ຂົວລາວ-ພະມ້າຈະຊ່ອຍການຄ້າ


2013.10.02
F-Laos-Myanmar ຕາມຄຳເຊີນຂອງ ທ່ານ ຈໍ ລິນ ຣັຖມົນຕຣີວ່າການ ກະຊວງກໍ່ສ້າງແຫ່ງ ສ.ມຽນມາ ທ່ານ ສົມມາດ ພົນເສນາ ຣັຖມົນຕຣີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງແຫ່ງ ສປປ ລາວ ພ້ອມດ້ວຍຄນະ ໄດ້ເດີນທາງຢ້ຽມຢາມ ສ.ມຽນມາ ໃນລະຫວ່າງ ວັນທີ 8-10 ມົກກະຣາ 2013
Vientiane Times, Vientiane Mai

 

ເຈົ້າຫນ້າທີ່ກ່ຽວຂ້ອງທີ່ແຂວງຫລວງນໍ້າທາ ທ່ານນື່ງເວົ້າວ່າ ຂົວມິຕພາບ ລາວ-ພະມ້າ ຣະຫວ່າງເມືອງລອງແຂວງຫລວງນໍ້າທາ ກັບແຂວງ ທ່າຂີ້ເຫລັກຂອງພະມ້າທີ່ກໍາລັງສ້າງຢູ່ໃນເວລານີ້ນັ້ນເມື່ອສ້າງແລ້ວຈະກາຍເປັນຂົວເຊື່ອມ ຕໍ່ຣະຫວ່າງປະເທດສະມາຊິກ ປະຊາຄົມເສຖກິດ ອາຊຽນໃນປີ 2015 ຈະເຮັດໃຫ້ ລາວແລະພະມ້າ ມີການຄ້າຂາຍ ແລະແລກປ່ຽນສີນຄ້າກັນ ຫລາຍຂື້ນ. ດັ່ງທ່ານກ່າວວ່າ:

"ຄາດຫມາຍຈະໃຫ້ທັນ ຈະເຊື່ອມໂຍມ ຄືກັນກັບຂົວອື່ນໆ ດັ່ງລາວ-ໄທ ລາວ-ພະມ້າ ຄືກັນຫັ້ນແຫລະ ເຣື້ອງການຂົນສົ່ງ ຜົລປໂຍດມັນກໍ ຄືກັນຫັ້ນແຫລະເນາະ ຖືວ່າເຊື່ອມຕໍ່ຣະຫວ່າງຊາດ ກັບພາກພື້ນ".

ທ່ານກ່າວຕື່ມວ່າທີ່່ຜ່ານມາເຖິງແມ່ນວ່າ ສປປລາວ ຈະມີຊາຍແດນຕິດກັບພະມ້າກໍຕາມ ແຕ່ເຣື້ອງການຄ້າຂາຍ ແລະ ການລົງທືນຣະຫວ່າງ ສອງປະເທດ ນັ້ນຍັງມີຫນ້ອຍຢູ່ ຖ້າທຽບໃສ່ລາວກັບໄທ ຫລື ລາວກັບວຽດນາມ ບັນດາພໍ່ຄ້າ ແມ່ຄ້າ ຢູ່ແຂວງຫລວງນໍ້າທາ ກໍບໍ່ເຄີຍຂ້າມໄປ ຄ້າຂາຍໃນພະມ້າເທື່ອ ດ່ັງນັ້ນ ຖ້າຂົວແຫ່ງ ນີ້ຫາກສ້າງແລ້ວ ຈະເຮັດໃຫ້ເກີດການເຊື່ອມໂຍງທາງດ້ານເສຖກິດ ແລະການຄ້າຂາຍກັບພະມ້າ ຫລາຍຂື້ນ.

ປັດຈຸບັນ ວຽກງານກໍ່ສ້າງຂົວດັ່ງກ່າວໄດ້ສໍາເຣັດໄປແລ້ວ 20% ຂົວແຫ່ງນີ້ ມີຄວາມຍາວປະມານ 691.8 ແມັດກວ້າງປະມານ 10.9 ແມັດ ໃຊ້ງົບປະມານ ໃນການກໍ່ສ້າງປະມານ 18 ລ້ານໂດລາ ໂດຍຣັຖບານລາວແລະພະມ້າຮ່ວມກັນ ອອກຄົນລະເຄີ່ງ. ຂົວແຫ່ງນີ້ມີກໍານົດສ້າງ ໃຫ້ແລ້ວໃນປີ 2014.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.