ຜະເດັດການ ທະຫານພະມ້າ ກໍ່ ອາສຍາກັມ ຕໍ່ມະນຸສຊາຕ

0:00 / 0:00

ການໂຈມຕີພົລເຮືອນ ດ້ວຍຫລາຍຮູບແບບ ຂອງພວກຜະເດັດການທະຫານພະມ້າ ນັບຕັ້ງແຕ່ໄດ້ເຂົ້າຍຶດອໍານາດ ການປົກຄອງປະເທດ ເມື່ອເດືອນກຸມພາ 2021 ມາ, ຖືເປັນການກໍ່ອາສຍາກັມ ຕ້ານມະນຸສຊາຕ ຊຶ່ງມີທັງການລ່ວງ ລະເມີດທາງເພດແມ່ຍິງ ໃນວົງກ້ວາງ ແລະການທໍຣະມານເດັກນ້ອຍ, ອີງຕາມຣາຍງານ ປະຈໍາປີຂອງໜ່ວຍສືບສວນ ສະຫະປະຊາຊາຕ ທີ່ຖືກເຜີຍແພ່ເມື່ອວັນອັງຄານ ຜ່ານມານີ້.

ກົລໄກສືບສວນອິສຣະ ຫລື The Independent Investigation Mechanism for Myanmar (IIMM) ສໍາລັບພະມ້າ ເວົ້າວ່າ ໄດ້ຮວບຮວມຫລັກຖານ ທີ່ບົ່ງບອກເຖິງການກໍ່ອາສຍາກັມ ບົນພື້ນຖານທາງເພດ ຮວມທັງການຂົ່ມຂືນ ແລະຮູບແບບອື່ນໆ ຂອງຄວາມຮຸນແຮງທາງເພດ ແລະອາສຍາກັມຕໍ່ເດັກ ນ້ອຍ ຊຶ່ງແມ່ນສະມາຊິກ ກອງກໍາລັງຮັກສາຄວາມໝັ້ນຄົງ ແລະກຸ່ມຕິດອາວຸດ ຂອງພວກຜະເດັດການທະຫານພະມ້າ ເປັນຜູ້ກະທໍາ.

ກົນໄກສືບສວນອິສຣະ ເວົ້າໃນຣາຍງານຂອງຕົນວ່າ ເດັກນ້ອຍໃນພະມ້າ ຖືກທໍຣະມານ, ຖືກເກນເປັນທະຫານ, ຖືກກັກຂັງໂດຍພະລະການ ຮວມທັງເປັນຕົວແທນ ໃຫ້ພໍ່ແມ່ຜູ້ປົກຄອງ ຂອງພວກເຂົາເຈົ້ານໍາດ້ວຍ. ທ່ານ Nicholas Koumjian ຫົວໜ້າ ກົນໄກສືບສວນອິສຣະ ກ່າວວ່າ ການກໍ່ອາສຍາກັມ ຕໍ່ແມ່ຍິງ ແລະເດັກນ້ອຍ ເປັນບັນຫາອາສຍາກັມ ລະຫວ່າງປະເທດ ຮ້າຍແຮງທີ່ສຸດ, ແຕ່ທີ່ຜ່ານມາ ພວກເຂົາຍັງບໍ່ທັນໄດ້ຖືກຣາຍງານ ແລະບໍ່ໄດ້ຖືກສືບສວນສອບສວນ. ທ່ານເວົ້າວ່າ ທິມງານຂອງທ່ານໄດ້ໃຊ້ຄວາມຊ່ຽວຊານ ສະເພາະດ້ານຂອງຕົນ ເພື່ອໃຫ້ເຂົ້າເຖິງເປົ້າໝາຍ ແລະການສືບສວນ, ສອບສວນ ເພື່ອໃຫ້ສາມາດ ດໍາເນີນຄະດີອາສຍາກັມ ເຫລົ່ານັ້ນໃຫ້ໄດ້ໃນທີ່ສຸດ. ຜູ້ກະທໍາຄວາມຜິດ ໃນອາສຍາກັມເຫລົ່ານີ້ ຈໍາເປັນຕ້ອງຮູ້ວ່າ ພວກເຂົາບໍ່ສາມາດກະທໍາການນັ້ນ ໂດຍທີ່ຈະບໍ່ຕ້ອງໄດ້ຮັບໂທດອີກຕໍ່ໄປ ແລະວ່າ ພວກທ່ານກໍາລັງ ຮວບຮວມ ແລະເກັບມ້ຽນຫລັກຖານໄວ້ ເພື່ອວັນນຶ່ງຂ້າງໜ້າ ພວກເຂົາຈະຖືກດໍາເນີນຄະດີ.

ຄົນທີ່ເປັນກຸ່ມສ່ຽງອື່ນໆ ທີ່ໄດ້ຮັບຜົລກະທົບ ຈາກອາສຍາກັມຕ່າງໆນັ້ນ ກໍມີ ຮວມທັງຄົນໃນຊຸມຊົນ ທີ່ຮັກຮ່ວມເພດດຽວກັນ, ກະເທີຍ, ຜ່າຕັດແປງເພດ ແລະຄົນປະເພດອື່ນໆ ໃນປະເທດພະມ້າ.

ກົນໄກສືບສວນອິສຣະ ເວົ້າວ່າ ໄດ້ຮວບຮວມຂໍ້ມູນຫລາຍກວ່າ 3 ລ້ານ ອັນ (ຂໍ້ມູນ) ຈາກແຫລ່ງຂໍ້ມູນເກືອບ 200 ແຫ່ງ ນັບຕັ້ງແຕ່ໄດ້ເຣີ່ມດໍາເນີນການມາ ເມື່ອ 3 ປີ ກ່ອນ ຊຶ່ງມີທັງຄໍາສັມພາດ, ເອກສານ, ວິດີໂອ, ຮູບຖ່າຍ,​ ຮູບຖ່າຍບ່ອນເກີດເຫດ ແລະຈາກສື່ສັງຄົມອອນລາຍນໍາດ້ວຍ.

ນັບຕັ້ງແຕ່ເກີດເຫດ ຣັຖປະຫານເມື່ອວັນທີ 1 ກຸມພາ 2021 ມາ ກົນໄກສືບສວນອິສຣະ ໄດ້ພົບເຫັນສິ່ງທີ່ບົ່ງບອກຢ່າງຈະແຈ້ງວ່າ ອາສຍາກັມຕ່າງໆ ທີ່ວ່ານັ້ນ ໄດ້ເກີດຂຶ້ນໃນພະມ້າ ທັງໃນລະດັບ ແລະໃນລັກສະນະການໂຈມຕີຢ່າງ ເປັນລະບົບແບບແຜນ ໃນວົງກວ້າງ ຕໍ່ພົລເຮືອນ. ຣາຍງານເວົ້າວ່າ ຂອບເຂດທາງພູມີສາດ ຂອງການກໍ່ອາສຍາກັມ ທີ່ອາຈເປັນໄປໄດ້ ຄືຂຍາຍຈາກເຂດຢ້າງກຸ້ງ, ເນປີດໍ, Bago, Mandalay, Magway ແລະ Sagaing ໄປເຖິງຣັຖ Chin, ຣັຖ Kayin ແລະຣັຖ Kayah ເມື່ອ 1 ປີກ່ອນ. ນອກຈາກນີ້ ກົນໄກສືບສວນອິສຣະ ຍັງຣາຍງານອີກວ່າ ຈໍານວນກໍຣະນີທີ່ອາຈເປັນອາສຍາກັມ ກໍເພີ່ມຂຶ້ນຈາກປີທີແລ້ວເຊັ່ນກັນ ຊຶ່ງກໍຮວມເຖິງເຣື່ອງທີ່ພວກຜະເດັດການທະຫານພະມ້າ ສັ່ງປະຫານຊີວິຕ ໂດຍການແຂນຄໍນັກເຄື່ອນໄຫວ ເພື່ອປະຊາທິປະໄຕ 4 ຄົນໃນວັນທີ 25 ກໍຣະກະດາທີ່ຜ່ານມາ ຊຶ່ງຖືເປັນການປະຫານຊີວິຕ ທາງຕຸລາການເປັນຄັ້ງທໍາອິດ ໃນຮອບ 30 ປາຍປີ, ອັນເຮັດໃຫ້ ມີການປະນາມຢ່າງກວ້າງຂວາງ ຈາກມວນຊົນ ແລະນາໆຊາຕ. ກົນໄກສືບສວນອິສຣະ ເວົ້າວ່າ ພວກຕົນຢູ່ໃນລະຫວ່າງ ການແບ່ງປັນຂໍ້ມູນ ຫລັກຖານ ທີ່ກ່ຽວຂ້ອງ ເພື່ອສນັບສນູນ ຂະບວນການຍຸຕິທັມນາໆຊາຕ ທີ່ກໍາລັງດໍາເນີນການ ຢູ່ໃນສານຍຸຕິທັມ ລະຫວ່າງປະເທດ ແລະສານອາຍາລະຫວ່າງປະເທດ. ຣາຍງານຂອງ ກົນໄກສືບສວນອິສຣະ ມີຂຶ້ນໃນຂະນະທີ່ຊາວບ້ານ, ຊາວເມືອງ ແລະເຈົ້າໜ້າທີ່ ທີ່ຊ່ອຍເຫລືອປະຊາຊົນ ໃນເຂດສະກາຍ (Sagaing) ເວົ້າຕໍ່ວິທຍຸເອເຊັຽເສຣີ ຜແນກ ພາສາພະມ້າວ່າ ທະຫານພະເດັດການພະມ້າ ໄດ້ຈູດເຜົາທໍາລາຍ ບ້ານເຮືອນປະມານ 700 ຫລັງ ໃນ 30 ບ້ານຂອງເມືອງ ຕາຮາອິນ(Tahayin) ໃນລະຫວ່າງ ການໂຈມຕີເຂດນັ້ນ ແຕ່ມື້ວັນທີ 1 ມິນາ ຫາວັນທີ 8 ສິງຫານີ້ ຊຶ່ງມີປະຊາຊົນປະມານ 4,000 ຄົນ ຕ້ອງການຄວາມຊ່ອຍເຫລືອ. ຊາວເມືອງ ຕາຮາອິນ ຜູ້ນຶ່ງ ທີ່ຂໍບໍ່ເປີດເຜີຍຊື່ ຍ້ອນກັງວົນເຣື່ອງຄວາມປອດພັຍ ເວົ້າວ່າ ພວກກອງທະຫານຜະເດັດການ ຍັງໃຊ້ການໂຈມຕີ ດ້ວຍການລອບວາງເພີງ ຢູ່ຕໍ່ໄປ ເພື່ອຄົ້ນຫາກອງກໍາລັງຝ່າຍຄ້ານ ເມື່ອວັນຈັນຜ່ານມາ.

ສະມາຊິກກຸ່ມຊ່ອຍເຫລືອ ພີ່ນ້ອງຊາວເມືອງ ຕາຮາອິນ ເວົ້າວ່າ ຊາວບ້ານປະ ມານ 4,000 ຄົນ ໄດ້ກາຍເປັນຄົນຂາດບ່ອນຢູ່ອາສັຍ ຍ້ອນການລອບວາງເພີງ ຂອງພວກທະຫານ ນັບຕັ້ງແຕ່ຕົ້ນປີນີ້ມາ. ພວກເຂົາເຈົ້າ ປະເຊີນກັບຄວາມທຸກຍາກ ລໍາບາກ ແລະຕ້ອງການຄວາມຊ່ອຍເຫລືອ ຢ່າງຮີບດ່ວນ. ພວກທະ ຫານທໍາລາຍພືດຜົລໃນທົ່ງນາ, ຜູ້ລີ້ພັຍຕ້ອງການອາຫານ, ເຄື່ອງນຸ່ງຫົ່ມ ແລະທີ່ພັກພາອາສັຍ.

ຊາວບ້ານ ມາຍະກັນ ເວົ້າວ່າ “ພວກທະຫານຈັບໃຜກໍຕາມ ທີ່ພວກເຂົາເຫັນໃນບ້ານ ແລະໃຊ້ໃຫ້ເປັນຄົນເຝົ້າປະຕູ ແລະໃນທີ່ສຸດກໍຂ້າຜູ້ນັ້ນຖິ້ມ. ຖ້າເຫັນຊາວ ບ້ານໃສ່ຕ້າງຫູ ເຂົາກໍດຶງຖິ້ມ, ມັນໂຫດຫ້ຽມ ຂນາດນັ້ນ” ແລະວ່າ “ພວກເຮົາບໍ່ມີທີ່ຢູ່ອາສັຍ ດັ່ງນັ້ນ ພວກເຮົາຈຶ່ງຕັດຕົ້ນໄມ້ ແລະປຸກບ່ອນຢູ່ກັ້ນຝົນ. ມັນເກີດຂຶ້ນທົ່ວເຂດນີ້ ແລະຜູ້ຄົນບໍ່ສາມາດຊ່ອຍເຫລືອ ຊຶ່ງກັນ ແລະກັນໄດ້.”

ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ຫານາຍພົນ ຊໍມິນຕຸນ Zaw Min Tun ຮອງຜູ້ຮັບຜິດຊອບ ວຽກງານຖແລງຂ່າວ ຂອງທະຫານຜະເດັດ ການພະມ້າ ເພື່ອຂໍຄໍາເຫັນ ແຕ່ບໍ່ໄດ້ຮັບຄໍາຕອບ ໃນມື້ວັນອັງຄານຜ່ານມາ ແຕ່ໂຄສົກຂອງລະບອບ ທະຫານພະມ້າ ໄດ້ປະຕິເສດຣາຍງານ ທີ່ວ່າ ທະຫານເຜົາ ບ້ານເຮືອນປະຊາຊົນ.

ທະຫານກຸ່ມ ກິ່ງທະຫານຂອງກອງກໍາລັງ ປະຊາຊົນປ້ອງກັນຕົນເອງ (PDF) ທີ່ຕ້ານພວກທະຫານຜະເດັດການ ຢູ່ເມືອງ ຕາບາຍິນ ເວົ້າວ່າ ຝ່າຍຄ້ານຕິດອາວຸດ ຖືກທະຫານໃຊ້ອາວຸດໂຈມຕີ ແລະຖືກຕືຖອຍອອກຈາກເຂດນັ້ນ. ແລະວ່າ “ກອງທັບພະມ້າ ກໍາລັງປະຕິບັດການ ຢ່າງໂຫດຫ້ຽມທີ່ສຸດ, ພວກເຂົາເຜົາທັງບ້ານ, ພວກເຂົາໃຊ້ເຮືອບິນ ເຮລິຄອບເຕີຣ໌ ແລະຍິງໄປທົ່ວ” “ສະຖານະການວຸ້ນວາຍທີ່ສຸດ, ປະຊາຊົນກໍາລັງ ທຸກທໍລະມານ, ບໍ່ມີບ້ານໃນເຂດນັ້ນ, ບໍ່ມີບ່ອນທີ່ຈະໄປຫລົບຊ້ອນ ຍ້ອນການວາງເພີງ.ແລະວ່າ ຍິ່ງພວກເຂົາທໍາເຊັ່ນນີ້ເທົ່າໃດ ກໍຍິ່ງເຮັດໃຫ້ປະຊາຊົນ ມີຄວາມເຂັ້ມແຂງຂຶ້ນເທົ່ານັ້ນ.”

ແຫລ່ງຂ່າວຈາກເມືອງ ຕາບາຍິນ ບອກໃຫ້ວິທຍຸເອເຊັຽເສຣີຮູ້ວ່າ ເມື່ອສັບປະດາທີ່ຜ່ານມາ ທະຫານຂອງພວກຜະເດັດການ ໃຊ້ເຮືອບິນ ເຮລິຄອບເຕີ ໂຈມຕີເມືອງນີ້ສອງຄັ້ງ, ໄດ້ສັງຫານປະຊາຊົນພົລເຮືອນ ແລະນັກຕໍ່ສູ້ ຂອງກອງກໍາລັງປະຊາຊົນ ປ້ອງກັນຕົນເອງ ຢ່າງໜ້ອຍ 10 ຄົນ. ຕາມຣາຍງານຂອງກຸ່ມວິໄຈ ຂໍ້ມູນສໍາລັບພະມ້າ ແຕ່ມື້ມີການຣັຖປະຫານ ມາເຖິງວັນທີ 31 ພຶສພາປີນີ້ ກອງທັບຜະເດັດການໄດ້ທໍາລາຍ ບ້ານເຮືອນຂອງປະຊາຊົນ ໄປແລ້ວເກືອບເຖິງ 19,000 ຫລັງ, ເຂດສະກາຍໄດ້ຮັບຜົລກະທົບໜັກທີ່ສຸດ ຄືບ້ານເຮືອນຂອງປະຊາຊົນ ປະມານ 14,000 ຫລັງ ຖືກທໍາລາຍເສັຍຫາຍ.

ອີງຕາມການຣາຍງານ ຂອງສະມາຄົມຊ່ອຍເຫລືອ ນັກໂທດການເມືອງ ທີ່ຕັ້ງຢູ່ບາງກອກ ປະເທດໄທຍ, ນັບຕັ້ງແຕ່ໄດ້ມີການ ຣັຖປະຫານມາ ກອງກໍາລັງຮັກສາຄວາມໝັ້ນຄົງ ຂອງພວກຜະເດັດ ການທະຫານ ໄດ້ສັງຫານ ພົລເຮືອນໄປຢ່າງໜ້ອຍ 2,167 ຄົນ ແລະຈັບກຸມອີກຫລາຍກວ່າ 15,000 ຄົນ ຊຶ່ງສ່ວນໃຫຍ່ແມ່ນຢູ່ ໃນລະຫວ່າງການປະທ້ວງຢ່າງສັນຕິ ຕໍ່ຕ້ານພວກຜະເດັດການທະຫານ. ພ້ອມກັນນັ້ນ ວິທຍຸເອເຊັຽເສຣີ ຍັງໄດ້ ຣາຍງານໃນມື້ວັນທີ 9 ສິງຫານີ້ວ່າ ເມື່ອເດືອນກໍຣະກະດາ ທີ່ຜ່ານມາ ຊາວກະຮ່ຽງນັກຕໍ່ສູ້ ປະທະກັບກອງກໍາລັງ ທະຫານພະມ້າ 259 ຄັ້ງ. ຂ່າວຂອງສະຫະພາບແຫ່ງຊາຕ ກະຣ່ຽງ ຫລື KNU ເວົ້າວ່າ ມີຣາຍງານກ່ຽວກັບການຕໍ່ສູ້ກັນ ລະຫວ່າງກອງກໍາລັງ ທະຫານພະມ້າ ແລະກອງທັບປົດປ່ອຍ ແຫ່ງຊາຕກະຣ່ຽງ , ເຮັດໃຫ້ທະຫານ ຂອງກອງກໍາລັງ ຜະເດັດການພະມ້າ ຮວມທັງກອງກໍາລັງ ຮັກສາຊາຍແດນ ຫລື BGF ຂອງພວກເຂົາເສັຍຊີວິຕ 386 ຄົນ ແລະບາດເຈັບອີກ 280 ຄົນ. ສ່ວນວ່າ ກອງທັບປົດປ່ອຍ ແຫ່ງຊາຕກະຣ່ຽງ ຫລື KNLA ເສັຍຊີວິຕ 12 ຄົນ ແລະພົລເຮືອນ 19 ຄົນ.

ອີງຕາມການຣາຍງານ ຂອງວິທຍຸເອເຊັຽເສຣີ ຜແນກພາສາພະມ້າ ໃນມື້ວັນທີ 9 ສິງຫານີ້, ສະຫະພາບແຫ່ງຊາຕ ກະຣ່ຽງ ຖແລງໃນມື້ວັນອັງຄານຜ່ານມາວ່າ ການປະທະກັນ ລະຫວ່າງສອງກອງກໍາລັງ ທະຫານ 259 ຄັ້ງເມື່ອເດືອນຜ່ານມາ ທີ່ວ່ານັ້ນ ມີຂຶ້ນຢູ່ຣັຖກະຣ່ຽງ ແລະຣັຖມອນ ຂອງພະມ້າ. ແຕ່ວິທຍຸເອເຊັຽເສຣີ ບໍ່ສາ ມາດຢືນຢັນໄດ້ ເຖິງຈໍານວນບັ້ນຣົບ ແລະການບາດເຈັບ ລົ້ມຕາຍທີ່ວ່ານັ້ນ ຍ້ອນວ່າ ວິທຍຸເອເຊັຽເສຣີ ໄດ້ຖາມໄປຍັງໂຄສົກ ສະພາກອງທັບພະມ້າແລ້ວ ແຕ່ບໍ່ໄດ້ຮັບຄໍາຕອບ.

ແຕ່ເຖິງຢ່າງໃດກໍຕາມ ການຕໍ່ສູ້ກັນຮຸນແຮງ ເມື່ອເດືອນທີ່ແລ້ວ ມີຂຶ້ນຍ້ອນກອງ ທັບປົດປ່ອຍແຫ່ງຊາຕກະຣ່ຽງ ໄດ້ຮ່ວມມືກັບ ອົງການປ້ອງກັນປະເທດກະຣ່ຽງ ຫລື KNDO ໂຈມຕີກອງກໍາລັງທະຫານຜະເດັດການພະມ້າ ແລະກອງກໍາລັງຮັກສາ ຊາຍແດນ ໃນເຂດທີ່ ສະຫະພາບແຫ່ງຊາຕ ກະຣ່ຽງ ຄວບຄຸມຫລາຍແຫ່ງ ຢູ່ຣັຖກະຣ່ຽງ ແລະຣັຖມອນ.

ຮ້ອຍເອກ Sa Lone ນາຍທະຫານ ໜ່ວຍຈູ່ໂຈມພິເສດ ຂອງອົງການປ້ອງກັນ ປະເທດກະຣ່ຽງ ກ່າວຕໍ່ວິທຍຸເອເຊັຽ ເສຣີວ່າ ສະພາກອງທັບພະມ້າ ຍັງສືບຕໍ່ປະຕິບັດການ ໂຈມຕີທາງພາກພື້ນດິນ ແລະທາງອາກາດຢູ່. ທ່ານເວົ້າວ່າ “ຕອນນີ້ ການຕໍ່ສູ້ຈະເຂັ້ມຂົ້ນຂຶ້ນ”, “ສະພາກອງທັບພະມ້າ ບໍ່ກ້າທີ່ຈະກ້າວໄປຂ້າງໜ້າ, ພວກເຂົາຈະຕ້ອງປະເຊີນ ກັບການບາດເຈັບ ແລະລົ້ມຕາຍຫລາຍ ຫາກພວກເຂົາບໍ່ຍອມແພ້. ການຮຸກຮານ ຂອງພວກຜະເດັດການພະມ້າ ຍັງມີຢູ່. ສະພາກອງທັບພະມ້າ ບໍ່ພຽງແຕ່ໃຊ້ກໍາລັງຄົນບຸກໂຈມຕີເທົ່ານັ້ນ ແຕ່ຍັງໃຊ້ທັງປືນໃຫຍ່ ແລະເຮືອບິນນໍາດ້ວຍ. ຖ້າພວກເຂົາບໍ່ຍອມແພ້ ພວກເຮົາກໍຕ້ອງຢືນຢູ່ຄຽງຂ້າງປະຊາຊົນ ແລະຕໍ່ສູ້ຕໍ່ໄປ” ທ່ານກ່າວ.

ສະຫະພາບ ແຫ່ງຊາຕກະຣ່ຽງ ເວົ້າວ່າ ລູກປືນໃຫຍ່ ແລະກັບຣະເບີດ ເຮັດໃຫ້ປະຊາຊົນ ໃນທ້ອງຖິ່ນນັ້ນເສັຍຊີວິຕ 19 ຄົນ ແລະບາດເຈັບອີກ 26 ຄົນ, ວັດວາອາຮາມ ແລະບ້ານເຮືອນ 44 ຫລັງຖືກເພພັງ. ປະຊາຊົນ 49 ຄົນ ທີ່ຢູ່ເມືອງທ່າຕອນ Thaton ໃນຣັຖມອນ ຊຶ່ງກອງທະຫານ ຂອງສະຫະພາບແຫ່ງຊາຕກະຣ່ຽງ ເປັນຜູ້ຄຸ້ມຄອງນັ້ນ ຖືກຈັບ ໃນຂໍ້ຫາສນັບສນູນ ແລະໃຫ້ຂ່າວແກ່ສະຫະພາບແຫ່ງຊາຕກະຣ່ຽງ.

ຄໍາຖແລງທີ່ວ່ານັ້ນ ຍັງອ້າງເຖິງວ່າ ໃນໄລຍະ 18 ເດືອນ ນັບຕັ້ງແຕ່ໄດ້ມີການຣັຖປະຫານ ເມື່ອເດືອນກຸມພາ 2021 ມາ ຍ້ອນການບຸກໂຈມຕີ ຂອງພວກຜະເດັດ ການທະຫານພະມ້າ ປະຊາຊົນໃນເຂດນັ້ນຫລາຍກວ່າ 150,000 ຄົນໄດ້ຫລົບໜີ ໄປຊອກຫາທີ່ເພິ່ງ ເພື່ອຄວາມປອດພັຍ.

ນາຍພົນ Saw Min Ton ປະຕິເສດຖ້ອຍຖແລງ ຂອງສະຫະພາບແຫ່ງຊາຕ ກະຣ່ຽງ ທີ່ຜ່ານມາ ໂດຍເວົ້າວ່າ ກອງທັບພະມ້າ ບໍ່ໄດ້ມຸ້ງເປົ້າໃສ່ພົລເຮືອນ.

ແຕ່ເຖິງຢ່າງໃດກໍຕາມ ສໍານັກງານ ປະສານງານ ດ້ານສິທທິມະນຸສ ຂອງສະຫະປະຊາຊາຕ ເວົ້າໃນມື້ວັນທີ 3 ສິງຫານີ້ວ່າ ປະຊາຊົນຈໍານວນ 346,000 ຄົນ ໄດ້ຫລົບໜີ ອອກຈາກບ້ານເຮືອນ ຂອງພວກເຂົາເຈົ້າໄປ ຍ້ອນຄວາມຂັດແຍ່ງ ພາຍໃນປະເທດພະມ້າ ກ່ອນວັນທີ 1 ກຸມພາປີກາຍ ແລະວ່າ ນັບຕັ້ງແຕ່ ມື້ທີ່ມີການຣັຖປະຫານ ມາເຖິງວັນທີ 25 ກໍຣະກະດາ 2022 ນີ້ ປະຊາຊົນພະມ້າ ຈໍານວນ 866,000 ຄົນ ກາຍເປັນຜູ້ພັດຖິ່ນ ຢູ່ພາຍໃນປະເທດ. ສະບາຍດີ