ນ້ຳຂອງ ກັບຄວາມທ້າທາຍ ຈາກເຂື່ອນຈີນ

0:00 / 0:00

ແມ່​ນ້ຳ​ຂອງ ມີ​ຄວາມ​ຍາວ 4,900 ກິ​ໂລ​ແມັດ ໄຫຼ່​ຜ່ານ​ປະ​ເທດຈີນ, ລາວ, ໄທ​ຍ, ພະ​ມ້າ, ກັມ​ພູ​ຊາ ແລະ ວຽດ​ນາມ, ເປັນ​ແມ່​ນ້ຳ​ທີ່​ຍາວ​ເປັນ​ອັນ​ດັບ​ທີ 12 ຂອງ​ໂລກ. ປັດ​ຈຸ​ບັນ ແມ່ນ​ຂອງ​ ຕ້ອງ​ປະ​ເຊີນ​ກັບ​ສິ່ງ​ທີ່​ທ້າຍ​ ຈາກ​ເຂື່ອນ​ຂ​ນາດ​ໃຫຍ່ 11 ແຫ່ງ​ ຢູ່​ແມ່ນ້ຳ​ຂອງ ​ຕອນ​ເທິງ ເຊິ່ງ​ສົ່ງ​ຜົ​ລ​ກະ​ທົບ ຕໍ່​ການ​ໄຫຼ​ຂອງ​ນ້ຳ ແລະ ການ​ຄ້ຳ​ປະ​ກັນ​ທາ​ງ​ດ້ານ​ສະ​ບຽງ​ອາ​ຫານ​ ຢູ່​ປະ​ເທດ​ຕອນ​ລຸ່ມ ​ແມ່​ນ້ຳ​ຂອງເປັນ​ຕົ້ນ ​ປະ​ເທດ​ລາວ, ໄທ​ຍ, ກັມພູ​ຊາ ແລະ ວຽດ​ນາມ. ຂໍ້​ມູນ​ຈາກ​ ສະຖາບັນ ວິຈັຍຄົ້ນຄວ້າ ສະຕິມຊັນ (Stimson Center) ຢູ່ ວໍຊິງຕັນ ດີ.ຊີ. ສະຫະຣັຖ ອາເມຣີກາ ໄດ້​ລະ​ບຸ​ວ່າ:

“ທາງ​ການ​ຈີນ ບໍ່​ໄດ້​ແລກ​ປ່ຽນ​ຖານຂໍ້​ມູນ [ກ່ຽວ​ກັບ​ການ​ປ່ອຍ​ນ້ຳ] ກັບປະ​ເທດ​ຢູ່​ຕອນ​ລຸ່ມ ​ແມ່​ນ້ຳ​ຂອງ ວ່າ, ເຂື່ອນ​ຢູ່​ຕອນ​ເທິງ​ ແມ່​ນ້ຳ​ຂອງ ໃນ​ປະ​ເທດ​ຈີນ ມີ​ການ​ດຳ​ເນີນ​ການ​ ແນວ​ໃດ.”

ຂໍ້​ມູນ​ຍັງລະ​ບຸ​ວ່າ:

“ທາງ​ການ​ຈີນ ບໍ່​ໄດ້ແຈ້ງ​ການ ​ໃຫ້ປະ​ເທດ​ຢູ່​ຕອນ​ລຸ່ມ​ ແມ່​ນ້ຳ​ຂອງ ​ໄດ້​ຮັບ​ຮູ້​ວ່າ ເມື່ອ​ໃດ​ມີ​ການກໍ່​ສ້າງ​ເຂື່ອນ ແລະ ເມື່ອ​ໃດ​ເຂື່ອນ ​ຈະ​ເປີດ​ດຳ​ເນີນ​ການ.”

ທ່ານ ໄບຣເອັ໋ນ ເອັຽເລີ້ (Brian Eylers) ຜູ້ອຳນວຍການ ໂຄງການ ເອເຊັຽຕາເວັນອອກ ສ່ຽງໃຕ້ ຈາກ ສະຖາບັນ ວິຈັຍຄົ້ນຄວ້າ Stimson Center ໄດ້​ກ່າວ​ຕໍ່ ຄະ​ນະ​ກັມ​ມາ​ທິ​ການ ​ຕ່າງ​ປະ​ເທດ ຣັຖສະ​ພາ​​ ສະ​ຫະ​ຣັ​ຖອາ​ເມ​ຣິ​ກາ ​ໃນ​ວັນ​ທີ 7 ທັ​ນ​ວາ 2022 ຕອນ​ນຶ່ງວ່າ:

" ຈີນ ໄດ້ ​ສ້າງເຂື່ອນ​ຂ​ນາດ​ໃຫຍ່ 11 ແຫ່ງ ຢູ່​ຕອນ​ເທິງ​ແມ່​ນ້ຳ​ຂອງ ແລະ ບໍ່​ໄດ້​ແລກ​ປ່ຽນ​ຂໍ້​ມູນ​ ໃຫ້​ບັນ​ດາ​ປະ​ເທດ​ຢູ່​ລຸ່ມ​ແມ່​ນ້ຳ​ຂອງ ຮັບ​ຮູ້​ ເຖິງວ່າ ການ​ດຳ​ເນີນ​ການ​ ຂອງ​ເຂື່ອນ​ນັ້ນ​ ເປັນ​ແນວ​ໃດ. ຈີນບໍ່​ໄດ້​ແຈ້ງໃຫ້​ປະ​ເທດ ຢູ່​ຕອນ​ລຸ່ມ​ແມ່​ນ້ຳ​ຂອງ​ ໄດ້​ຮູ້​ວ່າ ເມື່ອ​ໃດ​ເຂື່ອນ​ຢູ່​ຕອນ​ເທິງ​ ມີ​ການກໍ່​ສ້າງ ແລະ ເຣີ່ມ​ດຳ​ເນີນ​ການ. ເປັນ​ທີ່​ຮູ້​ກັນ​ດີ​ວ່າ ເຂື່ອນ​ຢູ່​ຕອນ​ເທິງ​ແມ່​ນ້ຳ​ຂອງ ກໍ່​ໃຫ້​ເກີດ​ນ້ຳ​ຖ້ວມ​ກະ​ທັນ​ຫັນ ແລະ ກໍ່​ໃຫ້​ເກີດ​ພັຍ​ແຫ້ງ​ແລ້ງ ຢູ່​ປະ​ເທດ​ລຸ້ມ​ ແມ່​ນ້ຳ​ຂອງ."

ປະ​ເທດ​ລາວ ແລະ ກັມ​ພູ​ຊາ ມີ​ເສ​ຖ​ກິ​ຈທີ່​ຂຶ້ນ​ກັບ​ ຊັ​ພ​ຍາກອ​ນ​ທັມ​ມະຊາຕ ຢູ່​ແມ່​ນ້ຳ​ຂອງ ແລະ ເມື່ອ​ມີ​ການ​ສ້າງ​ເຂື່ອນ ​ຢູ່​ຕອນ​ເທິງ​ແມ່​ນ້ຳ​ຂອງ ກໍ​ເຮັດ​ໃຫ້​ການ​ໄຫຼ ​ຂອງ​ນ້ຳ ​ມີ​ການ​ປ່ຽນ​ແປງ ແລະ ນ້ຳ​ໄດ້​ພັດ​ເອົາ​ຄວາມ​ອຸ​ດົມ​ສົມ​ບູນ​ ທີ່​ເປັນ​ອາ​ຫານ​ ຂອງ​ປາ​ອອກ​ໄປ ແລະ ຍັງ​ມີ​ການ​ດູດ​ຫິນ​, ດູດ​ຊາຍ ເພື່ອ​ວຽກ​ງານ​ ພັ​ທ​ນາອີກ​ດ້ວຍ.

ນອກ​ຈາກນີ້, ຂໍ້​ມູນ​ຈາກສູນ​ວິ​ຈັຍ ​ຄົ້ນ​ຄ້​ວາ Stimson Center ຍັງ​ລະ​ບຸ​ວ່າ ນັກ​ລົງ​ທຶນ​ຈີນ, ໄທ​ຍ, ວຽດ​ນາມ ແລະ ປະ​ເທດ​ອື່ນໆ ໄດ້​ພາ​ກັນ​ເຂົ້າ​ມາ​ລົງ​ທຶນ​ສ້າງ​ເຂື່ອນ​ຢູ່​ໃນ​ປະ​ເທດ​ລາວ ຢູ່​ແມ່​ນ້ຳ​ຂອງ ແລະ ແມ່​ນ້ຳ​ສາ​ຂາ​ ນັ້ນ ຍິ່ງ​ສົ່ງ​ຜົ​ລ​ກະ​ທົບ​ຕໍ່ແມ່​ນ້ຳ​ຂອງ.

ຂໍ້​ມູນ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ບໍ​ຣິ​ເວນສາມ​ຫຼ່ຽມປາກ​ແມ່​ນ້ຳ​ຂອງ ຫຼື Mekong Delta ຢູ່​ປະ​ເທດ​ວຽດ​ນາມ ເປັນ​ອູ່​ເຂົ້າ ອູ່​ປາ ຂອງ​ປະ​ຊາ​ຊົນ​ເກືອບ 20 ລ້ານ, ເທົ່າ​ກັບ 20% ຂອງ​ພົ​ລ​ເມືອງວຽດ​ນາມ.

ຊາວ​ນາ​ຂອງວຽດ​ນາມ ອາ​ໄສ​ຢູ່​ເຂດ​ດັ່ງ​ກ່າວ ໄດ້​ເອົາ​ນ້ຳ​ຈາກ​ແມ່​ນ້ຳ​ຂອງ ໃນ​ການ​ເຮັດ​ນາ ເຊິ່ງ​ຜົ​ລ​ຜ​ລິດ​ເຂົ້າ​ຫຼາຍກວ່າ​ເຄິ່ງ​ນຶ່ງ​ ສົ່ງ​ອອກ​ໄປ​ຂາຍ ຢູ່​ບັນ​ດາ​ປະ​ເທດ​ອາ​ຊ້ຽນ ແລະ ປະ​ເທດ​ອື່ນໆ​ໃນ​ໂລກ.

​ປັ​ດ​ຈຸ​ບັດ ປະ​ເທດ​ວຽດ​ນາມ ສົ່ງ​ເຂົ້າ​ໄປ​ຂາຍ​ຕ່າງ​ປະ​ເທດ ​ເປັນ​ອັນ​ດັບ​ 2 ​ຂອງ​ໂລກ ເຊິ່ງ​ແມ່​ນ້ຳ​ຂອງບໍ່​ພຽງ​ແຕ່​ເປັນຫຼັກ​ຄ້ຳ​ປະ​ກັນ ແຕ່ຍັງ​ເປັນ​ແຫຼ່ງ​ສ້າງ​ລາຍ​ຮັບ ​ສຳ​ລັບ​ຄົນ​ວຽດ​ນາມ.

ນອກ​ຈາກນີ້ ຢູ່ ທະ​ເລ​ສາບ ທີ່​ຊື່​ວ່າ ຕົງ​ເລ​ສາບ ຢູ່​ປະ​ເທດ​ກັໃພູ​ຊາ ກໍ​ເປັນ​ຈຸດ​ທີ່​ຮອງ​ຮັບ​ ແມ່​ນ້ຳ​ຂອງ, ເປັນ​ບ່ອນ​ທີ່​ປະ​ຊາ​ຊົນ ​ຊາວ​ກັມພູ​ຊາ ຫາ​ປາ​ລ້ຽງ​ຊີພ ໂດຍ ແຕ່​ລະ​ປີ ເຂົາ​ເຈົ້າ​ສາ​ມາດ​ ຫາ​ປາ​ໄດ້ 500,000 ຕັນ ແລະ ເປັນ​ແຫຼ່ງ​ທາດ​ຊີ້ນ 60-70% ຂອງ​ກັມພູ​ຊາ ແລະ ສ່ວນ​ທີ່​ເຫຼືອ ແມ່ນ​ມາ​ຈາກ​ແຫຼ່ງ​ອື່ນໆ.

ຂໍ້​ມູນ​ຈາກ​ສ​ຖາ​ບັນ​ວິ​ຈັຍ ຄົ້ນ​ຄວ້າ Stimson Center ຍັງ​ລະ​ບຸ​ອີກວ່າ ທາງ​ກາ​ນ​ຈີນ ບໍ່​ໄດ້​ແລ​ກ​ປ່ຽນ​ຂໍ້​ມູນ 11 ເຂື່ອນ ຢູ່​ຕອນ​ເທິງຂອງ ແມ່​ນ້ຳ​ຂອງ ໃຫ້ກັບ​ປະ​ເທດ​ທີ່ຢູ່ ຕອນ​ລຸ້ມ​ ແມ່​ນ້ຳ​ຂອງ ສະ​ນັ້ນ ປະ​ເທດ ທີ່​ຢູ່​ຕອນ​ລຸ່ມ​ ແມ່​ນ້ຳ​ຂອງ ຈຶ່ງ​ສົງ​ໄສວ່າ ເຂື່ອນ​ຈີນ ຢູ່​ຕອນ​ເທິງ​ ແມ່​ນ້ຳ​ຂອງ ໄດ້​ກັກ​ນ້ຳ​ເອົາ​ໄວ້ ແລະ ເຮັດ​ໃຫ້ການ​ໄຫຼ ຂອງ​ນ້ຳ ​ບໍ່​ໄປ​ເປັນ​ໄປ​ຕາມ​ທັມ​ມະຊາຕ, ຕາມ​ຣະ​ດູນການ. ​

ໃນ​ສ່ວນ ​ຂອງ​ປະ​ເທດ​ລາວ, ປະ​ຊາ​ຊົນ ຢູ່​ແຂວງ​ພາກ​ໃຕ້​ຂອງ​ລາວ ທີ່​ເຄີຍ​ຫາ​ປາ​ເປັນ​ອາ​ຊີພຫຼັກ ປັດ​ຈຸ​ບັນ ເຂົາ​ເຈົ້າ​ຕ້ອງ​ໄດ້​ຢຸດ​ເຊົາ​ ອາ​ຊີພ​ດັ່ງ​ກ່າວ ແລ້ວ​ຫັນ​ໄປ​ເຮັດ​ວຽກ​ ເປັນ​ກັມມະ​ກອນ​ ຢູ່​ປະ​ເທດ​ໄທ​ຍແທນ. ຢູ່​ເຂດ​ເມືອງໂຂ​ງ ແຂວງ​ຈຳ​ປາ​ສັກ ສ​ະ​ເລັ່ຽ​ຊາວ​ບ້ານ ທີ່​ຍັງ​ຍຶດ​ອາ​ຊີພ​ຫາ​ປາ​ຢູ່ ເຫຼືອ​ປະ​ທານ 20% ສ່ວນ​ທີ່​ເຫຼືອໄປ​ເຮັດ​ວຽກ ​ຢູ່​ປະ​ເທດ​ໄທຍ. ປະ​ຊາ​ຊົນ ຢູ່​ເຂດ​ເມືອງ​ໂຂງ ຈາກ​ທີ່​ເຄີຍ​ຫາ​ປາ​ກິນ ແຕ່ປັ​ດ​ຈຸ​ບັນ ໄດ້​ຊື້​ປາ​ກິນ ແລະ ປາ​ນ້ຳ​ຂອງ​ກໍ​ເຣີ່ມ​ຫາ​ຍາກ ແລະ ແພງກວ່າ​ແຕ່​ກ່ອນ.

ຊາວ​ເມືອງ​ໂຂງ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ ເສ​ຣີ ວ່າ:

" ມັນ ​ບໍ່​ມີ​ປາ​ໃຫ້​ຫາ​ແລ້ວ ສ່ວນ​ຫຼາຍ​ມັນ​ບໍ່​ມີ​ດອກ ປາ​ເຄິງ​ໂລ​ລະແສນ​ກີບ ປາ​ຫັ້ນ​ມັນ​ປັບ​ສະ​ພາບບໍ່​ທັນ​ດອກ ເຮັດ​ນາ​ແລ້ວ ກະ​ມີ​ແຕ່​ລູກ​ໄປ​ໄທ​ຍ ມີ​ແຕ່​ອາ​ໄສວ່າ ໄປ​ຂາຍ​ແຮງ​ງານ​ກິນ​ຢູ່​ໄທ​ຍ ຄົນ​ເຖົ່າ​ຫັ້ນ​ແມ່ນ​ເຝົ້າ​ຫຼາຍ ພໍ່​ແມ່​ເຂົາ​ໄປ​ທັມ​ງານ."

ປະ​ຊາ​ຊົນ ທີ່​ອາ​ໄສ​ການ​ຫາ​ປາ ​ຢູ່​ນ້ຳ​ຂອງ ໄດ້​ຮັບ​ຜົ​ລ​ກະ​ທົບ​ ຈາກ​ເຂື່ອນ ​ຢູ່​ແມ່​ນ້ຳ​ຂອງ ສ່ວນໃຫຍ່ຕ້ອງ ໄດ້​ພາ​ກັນ​ໜີ​ ໄປ​ເຮັດ​ວຽກ ​ຢູ່​ປະ​ເທດ​ໄທ​ຍ

ນອກ​ຈາກນີ້ ເຂດ​ພາກ​ກາງ ​ຂອງ​ປະ​ເທດ​ລາວ ກໍ​ໄດ້​ຮັບ​ຜົ​ລ​ກະ​ທົບ ​ເຊັ່ນ​ດຽວ​ກັນຈາກ ຈຳ​ນວນ​ປາ​ລົດ​ລົງ​ຫຼາຍ ແລະ ປະ​ຊາ​ຊົນທີ່​ເຮັດ​ອາ​ຊີພ​ຫາ​ປາ​ ໄດ້​ຮັບ​ຜົ​ລ​ກະ​ທົບ.

ເວບ​ໄຊ້​ຂ່າວ​ທີ່​ຊື່​ວ່າ Mekong Eye ຫຼື​ ແປ​ເປັນ​ພາ​ສາ​ລາວ ວ່າ ເບິ່ງ​ແມ່​ນຳ​ຂອງ ໄດ້​ຣາຍ​ງານ​ວ່າ:

“ຈຳ​ນວນ​ປາ ​ຢູ່​ແມ່​ນ້ຳ ​ທີ່​ເປັນ​ສາ​ຂາ ​ແມ່​ນ້ຳ​ຂອງ ຫຼຸດ​ລົງ ແລະ​ ປະ​ຊາ​ຊົນ​ ທີ່​ອາ​ໄສ​ຢູ່​ແຄມ​ນ້ຳ​ຂອງ ​ຢູ່​ປະ​ເທດ​ໄທຍ ກໍ​ໄດ້​ຮັບ​ຜົ​ລ​ກະ​ທົບ ​ຈາກ​ຈຳ​ນວນ​ປາ​ທີ່​ຫຼຸດ​ລົງ ຍ້ອນ​ການ​ສ້າງ​ເຂື່ອນ​ ໃສ່​ແມ່​ນ້ຳ​ຂອງ​ສາຍ​ຫຼັກ.”

ໂຕ​ຢ່າງ​ປະ​ຊາ​ຊົນ ທີ່​ຢູ່​ແຂວງ​ນະ​ຄອນ​ພະ​ນົມ ປະ​ເທດ​ໄທ​ຍ ທີ່​ຢູ່​ກົງ​ຂັ້ນ​ຂ້າມ​ ກັບ ແຂວງ​ຄຳ​ມ່ວນ​ ປະ​ເທດ​ລາວ.

ລຸງ ວິ​ຈິດ ພົງ​ລາດ ອາ​ຍຸ 73 ປີ ຊາວ​ແຂວງ​ນະ​ຄອນ​ພະ​ນົມ ທີ່​ມີ​ອາ​ຊີພຫາ​ປາ ຢູ່ແມ່​ນ້ຳ​ສົງ​ຄ​ຣາມ (Songkhram) ທີ່​ເປັນ​ສາ​ຂາ​ແມ່​ນ້ຳ​ຂອງ ໄດ້​ກ່າວ​ວ່າ:

“ປັດ​ຈຸ​ບັນນີ້ ປາ​ເຣີ່ມ​ຫາ​ຍາກຢູ່​ໃນ​ແມ່​ນ້ຳ ພັນ​ປາ​ບາງ​ຊະ​ນິດ ສູນ​ຫາຍ​ໄປ ຈາກ​ແມ່​ນ້ຳ ແລະ ພວກ​ເຮົາ​ບໍ່​ສາ​ມາດ ​ຮັກ​ສາ​ວິ​ຖີ​ຊີ​ວິຕ ​ການ​ຫາ​ປາ​ ໄວ້​ໃຫ້​ຄົງ​ຢູ່ອີກ.”

ຢູ່​ເຂດ​ ນະ​ຄອນ​ຫລວງວຽງ​ຈັນ ກໍ​ເຊັ່ນ​ດຽວ​ກັນ ໃນ​ຍາມ​ແລ້ງ ນ້ຳ​ກໍ​ບົກ​ລົງ​ຫຼາຍ ຊາວ​ບ້ານ​ຈະ​ສັງ​ເກດ​ເຫັນ​ຫາດ​ຊາຍ ຫຼື ດອນ ​ຢູ່​ກາງ​ແມ່​ນ້ຳ​ຂອງ ເປັນ​ບໍ​ລິ​ເວ​ລາ​ກ້​ວາງ ກວ່າ​ແຕ່ກອນ ຈະ​ມີ​ການ​ສ້າງ​ເຂື່ອນ ​ໃສ່​ແມ່​ນໍ້​າ​ຂອງ ອີງ​ຕາມ​ຂໍ້​ມູ​ຈາກ​ ປະ​ຊາ​ຊົນ ຢູ່​ນະ​ຄອນ​ຫລວງວຽງ​ຈັນ.

ຢູ່​ເຂດ​ພາກ​ເໜືອ​ຂອງ​ລາວ ໂດຍ ສະ​ເພາະ ​ຢູ່​ແຂວງ​ໄຊ​ຍະ​ບູ​ຣີ ​ໄດ້​ຮັບ​ຜົ​ລ​ກະ​ທົບ​ເຊັ່ນ​ດຽວ​ກັນ, ປະ​ຊາ​ຊົນຫາ​ປາບໍ່​ໄດ້ ຍ້ອນ​ວ່າ ຫຼັງ​ຈາກ​ສ້າງ​ເຂື່ອນ​ ຢູ່​ບາງ​ຈຸດ ທີ່​ເຄີຍ​ຫາປາ ນ້ຳ​ກໍຫຼາຍ ບາງ​ຈຸດ​ກໍ​ນ້ຳ​ໜ້ອຍ ແລະ ສ​ລຸບ​ລວມ​ແລ້ວ ເຂົາ​ເຈົາ​ຫາ​ປາບໍ່​ໄດ້ ຄື​ແຕ່​ກ່ອນ.

ຊາວ​ແຂວງ​ໄຊ​ຍະ​ບູຣີ ທ່ານນ​ນຶ່ງ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ ເສ​ຣີ ວ່າ :

" ເຂົາ ​ຫາ​ປາບໍ່​ໄດ້ ມັນ​ເປັນ​ນ້ຳ​ຍຶ່ງ​ຫັ້ນ​ນ່າ ແຕ່ກີ້​ຫັ້ນມັນ​ຈະ​ເປັນ​ແບບ​ວ່າ ນ້ຳ​ມັນ​ໄຫຼ​ເນາະ ເຂົາ​ຫາ​ປູ​ ຫາ​ປາ​ມັນ​ງ່າຍ​ເນາະ ດຽວນີ້ ຫັ້ນ​ຫາບໍ່​ໄດ້."

ການສ້າງ​ເຂື່ອນ​ ໃສ່​ແມ່​ນ້ຳ​ຂອງ ເຮັດ​ໃຫ້​ລະ​ບົບ​ນິ​ເວດ ​ແມ່​ນ້ຳ​ຂອງ ມີ​ການ​ປ່ຽນ​ແປງ ແລະ ເສັຽ​ຫາຍ.

ອາຈານ ໄຊນະຣົງ ເສດຖະເຊື້ອ ຈາກ ຄະນະມະນຸສສາຕ ແລະ ສັງຄົມສາຕ ມະຫາວິທຍາໄລ ມະຫາສາຣະຄາມ ປະເທດໄທຍ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

“ຄວາມ​ແຫ້ງ​ແລ້ງນີ້ ມັນ​ຈະ​ເປັນ​ບັນ​ຫາ​ໃຫຍ່ ສຳ​ລັບ​ລຸ່ມ​ແມ່​ນ້ຳ​ຂອງ ປະ​ການ​ທີ​ສອງ​ຄື ລະ​ບົບ​ນິ​ເວດ​ແມ່​ນ້ຳ​ຂອງ ພັງ​ທະ​ລາຍ ​ເພາະ​ວ່າ ປົກ​ຕິ​ແລ້ວ ລະ​ບົບ​ແມ່​ນ້ຳ​ຂອງ​ ມັນ​ຈະ​ຂຶ້ນ​ລົງ ຕາມ​ທັມມະ​ຊາຕ ໃນ​ຍາມ​ຝົນ​ກໍ​ມີ​ນ້ຳ​ຫຼາຍ, ໃນ​ຍາ​ແລງ ນ້ຳ​ກໍ​ລົງ ແຕ່ ບໍ່​ໄດ້​ແຫ້ງ​ຄື​ຕອນ​ມີ​ເຂື່ອນ.”

ການ​ສ້າງ​ເຂື່ອນ ເຮັດ​ໃຫ້​ການ​ຂຶ້​ນ​ລົງ​ ຂອງ​ປາ ຜິດ​ຣະ​ດູ ແລະ ປາ​ບາງ​ຊະ​ນະ ​ບໍ່​ສາ​ມາດ​ຂຶ້ນ​ໄປ​ວາງ​ໄຂ​ໄດ້.

ອາ​ຈານ ​ໄຊ​ນະ​ຣົງ ຍັງ​ກ່າວ​ວ່າ:

" ບັນ ​ຫາ​ໃຫຍ່​ທີ່​ຕາມ​ມາ​ກໍ​ຄື ເຣື່ອງ​ຂອງຄວາມ​ໝັ້ນ​ຄົງ ​ຂອງ​ອາ​ຫານ ບັນ​ຫາ​ເຣື່ອງ Foods Security ນີ້ ມັນ​ຈະ​ເກີດ​ທົ່ວ​ພູ​ມີ​ພາກ​ ລຸ່ມ​ແມ່​ນ້ຳ​ຂອງ ທັງ​ໂຕ​ແມ່​ນ້ຳ​ຂອງ ທັງ​ຊຸມ​ຊົນ ​ຢູ່​ຕາມ​ຝັ່ງ​ແມ່​ນໍ້າ​ຂອງ ແລະ ແມ່​ນ້ຳ​ສາ​ຂາ ເຮົາ​ມາ​ເບິ່ງ​ແຕ່​ກ່ອນ ຕາມ​ເມື່ອງໃຫຍ່ໆ ຢູ່​ແຄມ​ແມ່ນ້ຳ​ຂອງ ເຂົາ​ບໍ​ລິ​ໂພກ​ປາ ດຽວນີ້​ປາ​ນ້ຳ​ຂອງ​ຫາ​​ຍາກ."

ນອກ​ຈາກນີ້ ບັນ​ຫາ​ອີກ​ຢ່າງ​ນຶ່ງ​ກໍ​ຄື ປະ​ຊາ​ຊົນ ທີ່​ຍົກ​ຍ້າຍ​ ອອກ​ຈາກ​ໂຄງ​ການ​ເຂື່ອນ ກໍ​ຍັງ​ທຸກ​ຄື​ເກົ່າ.

​ນັກ​ສິ່ງ​ແວດ​ລ້ອມ​ລາວ ທ່ານນຶ່ງ ໄດ້​ກ່າວ​ຕໍ່​ ວິທຍຸ ເອ​ເຊັຽ​ ເສ​ຣີ ວ່າ:

" ອອກ ​ຈາກ​ບ່ອນ​ເກົ່າ ​ໄປ​ສູ່​ບ່ອນ​ແບບ​ປັບ​ໂຕ​ ກະ​ຢາກ​ຍາກ​ຫັ້ນ​ແຫຼ​ເນາະ ເຂົາ​ເຄີຍ​ຢູ່​ບ່ອນ​ໂລ່ງ ບ່ອນ​ແຈ້ງ ອາ​ກາດ​ສົດ​ຊື່ນ ມີ​ທົ່ງ​ນາ​ປ່າ​ໄມ້​ກວ້າງ​ຂວາງ ພັດ​ມາ​ຢູ່​ຄັບ​ແຄບ."

ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຈົາ​ໜ້າ​ທີ່​ ກະ​ຊວງ​ ພ​ລັງານ ແລະ ບໍ່​ແຮ່ ກໍ​ກ່າ​ວ່າ ສາ​ເຫດ​ນ້ຳ​ຂອງແຫ້ງ ບໍ່​ແມ່ນ​ເປັນ​ຍ້ອນ ​ການ​ສ້າງ​ເຂື່ອນ ແຕ່ ມັນ​ເປັນ​ຍ້ອນ​ພັຍ ​ແຫ້ງ​ແລ້ງ ຕາມ​ຣະ​ດູ​ການ.

ເຂື່ອນ​ນ້ຳ​ຂອງ ​ທີ່​ສ້າງ​ສຳ​ເຣັດ​ແລ້ວ ຢູ່​ປະ​ເທດ​ລາວ ລວມ​ມີ ເຂື່ອນ​ໄຊ​ຍະ​ບູ​ຣີ ແລະ ເຂື່ອນດອນ​ສະ​ໂຮງ ສ່ວນ​ວ່າ ເຂື່ອນ​ທີ່​ມີ​ແຜນ​ການ​​ກໍ່​ສ້າງ ແມ່ນ ເຂື່ອນປາກ​ແບງ, ເຂື່ອນ​ຫຼວງ​ພ​ຣະ​ບາງ, ເຂື່ອນ​ປາກ​ລ​າຍ, ເຂື່ອນ​ຊະ​ນະ​ຄາມ, ເຂື່ອນ​ປາກ​ຊົມ, ເຂື່ອນ​ບ້ານ​ກຸ່ມ, ເຂື່ອນ​ພູ​ງອຍ.