ຈີິນ ໃຊ້ ງົບປະມານ ອັນ ມະຫາສານ ໃນການ ສືບລັບ ໃນເຄືອຂ່າຍ ອິນເຕີແນັດ.
ຫນ່ວຍງານ ຄົ້ນຄວ້າ ກ່ຽວກັບ ຄວາມປອດພັຍ ໄດ້ໃຫ້ການ ຕໍ່ ເວທີ ສະພາສູງ ສະຫະຣັຖ ວ່າ ຈີນ ໄດ້ທຸ່ມເທ ງົບປະມານ ອັນ ມະຫາສານ ແລະ ຊັພຍາກອນ ໃນການ ໂຈມຕີ ເຄືອຂ່າຍ ອິນເຕີແນັດ ໃນອະເມຣິກາ ເພື່ອລັກ ເອົາຄວາມລັບ ດ້ານການຄ້າ.
ທ່ານ Kevin Mandia ຫົວຫນ້າ ຫ້ອງການ ຄວາມປອດພັຍ ບໍຣິສັດ Mandiant ກ່າວວ່າ ການໂຈມຕີ ເອົາຂໍ້ມູນ ໃນເຄືອຂ່າຍ ອິນເຕີແນັດ ຂອງຈີນ ເປັນບັນຫາ ທີ່ ສ້າງ ຄວາມສົນໃຈ ໃຫ້ແກ່ ປະທານາທິບໍດີ ສະຫະຣັຖ ທ່ານ ບາຣັກ ໂອບາມາ ແລະ ເຈົ້າຫນ້າທີ່ ຣະດັບສູງ ຂອງ ສະຫະຣັຖ ຢ່າງໃຫຍ່ ເພາະເປັນ ພາກສ່ວນ ຂອງ ການລັກຂໍ້ມູນ ຄວາມລັບ ແລະ ລິຂສິດ ຊັບສິນ ທາງປັນຍາ ຂອງ ສະຫະຣັຖ.
ທ່ານວ່າ ມັນມີການ ຫນູນຫລັງ ແລະ ໃຫ້ເງິນ ສນັບສນູນ ຢ່າງກວ້າງຂວາງ ຊຶ່ງ ບໍຣິສັດ ຂອງທ່ານໄດ້ ອອກບົດ ລາຍງານ ຫລາຍສະບັບ ໃນຕົ້ນປີນີ້ ທີ່ເຊື່ອມໂຍງ ກອງທັບ ປະຊາຊົນ ຈີນ ມີສ່ວນພົວພັນ ໃນການໂຈມຕີ ເອົາຂໍ້ມູນ ໃນເຄືອຂ່າຍ ອິນເຕີແນັດ ໃນ ສະຫະຣັຖ.
ທ່ານໄດ້ກ່າວຕໍ່ ເວທີ ຄະນະ ກັມມະທິການ ດ້ານ ອາວຸດ ຍຸທສາດ ສະພາສູງ ສະຫະຣັຖ ວ່າ ອິງຕາມ ການລົງທຶນ ມັນເປັນການ ຍາກທີ່ຈະ ສລຸບໄດ້ ນອກເຫນືອຈາກ ການຫາຜົລ ກຳໄຣ ຈາກການ ລົງທຶນ ຫລາຍກວ່າ. ທ່ານວ່າ ເບີ່ງຕາມ ພຶດຕິກັມ ຂອງ ການໂຈມຕີ ບົ່ງບອກໃຫ້ ເຫັນວ່າ ແມ່ນເພື່ອ ຜົລປໂຍດ ທາງດ້ານ ເສຖກິດ ຫລາຍກວ່າ.