ປະຊາຊົນ ຊາວພະມ້າ ຖືກທະຫານ ສັງຫານ
2022.05.08

ກອງກຳລັງປະສົມທະຫານພະມ້າ ແລະ ກຸ່ມຕິດອາວຸດທີ່ສນັບສນູນທະຫານພະມ້າ ໄດ້ສັງຫານພົລເຮືອນ 20 ປາຍ ຄົນ ໃນອາທິດທີ່ຜ່ານມາ ນີ້ ຢູ່ໃນເຂດສະກາງ ຂອງພະມ້າ ອີງຕາມແຫຼ່ງຂ່າວ ຜູ້ທີ່ເວົ້າວ່າ ທະຫານພະມ້າ ໄດ້ບັງຄັບໃຫ້ປະຊາຊົນນອນຂວ້າມໜ້າ ແລ້ວສັງຫານເຂົາເຈົ້າ.
ສຳນັກຂ່າວວິທຍຸເອເຊັຽເສຣີ ຜແນກພາສາພະມ້າ ໄດ້ຣາຍງານວ່າ ຜູ້ທີ່ເຄາະຮ້າຍລວມ ຜູ້ຊາຍອາຍຸ 70 ປີ ແລະ ໄວໜຸ່ມທີ່ເປັນຜູ້ຍິງຢູ່ນຳ ທີ່ຖືກສັງຫານໃນວັນທີ 2 ພຶສພາ, 3 ຄົນ ມາຈາກບ້ານເຊກູນ, 6 ຄົນ ຈາກບ້ານນີອອງບິນ, 9 ຄົນ ມາຈາກບ້ານອອດໂປ, 1 ຄົນ ມາຈາກບ້ານອິນພາດ ແລະ ອີກ 1 ຄົນ ມາຈາກບ້ານມາລີຕາ.
ປະຊາຊົນ ບ້ານອອດໂປ ໄດ້ກ່າວວ່າ ຜູ້ທີ່ຖືກສັງຫານ ເປັນພົລເຮືອນ ທີ່ພາກັນມາລີ້ຈາກກຸ່ມ ພວກທະຫານພະມ້າ ມາຢູ່ໃນເຂດທີ່ບໍ່ມີການຢຶດຄອງ ຂອງທະຫານ.
ປະຊາຊົນກ່າວວ່າ:
“ພວກເຮົາໄດ້ຍິນວ່າ ທະຫານກຳລັງເຂົ້າມາ ແລະ ຊາວບ້ານກໍພາກັນຫຼົບໜີ ດ້ວຍຄວາມຢ້ານກົວ. ຫຼາຍຄົນກໍພາກັນຫຼົບເຂົ້າໄປບ່ອນລີ້ຊ້ອນ ແລະ ໃນເວລານັ້ນ ທະຫານກໍເຂົ້າມາພົບພໍດີ.”
ຊາວບ້ານທ່ານນີ້ ຍັງກ່າວຕື່ມວ່າ:
“ທະຫານສັ່ງໃຫ້ຊາວບ້ານພາກັນນອນຂວ້າມໜ້າແລະ ກໍຍິງໃສ່ຫົວເຂົາເຈົ້າ. ທະຫານບອກໃຫ້ພວກເດັກນ້ອຍອອກໄປຈາກສະຖານທີ່ດັ່ງກ່າວ ກ່ອນທີ່ທະຫານ ກະທຳການສັງຫານຊາວບ້ານ.”
ແມ່ຊີ ທີ່ຖືກບັງຄັບໃຫ້ຮັບໃຊ້ພວກທະຫານພະມ້າ ໄດ້ຫຼົບໜີຈາກພື້ນທີ່ດັ່ງກ່າວ ຫຼັງຈາກຮູ້ວ່າ ພວກທະຫານພະມ້າຈະເຂົ້າມາໃນພື້ນທີ່.
ອີງຕາມຂໍ້ມູນຈາກຊາວບ້ານ, ພວກທະຫານພະມ້າ ໄດ້ເຜົາຣົຖຂອງຊາວບ້ານຫຼາຍຄັນ ໃນບ້ານ ອອດໂປ.
ແຫຼ່ງຂ່າວອີກຄົນນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ໃນມື້ດຽວກັນ, ກໍມີການຕໍ່ສູ້ກັນ ລະຫວ່າງ ທະຫານພະມ້າ ກັບ ກອງກຳລັງປົກປ້ອງປະຊາຊົນ ທີ່ຢູ່ແກ້ກັບການບ້ານ ເຊກູນ ແລະ ບ້ານ ຊີບີກອນ ໂດຍ ທີ່ທະຫານພະມ້າໄດ້ຍິງປືນໃຫຍ່ເຂົ້າມາໃນພື້ນທີ່ ເປັນເຫດເຮັດໃຫ້ຊາວບ້ານເສັຽຊີວິດ 3 ຄົນ ແລະ ບາດເຈັບ 6 ຄົນ.”
ຊາວບ້ານເຊກູນ ໄດ້ກ່າວວ່າ:
“ພວກທະຫານໄດ້ເຂົ້າມາໃນໝູ່ບ້ານ ຈາກທີ່ເຂົາເຈົ້າເຄີຍຕັ້ງຖານຢູ່ ເມືອງສະວີໂບ, ປະມານ 10 ກິໂລແມັດ ໄປທາງພາກເໜືອຂອງເຂດສະຖາງ ໂດຍທີ່ເຂົາເຈົ້າມີຈຸດປະສົງກວາດລ້າງຊາວບ້ານ.”
ຊາວບ້ານກ່າວວ່າ:
“ພວກທະຫານເຂົ້າມາໝູ່ບ້ານ ບອນທີ່ມີວັດ ທີ່ປະຊາຊົນພາກັນຫຼົບໄພຢູ່ ແລະ ພວກທະຫານໃຊ້ປະຊາຊົນເປັນໂລ້ມະນຸດ.”
ອີງຕາມຂໍ້ມູນຈາກຊາວບ້ານ, ກ່ອນທີ່ພວກທະຫານຈະເຂົ້າມາໃນໝູ່ບ້ານ, ພວກເຂົ້າເຂົາພາກັນຍິ່ງປືນໃຫຍ່ໃສ່ທຸກທິດທາງ ເຮັດໃຫ້ມີປະຊາຊົນເສັຽຊີວິດ 3 ຄົນ ແລະ ບາດເຈັບ 6 ຄົນ ຈາກລູກປືນໃຫຍ່ມາຕົກໃສ່.
ແຫຼ່ງຂ່າວ ກ່າວວ່າ:
“ປະຊາຊົນ 1 ຄົນ ອາຍຸ 25 ປີ ຖືກເຜົາຈົນເສັຽຊີວິດ ໃນຂະນະທີ່ອີກ 2 ຄົນ ເສັຽຊີວິດຍ້ອນອາການບາດເຈັບ.”
ປະຊາຊົນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ພວກທະຫານ ເຂົ້າມາບ້ານເຊກູນ ໃນປີ 2021 ແລະ ໄດ້ທຳລາຍກີ່ຕຳຫູກຂອງຊາວບ້ານ ຍ້ອນວ່າ ຍ້ອນວ່າ ປະຊາຊົນ ບໍ່ຈ່າຍຄ່າໄຟຟ້າ.”
ຊາວບ້ານ ນີອອງບິນ ໄດ້ກ່າວວ່າ ຊາວບ້ານ 6 ຄົນ ຖືກຍິງເສັຽຊີວິດ ໃນວັນທີ 2 ພຶສພາ ຫຼັງຈາກພວກທະຫານພະມ້າ ໄດ້ບຸກເຂົ້າມາ ເປັນຄັ້ງທີ 2 ໃນອາທິດທີ່ຜ່ານມາ.
ອີງຕາມຂໍ້ມູນຈາກຊາວບ້ານ, ພວກທະຫານພະມ້າ ພາກັນເຜົາບ້ານກີເອ ໄດ້ຢຸດໃນຂະນະທີ່ ເຂົາເຈົ້າມາ ຢູ່ໃນ ບ້ານປັນຍາ ແລະ ມຸ້ງໜ້າໄປບ້ານນີອອງບິນ. ພວກກອງກຳລັງສນັບສນູນທະຫານພະມ້າ ໄດ້ຝັງຣະເບີດໄວ້ພື້ນດິນ ເພື່ອປ້ອງກັນໂຕເອງ ສະນັ້ນ ພວກທະຫານຈຶ່ງພາກັນຖອຍອອກມາ ແລະ ເຣີ່ມຍິງປຶນໃສ່ໝູ່ບ້ານ ເຮັດໃຫ້ຊາວບ້ານ 2 ຄົນ ໄດ້ຮັບບາດເຈັບ.
ຊາວບ້ານກ່າວວ່າ:
“ພວກທະຫານ ໄດ້ມຸ້ງໜ້າໄປເມືອງຂິນອູ ແລະ ເຂົາເຈົ້າ ໄດ້ສັງຫານປະຊາຊົນ 5 ຄົນ. ຊາວບ້ານຄົນ 1 ຖືກສັງຫານ ຢູ່ໃນເຮືອນ ບ່ອນທີ່ລາວຖືກພວກທະຫານພະມ້າຈັບໂຕ ຢູ່ບ້ານພີຊໍຕີ.”
ນອກຈາກນີ້ ປະຊາຊົນຜູ້ເຫັນເຫດການຍັງກ່າວວ່າ ຢ່າງໜ້ອຍມີຊາວບ້ານ 1 ຄົນ ເສັຽຊີວິດ ໃນເວລາທີ່ທະຫານເຜົ່າເຮືອນຂອງປະຊາຊົນປະມານ 300 ຫຼັງ ຢູ່ ບ້ານ ອິນພາດ ທີ່ຂຶ້ນກັບເມືອງ ຂິນອູ ແລະ ມີຄົນຕາບອດ 1 ຄົນ ເສັຽຊີວິດໃນການໂຈມຕີຂອງພວກທະຫານພະມ້າ ຢູ່ບ້ານມາແລ.
ທີ່ຜ່ານມາ ເຈົ້າໜ້າທີ່ທະຫານພະມ້າ ໄດ້ປະຕິເສດຣາຍງານ ການທີ່ທະຫານພະມ້າສັງຫານປະຊາຊົນ ໂດຍ ອ້າງວ່າ ຄຳກ່າວຫາບໍ່ມີມູນ ແຕ່ກ່າວຫາວ່າ ພວກກອງກຳລັງປົກປ້ອງປະຊາຊົນ ເປັນຜູ້ກະທຳ, ສ່ວນວ່າ ທະຫານພະມ້າ ເປັນຜູ້ຂັບໄລ່ກຸ່ມກໍ່ການຮ້າຍ.
ທະຫານພະມ້າ ຕັດສັນຍານ ອິນເຕີເນັດ ຢູ່ເຂດເມືອງສະກາງ ນັບແຕ່ເດືອນ ມີນາ 2022 ເປັນຕົ້ນມາ ໃນເວລາທີ່ ມີການປະຕິບັດການທາງທະຫານ ໃນເຂດພື້ນທີ່ດັ່ງກ່າວ. ນັກຂ່າວວິທຍຸເອເຊັຽເສຣີ ໄດ້ຮັບຣາຍງານວ່າ ຊາວບ້ານບ້ານຖືກທະຫານຈັບໂຕ, ຖືກປຸ້ນສະດົມ, ຂົ່ມຂືນ, ທໍຣະມານ, ລອບສັງຫານ ແລະ ຄາຕກັມ ໃນເຂດສະກາງ.
ທ່ານ ອົງ ກີວ ອະດີດສະມາຊິກສະພາ ຂອງພະມ້າສັງກັດພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ທີ່ຖືກທະຫານຢຶດອຳນາດ ໄດ້ກ່າວວ່າ:
“ທະຫານພະມ້າ ໄດ້ເລັງເປົ້າໝາຍສັງຫານພົລເຮືອນຜູ້ບໍລິສຸດ ຍ້ອນວ່າ ທະຫານບໍ່ສາມາດເອົາຊະນະ ກຸ່ມກອງກຳລັງປົກປ້ອງປະຊາຊົນ.”
ທ່ານ ກ່າວວ່າ:
“ກອງກຳລັງປົກປ້ອງປະຊາຊົນ ໄດ້ຝັງຣະເບີດໄວ້ໃນພື້ນທີ່ ແຕ່ໃນເວລາທີ່ພວກທະຫານໄປຢຽບ ໄດ້ຮັບບາດຈັບ ພວກເຂົາກໍພາກັນເຂັ່ນຂ້າປະຊາຊົນແທນ ເພື່ອເປັນການແກ້ແຄ້ນ. ທະຫານພະມ້າ ໄດ້ກາຍເປັນສັນຍາລັກຜູ້ກໍ່ການຮ້າຍ ທີ່ຣະເມີດກົດໝາຍ ເຂົາເຈົ້າບໍ່ແມ່ນມະນຸສ. ປັດຈຸບັນມີການ ປະທ້ວງຕ້ານທະຫານພະມ້າ ຢູ່ໃນເຂດສະກາງ.”
ສຳນັກຂ່າວ BenarNews ໄດ້ຣາຍງານ ວ່າ ໃນກອງປະຊຸມສຸດຍອດ ຜູ້ນຳອາຊຽນ-ສະຫະຣັຖ ທີ່ມີກຳນົດຈັດຂຶ້ນໃນວັນທີ 12-13 ພຶສພາ ຢູ່ນະຄອນຫຼວງ ວໍຊິງຕັນ ດີ.ຊີ. ສະຫະຣັຖອາເມຣິກາ ຈະບໍ່ເຊີນເອົາ ພົນເອກ ມິນອອງລາຍ ຜູ້ນຳທະຫານພະມ້າເຂົ້າມາຮ່ວມ.
ນອກຈາກນີ້ ປະທານາທິບໍດີ Duterte ຂອງຟິລິປິນສ ທີ່ມີກຳນົດໝົດວາລະ ການດຳລົງຕຳແໜ່ງ ໃນເດຶອນມິຖຸນາທີ່ຈະມາເຖິງນີ້ ກໍຈະບໍ່ປະກົດຢູ່ໃນທີ່ປະຊຸມເຊັ່ນດຽວກັນ.
ຂ່າວຍັງຣາຍງານວ່າ ນັບແຕ່ໄດ້ດຳລົງດຳແໜ່ງເປັນເວລາ 6 ປີ ປະທານາທິບໍດີ Duterte ບໍ່ເຄີຍມາຢ້ຽມຢາມ ນະຄອນຫຼວງ ວໍຊິງຕັ້ນ ດີ.ຊີ. ຍ້ອນວ່າ ບັນຄວາມສັມພັນກັບ ສະຫະຣັຖອາເມຣິກາ.
ການປະຊຸມທີ່ຈະມີຂຶ້ນ ໃນວັນທີ 12-13 ພຶສພາ ລະຫວ່າງ ຜູ້ນຳອາຊຽນ ແລະ ຜູ້ນຳສະຫະຣັຖ ນັ້ນ ເປັນໂອກາດ ທີ່ຈະໄດ້ເພີ່ມທະວີ ການເປັນຄູ່ພາຄີກັນ ແລະ ທັງເປັນການສກັດກັ້ນອິດທິພົນຂອງຈີນ ທີ່ເຂົ້າມາຢູ່ໃນຂົງເຂດອາຊຽນ.
ຫ້ອງການປະທານາທິບໍດີ ສະຫະຣັຖ ຫຼື The White House ໄດ້ຕັ້ງວິໄສທັດຂອງກອງປະຊຸມນີ້ວ່າ “Free and Open” ທີ່ມີຄວາມໝາຍວ່າ ເສຣີ ແລະ ເປີດກວ້າງ ໃນເຂດອິນໂດ-ປາຊິຟິກ.
ທະຫານພະມ້າ ໄດ້ປ່ອຍຕົວຜູ້ທີ່ຖືກຂັງ 2,300 ຄົນ ຊຶ່ງເກືອບທັງໝົດ ເປັນນັກໂທດການເມືອງ ທີ່ຖືກຈັບໃນຂໍ້ຫາວິຈານຣັຖບານ ຫຼື ທະຫານຝ່າຍຢຶດອຳນາດ.
ການປ່ອຍຕົວຄັ້ງນີ້ ຖືວ່າເປັນການນິຣະໂທສກັມ ທົ່ວປະເທດໃນວັນທີ ພຸດທີ 30 ມິຖຸນາ 2021 ທີ່ຜ່ານມາ, ແຕ່ນັກວິເຄາະຕັ້ງຂໍ້ສົງໄສວ່າ ການປ່ອຍຕົວດັ່ງກ່າວ ເປັນເງື່ອນໄຂເພື່ອໃຫ້ໄດ້ ການຍອມຮັບຈາກສາກົລ ຫລັງຈາກທີ່ຝ່າຍທະຫານໄດ້ຢຶດອຳນາດ ໃນເດືອນກຸມພາ 2021 ທີ່ຜ່ານມາ.
ຜູ້ຖືກຂັງຄຸກ 2,300 ຄົນ ຖືກປ່ອຍຕົວຈາກຄຸກຢູ່ ນະຄອນຫລວງເນປີດໍ ແລະ ຈາກຄຸກຢູ່ທົ່ວປະເທດ ແລະ ຂົງເຂດຕ່າງໆ ລວມມີ ນັກຂ່າວ, ຜູ້ປະທ້ວງ, ເຈົ້າໜ້າທີ່ບັນເທົາທຸກ ທີ່ຖືກກ່າວຫາວ່າ ຣະເມີດມາດຕຣາ 505 ວ່າດ້ວຍບົດບັນຍັດລົງໂທດຜູ້ທີ່ວິຈານທະຫານ.
ຜູ້ທີ່ຖືກປ່ອຍຕົວຄົນນຶ່ງ ໄດ້ກ່າວວ່າ:
“ຂ້າພະເຈົ້າດີໃຈ ທີ່ຈະໄດ້ເຫັນຄອບຄົວ ແລະ ດີໃຈທີ່ໄດ້ເຫັນວ່າ ທຸກຄົນຍັງມີຄວາມສຸກ ແລະ ຖ້າເບິ່ງວ່າ ຊິມີຫຍັງເກີດຂຶ້ນຕໍ່ໄປ.”
ຜູ້ປະທ້ວງຕ້ານການຣັຖປະຫານ ທີ່ຖືກປ່ອຍຕົວ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ທະຫານ ບໍ່ມີການຟ້ອງຮ້ອງເຂົາເຈົ້າ ແລະ ເຂົາເຈົ້າຍັງຈະຕໍ່ສູ້ຕ້ານກັບ ທະຫານຝ່າຍຢຶດອຳນາດ.
ທ່ານ ອອງ ເຢ ໂກ, ນັກຂ່າວຈາກສຳນັກຂ່າວ 7 Days News ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ຜແນກພາສາພະມ້າ ວ່າ ລາວໄດ້ຖືກປ່ອຍໂຕ ຫຼັງຈາກຖືກຈັບໃນວັນທີ 27 ເດືອນກຸມພາ 2021 ໃນຂນະທີ່ກຳລັງຣາຍງານຂ່າວການປະທ້ວງຢູ່ເມືອງ ເລນດານ ຢູ່ນະຄອນຢາງກຸ້ງ ຊຶ່ງເປັນນະຄອນຫລວງເກົ່າຂອງພະມ້າ.
ທ່ານ ກ່າວວ່າ ຂ້າພະເຈົ້າບໍ່ຮູ້ຈຸດປະສົງ ຂອງທະຫານ ຫຼື ເປັນຫຍັງ ທະຫານຝ່າຍທີ່ຢຶດອຳນາດ ຈຶ່ງປ່ອຍໂຕຂ້ອຍ ແຕ່ວ່າ ຂ້າພະເຈົ້າກໍຈະຍັງຄົງເຮັດໜ້າທີ່ ຣາຍງານຂ່າວຄືເກົ່າ.
ໃນວັນທີ 1 ກຸມພາ 2021, ທະຫານພະມ້າ ໄດ້ພາກັນຢຶດອຳນາດ ຈາກພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ຂອງຍານາງ ອອງ ຊານ ຊູ ຈີ (Aung San Suu Kyi) ຫຼັງຈາກພັກຂອງຍານາງ ຊະນະການເລືອກຕັ້ງ ໃນປີເດືອນພຶສຈິກາ ປີ 2020 ໂດຍ ທຫານກ່າວອ້າງເຫດຜົນ ໃນການຢຶດອຳນາດວ່າ ມີການໂກງການເລືອກຕັ້ງ. ຍາງ ນາງ ອອງ ຊານ ຊູ ຈີ ແລະ ສມາຊິກພັກຄົນອື່ນໆ ໄດ້ຖືກກັກຕົວ ຢູ່ໃນຄຸກ ນັບແຕ່ມີການຢຶດອຳນາດ.