ຟິນແລນດ໌ ແລະສະວີເດັນ ຖືກດຶງເຂົ້າ NATO

0:00 / 0:00

ຫຼັງ​ຈາກ​ທີ່ ຣັ​ສ​ເຊັຽ​ໃຊ້​ກຳ​ລັງ​ທະ​ຫານ​ບຸກ ຢູ​ເຄຣນ ນັບ​ແຕ່​ເດືອນ​ກຸມ​ພາ ເປັນ​ຕົ້ນ​ມາ, ປະ​ເທດ​ຟິນແລນດ໌ ແລະ ສະ​ວີ​ເດັນ ກໍ​ສ​ມັກ​ເຂົ້າ​ເປັນ​ສະ​ມາ​ຊິກ ອົງ​ການ​ສົນ​ທິ​ສັນ​ຍາ ​ປົກ​ປ້ອງ​ແອັດ​ແລນ​ຕິກ​ເໜືອ ຫຼື NATO.

ເປັນ​ທີ່​ຖົກ​ຖຽງ​ກັນ​ວ່າ ປະ​ເທດຟິນ​ແລນດ໌ ແລະ ສະ​ວີ​ເດັນ ຖືກ​ບາງ​ປະ​ເທດ​ຊັກ​ຈູງ​ເປັນ​ສະ​ຊິກ NATO ເພື່ອ​ເຂົ້າ​ມາ​ຖ່ວງ​ດຸນ​ອຳ​ນາດ​ຂອງ​ຣັ​ສ​ເຊັຽ​ໃນ​ເຂດ​ທະ​ເລ Baltic ຫຼັງ​ຈາກ​ທັງ​ສອງ​ປະ​ເທດ​ນີ້ ຮັກ​ສາ​ຄວາມ​ເປັນ​ກາງ​ມາຕ​ລອດ.

ກ່ອນ​ຈະ​ເຂົ້າ​ຫາ​ນີ້ ຕ້ອງ​ຫວນ​ຄື ກໍ​ຣະ​ນີ ທີ່​ຣັສ​ເຊັຽ​ ໄດ້​ສົ່ງ​ທະ​ຫານ​ເຂົ້າ​ມາ​ເຮັດ​ສົງ​ຄາມ ​ຢູ່​ປະ​ເທດ​ຢູ​ເຄຣນ.

ນັກ​ຂ່າວ ແລະ ນັກ​ວິ​ຊາ​ການ​ຈຳ​ນວນນຶ່ງ ໃຫ້​ທັ​ສ​ນະ​ວ່າ ຣັ​ຖສເຊັຽ​ໃຊ້​ກຳ​ລັງ​ທະ​ຫານ ເຂົ້າ​ໄປບຸກ​ປະ​ເທດ​ເພື່ອນ​ບ້ານ ຄື ຢູ່ເຄຣນ ເປັນ​ຍ້ອນ​ຢູ​ເຄຣນ ຈະ​ເຂົ້າ​ເປັນ​ສະ​ມາ​ຊິກ NATO ແລະ ຖືກ​ຣັສ​ເຊັຽ​ເບິ່ງ​ວ່າ ເປັນ​ພັຍ​ຂົ່ມ​ຂູ່​ຕໍ່​ຣັສ​ເຊັຍ.

ນັກ​ວິ​ຊາ​ການ ແລະ ສຳ​ນັກ​ຂ່າວ​ບາງ​ສຳ​ນັກ​ ກໍ​ວິ​ເຄາະ ແລະ ວິ​ຈານ​ວ່າ ຜູ້​ນຳ​ຢູ່​ເຄຣນ ຖືກປະ​ເທດ​ຕາ​ເວັນ​ຕົກ ແລະ ບາງ​ປະ​ເທດ ຍຸ​ແຍ່ ໃຫ້​ເຂົ້າ​ເປັນ​ສະ​ມາ​ຊິ​ກ NATO. ແຕ່​ ໃນ​ສ່ວນ​ຂອງ​ຜູ້​ນຳ​ຢູ​ເຄຣນ ແລະ ປະ​ຊາ​ຊົນ​ຢູ​ເຄຣນເອງ ກໍ​ເຫັນການ​ ປະ​ເທດ​ຢູ​ເຄຣນ ​ມີ​ສິດ​ທີ່​ຈະ​ຕັດ​ສິນ​ຊາ​ຕາ​ກັມຂອງ​ໂຕ ວ່າຈະ​ເຂົ້າ​ກັບ​ອົງ​ກອນ​ໃດກໍ​ໄດ້ ແລະ ມີ​ແນວ​ທາງ​ຂອງ​ຕົນ​ເອງ.

ຕໍ່​ມາ ​ກໍ​ມີ​ຂ່າວ​ວ່າ ປະ​ເທດ​ສະ​ວີ​ເດັນ ແລະ ປະ​ເທດ​ຟິນ​ແລນດ໌ ທີ່​ເປັນ​ເພື່ອນ​ບ້ານ​ຂອງ​ຣັ​ສ​ເຊັຽ ໄດ້​ປະ​ກາດຈະ​ເຂົ້າ​ເປັນ​ສາ​ມາ​ຊິກ​ຂອງ NATO.

ປະ​ເທດ​ຟິນແລນດ໌​ ແລະ ປະ​ເທດ​ສະ​ວີ​ເດັນ ເປັນ​ປະ​ເທດ​ທີ່ຢູ່​ໃນ​ກຸ່ມ ​ປະ​ເທດທີ່​ລະ​ບົບ​ການ​ສຶກ​ສາ ​ດີ​ທີ່​ສຸດໃນ​ໂລກ ອີງ​ຕາມ​ຂໍ້​ມູນຢູ່ເວບ​ໄຊທ໌​ຕ່າງໆ ຫຼື ທ່ານສາ​ມາດ ເຂົ້າ​ໄປ​ໃນ Google ແລ້ວ ຕີ​ຄຳ​ວ່າ “Best education countries in the world”.

ໃນ​ປີ 2021, ປະ​ເທດ ຟິນ​ແລນດ໌ ຖືກ​ຈັດ​ອັນ​ດັບ​ປະ​ເທດ​ ທີ່​ມີ​ຄວາມ​ໂປ່ງ​ໃສເປັນ​ອັນ​ດັບ 2 ຂອງ​ໂລກ ແລະ ສະ​ວີ​ເດັນ ເປັນ​ປະ​ເທດທີ່​ມີ​ຄວາມ​ໂປ່ງໃສເປັນ​ອັນ​ດັບ 4 ຂອງ​ໂລກ ເຊິ່ງ​ທັງ​ສອງ​ປະ​ເທດນີ້ ເປັນ​ປະ​ເທດ​ທີ່​ມີ​ການ​ສໍ້​ຣາສ​ບັງ​ຫຼວງໜ້ອຍ​ທີ່​ສຸດ ອີງ​ຕາມ​ຂໍ້​ມູນ​ຢູ່​ໃນ​ເວບ​ໄຊທ໌ ຂອງ​ອົງ​ການ​ຄວາມ​ໂປ່ງ​ໃສ​ສາ​ກົລ ຫຼື Transparency International.

ໃນ​ດ້ານ​ສິດ​ເສ​ຣີ​ພາບຂອງ​ສື່ມວນ​ຊົນ ໃນ​ປີ 2021, ປະ​ເທດ​ຟິນ​ແລນດ໌ ຖືກ​ຈັດ ຢູ່​ໃນ​ອັນ​ດັບ​ທີ 2 ຂອງ​ໂລກ ສ່ວນ​ວ່າ ປະ​ເທດ​ສະ​ວີ​ເດັນຖືກ​ຈັດ​ຢູ່​ໃນ​ອັນ​ດັບ​ທີ 3 ຂອງ​ໂລກ ອີງ​ຕາມ​ຂໍ້​ມູນ​ຈາກ​ອົງ​ການ​ຂ່າວ ​ທີ່ບໍ່​ມີ​ພົມ​ແດນ ຫຼື Reporters Without Borders.

ໃນ​ປີ 2021 ໃນ​ດ້ານ​ສິດ​ທິ​ມະ​ນຸ​ສ, ປະ​ເທດຟິນ​ແລນດ໌ ຖືກ​ຈັດ​ໃນ​ອັນ​ດັບ 7 ຂອງ​ໂລກ ສ່ວນ​ວ່າ ປະ​ເທດ​ສະ​ວີ​ເດັນ ຖືກ​ຈັດ​ຢູ່​ໃນ ອັນ​ດັບທີ 9 ຂອງ​ໂລກ.

​ຄຳ​ຖາມ ກໍ​ຄື​ວ່າ ປະ​ຊາ​ຊົນ​ແລະຜູ້​ນຳ ຢູ່ປະ​ເທດທີ່​ມີ​ການ​ສຶກ​ເປັນ​ອັນ​ດັບ​ຕົ້ນໆ ຂອງ​ໂລກ, ຢູ່​ໃນ​ປະ​ເທດ​ທີ່​ມີ​ຄວາມ​ໂປ່​ງ​ໃສເປັນ​ອັນ​ດັບ​ໂລກ, ຢູ່​ໃນ​ປະ​ເທດທີ່​ສິດ​ທິ​ໃນ​ການ​ປາກ​ເວົ້າ-ຂີດ​ຂຽນ ເປັນ​ອັນ​ດັບ​ໂລກ ໂດຍ​ສະ​ເພາະປະ​ເທດ​ຟິນ​ແລນດ໌ ແລະ ສະ​ວີ​ເດັນ ຈະ​ຖືກປະ​ເທດ​ໃດ​ປະ​ເທດ​ນຶ່ງ ສັ່ງ ຫຼື ຊຸກ​ຈູງ ໃຫ້​ຫັນ​ຊ້າຍ ຫັນ​ຂວາ ຢ່າງ​ງ່າຍ​ດາຍໄດ້​ຫຼືບໍ່?

ນັກ​ທຸ​ຣະ​ກິຈ​ລາວທ່ານ​ນຶ່ງ ຜູ້​ທີ່​ຕິດ​ຕາມ​ສະ​ຖາ​ນະ​ການ ຢູ​ເຄຣນ-ຣັສ​ເຊັຽ ຢ່າງ​ໃກ້​ຊິດ ໄດ້ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ​:

" ຊິ ​ໄປ​ສັ່ງ​ໃຫ້​ມັນ​ເຮັດ​ວຽກ​ຫັ້ນ​ວຽກ​ນີ້ ມັນ​ຊິ​ເຮັດ​ຈັກ​ເທື່ອ ຄົນ​ມັນ​ມີ​ຢູ່​ແລ້ວ ກະ​ເຂົາ​ຄື​ກັນ ເຂົາ​ມີ​ເງິນ​ລະ​ເຂົາ​ມີ​ຄວາມ​ຮັບ​ຜິດ​ຊອ​ບ​ສູງ ເຂົາ​ບໍ່​ຄໍ​ຣັບ​ຊັ້ນ​ອີກ ຂັ້ນ​ປະ​ເທດ​ໃດ​ບໍ່​ຄໍ​ຣັບ​ຊັ້ນ ຂ້ອຍ​ເຊື່ອ​ວ່າ ເຈົ້າ​ຍຸ​ແຍ່​ເຂົາ​ບໍ່​ໄດ້​ດອກ."

ປະ​ຊາ​ຊົນ​ຢູ່​ໃນ​ປະ​ເທດ ທີ່​ມີ​ຄວາມ​ຈະ​ເຣີນ ​ຍາກ​ທີ່​ຈະ​ຖືກ​ຕົກ​ເປັນ​ເຄື່ອງ​ມື​ ຂອງ​ນັກ​ການ​ເມືອງ ເພາະ​ນັກ​ການ​ເມືອງ​ກ່ອນ​ທີ່​ຈະ​ຕັດ​ສິນ​ໃຈ ອອກ​ນະ​ໂຍ​ບາຍ ​ທີ່​ມັນ​ກ່ຽວ​ກັບ​ພັນ​ກັບຄວາມ​ເປັນ ​ຄວາມ​ຕາຍ​ຂອງ​ປະ​ເທດ​ຕົນ ເຂົາ​ຕ້ອງ​ມີ​ການ​ສຳ​ຣວດ​ຄວາມ​ຄິດ​ເຫັນ​ ຂອງ​ປະ​ຊາ​ຊົນ​ກ່ອນ.

ນັກ​ທຸ​ຣະ​ກິຈ ທ່ານນີ້ ກ່າວ​ວ່າ:

" ໂພ ​ເຂົາ​ກວດ​ສອບ​ທົ່ວ​ປະ​ເທດ ມັນ​ສຳ​ຣວດ​ອອກ​ມາ​ໄດ້​ແບບ​ນັ້ນ ເຂົາ​ໃຫ້​ລົງ​ຜ່ານ Application ເຂົາ​ນ່າ ໃຫ້​ປະ​ຊາ​ຊົນ​ ສະ​ແດງ​ຄວາມ​ຄິດ​ຄ-ວາມ​ເຫັນ ທຳ​ອິດ​ກະ​ເຫັນ​ດີ​ແຕ່ 60 ປາຍ​ເປີ​ເຊັນ."

ນັກ​ວິ​ເຄາະ​ຕ່າງ​ປະ​ເທດ ກໍ​ໃຫ້​ຄຳ​ເຫັນ​ວ່າ ບັນ​ຫາ​ທີ່​ເກີດ​ຂຶ້ນ ກັບປະ​ເທດ​ຢູ​ເຄຣນ ເຮັດ​ໃຫ້ເຮັດ​ໃຫ້ ຟິນ​ແລນດ໌ ແລະ ສະ​ວີ​ເດັນ ຕ້ອງ​ໄດ້​ເລືອກ​ຂ້າງ ແລະ ເຂົາ​ເຈົ້າ​ບໍ່​ເຊື່ອ​ໃຈ​ຣັສ​ເຊັຽ ແລະ ນັກ​ທຸ​ລະ​ກິຈ ທ່ານນີ້ ກໍ​ເຫັນ​ຕ​ຣົງ​ກັນວ່າ:

" ຊິ ​ຢູ​ແບບ​ເປັນ​ກາງ ​ມັນ​ໃຊ້​ບໍ່​ໄດ້​ແລ້ວ​ຍຸກນີ້ ເຊື່ອ​ໃຈ​ບໍ່​ໄດ້ແລ້ວ ຣັສ​ເຊັຽນີ້ ປະ​ເທດ​ອື່ນ​ເຂົາ​ບໍ່​ເຊື່ອ ຢູ່ ​ຢູ​ໂຣບ ເຂົາ​ບໍ່​ເຊື່ອ​ຣັ​ດສເຊັຽ."

ໃນ​ວັນ​ທີ 18 ພຶ​ສ​ພາ, ທູດ​ຟິນ​ແລນດ໌ ທ່ານ Klus Korhonen ແລະ ທູດ​ສະ​ວິ​ເດັນ ທ່ານ Axel Wernhoff ປະ​ຈຳ NATO ໄດ້​ຢືນໃບ​ສ​ມັກ​ການ​ເປັນ​ສະ​ມາ​ຊິກ NATO ຕໍ່​ເລ​ຂາ​ທິ​ການ​ນາ​ ນາ​ໂຕ້ ພົນ​ເອກ Jens Stoltenber ຢູ່ ນະ​ຄອນ​ຫລວງ Brussel ປະ​ເທດ​ເບວຢ້ຽມ ໃນ​ຕອນ​ເຊົ້າ​ຂອງວັນ​ພຸດ​ທີ່​ຜ່ານ​ມາ, ອີງ​ຕ​າມ​ການ​ຣາຍ​ງານ​ ທາງ​ໂທ​ຣະ​ທັສ​ຟິນ​ແລນດ໌.

ພົນ​ເອກ Stoltenberg ໄດ້​ກ່າວຕໍ່​ທູດ​ທັງ​ສອງ​ປະ​ເທດ ​ວ່າ: “ມັນ​ເປັນ​ວັນ​ທີ່​ດີ ໃນ​ຊ້ວງ​ເວ​ລາ​ອັດ​ຕະ​ຄັດ ສຳ​ລັບ​ຄວາມ​ໝັ້ນ​ຄົງ​ ຂອງ​ພວກ​ເຮົາ. ຂອບ​ໃຈ ສະ​ວີ​ເດັນ ແລະ ຟິນ​ແລນດ໌ ທີ່ຢື່ນ​ໃບ​ສະ​ໝັກເຂົ້າ​ເປັນ​ສະ​ມາ​ຊິກ​ NATO.”

ທ່ານ ຍັງ​ກ່າວ​ວ່າ: “ທຸກ​ໆ​ຊາດ ມີ​ສິດ​ ທີ່​ຈະ​ເລືອກ​ທາງ​ເດີນ​ຂອງ​ຕົນເອງ. ຟິນ​ແລນດ໌ ແລະ ສະ​ວີ​ເດັນ ກໍ​ໄດ້​ເລືອກ​ທາງ​ເດີນ​ຂອງ​ຕົນ​ເອງ ຫຼັງ​ຈາກຜ່ານ​ຂບວນ​ການ​ທາງ​ປະ​ຊາ​ມະ​ຕິ ແລະ ຂ້າ​ພະ​ເຈ້າ ຂໍ​ຕ້ອນ​ຮັບ​ເອົາ​ຄຳ​ຮ້ອງ​ຂອງປະ​ເທດ​ສະ​ວີ​ເດັນ ແລະ ຟິນ​ແລນດ໌ ທີ່​ຂໍ​ເຂົ້າ​ເປັນ​ສະ​ມາ​ຊິກ​ NATO”.

ຟິນ​ແລນດ໌ ແລະ ສະ​ວີ​ເດັນ ເປັນ​ພັນ​ທະ​ມິຕ​ທີ່​ໃກ້​ຊິດ​ກັບ​ນາ​ໂຕ້ ເຊິ່ງ​ມີ​ການ​ຮ່ວມ​ມື​ທາງ​ພັນ​ທະ​ກິຈ ແລະ ກາ​ນ​ຊ້ອມ​ຣົບ. ແຕ່​ວ່າ ການ​ເຂົ້າ​ເປັນ​ສະ​ຊິກ​ຂອງ​ສອງ​ປະ​ເທດນີ້ ຍັງ​ມີ​ຊອງວ່າງ​ຫຼາຍ​ຢ່າງທີ່​ຈະ​ຕ້ອງ​ແກ້​ໄຂ ພາຍ​ໃນ​ອົງ​ການ NATO ເອງ ແລະ ເຫດ​ການ​ທີ່ບໍ່​ຄາດ​ຄິດ​ຈະ​ເກີດ​ຂຶ້ນ​ໃນ​ທະ​ວີບ​ຢູ​ໂຣບ. ເມື່ອ​ນ້ຳ​ແຂງ​ລະ​ລາຍ ແລະ ການ​ເດີນ​ເຮືອ ຢູ່​ຂວັ້ນ​ໂລກ​ເໜືອ​ເພີ່ມ​ຂຶ້ນ, ກິຈ​ກັມທາງ​ອາ​ກາດ ແລະ ທາງ​ທະ​ເລ ໃນ​ເຂດ​ດັ່ງ​ກ່າວເພີ່ມ​ຂຶ້ນ ເມື່ອ​ບໍ່​ດົນ​ປີ​ມານີ້. ຣັ​ສ​ເຊັຽມີ​ການ​ຕັດ​ເສັ້ນ​ທາງເດີນ​ເຮືອ​ ເຂົ້າ​ມາ​ເຂດ​ທະ​ເລ Baltic ເພື່ອ​ຕັດ​ທາງ​ຜ່ານ​ໃສ່ມະ​ຫ​າ​ສມຸດ Atlantic ບ່ອນ​ທີ່ພັນ​ທະ​ມິຕຂອງ NATO ຄວບ​ຄຸມ​ຢູ່.

ປະ​ທາ​ນາ​ທິ​ບໍ​ດີຟິນ​ແລນດ໌ ທ່ານ Sauli Niinisto ໄດ້​ກ່າວ​ຕໍ່​ສຳ​ນັກ​ຂ່າວ CNN ເມື່ອ​ວັນ​ທີ 19 ພຶ​ສ​ພາ ຫຼັງ​ຈາກ​ທີ່​ທ່ານ ໄດ້​ສົນ​ທະ​ນາທາງ​ໂທ​ຣະ​ສັບກັບ ທ່ານ Vladimir Putin ປະ​ທາ​ນາ​ທິ​ບໍ​ດີ​ຣັ​ສ​ເຊັຽ ຕອນ​ນຶ່ງ ວ່າ: " ຂ້າ ​ພະ​ເຈົ້າ​ຕ້ອງ​ການ​ຢືນ​ຢັນ​ອີກ​ຄັ້ງ​ນຶ່ງວ່າ ສະ​ຖາ​ນະ​ການ​ມີ​ການ​ປ່ຽນ​ແປງ ພວກ​ເຮົາ​ຕ້ອງ​ການ​ຂໍ​ເຂົ້າ​ເປັນ​ສະ​ມາ​ຊິກ​ NATO ໃນ​ເວ​ລາ​ດຽວ​ກັນ ທ່ານ Vladimir ກໍ​ຢືນ​ຢັນ​ວ່າ ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ດັ່ງ​ກ່າວ ນັ້ນຜິດ​ພາດ. ຣັສ​ເຊັຽບໍ່​ໄດ້​ນາບ​ຂູ່ຟິນ​ແລນດ໌. ການ​ສົນ​ທະ​ນາ​ຂອງ​ພວກ​ເຮົາ​ ທາງ​ສອງເປັນ​ໄປ​ຢ່າງເຍືອກ​ເຢັ​ນ."

ໃນ​ເວ​ລາ​ຕ້ອນ​ຮັບ ທ່ານ Sauli Niinistö ປະ​ທາ​ນາ​ທິ​ບໍ​ດີ ຟິນ​ແລນດ໌ ແລະ ຍາ​ນາງ Magdalena Andersson ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ສະ​ວີ​ເດັນ ຢູ່ ທຳ​ນຽບ​ຂາວ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ, ປະ​ທາ​ນາ​ທິ​ບໍ​ດີ Joe Biden ໄດ້​ກ່າວ ກ່າວ​ຕອນ​ນ​ນຶ່ງວ່າ: " ໃຫ້ ​ເປັນ​ທີ່​ກະ​ຈ່າງ​ແຈ້ງວ່າ ສະ​ມາ​ຊິກ​ໃໝ່ [ຟິນ​ແລນດ໌ ແລະ ສະ​ວີ​ເດັນ] ທີ່​ເຂົ້າ​ຮ່ວມ​ NATO ບໍ່​ເປັນ​ພັຍ​ຂົ່ມ​ຂູ່​ປະ​ເທດ​ໃດ. ບໍ່​ເຄີຍ​ມີ. ຈຸດ​ປະ​ສົງ​ຂອງ​ NATO ແມ່ນ​ເພື່ອ​ປ້ອງ​ກັນ​ການ​ຮຸກ​ຮານ. ຈຸດ​ປະ​ສົງ​ຂອງ​ NATO ກໍ​ເພື່ອ​​ປ້ອງ​ກັນ​ໂຕ​ເອງ."

ໃນ​ການ​ຂໍ​ເຂົ້າ​ເປັນ​ສະ​ມາ​ຊິກ NATO, ຜູ້​ນຳປະ​ເທດ​ຕຸຣະ​ກີ (Turkey) ກໍບໍ່​ເຫັນ​ດີ​ກັບປະ​ເທດ​ຟິນແລນດ໌​ ແລະ ສະ​ວີ​ເດັນ.

ສ່ວນ​ວ່າ ທ່ານ Sergei Lavrov ຣັ​ຖ​ມົນ​ຕ​ຣີ​ຕ່າງ​ປະ​ເທດ​ຣັສ​ເຊັຽ ກໍ​ເຄີຍ​ເວົ້າ​ວ່າ: “ຟິນ​ແລນດ໌ ແລະ ສະ​ວີ​ເດັນ ລວມ​ປະ​ເທດ​ທີ່​ເປັນ​ກາງ​ອື່ນໆ ກໍ​ເຂົ້າ​ຮ່ວມ​ການ​ຊ້ອມ​ຣົບ​ກັບ NATO ມາ​ໄດ້​ຫຼາຍ​ປີ​ແລ້ວ”.

ທ່ານ Sergei Lavrov ຍັງ​ກ່າວ​ຕື່ມ​ວ່າ “NATO ໄດ້​ພິ​ຈາ​ຣະ​ນາການ​ຂ​ຍາຍ​ເຂດ​ແດນ ໃນ​ເວ​ລາ​ທີ່​ມີ​ການ​ວາງ​ແຜນ ທາງ​ທະ​ຫານມາ​ທາງ ຢູໂຣບ​ຕາ​ເວັນ​ອອກ. ສະ​ນັ້ນ​ໃນ​ຄວາມ​ຮູ້​ສຶກນີ້ ມັນ​ບໍ່​ແຕກ​ຕ່າງ​ຫຍັງ​ກັນ.”

ທ່ານ Serge ເຄີຍ​ກ່າວ ໃນ​​ເດືອນ​ມົກ​ກະ​ຣາ ທີ່​ຜ່ານ​ມາວ່າ: “ມັນ​ຂຶ້ນ​ຢູ່​ກັບປະ​ເທດ ຟິນ​ແລນດ໌ ແລະ ສະ​ວີ​ເດັນ ທີ່​ຈະ​ສ​ມັກ​ເຂົ້າ​ເປັນ​ສະ​ມາ​ຊິກ NATO ແຕ່ຍັງ​ຕ້ອງ​ການ​ໃຫ້ທັງ​ສອງ​ປະ​ເທດນີ້ ຢູ່​ໃນ​ສະ​ຖາ​ນະ​ເປັນ​ກາງ.”

ແລະ ທ່ານ ຍັງ​ກ່າວ​ເນັ້ນ​ອີກວ່າ: NATO ເອງ ກໍ​ບໍ່​ເຄີຍ​ເຄົາ​ຣົບ​ອະ​ທິ​ປະ​ໄຕ​ ຂອງ​ປະ​ເທດ​ໃດ.

ມາ​ຕ​ຣາ 5 ຂອງ​ສົນ​ທິ​ສັນ​ຍາ NATO ໄດ້​ລະ​ບຸ​ວ່າ ​ປະ​ເທດ​ສະ​ມາ​ຊິກ​ NATO ທັງ​ໝົດ ຕົກ​ລົງ​ກັນ​ວ່າ ຖ້າ​ປະ​ເທດ​ສະ​ມາ​ຊິກ​ຂອງ NATO ຖືກ​ໂຈ​ຕີ ໃຫ້​ຖືກວ່າ ເປັນ​ການ​ໂຈມ​ຕີ​ປະ​ເທດ​ NATO ທັງ​ໝົດ ແລະ ປະເທດສະ​ມາ​ຊິກ ຈະ​ຕ້ອງ​ເຂົ້າ​ໄປ​ຊ່ວຍ​ເຫຼືອ ລວມ​ທັງ​ການ​ໃຊ້​ກຳ​ລັງ​ທະ​ຫານ ເພື່ອ​ຟື້ນ​ຟູ ແລະຮັກ​ສາ​ຄວາມ​ສ​ງົບ.

ອົງ​ການ​ສົນ​ທິ​ສັນ​ຍາ ປົກ​ປ້ອງ​ແອັດ​ແລນ​ຕິກເໜືອ ຫຼື NATO ຖືກ​ສ້າງ​ຕັ້ງ​ຂຶ້ນໃນ​ປີ 1949 ນຳ​ໂດຍ​ສະ​ຫະ​ຣັ​ຖ ອາ​ເມ​ຣິ​ກາ ຫຼັງ​ຈາກ​ສິ້ນ​ສຸດ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ໃນ​ປີ 1945.

ອົງ​ການ NATO ຖືກ​ສ້າງ​ຕັ້ງ​ຂຶ້ນ ເພື່ອ​ຈຸດ​ປະ​ສົງ​ ທາງ​ດ້ານ​ການ​ທະ​ຫານ ແລະ ປັດ​ຈຸ​ບັນມີ​ສະ​ຊິກ​ທັງ​ໝົດ 30 ປະ​ເທດ.