ​ເພາະເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ​ຂ​ອງ​ປະ​ເທດ ແລະ ປະ​ທາ​ນາ​ທິ​ບໍ​ດີ ຄົນ​ປັດ​ຈຸ​ບັນ​ຂອງ​ຟິ​ລິ​ປິນ​ສ໌ ກຳ​ລັງ​ຈະ​ໝົດ​ວາ​ລະ​ໄປ.

ແຕ່​ໃນ​ສ່ວນ​ຂອງ​ປະ​ເທດ​ລາວ, ຍັງ​ບໍ່​ມີ​ແຈ້ງ​ການ​ຢ່າງ​ເປັນ​ທາງ​ການ ໃນ​ການ​ເຂົ້າ​ມາ​ຮ່ວມກອງ​ປະ​ຊຸມສຸດຍອ​ດ​ຜູ້​ນຳ​ອາຊຽນ-​ສະ​ຫະ​ຣັ​ຖ ​ໃນ​ຄັ້ງ​ນີ້ ແລະ ຍັງ​ບໍ່​ມີ​ຖ​ແລງ​ການ​ວ່າ ບຸກ​ຄົນ​ທີ່​ຈະ​ເຂົ້າ​ຮ່ວມນີ້ ຈະ​ເປັນ​ປະ​ທານ​ປະ​ເທດ ຫຼື ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ. ແຕ່ເຈົ້າ​ໜ້າ​ທີ່ທາງ​ກາ​ນ​ລາວ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ ຕາມ​ປົກ​ກະ​ຕິ​ແລ້ວ ຖ້າ​ໃນ​ນາມ​ກອງ​ປະ​ຊຸມອາ​ຊຽນ ກໍ​ຕ້ອງ​ແມ່ນ ນາ​ຍົກ​ຣັ​ຖ​ມົນຕ​ຣີເຂົ້າ​ຮ່ວມ ນອກ​ຈາກວ່າ (ປະເທດ) ລາວ​ຈະ​ເປັນ​ເຈົ້າ​ພາບ ຫຼື ເຈົ້າ​ພາບ​ຮ່ວມ ປະ​ທານ​ປະ​ເທດລາວ ກໍ​ຈະ​ມາ​ຮ່ວມ​ເປີດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ກໍ​ຍັງ​ບໍ່​ທັນ​ມີ​ການຕອບ​ຮັບ ​ຢ່າງ​ເປັນ​ທາງ​ການ​ວ່າ ໂຕ​ແທນ​ຂອງ​ລາວ ທີ່​ຈະ​ເຂົ້າ​ມາ​ຮ່ວມ​ຄັ້ງ​ນີ້ ຈະ​ເປັນ​ບຸກ​ຄົນ​ລະ​ດັບ​ໃດ.

ໃນກອງ​ປະ​ຊຸມສຸດຍອດ​ຜູ້​ນຳ​ອາ​ຊຽນ-ສະ​ຫະ​ຣັ​ຖ ທີ່​ຈັດ​ຂຶ້ນຢູ່ ຣັ​ຖ​ແຄ​ລິ​ຟໍ​ເນັຽ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໃນ​ປີ 2016, ທ່ານ ຈູມ​ມາ​ລີ ໄຊ​ຍະ​ສອນ ອະ​ດີດ​ປະ​ທານ​ປະ​ເທດ​ລາວ ຕາງ​ໜ້າ​ໃຫ້​ປະ​ເທດ​ລາວ ໃນ​ຖາ​ນະ​ປະ​ທານ​ວຽນ​ອາ​ຊຽນ ໄດ້​ມາ​ເປັນ​ປະ​ທານ​ກອງ​ປະ​ຊຸ​ມ​ຮ່ວມກັບ ທ່ານ Barack Obama ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ.