ໄທ ພະມ້າ ລາວ ແລະຈີນ ເປີດເວທີ ແມ່ນ້ຳຂອງ ເພື່່ອປຶກສາ ຫາລື ກ່ຽວກັບ ການຮ່ວມມື ທາງດ້ານ ຄວາມປອດພັຍ.
ລາຍງານ ຈາກ ແຂວງຊຽງຮາຍ ປະເທດໄທ ແຈ້ງວ່າ ຣະຫວ່າງ ວັນທີ 27-30 ເດືອນ ມີນາ 2013 4 ປະເທດ ແມ່ນ້ຳຂອງ ຄື: ໄທ ພະມ້າ ລາວແລະຈີນ ເປີດ ກອງປະຊຸມຮ່ວມ ເວທີ ແມ່ນ້ຳຂອງ ເພື່ອຮ່ວມມື ດ້ານຄວາມ ປອດພັຍ ຕາມລຳ ແມ່ນ້ຳຂອງ, ຊຶ່ງເປັນ ກອງປະຊຸມ ວາຣະຫມູນວຽນ ທີ່ປ່ຽນກັນ ເປັນເຈົ້າພາບ ໂດຍປະເທດ ສະມາຊິກ ຊຶ່ງ ພະມ້າ ສປປລາວ ຈະສົ່ງ ເຈົ້າຫນ້າທີ່ ໄປຮ່ວມ ສ່ວນຈີນ ຈະມີຄນະ ກັມມະການ ຈາກ ແຂວງຢູນານ ໄປຮ່ວມ ແລະ ໄທ ກໍແມ່ນຫົວຫນ້າ ທ່າເຮືອໄທ ເປັນເຈົ້າພາບ.
ເນື້ອຫາຂອງ ກອງປະຊຸມ ເທື່ອນີ້ ເນັ້ນໃສ່ ເຣື້ຶ້ອງ ການຮ່ວມມື ກັນໃນ ກໍຣະນີ ມີຜູ້ ປະ ສົບ ເຄາະຮ້າຍ ຕາມລຳ ແມ່ນ້ຳຂອງ ເຊັ່ນເຮືອເກີດ ອຸບັດຕິເຫດ ເຮືອຕຳກັນ ເຮືອຕິດດອນ ຕິດແກ້ງ ຫລືບັນຫ າສຸຂເສີນ ອື່ນໆ ຊຶ່ງເປັນ ພາກສ່ວນ ຂອງ ການຮັກສາ ຄວາມ ປອດພັຍ ຕາມລຳ ແມ່ນ້ຳຂອງ ຂອງ 4 ປະເທດ.
ນອກຈາກນັ້ນ ກໍມີການ ປຶກສາຫາລື ກ່ຽວກັບ ການປາບປາມ ຢາເສບຕິດ ຊຶ່ງ ໃນປັດຈຸບັນ ກໍມີການ ຈັດຕັ້ງເປັນ ສູນ ປະຕິບັດ ການປ້ອງກັນ ແລະ ປາບປາມ ພວກ ມິດສາຊີພ ຕາມລຳ ແມ່ນ້ຳຂອງ ຢູ່ແລ້ວ ແລະ ໃນອະນາຄົດ ກໍຈະມີ ການຈັດຕັ້ງ ສູນວິທຍຸ ເພື່ອການ ສື່ສານ ຣະຫວ່າງກັນ ແຈ້ງຂໍ້ມູນ ຕໍ່ຫນ່ວຍງານ ທີ່ກ່ຽວຂ້ອງ ເຂົ້າຊ່ອຍເຫລືອ ຜູ້ປະສົບ ເຄາະຮ້າຍ ຮ່ວມທັງການ ປຶກສາຫາລື ກ່ຽວກັບ ການເດີນເຮືອ ພານິດ ໃຫ້ມີຄວາມ ປອດພັຍ ຫລາຍຂຶ້ນ.
