ນາຍົກຣັຖມົນຕຣີ ຢ້ຽມຢາວຽດນາມ ລົງນາມເອກສານ

ຈຳປາທອງ
2022.01.12
ນາຍົກຣັຖມົນຕຣີ ຢ້ຽມຢາວຽດນາມ ລົງນາມເອກສານ ນາຍົກລັດຖະມົນຕີລາວ ເເລະ ຫວຽດນາມ ຮ່ວມພິທີຖະເເຫຼງຂ່າວ ເເລະ ເປີດປີສາມັກຄີມິດຕະພາບລາວ-ຫວຽດນາມ, ວັນທີ 8 ມົກກະຣາ 2022.
ຮູບພາບຈາກ ວິດີໂອ: LNTV

ທ່ານ ພັນ​ຄຳ ວິ​ພາ​ວັນ ນາ​ຍົກຣັຖ​ມົນ​ຕຣີ ສປປ ລາວ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ວຽດນາມ ​ຕາມ​ຄຳ​ເຊີນ​ຂອງທ່ານ ຟ້າມ ມິງ ຈິງ ນາ​ຍົກຣັຖມົນຕຣີວຽດ​ນາມ ແຕ່ມື້​ວັນ​ທີ 8-10 ມົກກະຣາ 2022 ນີ້ ເພື່ອ​​ຂຍາຍ​ສາຍ​ພົວ​ພັນ ແລະການ​ຮ່ວມ​ມື ​ຮອບ​ດ້ານ ​ລະ​ຫວ່າງ​ສອງ​ປະ​ເທດ. ການຢ້ຽມຢາມວຽດນາມ ຂອງທ່ານຄັ້ງນີ້ເປັນ​ການ​ຢ້ຽມ​ຢາມຢ່າງເປັນທາງ​ການຄັ້ງທໍາອິດ ພາຍຫລັງທີ່ທ່ານໄດ້ຮັບເລືອກຕັ້ງເປັນນາຍົກຣັຖມົນຕຣີ.

ເວົ້າເຖິງການຢ້ຽມຢາມວຽດນາມຂອງທ່ານ ພັນ​ຄຳ ວິ​ພາ​ວັນ ທີ່ວ່ານີ້ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານພັນທະມິດເພື່ອປະຊາທິປະໄຕໃນລາວ ທີ່ມີສູນກາງຢູ່ປະເທດເຢັຍຣະມັນ ກ່າວຕໍ່ວິທຍຸເອເເຊັຍເສຣີໃນມື້ວັນທີ 12 ມົກກະຣານີ້ວ່າ ເປັນການປະຕິບັດກັນມາຄືແນວນັ້ນ.

ໃນໂອກາດການຢ້ຽມຢາມ ໄດ້ມີການລົງນາມ ແລະມອບ-ຮັບເອກະສານຮ່ວມມືຂອງບັນດາກະຊວງ ແລະພາກທຸຣະກິຈທັງຫມົດ 9 ສະບັບ ຊຶ່ງໃນນັ້ນມີ ພາກຣັຖວິສາຫະກິດ 1 ສະ ບັບ ຄືມອບ-ຮັບຂໍ້ຜູກພັນກ່ຽວກັບການເພີ່ມອັດຕຣາສ່ວນກຳມະສິດໃນທ່າເຮືອ ຫວຸງອ່າງຂອງຣັຖບານລາວຈາກ 20% ຂຶ້ນເປັນ 60% ຂອງທຶນຈົດທະບຽນໃນບໍຣິສັດຫຸ້ນສ່ວນທ່າ ເຮືອສາກົນ ລາວ-ວຽດນາມ.

ເພື່ອຂໍຮູ້ກ່ຽວກັບຈໍານວນທຶນຈົດທະບຽນໃນບໍຣິສັດຫຸ້ນສ່ວນນັ້ນ ວິທຍຸເອເຊັຍເສຣີໄດ້ພະຍາຍາມຕິດຕໍ່ໄປຫາກະຊວງໂຍທາທິການ ແລະຂົນສົ່ງ ສປປລາວ ໃນມື້ວັນທີ 11 ມົກກະຣານີ້, ແຕ່ບໍ່ສາມາດຕິດຕໍ່ໄດ້.

ພ້ອມດຽວກັນນີ້ ກໍໄດ້ພະຍາຍາມຕິດຕໍ່ໄປຫາກະຊວງການຕ່າງປະເທດ ສປປລາວ ເພື່ອຂໍຮູ້ກ່ຽວກັບເອກະສານຮ່ວມມື 8 ສະບັບ ທີ່ເຫລືອນັ້ນວ່າ ມີເອກກະສານກ່ຽວກັບເຣື່ອງໃດແດ່ແຕ່ກໍບໍ່ສາມາດຕິດຕໍ່ໄດ້ເຊັ່ນກັນ. ໃນໂອກາດການຢ້ຽມຢາມ ວຽດນາມໃຫ້ວັກຊິນປ້ອງກັນໂຄວິດ-19 ຈໍານວນ 1,000,000 ໂດສແກ່ລາວ ແລະໃຫ້ທຶນກໍ່ສ້າງສູນຝຶກອົບຮົມຊາວໜຸ່ມ,​ ເຍົາວະຊົນ ລາວ-ວຽດນາມ ຢູ່ນະຄອນຫລວງວຽງຈັນ ຊຶ່ງດຣ. ບຸນທອນ ຈັນທະລາວົງ-ວີເຊີ ກ່າວວ່າ ເປັນການເສີມ ຂຍາຍນະໂຍບາຍຂອງວຽດນາມໃນການຄອບຄອງລາວ.

ພາຍຫລັງພິທີຕ້ອນຮັບ ຢູ່ສໍານັກງານປະທານປະເທດ ທີ່ກຸງຮ່າໂນ້ຍໃນຕອນເຊົ້າຂອງມື້ວັນທີ 8 ມົກກະຣາ, ນາຍົກຣັຖມົນຕຣີຂອງ 2 ປະເທດ ກໍໄດ້ພົບພໍ້ກັນທີ່ຫ້ອງວ່າການຣັຖບານ ຊຶ່ງໃນນັ້ນ ແຕ່ລະຝ່າຍໄດ້ທົບທວນເຖິງການພົວພັນ ແລະການຮ່ວມມືສອງຝ່າຍ ແລະການປະຕິບັດຂໍ້ຕົກລົງຮ່ວມມືສອງຝ່າຍ ໃນທຸກດ້ານທີ່ຜ່ານມາ ແລະວາງແຜນການຮ່ວມມືໃນຕໍ່ໜ້າ ຮວມທັງການຮ່ວມມືໃນການແກ້ໄຂບັນຫາການຣະບາດຂອງເຊື້ອໂຄວິດ-19​.

ສອງຝ່່າຍຕີລາຄາສູງການຮ່ວມມືຮອບດ້ານ ທັງລະຫວ່າງກະຊວງ, ຂແນງການ ແລະທ້ອງ ຖິ່ນ ໃນໄລຍະຜ່ານມາ, ມີການຮ່ວມມືດ້ານການເມືອງ, ໄປມາຫາສູ່ກັນເປັນປົກກະຕິ ຮວມທັງຕິດຕໍ່ກັນທາງໂທຣະສັບ, ປະຊຸມທາງໄກ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການຕ່າງປະເທດ ຮວມໄປເຖິງ ການຮ່ວມມືທາງດ້ານເສຖກິດ-ການຄ້າ, ການລົງທຶນ, ວັທນະທໍາ-ສັງຄົມ ກໍໄດ້ຮັບຜົນ, ຂໍ້ຫຍຸ້ງຍາກຕ່າງໆ ກໍໄດ້ຖືກແກ້ໄຂ ແລະຜ່ານຜ່າໄປໄດ້ດ້ວຍດີ.

ທ່ານ ພັນຄຳ ວິພາວັນ ໄດ້ຕີລາຄາວຽດນາມສູງຕື່ມອີກເທື່ຶອນຶ່ງ ທີ່ໄດ້ຊ່ອຍເຫລືອລາວຢ່າງ ທັນການ ແລະມີປະສິດທິຜົລໃນພາລະກິດການປະຕິວັດມາໂດຍຕະຫລອດ ຊຶ່ງໃນນັ້ນຮວມທັງຕຶກສະພາແຫ່ງຊາດ ມູນຄ່າ 111,750,000 ໂດລາສະຫະຣັຖ. ແຕ່ສໍາລັບມູນຄ່າການກໍ່ສ້າງ ສູນຝຶກອົບຮົມຊາວໜຸ່ມ ແລະເຍົາວະຊົນ ລາວ-ວຽດນາມ​ ຢູ່ນະຄອນຫລວງວຽງຈັນ ທີ່ຣັຖບານວຽດນາມຈະຊ່ອຍສ້າງນັ້ນແມ່ນຍັງບໍ່ທັນຮູ້ເທື່ອວ່າ ຈະເປັນຈໍານວນເທົ່າໃດ ແລະຈະສ້າງຢູ່ເຂດໃດແທ້ ຊຶ່ງໃນລະຫວ່າງການຢ້ຽມຢາມວຽດນາມຂອງຄະນະຜູ້ແທນຣັຖບານລາວຄັ້ງນີ້ ສູນກາງຊາວໜຸ່ມຂອງສອງປະເທດລາວ-ວຽດນາມ ໄດ້ລົງນາມໃນ ສັນຍາກໍ່ສ້າງສູນຝຶກອົບຮົມທີ່ວ່ານັ້ນ.

ເພື່ອຂໍຮູ້ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີໄດ້ຕິດຕໍ່ຖາມໄປຍັງ ສູນກາງຊາວໜຸ່ມປະ

ຊາຊົນປະຕິວັດລາວ ໃນມື້ວັນທີ 11 ມົກກະຣານີ້, ໄດ້ຮັບຄໍາຕອບຈາກເຈົ້າໜ້າທີ່ວ່າ ຍັງບໍ່ທັນຮູ້ມູນຄ່າການກໍ່ສ້າງ ແລະເຂດທີ່ຈະສ້າງສູນນັ້ນເທື່ອ.  

ທ່ານ ພັນຄໍາ ວິພາວັນ ໄດ້ເຂົ້າເປັນປະທານຮ່ວມກັບທ່ານ ຟ້າມ ມິງ ຈິງ ໃນກອງປະຊຸມປະຈໍາປີ 2022 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງຣັຖບານຂອງ 2 ປະ ເທດລາວ ແລະວຽດນາມ ຄັ້ງທີ 44 ໃນຕອນເຊົ້າຂອງມື້ວັນທີ 10 ມົກກະຣານີ້.

ໃນກອງປະຊຸມ ສອງຝ່າຍໄດ້ຕີລາຄາຜົນການປະຕິບັດ ຂໍ້ຕົກລົງວ່າດ້ວຍການຮ່ວມມືປີ 2021 ແລະປຶກສາຫາລືທິດທາງແຜນການຮ່ວມມືໃນປີ 2022 ທັງໃນດ້ານການເມືອງ ແລະການຕ່າງປະເທດດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສຖກິດ-ການຄ້າ, ການລົງທຶນ ຕລອດເຖິງຂົງເຂດວັທນະທໍາ ແລະການສຶກສາ ຊຶ່ງປັດຈຸບັນມີນັກສຶກສາລາວ ທີ່ກໍາລັງສຶກສາຄົ້ນຄວ້າຢູ່ວຽດນາມ ຫລາຍກວ່າ 14,000 ຄົນ.

ໃນປີ 2022 ສອງຝ່າຍຈະສືບຕໍ່ຮ່ວມມືເພື່ອຄວາມມີສະເຖັຍລະພາບທາງດ້ານການເມືອງ, ການປ້ອງກັນຊາ-ປ້ອງກັນຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຂອງແຕ່ລະປະເທດສ້າງເສັ້ນຊາຍແດນລາວ-ວຽດນາມໃຫ້ເປັນຊາຍແດນສັນຕິພາບ, ສະເຖັຽຣະພາບການຮ່ວມມື ແລະ ການພັທນາຮອບດ້ານ ຊຶ່ງອີງຕາມຂ່າວ ຍັງມີພົລເມືອງວຽດນາມ ທີ່ຢູ່ຕາມຊາຍແດນວຽດນາມ-ລາວ ຈໍານວນນຶ່ງ ເຂົ້າມາທໍາມາຫາກິນ ແລະຕັ້ງຖິ່ນຖານຢູ່ໃນດິນແດນລາວ ແບບບໍ່ຖືກຕ້ອງຕາມກົດໝາຍ; ສອງຝ່າຍຈະສະໜັບສະໜູນກັນໃນເວທີພາກພື້ນ ແລະສາກົນແລະເຣື່ອງການຄ້າ ກໍຈະເຮັດໃຫ້ມູນຄ່າການຄ້າສອງຝ່າຍເພີ່ມຂຶ້ນ 10-15% ທຽບໃສ່ປີ 2021.

ອີງຕາມຄໍາເວົ້າຂອງທ່ານ ຈັນ ກວາກ ເຟິງ ຮອງຣັຖມົນຕຣີກະຊວງອຸດສາຫະກໍາ ແລະ

ການຄ້າວຽດນາມ ໃນຖານະປະທານຮ່ວມກອງປະຊຸມ ເຈົ້າໜ້າທີ່ອາວຸໂສ ໃນຂອບກອງປະ ຊຸມຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງຣັຖບານ ລາວແລະວຽດນາມ ຄັ້ງທີ 44 ໃນມື້ວັນທີ 9 ມົກກະຣານີ້, ການຄ້າສອງຝ່າຍລາວ-ວຽດນາມໃນປີ 2021 ຄາດວ່າ ຈະມີມູນຄ່າເຖິງ 1,300 ລ້ານໂດລາສະຫະຣັຖ.

ການຄ້າສອງຝ່າຍລະຫວ່າງລາວ-ວຽດນາມໃນ 5 ເດືອນຕົ້ນປີ 2021 ມີ 570,700,000 ໂດລາສະຫະຣັຖ ຄືເພິ່ມຂຶ້ນ 39.3% ຈາກໄລຍະດຽວກັນຂອງປີ 2020 ຊຶ່ງໃນນັ້ນ ວຽດນາມຊື້ສິນຄ້າຈາກລາວ ມູນຄ່າ 209,400,000 ໂດລາສະຫະຣັຖ.

ນອກຈາກນັ້ນ ສອງຝ່າຍ ກໍຈະປະຕິບັດບົດບັນທຶກຄວາມເຂົ້າໃຈກັນ ກ່ຽວກັບການຮ່ວມມືດ້ານຄົມມະນາຄົມ-ຂົນສົ່ງ, ໂຄງການໄຟຟ້າຢູ່ລາວໂຄງການເຊື່ອມຕໍ່ລະບົບສາຍສົ່ງໄຟ ຟ້າ ແລະການຊື້-ຂາຍໄຟຟ້າ; ສ້າງເງື່ອນໄຂສະດວກໃຫ້ການຮ່ວມມືດ້ານການຄ້າການລົງທຶນການພັດທະນາຊັພຍາກອນມະນຸດ ແລະອື່ນໆ.

ໃນກອງປະຊຸມນັກທຸຣະກິຈລາວ ແລະວຽດນາມ ເພື່ອໃຫ້ທຸຣະກິຈສອງປະເທດຮ່ວມມືລົງທຶນ ແລະແກ້ໄຂຂໍ້ຫຍຸ້ງຍາກຂອງວຽດນາມທີ່ລົງທຶນຢູ່ລາວ ແລະລາວ ທີ່ລົງທຶນຢູ່ວຽດ ນາມ ຊຶ່ງຄາດວ່າການລົງທຶນລະຫວ່າງສອງປະເທດ ຈະເພິ່ມຂຶ້ນ ຊຶ່ງປັດຈຸບັນ ວຽດນາມມີ 209 ໂຄງການລົງທຶນ ທີ່ກໍາລັງດໍາເນີນການຢູ່ລາວ ດ້ວຍມູນຄ່າທັງໝົດ ທີ່ໄດ້ລົງທະບຽນ 5,180,000,000 ໂດລາສະຫະຣັຖ, ອີງຕາມຄໍາເວົ້າຂອງທ່ານ ຈັນ ກວາກ ເຟິງ.

ວຽດນາມເປັນປະເທດນຶ່ງໃນ 3 ປະເທດ: ທັງຈີນ ແລະໄທຍ ຊຶ່ງລົງທຶນຫລາຍທີ່ສຸດໃນລາວ ທີ່ສ່ວນໃຫຍ່ແມ່ນການລົງທຶນທາງດ້ານການເງິນ ແລະທະນາຄານ, ສ້າງເຂື່ອນໄຟຟ້າໂທລະຄົມມະນາຄົມ, ກະສິກໍາ-ປ່າໄມ້ ແລະບໍ່ແຮ່ ຊຶ່ງສ້າງຜົລກະທົບເປັນຈໍານວນຫລວງ ຫລາຍຕໍ່ສິ່ງແວດລ້ອມ ແລະຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ.

ເພື່ອຂໍຮູ້ລາຍລະອຽດກ່ຽວກັບການລົງທຶນຂອງວຽດນາມຢູ່ລາວ ແລະການລົງທຶນຂອງລາວຢູ່ວຽດນາມ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາຄະນະກໍາມະການຮ່ວມມືລາວ-ວຽດນາມ ທີ່ຂຶ້ນກັບກະຊວງແຜນການ ແລະການລົງທຶນ ສປປລາວ ໃນມື້ວັນທີ 12 ມົກກະຣານີ້ ແຕ່ບໍ່ສາ ມາດຕິດຕໍ່ໄດ້.

ໃນໂອກາດຢ້ຽມຢາມວຽດນາມຄັ້ງນີ້, ທ່ານ ພັນຄໍາ ວິພາວັນ ກໍໄດ້ເຂົ້າພົບພໍ້ກັບຜູ້ນໍາສູງສຸດຂອງວຽດນາມທັງ 3 ທ່ານ ຄືທ່ານ ຫງວຽນ ຟູ ຈອງ ເລຂາທິການໃຫຍ່ພັກຄອມມິນິສວຽດນາມ, ທ່ານ ຫງວຽນ ຊວັນ ຟຸກ ປະທານປະເທດແລະທ່ານ ເວືອງ ດິງ ເຫ໋ ປະທານສະພາແຫ່ງຊາດວຽດນາມ ຊຶ່ງສອງຝ່າຍເຫັນດີຮ່ວມກັນຈັດຕັ້ງສະຫລອງ 2 ວັນສໍາຄັນໃນປີ 2022 ຊຶ່ງຖືເປັນປີສາມັກຄີ-ມິດຕະພາບຂອງສອງປະເທດ ຄືວັນສ້າງຕັ້ງສາຍພົວພັນການທູດ ລາວ-ວຽດນາມ ຄົບຮອບ 60 ປີ ແລະວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລາວ-ວຽດນາມ ຄົບຮອບ 45 ປີ ເພື່ອຫວັງໃຫ້ຄົນລຸ້ນໜຸ່ມ ທີ່ເປັນຜູ້ສືບທອດໄດ້ຮັບ ຮູ້ ແລະເຂົ້າໃຈເຣື່ອງສາຍພົວພັນພິເສດຂອງສອງປະເທດ.

ເວົ້າເຖິງສົນທິສັນຍາມິດຕະພາບ ແລະການຮ່ວມມື ລາວ-ວຽດນາມ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ກ່າວວ່າ ເປັນສົນທິສັນຍາທີ່ອໍານວຍຄວາມສະດວກໃຫ້ວຽດນາມໃນການຄອບ ຄອງລາວ.

ທ່ານ ພັນຄໍາ ວິພາວັນ ໄດ້ເຂົ້າຮ່ວມພິທີເປີດປີສາມັກຄີ-ມິດຕະພາບ ລາວ-ວຽດນາມ ທີ່ຍາມໃດຜູ້ນໍາພັກປະຊາຊົນປະຕິວັດລາວ ກໍຢຶດໝັ້ນຢູ່ໃນຄໍາທີ່ວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານກັບວຽດນາມ. ສະບາຍດີ​ .    

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ຄຳແສນ ເມືອງຊຽງຄໍ້ ຫົວພັນ ທະຫານແນວລາວຮັກຊາດ
Jan 16, 2022 11:52 AM

ພັກລັດ ສປປລາວພາຍໃຕ້ການນຳພາ ຊີ້ນຳຂອງ ສສ ຫວຽດນາມ. ສະພາບການເມືອງໃນພາບພືນເອເຊຍຈະມີການປຽ່ນແປງຍ້ອນການເພີ່ມທະວີມະຫາອຳນາດຍາດອານາເຂດຂອງສປຈິນ. ຈິນແລະຫວຽດນາມເຖິງຈະເປັນປະເທດຄອມມູນິດ ທີ່ຢືດຖືລັດທີ່ມາກ ເລນີນ ແຕ່ກໍເປັນປໍລະປັກຕໍ່ກັນໃນປີ 1979. ຈິນກໍ່ໃຊ້ກຳລັງເຂົ້າສັ່ງສອນຫວຽດນາມ,ຕັ້ງແຕ່ນັ້ນມາເຖິງປະຈຸບັນ ສປຈິນກໍ່ນັບມື້ນັບເພີ່ມທະວີອຳນາດທະຫານຫວັງເຂົ້າຢືດຄອງໃນນ່ານນຳ້ຂອງຫວຽດນາມໃນທະເລຈີນໃຕ້ໃນອານາຄົດອັນໃກ້ນີ້ຢ່າງແນ່ນອນ. ສສ ຫວຽດນາມກໍ່ໄດ້ຫັນໜ້າໄປຈັບມືກັບ ສະຫະລັດມະຫາອຳນາດໃຫຍ່ເພືອຫວັງຊື້ອາວຸດທີ່ທັນສະໃໝເພືອປ້ອງກັນເຂດນຳ້ແດນດິນຂອງຫວຽດນາມຕ້ານກັບການແຜ່ຂະຫຍາຍອານາເຂດຂອງຈິນ,ສະແດງໃຫ້ສປຈິນມີຄວາມຄຽດແຄ້ນໄດ້ເພີມກຳລັງທະຫານຕາມແນວຊາຍແດນຢ່າງມະຫາສານ. ຍີ່ງໄປກ່ວານັ້ນສປປລາວຍັງໄດ້ອານູຍາດເຊັນສັນຍາຮ່ວມມືທັງທະຫານແລະເສດຖະກິດຢ່າງຮອບດ້ານກັບສປປຈິນຂອງ ສະຫາຍປະທານປະເທດຈູມະລີໄຊຍະສອນ. ເພາະສະນັ້ນສສຫວຽດນາມຈິງໄດ້ເຊືອເຊີນ ພັກລັດ ສປປລາວ ພັອມທັງທ່ານພົນເອກຈັນສະໝອນໄປສັ່ງສອນໃນຄັ້ງນິ້: