ທະຫານພະມ້າ ຈັບສະມາຊິກພັກ NLD ເກືອບ 2,000 ຄົນ

0:00 / 0:00

ກຸ່ມທະຫານພະມ້າ ໄດ້ຈັບແລະກັກຂັງສະມາຊິກ ພັກສັກນິບາດແຫ່ງຊາຕ ເພື່ອປະຊາຊົນທິປະໄຕ ຂອງພະມ້າ ຫຼື NLD ເກືອບ 2,000 ຄົນ ນັບແຕ່ທະຫານພະມ້າ ເຂົ້າມາຍຶດອໍານາດຈາກຣັຖບານພົລເຮືອນ. ພັກສັນນະບາດແຫ່ງຊາຕເພື່ອປະຊາທິປະໄຕຂອງພະມ້າ ຫຼື NLD ໄດ້ອອກຖແລງການເນື່ອງໃນວັນຄົບຮອບ 35 ປີ ຂອງການສ້າງຕັ້ງພັກ.​

ພັກ NLD ຂອງພະມ້າ ໄດ້ເຂົ້າມາບໍຣິຫານປະເທດ ໃນປີ 2015 ຫຼັງຈາກເອົາຊະການພັກຂອງຝ່າຍທະຫານພະມ້າ ໃນການເລືອກຕັ້ງທົ່ວໄປຂອງພະມ້າໃນເວລານັ້ນ, ແຕ່ວ່າ ໃນປີ 2021 ທະຫານພະມ້າ ໄດ້ຣັຖປະຫານຍຶດອໍານາດ ແລະ ຈັບ ຍານາງ ອອງ ຊານ ຊູ ຈີ ຫົວໜ້າພັກ NLD ໂດຍໃສ່ຂໍ້ຫາວ່າ ພັກຂອງຍານາງ ສໍ້ໂກງການເລືອກຕັ້ງ.

ນັບຕັ້ງນັ້ນເປັນຕົ້ນມາ, ກຸ່ມທະຫານພະມ້າ ໄດ້ຈັບໂຕສະມາຊິກພັກ NLD ເກືອບ 2,000 ຄົນ, ໃນນັ້ນ ມີສະມາຊິກພັກປະມານ 1,200​ ຄົນ ຍັງຄົງຖືກຄຸມຂັງຢູ່ ອີງຕາມການຣາຍງານ ຂອງພັກ NLD.​

ທ່ານ ຂິນຊວງ, ກໍາມະການບໍຣິຫານພັກ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ກຸ່ມທະຫານພະມ້າ ໄດ້ທໍາລາຍຄວາມຝັນຂອງປະຊາຊົນພະມ້າ ຜູ້ທີ່ລົງຄະແນກເລືອກເອົາພັກ NLD ເມື່ອ 8 ປີ ກ່ອນ.​

ທ່ານ ກ່າວວ່າ: ທະຫານພະມ້າ ຍັງຄົງຈັບ ແກນນໍາພັກ NLD ແບບຜິດກົດໝາຍ ແລະ ທໍາລາຍຫ້ອງການຂອງພັກ, ສັງຫານສະມາຊິກພັກ. ເປັນທີ່ແຈ້ງຂາວແລ້ວວ່າ ກຸ່ມທະຫານພະມ້າ ກໍາລັງພະຍາຍາມ ທໍາລາຍພັກ NLD ຢ່າງເປັນລະບົບ. ກຸ່ມທະຫານພະມ້າ ໄດ້ບຸກທໍາລາຍຫ້ອງການ ຂອງພັກ NLD ໃນທົ່ວປະເທດພະມ້າ ຢ່າງໜ້ອຍ 160 ຄັ້ງ, ທໍາລາຍຕຶກອາຄານໄປແລ້ວເກືອບ 400 ແຫ່ງ, ແລະ ຍຶດຊັບສິນ ຂອງສະມາຊິກພັກ NLD 370 ທ່ານ ລວມທັງເຮືອນຂອງສະມາຊິກພັກ 180 ທ່ານ, ຊັບສິນອື່ນ ແລະ ຍານພະຫະນະ ອີງຕາມການຣາຍງານຂອງພັກ NLD.

ບົດຣາຍງານງານຍັງລະບຸວ່າ ກຸ່ມທະຫານພະມ້າ ໄດ້ສັງຫານສະມາຊິກພັກ NLD ໄປແລ້ວຢ່າງ 100 ຄົນ ລວມທັງສະມາຊິກສະພາ ແຫ່ງຊາຕຂອງພະ ມ້າ. ຕໍ່ກັບຖແລງການ ແລະ ຄໍາອ້າງຂອງພັກ NLD, ເຈົ້າໜ້າທີ່ຝ່າຍກຸ່ມທະຫານພະມ້າ ຍັງຄົງບໍ່ມີຊີ້ແຈງແຕ່ຢ່າງໃດ. ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ໄດ້ພະຍາຍາມຕິດຕໍ່ຫາ ທ່ານ ຊໍມິນຕັນ ຮອງຣັຖມົນຕຣີ ກະຊວງຖແລງຂ່າວ ຂອງກຸ່ມທະຫານພະມ້າ ເພື່ອຈະຖາມກ່ຽວກັບເລື່ອງນີ້ ແຕ່ ທ່ານບໍ່ຮັບສາຍ.

ອີງຕາມ ສະມາຄົມຊ່ວຍເຫຼືອ ນັກໂທດການເມືອງ ຂອງພະມ້າ ທີ່ມີຫ້ອງການໃຫຍ່ຕັ້ງຢູ່ປະເທດໄທຍ, ທະຫານພະມ້າ ໄດ້ສັງຫານນັກເຄື່ອນໄຫວໄປແລ້ວປະມານ 4,000 ຄົນ ນັບແຕ່ກຸ່ມທະຫານພະມ້າ ເຂົ້າມາຍຶດອໍານາດ ຈາກຣັຖບານທີ່ມາຈາກການເລືອກຕັ້ງ ໃນເດືອນກຸມພາ ປີ 2021 ແລະ ໄດ້ຈັບໂຕປະຊາຊົນໄປແລ້ວເກືອບ 20,000​ ຄົນ. ທີ່ຜ່ານມາກຸ່ມທະຫານພະມ້າ ກໍໄດ້ປ່ອຍໂຕນັກໂທດ ຫຼາຍພັນຄົນເພື່ອລົດຄວາມກົດດັນ ຈາກປະຊາຄົມໂລກ, ແຕ່ນັກວິ​ເຄາະ​ຕັ້ງ​ຂໍ້​ສົງ​ໄສວ່າ ການ​ປ່ອຍ​ຕົວ​ດັ່ງ​ກ່າວ ​ເປັນ​ເງື່ອນ​ໄຂ​ເພື່ອໃຫ້​ໄດ້​ການຍອມ​ຮັບ ​ຈາກ​ສາ​ກົ​ລ ຫລັງ​ຈາກ​ທີ່​ຝ່າຍ​ທະ​ຫານ ​ໄດ້​ຍຶດ​ອຳ​ນາດ​ໃນ​ເດືອນ​ກຸມ​ພາ ປີ 2021 ທີ່​ຜ່ານ​ມາ.

ຜູ້​ຖືກ​ຂັງ​ຄຸກ 2,300 ຄົນ ຖືກ​ປ່ອຍ​ຕົວຈາກ​ຄຸກ​ຢູ່ ນະ​ຄອນ​ຫລວງ​ນໍ​ປີ​ດໍ ແລະ ຈາກ​ຄຸກ​ຢູ່​ທົ່ວ​ປະ​ເທດ ແລະ ຂົງ​ເຂດ​ຕ່າງໆ. ການ​ປ່ອຍ​ຕົວ​ຄັ້ງ​ນີ້ ຖື​ວ່າ​ເປັນການ​ນິ​ຣະ​ໂທ​ສ​ກັມທົ່ວ​ປະ​ເທດ.ນອກຈາກນີ້ ຍັງມີການຈັບນັກຂ່າວ ຕ່າງປະເທດທີ່ຣາຍງານຂ່າວການປະທ້ວງ ຢູ່ພະມ້າ. ທ່ານ ອອງ ເຢ ໂກ, ນັກ​ຂ່າວ​ຈາກ​ສຳ​ນັກ​ຂ່າວ 7 Days News ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ຜ​ແນກ​ພ​າ​ສາ​ພະ​ມ້າ​ ວ່າ ລາວ​ໄດ້​ຖືກ​ປ່ອຍ​ ຫຼັງ​ຈາກ​ຖືກ​ຈັບໃນ​ວັນ​ທີ 27 ເດືອນ​ກຸມ​ພາ 2021 ໃນ​ຂ​ນະ​ທີ່​ກຳ​ລັງ​ຣາຍ​ງານ​ຂ່າວ​ ການ​ປ​ະ​ທ້ວງຢູ່​ເມືອງ ເລນ​ດານ ຢູ່​ນະ​ຄອນ ຢາງ​ກຸ້ງ​ ຊຶ່ງ​ເປັນ​ນະ​ຄອນ​ຫລວງ​ເກົ່າຂອງ​ພະ​ມ້າ. ທ່ານ ກ່າວ​ວ່າ ຂ້າ​ພ​ະ​ເຈົ້າບໍ່​ຮູ້​ຈຸດ​ປະ​ສົງ​ຂອງ​ທະ​ຫານ ຫຼື ເປັນ​ຫຍັງ ທະ​ຫານ​ຝ່າຍທີ່​ຍຶດ​ອຳ​ນາດ ຈຶ່ງ​ປ່ອຍ​ຕົວ​ຂ້ອຍ ແຕ່​ວ່າ ຂ້າ​ພະ​ເຈົ້າ​ກໍ​ຈະ​ຍັງ​ຄົງ​ເຮັດ​ໜ້າ​ທີ່​ ຣາຍ​ງານ​ຂ່າວຄື​ເກົ່າ. ທ່ານ ຍັງ​ກ່າວ​ວ່າ ຂ້າ​ພະ​ເຈົ້າບໍ່​ໄດ້​ຮັບ​ຜົ​ລ​ກະ​ທົບ ທາງ​ຮ່າງ​ກາຍ ແລະ ຈິດ​ໃຈ​ຫຍັງ ໃນ​ເວ​ລາ​ຢູ່​ໃນ​ຄຸກ ແລະ​ ບໍ່​ໄດ້​ຖືກ​ທຸບຕີ ແຕ່​ວ່າ ມີ​ການ​ສອບ​ປາກ​ຄຳ​ຫຼາຍ​ຢ່າງ. ຂ້າ​ພ​ະ​ເຈົ້າ ວ່າ ທະ​ຫານບໍ່​ເຄົາ​ຣົບ ​ຕໍ່​ກົດ​ໝາຍ​ສື່​ມວນ​ຊົນ.

ທ່ານ ເຢ ມຽວ ເກດ ນັກ​ຖ່າຍ​ຮູບ​ຈາກ​ສຳ​ນັກ​ຂ່າວ Myanmar Press Agency ຖືກ​ຈັບ ໃນ​ຂ​ນະ​ທີ່​ກຳ​ລັງ​ຣາຍ​ງານ​ຂ່າວ ຄື ກັບ ທ່ານ ອອງ ເຢ ໂກ ແລະ ໄດ້​ວິ​ຈານ​ເຈົ້າ​ໜ້າ​ທີ່ ​ທີ່​ເມີນ​ເສີຍບໍ່​ປົກ​ປ້ອງ​ນັກ​ຂ່າວຕາມ​ທີ່​ກົດ​ໝາຍ​ ໄດ້​ກຳ​ນົດ​ເອົາ​ໄວ້. ທ່ານ ເຢ ມຽວ ເກດ ກ່າວ​ວ່າ ພວກ​ເຮົາ ຖືກ​ຈັບ​ ໂດຍບໍ່​ຖືກ​ກົດຕາມ​ໝາຍວ່າ​ດ້ວຍ​ສື່ມວນ​ຊົນ​ ສະ​ບັບ​ປີ 2014 ແລະ ເປັນ​ສິ່ງ​ທີ່​ຮັບ​ບໍ່​ໄດ້​ແທ້ໆ.

ປະຊາຊົນ ຜູ້​ທີ່​ຖືກ​ປ່ອຍ​ ຄົນ​ນຶ່ງ ໄດ້​ກ່າວ​ວ່າ:

“ຂ້າ​ພະ​ເຈົ້າ​ດີ​ໃຈ ທີ່​ຈະ​ໄດ້​ເຫັນ​ຄອບ​ຄົວ ແລະ ດີ​ໃຈ​ທີ່​ໄດ້​ເຫັນ​ວ່າ ທຸກ​ຄົນ​ຍັງ​ມີ​ຄວາມ​ສຸກ ແລະ ຖ້າ​ເບິ່ງວ່າ ຊິ​ມີ​ຫຍັງ​ເກີດ​ຂຶ້ນ​ຕໍ່​ໄປ.”

ຜູ້​ປ​ະ​ທ້ວງຕ້ານ​ການ​ຣັ​ຖ​ປະ​ຫານ ທີ່​ຖືກ​ປ່ອຍ​ຕົວ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ ທ​ຫານ ບໍ່​ມີ​ການ​ຟ້ອງ​ຮ້ອງ​ເຂົາ​ເຈົ້າ ແລະ ເຂົາ​ເຈົ້າ​ຍັງ​ຈະຕໍ່​ສູ້ຕ້ານ​ກັບ ທ​ຫານ​ຝ່າຍ​ຍຶດ​ອຳ​ນາດ.

ຜູ້​ປະ​ທ້ວງ​ອີກ​ຄົນ​ນຶ່ງ ກ່າວ​ວ່າ:

“ທ​ຫານ​ຈັບ​ຂ້າ​ພະ​ເຈົ້າ​ ໃນ​ຂໍ້​ຫາ​ວິ​ຈານ​ທ​ຫານ ແຕ່ ສາ​ນ​ກໍ​ຍົກ​ຟ້ອງ ແລະ ຂ້າ​ພະ​ເຈົ້າ​ກໍ​ຖືກ​ປ່ອຍ​ຕົວ.”

ປະ​ຊາ​ຊົນຫຼາຍ 100,000 ຄົນ ໜີ​ການ​ສູ້​ຣົບ ລະ​ຫວ່າງ ທະຫານ​ພະ​ມ້າ ແລະ ກຸ່ມ​ກອງ​ກຳ​ລັງ​ປົກ​ປ້ອງ​ຕົວ​ເອງຂອງ​ປະ​ຊາ​ຊົນ, ກຸ່ມຊາຕ​ຕິ​ພັນ ນັບ​ແຕ່​ມີ​ການ​ຣັ​ຖ​ປ​ຫານ ໃນ​ພະ​ມ້າ. ສຳ​ນັກ​ຂ່າວວິທຍຸ ​ເອ​ເຊັຽ​ເສ​ຣີ ຜ​ແນກ ພ​າ​ສາ​ພະມ້າ ໄດ້​ຣາຍ​ງານ​ວ່າ ມີ​ປະ​ຊາ​ຊົນ 230,000 ຄົນ ຢູ່​ໃນ 7 ເຂດ ໃນ​ປະ​ເທດ​ພະ​ມ້າ ໄດ້​ພາ​ກັນ​ໜີ​ການ​ສູ້​ຣົບ ລະ​ຫວ່າງ ທ​ະຫານ​ພະ​ມ້າ ແລະ ກຸ່ມ​ຊາຕ​ຕິ​ພັນ ແລະ ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ​ຕົວ​ເອງ​ຂອງ​ປະ​ຊາ​ຊົນ. ການ​ສູ້​ຣົບ​ດັ່ງ​ກ່າວ ໄດ້​ອຸ​ບັດ​ຂຶ້ນ​ມາ ເປັນ​ເວ​ລາ ປະມານ 1 ປີ ແລ້ວ ນັບ​ແຕ່ ທະ​ຫານ​ພະ​ມ້າ ໄດ້​ມີ​ການຍຶດ​ອຳ​ນາດ ຈາກ​ຣັ​ຖ​ບານ​ຂອງ​ ຍາ​ນາງ ອອງ ຊານ ຊູ ຈີ.

ທະ​ຫານ​ພະ​ມ້າ ໄດ້​ຍຶດ​ອຳ​ນາດ​ຈາກ ພັກ​ສັນນິ​ບາດ ແຫ່ງ​ຊາຕ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ແລະ ໄດ້​ກັກ​ຕົວ ຍານາງ ອອງ ຊານ ຊູ ຈີ ຜູ້​ເປັນ​ຫົວ​ໜ້າ​ພັກ ທີ່​ສາ​ມາດ​ຊະ​ນະ​ການ​ເລື່ອກ​ຕັ້ງ ໃນ​ເດືອນ​ພຶ​ສ​ຈິ​ກາ 2020 ​ຢ່າງ​ເດັດ​ຖານ ໃນ​ຂ​ນະ​ທີ່​ທ​ະຫານ​ພະ​ມ້າ ຜູ້​ປະ​ຣາ​ໄຊ ໃນ​ການ​ເລືອກ​ຕັ້ງ ໄດ້​ກ່າວ​ຫາ​ວ່າ ມີ​ການ​ໂກງ​ເລືອກ​ຕັ້ງ, ແຕ່ ບໍ່​ມີ​ຫຼັກ​ຖານ​ຫຍັງ​ມາ​ພິ​ສູດ​ຄຳ​ກ່າວ​ຫາ​ ຂອງ​ຕົນ​ເອງ ສ່ວນ​ວ່າ ປະ​ຊາ​ຊົນ​ພະ​ມ້າ ສ່ວນ​ຫຼາຍ​ທີ່ບໍ່​ເຫັນ​ດີ​ ກັບ​ການ​ຍຶດ​ອຳ​ນາດ ກໍ​ອອກ​ມາ​ປ​ະ​ທ້ວງກັນ​ເປັນ​ຈຳ​ນວນ​ຫຼາຍ.

ຊາວ​ບ້ານ​ທີ່​ໜີ​ຈາກ​ການ​ສູ້​ຣົບ​ກັນ ໄດ້​ກ່າວ​ຕໍ່​ນັກ​ຂ່າວ​ວ່າ:

“ມີ​ການ​ໂຈມ​ຕີ​ທາງ​ອາ​ກາດ ເຂົາ​ຖິ້ມ​ລະ​ເບີດ​ໃສ່​ບ້ານ​ຂອງ​ພວກ​ເຮົາ. ທະ​ຫານ​ຍິງ​ປືນ​ໃຫຍ່ ​ມາເຮືອນ​ຂອງ​ພວກ​ເຮົາ ແລະ ເຮືອນ​ກໍ​​ຖືກ​ໄຟ​ໄໝ້.”

ຖ່າມ​ກາງ ຄວາມ​ກົ​ລ​ຫົນໃນ​ປະ​ເທດ​ພະ​ມ້າ, ທະ​ຫານພະ​ມ້າ ໄດ້​ມີ​ການ​ຍິງ​ປ​ະ​ທະ​ກັນ ກັບ ກອງ​ກຳ​ລັງ​ປ້ອງ​ຕົວ​ເອງ​ຂອງ​ປະ​ຊາ​ຊົນ ທີ່​ລຸກ​ຂຶ້ນ​ຕໍ່​ຕ້ານ​ທ​ຫານ​ຝ່າຍ​ຣັ​ຖ​ປະ​ຫານ ໃນ​ຂ​ນະ​ດຽວ​ກັນ ທ​ະຫານ​ຊົນ​ຊາຕ​ຊົນ​ເຜົ່າ ຫຼື ກຸ່ມ​ຊາຕ​ຕິ​ພັນ ຢູ່​ຫຼາຍ​ຣັ​ຖ ກໍ​ມີ​ການ​ສູ້​ກັບ​ທະ​ຫານ​ພະ​ມ້າເຊັ່ນ​ດຽວ​ກັນ.

ທ່ານ ອອງ ມຽວ ມິນ, ຣັ​ຖ​ມົນ​ຕຼີ ສິ​ດ​ທິມ​ນຸດ ຂອງ​ຣັ​ຖ​ບານ​ລວ​ມ​ຊາຕ​ຂອງ​ຢູ່ ທີ່​ເປັນ​ຣັ​ຖ​ບານ​ເງົາ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ວ່າ ລາວ​ກຳ​ລັງ​ເຮັດ​ວຽກ​ກັບ ກະ​ຊວງມ​ະນຸສ​ທັມ ແລະ ການ​ຄຸ້ມ​ຄອງ​ໄພ​ພິ​ບັດ ເພື່ອ​ຊ່ວຍ​ເຫຼືອ​ຜູ້​ອົບ​ພະ​ຍົບ.

ທ່ານ ກ່າວ​ວ່າ: ພວ​ກ​ເຮົາ​ເຮັດ​ວຽກ ກັບ ສະ​ມາ​ຊິກ​ຣັ​ຖ​ສ​ພາ ແລະ ຜູ້​ນຳ​ທາງ​ສາ​ສ​ນາ ທ້ອງ​ຖິ່ນ ເພື່ອ​ໃຫ້ທີ່​ພັກ​ພິງຕາມ​ຄວາມ​ຕ້ອງ​ການ ແລະ ການ​ຊ່ວຍ​ເຫຼືອ ແກ່​ປະ​ຊາ​ຊົນ​ທີ່ອົ​ບພະ​ຍົບ. ພວກ​ເຮົາ​ກຳ​ລັງ​ພ​ຍາ​ຍາມຊອກ​ຊ່ອງ​ທາງ ເພື່ອ​ໃຫ້​ອາ​ຫານ ແລະ ຢາ​ປົວ​ພະ​ຍາດ.

ທ່ານ ອອງ ແມວ ມິນ ກ່າວ​ວ່າ ກະ​ຊວງ​ສຶກ​ສາ​ທິ​ການ ກຳ​ລັງ​ເຮັດ​ວຽກ​ໃຫ້​ການ​ສຶກ​ສາ ແກ່​ເດັກ​ນ້ອຍ​ທີ່​ອົ​ພ​ຍົບ ຜູ້​ທີ່ບໍ່​ສາ​ມາດ​ເຂົ້າ​ໂຮງ​ຮຽນ​ໄດ້ ໃນ​ຂ​ນະ​ທີ່ ໜ່ວຍ​ງານ​ອື່ນໆ ກຳ​ລັງ​ປ​ສານ​ງານ​ກັບອົງ​ການຈັດ​ຕັ້ງດ້ານ​ສຸ​ຂ​ພາບ ຂອງ​ກຸ່ມ​ຊົນ​ເຜົ່າ ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ຜູ້​ອົ​ບພະ​ຍົບ.

ຢູ່​ພາກ​ຕ​ະ​ເວັນອອກ ຂອງ ຣັ​ຖ​ກະ​ຢາ Kayah ທີ່​ມີ​ການ​ສູ້​ຣົບ​ກັນ​ໃນ​ເຂດ​ເມືອງ ເດ​ໂມ​ໂຊ ລະ​ຫວ່າງ ທະ​ຫານ​ພະ​ມ້າ ກັບ ກອງ​ກຳ​ລັງ​ປ້ອງ​ກັນ​ຕົວ​ເອງ​ ຂອງ​ປະ​ຊາ​ຊົນ ເຮັດ​ໃຫ້​ມີ​ຜູ້​ອົບ​ພະ​ຍົບ ອີງ​ຕາມ​ຂໍ້​ມູນ​ຈາກ ຍາ​ນາງ ມາ ຂີນ ເຈົ້າ​ໜ້າ​ທີ່ ຄະ​ນະ​ກັມມະການ ຊ່ວຍ​ເຫຼືອ​ຜູ້​ອົບພະ​ຍົບຣັ​ຖ​ກະ​ຢາ.

ຊາວ​ບ້ານ​ອີກ​ຄົນ​ນຶ່ງ​ ກ່າວ​ຕໍ່​ນັກ​ຂ່າວ​ວ່າ:

“ເຂົາ​ເຈົ້າ​ຈະ​ແລ່ນ​ໜີ ຖ້າ​ວ່າ ​ເຫັນ​ທະ​ຫານພະ​ມ້າ ເພາະ​ວ່າ ພວກ​ເຂົາ​ຢ້ານ.”

ຍາ​ນາງ ມາ​ຂີນ ​ກ່າວ​ຕື່ມ​ວ່າ ປະ​ຊາ​ຊົນ​ຜູ້​ທີ່​ໜີ​ເຂົ້າ​ປ່າ ແລະ ໜີ​ຂຶ້ນ​ພູ ໄດ້​ພັກ​ຢູ່​ໃນ​ຕູບ​ໄມ້​ໃຜ່ ກ້ອງ​ຕົ້ນ​ໄມ້ ເຂົາ​ເຈົ້າ​ຕ້ອງ​ການຢາ​ປົວ​ພະ​ຍາດ ແລະ ອາ​ຫານ. ຍາງ​ນາງ​ກ່າວ​ຕື່ມ​ອີກວ່າ ບໍ່​ມີ​ນ້ຳ​ສ​ອາດ​ດື່ມ​ພຽງ​ພໍ ແລະ ປະ​ຊາ​ຊົນ​ຫຼາຍ​ຄົນ​ກໍ​ປ​ສົບ​ກັບການ​ຖອກ​ທ້ອງ. ມັນ​ເປັນ​ຣະ​ດູ​ຝົນ ແລະ ມີ​ສະ​ພາບ​ຫຍຸ້​ງ​ຍາກ ໃນ​ເວ​ລາ​ຝົນ​ຕົກ​ໜັກ.

ອີງ​ຕາມ​ຂໍ້​ມູນ​ ຈາກ​ຕົວ​ເລກ​ສັມ​ມະໂນ​ຄົວ​ ຂອງ​ຣັ​ຖ​ບານ ໃນ​ປີ 2014, ມີ​ປະ​ຊາ​ຊົນ​ເກືອບ 300,000 ຄົນ ທີ່​ດຳ​ລົງ​ຊີ​ວິດ​ ຢູ່ ຣັ​ຖກະ​ຢາ ຊຶ່ງ​ສ່ວນ​ໃຫຍ່​ຢູ່​ເມືອງ Demoso ແລະ ເມືອງ HPruso ຊຶ່ງ​ປະ​ຊາ​ຊົນ​ຈຳ​ນວນນຶ່ງ​ໃນ​ສາມ ໄດ້​ອົບ​ພະ​ຍົບຈາກ​ຖິ່ນ​ຖານ ຍ້ອນ​ການ​ສູ້​ຣົບ.