ທະຫານພະມ້າ ຍຸບພັກ ຂອງຍານາງ ອອງ ຊານ ຊູ ຈີ

0:00 / 0:00

ພັກ​ສັນ​ບາດ​ແຫ່ງ​ຊາຕ ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ​ຂອງ​ພະ​ມ້າ ຫຼື NLD ເປັນ​ພັກ​ຂອງ​ຍານາງ ​ອອງ ​ຊານ ຊູ​ຈີ ທີ່​ຊະ​ນະ​ການ​ເລືອກ​ຕັ້ງ​ ທົ່ວ​ໄປ ​ໃນ​ປະ​ເທດພະ​ມ້າ​ ຢ່າງ​ຂາດ​ລອຍ ໃນ​ປີ 2020 ທີ່​ຜ່ານ​ມາ, ແຕ່ ຕ້ອງ​ຖືກ​ຍຸບ​ໄປ​ໃນ​ທີ່​ສຸດ. ພັກ NLD ຂອງ​ພະ​ມ້າ ບໍ່​ໄດ້​ຄືນ​ມາ​ຈົດ​ທະ​ບຽນ ​​ກັບ​ຄະ​ນະ​ກັມ​ມະ​ການ​ ເລືອກ​ຕັ້ງທີ່​ຖືກ​ແຕ່ງ​ຕັ້ງ​ ໂດຍ​ທະ​ຫານ​ພະ​ມ້າ ​ຜູ້​ຍຶດ​ອຳ​ນາດ. ຄ​ະ​ນະ​ກັມ​ມະ​ການ​ເລືອກ​ຕັ້ງ​ ຂອງ​ທະ​ຫານ​ພະ​ມ້າ ໄດ້​ກ່າວ​ວ່າ ມີ 40 ພັກ​ການ​ເມືອງຖືກ​ຍຸບ ຍ້ອນ​ວ່າ ເຂົາ​ເຈົ້າ​ບໍ່​ກັບ​ມາ​ລົງ​ທະ​ບຽນ​ຄືນ​ໃໝ່ ໃຫ້​ເປັນ​ພັກ​ການ​ເມືອ​ງ​ພາຍ​ໃນ 60 ວັນ ອີ​ງ​ຕາມ​ລະ​ບຽບ​ກົດ​ໝາຍ​ ໃໝ່​ຂອງ​ທະ​ຫານ​ພະ​ມ້າ. ຝ່າຍ​ກົງ​ກັນ​ຂ້າມ ແລະ ນັກ​ວິ​ເຄາະ ໄດ້​ກ່າວ​ວ່າ ທະ​ຫານ​ພະ​ມ້າ ໄດ້​ອອກ​ລະ​ບຽບ​ການ​ເລືອກ​ຕັ້ງ​ໃໝ່​ ໃນ​ເດືອນ​ມົກກະ​ຣາ ທີ່​ຜ່ານມາ. ມັນ​ເປັນ​ການ​ສ​ນັບ​ສ​ນູນ​ພັກ​ການ​ເມືອງ ​ຂອງ​ທະ​ຫານ ແລະ ສ້າງ​ຄວາມ​ຊອບ​ທັມ ​ໃຫ້​ແກ່​ທະ​ຫານ​ພະ​ມ້າ​ເຂົ້າ​ມາ ໂດຍ​ຜ່ານ​ການ​ເລືອກ​ຕັ້ງ ​ທີ່​ໜ້າ​ອັບ​ອາຍ. ຝ່າຍຕໍ່​ຕ້ານ​ທະ​ຫານ ໄດ້​ຊັກ​ຊວນ​ໃຫ້​ມີ​ການ​ຂວ້ຳ​ບາດ​ການ​ເລືອກ​ຕັ້ງ ທີ່​ຍັງ​ບໍ່​ທັນ​ໄດ້​ກັມ​ນົດ​ວັນ​​ເລືອກ​ຕັ້ງ. ຝ່າຍ​ຕໍ່​ຕ້ານ​ທະ​ຫານ​ ໄດ້​ເຕືອນ​ວ່າ ພັກ​ການມ​ເມືອງ​ຂ​ນາດ​ນ້ອຍ ທີ່​ຈະ​ລົງ​ເລືອກ​ຕັ້ງ​ ແຂງ​ຂັນ​ກັບ​ພັກ​ທະ​ຫານ​ນັ້ນ ຈະ​ປະ​ລາ​ໄຊ ແລະ ເທົ່າ​ກັບ​ເປັນ​ການ​ສ້າງ​ຄວາມ​ຊອບ​ທັມ ​ໃຫ້​ແກ່​ທະ​ຫານ​ພ​ະ​ມ້າ.

ມີ 63 ພັກ​ການ​ເມືອງ ທີ່​ລົງ​ທະ​ບຽ​ນ​ກັບ​ຄະ​ນະ​ກັມ​ມະ​ການ ​ເລືອກ​ຕັ້ງ​ຂອງ​ຝ່າຍ​ທະ​ຫານ​ພະ​ມ້າ ໃນ​ວັນ​ທີ 21 ມີ​ນາ ທີ່​ຜ່ານ​ມາ.

ມີ​ສະ​ເພາະ​ທີ່​ພັກ​ພັດ​ທະ​ນາ ແລະ ສະ​ຫະ​ພັນ​ສາ​ມັກ​ຄີ ຢູ່​ພາຍໃຕ້ ​​ອຳ​ນາດ​ຂອງ​ອະດີດປະ​ທານ ​ປະ​ເທດພະ​ມ້າ ພົນ​ເອ​ກ ​ອາ​ວຸ​ໂສ ​ຕັນ​ຊ່ວຍ ຫຼັງ​ຈາກ​ທີ່​ຝ່າຍ​ຄ້ານ ໄດ້​ຂວ້ຳ​ບາດ ການ​ເລືອກ​ຕັ້ງ​ໃນ​ປີ 2010 ໃນ​ເວ​ລາ​ນັ້ນ ແລະ ມາ​ສ້າງ​ຄວາມ​ຊອບ​ທັມ​ ໃຫ້​ແກ່​ການ​ເລືອກ​ຕັ້ງ​ ຂອງ​ທະ​ຫານ​ໃນ​ປີ 2023 ນີ້. ພັກ​ການ​ເມືອງ ທີ່​ເປັນ​ໂຕ​ແທນ ​ຂອງ​ທະ​ຫານພະ​ມ້າ ໄດ້​ທ້າ​ທາຍ​ຕໍ່​​ພັກ NLD ທີ່​ຊະ​ນະ​ການ​ເລືອກ​ຕັ້ງໃນ​ປີ 2010 ຕາມ​ການ​ດຳ​ເນີນ​ການ​ ທາງ​ກົດ​ໝາຍ ໂດຍ ທະ​ຫານ​ ກ່າວ​ຫາວ່າ ການ​ເລືອກ​ຕັ້ງໃນ​ປີ 2021 ນັ້ນ ມີ​ຄວາມ​ຜິດ​ພາດ ແລະ ບໍ່​ຍຸ​ຕິ​ທັມ, ແຕ່​ວ່າ ກຸ່ມ​ອື່ນໆ ລວມ​ທັງ ພັກ​ຊາດ​ຕິ​ພັນແຫ່ງ​ຊາຕ ແລະ ຣັ​ຖສານ ເຊື່ອ​ວ່າ ການ​ເລືອກ​ຕັ້ງ​ ເປັນ​ຫົນ​ທາງ​ດຽວ​ທີ່​ຈະ​ຟື້ນ​ຟູ ​ກົດ​ລະບຽບ​ຂອງ​ຝ່າຍ​ພົນ​ລະ​ເຮືອນ ​ຢູ່​ພະ​ມ້າ.

ທ່ານ Kyee Myint ນັກ​ວິ​ເຄາະ​ ທາງ​ກົດ​ໝາຍ ແລະ ການ​ເມືອງ ໄດ້​ກ່າວ​ວ່າ: ທະ​ຫານ​ພ​ະ​ມ້າ ໄດ້​ຮູ້​ແຈ້ງ​ແລ້​ວ ໂດຍ​ຖື​ເອົາ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ​ເຂົ້າ​ມາ​ພິ​ຈາ​ລະ​ນາ ວ່າ ເຂົາ​ເຈົ້າ​ບໍ່​ຊະ​ນະ​ການ​ເລືອກ​ຕັ້ງ ຖ້າ​ວ່າ ພັກ​ NLD ຂອງ​ຍາ​ນາງ ​ອອງ​ ຊານ ​ຊູ​ຈີ ລົງ​ເລືອກ​ຕັ້ງ ​ໃນ​ຄັ້ງ​ນີ້. ນັ້ນ​ຄື​ເຫດ​ຜົ​ລ ​ທີ່​ທະ​ຫານ​ພະ​ມ້າ ກັກ​ຂັງ ຍາ​ນາງ ອອງ ​ຊານ ຊູ​ຈີ ຄື​ດັ່ງ​ທີ່​ເຂົາ​ເຈົ້າ​ເຄີຍ​ເຮັດ​ຜ່ານ​ມາ.

ທ່ານ ກ່າວ​ຕື່ມ​ອີກວ່າ: ໃນ​ເວ​ລານີ້ ທະ​ຫານ​ພະ​ມ້າ ໄດ້​ພິ​ສູດ​ແລ້ວວ່າ ເຂົາ​ເຈົ້າ​ບໍ່​ເຄີຍ​ກັບ​ຄືນ​ໄປ​ສູ່​ປະ​ຊາ​ທິ​ປະ​ໄຕ. ພວກ​ເຮົາ​ຮູ້​ວ່າ ຄວາມ​ຈິງ​ກໍ​ຄື​ຄວາມ​ຈິງ. ພວກ​ເຮົາ​ຍັງ​ເຝົ້າ​ເບິ່ງ ແລະ ພິ​ສູດ​ອີກວ່າ ມັນ​ຈະ​ເປັນ​ຄື​ພວກ​ເຮົາ​ເວົ້າ​ບໍ່.

ທ່ານ Nay Phone Latt ໂຄ​ສົກ ຣັ​ຖ​ບານ​ເງົາ​ ຂອງ​ພະ​ມ້າ ທີ່​ເປັນ​ຝ່າຍ​ຕໍ່​ຕ້ານ ​ທະ​ຫານ ຂອງ​ພະ​ມ້າ ໄດ້​ກ່າວ​ວ່າ: ຄະ​ນະ​ກັມ​ມະ​ການ​ເລືອ​ກ​ຕັ້ງ ໂດຍ​ທະ​ຫານ​ພະ​ມ້າ ເປັນ​ຜູ້​ຈັດແຕ່ງ​ຕັ້ງ ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ເຊິ່ງ​ທະ​ຫານ​ພະ​ມ້າ​ ໄດ້​ດຳ​ເນີນ​ການ​ໃນ​ຖະ​ນະ ​ເປັນ​ອົງ​ການກໍ່​ການ​ຮ້າຍ.

ທ່ານ ກ່າວ​ວ່າ: ມັນ​​ຟັງ​ບໍ່​ຂຶ້ນ ທີ່​ຄະ​ນະ​ກັມ​ມະ​ການ​ເລືອກ​ຕັ້ງ ຖືກ​ແຕ່ງ​ຕັ້ງ​ຂຶ້ນ​ມາ ແບບບໍ່​ຖືກ​ກົດ​ໝາຍ ໃຫ້​ທະ​ຫານ​ຈະ​ຍຸບ​ພັກ​ການ​ເມືອງ.

​ທ່ານ Kyaw Htway ສະ​ມາ​ຊິກ​ຄະ​ນະ​ກັມ​ມະ​ການ​ ກາງ​ຂອງ​ພັກ NLD ໄດ້​ກ່າວ​ວ່າ: ການ​ປະ​ກາດ​ຍຸບ​ພັກ​ການ​ເມືອງ 40 ພັກ ບໍ່​ເປັນ​ໄປ​ຕາມ​ກົດ​ໝາຍ ຍ້ອນ​ວ່າ ທະ​ຫານບໍ່​ແມ່ນ​ໂຕ​ແທນ​ ຂອງ​ປະ​ຊາ​ຊົນ ແລະ ບໍ່​ມີ​ຜົ​ລ​ຕາມ​ກົດ​ໝາຍ.

ທ່ານ Kyaw Htway ກ່າວ​ຕື່ມ​ອີກວ່າ: ​ບັນ​ຫານີ້ ເກີດ​ຂຶ້ນ​ແລ້ວ​ຂຶ້ນ​ອີກ, ທະ​ຫານ​ໄດ້​ເຂົ້າ​ກວດ​ຄົ້ນ ຫ້ອງ​ການ​ຂອງ​ແຕ່​ລະ​ພັກ, ຄົ້ນ​ເຮືອນ ແລະ ຍຶດ​ຊັບ​ສິນ ຂອງ​ສະ​ມາ​ຊິກ​ພັກ.

ທ່ານ​ກ່າວ​ວ່າ: ພັກ​ການ​ເມືອງ​ ມີປະ​ສົບ​ການ​ຫຼາຍ ທີ່​ຕໍ່​ຕ້ານ ແລະ ການ​ປາບ​ປາມ​ຂອງ ​ຜ​ະເດັດ​ການທະ​ຫານ​ພະ​ມ້າ ເປັນ​ເວ​ລາ​ໄດ້ 30 ປີ ນັບ​ແຕ່ ຖືກ​ສ້າງ​ຕັ້ງ​ຂຶ້ນ​ມາ. ໃນ​ສ​ມັຍ​ເທັກ​ໂນ​ໂລຢີ້​ຍຸກ​ໃໝ່, ພວກ​ເຮົາ​ຍັງ​ຄົງ​ຕໍ່​ສູ້​ໄປ​ຫຼາຍກວ່ານີ້ໃຫ້​ແກ່​ປະ​ຊາ​ຊົນ ເຖິງວ່າ ທະ​ຫານ​ຈະຍຸບ​ພັກ ປະ​ກາດ​ກໍ​ຕາມ.

ທ່າ​ນ ກ່າວ​ຕື່ມ​ວ່າ ອັນ​ນັ້ນ​ແມ່ນ​ເຫດ​ຜົ​ລ ທີ່​ຂ້າ​ພະ​ເຈົ້າ​ຢາກ​ເວົ້າ ພັກ​ຂອງ​ພວກ​ເຮົາ​ທີ່​ເກີດ​ຂຶ້ນ ​ມາ​ຈາກ​ປະ​ຊາ​ຊົນທີ່​ສັນ​ທາ ແລະ ສ​ນັບ​ສ​ນູນ, ຈະ​ສືບ​ຕໍ່ໃຫ້​ຄົງ​ຢູ່ກັບ​ປະ​ຊາ​ຊົນ​ພະ​ມ້າ.

ຍາງ ອອນ​ຊານ ຊູ​ຈີ ເປັນ​ຫົວ​ໜ້າສັນ​ນິ​ບາດ​ແຫ່ງ​ຊາຕ ເພື່ອ​ປະ​ຊາ​ທິ​ປະ​ໄຕຂອງ​ພະ​ມ້າ ທີ່​ຖືກທະ​ຫານ​ພະ​ມ້າ ຍຶດອຳ​ນາດ ແລະ ກັກ​ໂຕ ໄດ້​ຖືກ​ຍ້າຍໄປ​ກັກ​ຂັງ​ດ່ຽວ.

ແຫຼ່ງ​ຂ່າວ​ທີ່​ໃກ້​ຊິດ ເຈົ້າ​ໜ້າ​ທີ່​ສານ ນະ​ຄອນ​ຫລວງ ນໍ​ປີ​ດໍ ຂອງ​ພະ​ມ້າ ໄດ້ ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ວ່າ ຄະ​ດີ ຂອງ​ຍາ​ນາງ ອອງ ຊານ ຊູ​ຈີ ແລະ ຄົນໃກ້​ຊິດ​ຂອງ ຍາ​ນາງ ໄດ້​ຖືກ​ນຳ​ມາ​ໄຕ່​ສວນ ຢູ່​ສານ​ພິ​ເສດ ສະ​ເພາະ​ຢູ່​ໃນ​ຄຸກເລີຍ.

ຜູ້​ທີ່​ເຫັນ​ເຫດ​ການ ຖືກ​ທະ​ຫານພະ​ມ້າ ​ນຳ​ໂຕ​ມາສືບ​ສວນ​ສອບ​ສວນ ຢູ່​ໃນ​ສານ ທີ່​ມີ​ສ່ວນ​ພົວ​ພັນ​ໃນ​ຄະ​ດີນີ້. ຂໍ້​ມູນ​ການ​ສືບ​ສວນ​ສອບ​ສວນ ຍັງ​ບໍ່​ມີ​ການ​ເປີດ​ເຜີຍ ໃນ​ຂະ​ນະ​ທີ່ ທະ​ນາຍ​ຄວາມ​ຂອງ ຍາ​ນາງ ອອງ​ຊານ ຊູ​ຈີ ຍັ​ງ ບໍ່​ໄດ້​ຮັບ​ອະ​ນຸ​ຍາດ ໃຫ້​ເຜີຍ​ແຜ່​ຂໍ້​ມູນ​ຕໍ່​ສື່ມວນ​ຊົນ.

ທີ່​ຜ່ານ​ມາ, ໄດ້​ມີ​ການໄຕ່​ສວນ​ຄະ​ດີ​ດັ່ງ​ກ່າວ ທຸກໆ​ວັນ​ພະ​ຫັດ ໃນ​ສານ​ພິ​ເສດ ຢູ່ ນະ​ຄອນ​ຫລວງ ເນ​ປິ​ດໍ ເຊິ່ງ​ດຳ​ເນີນ​ການ​ ຢູ່​ຄ້າຍ​ທະ​ຫານ ນັບ​ແຕ່​ວັນ​ທີ 1 ກຸມ​ພາ 2021 ເປັນ​ຕົ້ນ​ມາ.

ທ່ານ ຊານ ເທີ​ເນວ ໄດ້​ເປັນ​ທີ່​ປຶກ​ສາ ​ທາງ​ດ້ານ​ທຸ​ຣະ​ກິ​ຈ ຂອງ​ຍາ​ນາງ ອອງ ຊານ ຊູ ຈີ ນັບ​ແຕ່​ປີ 2017 ຢູ​ພາຍ​ໃຕ້​ຣັ​ຖ​ບານ ຂອງ​ພັກ​ສັນ​ນິ​ບາດ​ແຫ່ງ​ຊາຕ ເພື່ອ​ປະ​ຊາ​ທິ​ປະ​ໄຕຂອງ​ພະ​ມ້າ ຫຼື NLD. ທ່ານ ເປັນ​ຄົນ​ຕ່າງ​ປະ​ເທດ ຄົນ​ທຳ​ອິດ ທີ່​ໃກ້​ຊິດ​ກັບ​ຣັ​ຖ​ບານຂອງ ຍາ​ນາງ ອອງ ຊານ ຊູ ຈີ ໄດ້​ຖືກ​ຈັບ​ ແລະ ກັກ​ໂຕ ນັບ​ແຕ່​ທະ​ຫານ​ເຂົ້າ​ມາ​ຍຶດ​ອຳ​ນາດ.

ຍາ​ນາງ ອອງ ຊານ ຊູ ຈີ ອາ​ຍຸ 77 ປີ ໄດ້ຖືກດຳ​ເນີນ​ຄະ​ດີ 19 ຂໍ້​ຫາ ນັບ​ແຕ່ ທະ​ຫານ​ພະ​ມ້າ​ເຂົ້າ​ມາ​ຍຶດ​ອຳ​ນາດ. ຍານາງ ຖືກ​ຕັດ​ສິນ​ຈຳ​ຄຸກ 11 ປີ ໃນ 6 ຂໍ້​ຫາ ສ່ວນທີ່ເຫຼືອ ອີກ 13 ຂໍ້​ຫາ ຍັງ​ກຳລັງ​ພິ​ຈາ​ລະ​ນາ ຢູ່. ຖ້າ​ມີ​ການ​ຕັດ​ສິນ ​ໝົດ​ທຸກ​ຂໍ້​ຫາ ຍາງ​ນາງ ກໍ​ຈະ​ຖືກ​ຕັດ​ສິນ​ ຈຳ​ຄຸກເປັນ​ເວ​ລາ 100 ປາຍ ປີ.

ທະ​ຫານ​ພະ​ມ້າ ທີ່​ຍຶດ​ອຳ​ນາດ ໄດ້​ປະ​ກາດ ວ່າ ຍາ​ນາງ ອອງ ຊານ ຊູ ຈີ ໄດ້ຖືກ​ສົ່ງໄປ​ຂັງ​ຄຸກ ພາຍ​ໃຕ້​ກົດ​ໝາຍອາ​ຍ​າ​ ຫຼັງ​ຈາກ ທີ່​ສານ​ທະ​ຫານ​ພະ​ມ້າ ໄດ້​ມີ​ການ​ໄຕ່​ສວນ ກ່ອນ​ໜ້າ​ນີ້ ຍາ​ນາງ ອອງ ຊານ ຊູຈີ ຖືກ​ກັກ​ບໍ​ລິ​ເວນ ຢູ່​ພາຍ​ໃນ​ບ້ານ​ພັກ.

ທະ​ຫານ​ພະ​ມ້າ ໄດ້​ມີ​ການ​ວາງ​ກຳ​ລັງ​ເຈົ້າ​ໜ້າ​ທີ່ ຢູ່​ຄຸກ​ຄຸມ​​ຂັງ ແລະ ໄດ້​ເພີ່ມ​ການ​ຮັກ​ສາ​ຄວາມ​ປອດ​ໄພ ຫຼັງ​ຈາກ ຍານາງ ອອງ ຊານ ຊູ​ຈີ ຖືກ​ນຳ​ໂຕ​ມາຢູ່​ຄຸກ ນະ​ຄອນ​ຫລວງ ເນ​ປິ​ດໍ. ມີ​ການ​ຈຳ​ກັດ​ລະ​ບຽບ​ ການຢູ່​ໃນ​ຕຶກ​ຄຸມ​ຂັງ ຜູ້​ຍິງ ແລະ ຜູ້​ຊາຍ ຢ່າງ​ເຄັ່ງ​ຄັດ ອີງ​ຕາມແຫຼ່ງ​ຂ່າວ ​ທີ່​ໃກ້​ຊິດ​ກັບ​ຄຸກຄຸມ​ຂັງ.

ຜູ້​ນຳ​ຫຼັກຂອງ​ຣັ​ຖ​ບານ ຍາ​ນາງ ອອງ ຊາຍ ຊູ​ຈີ, ສະ​ມາ​ຊິກຣັ​ຖ​ສະ​ພາ ແລະ ຜູ້​ຕໍ່​ຕ້ານ​ການ​ຍຶດ​ອຳ​ນາດ​ຂອງ​ທະ​ຫານ ໄດ້​ຖືກດຳ​ເນີນ​ຄະ​ດີພິ​ເສດ ຢູ່ ຄຸກ ນະ​ຄອນ​ຫລວງ​ເນ​ປິດໍ ຂອງ​ພະ​ມ້າ. ນັບ​ແຕ່​ທະ​ຫານພະ​ມ້າ ຍຶດ​ອຳ​ນາດ ຈາກ​ຣັ​ຖ​ບານ​ທີ່​ມາ​ຈາກ​ການ​ເລືອ​ກ​ຕັ້ງ, ມີ​ປະ​ຊາ​ຊົນເສັຽ​ຊີ​ວິດ​ແລ້ວ 2,000 ຄົນ ແລະ ຈຳ​ນວນ​ຜູ້​ເສັຽ​ຊີ​ວິດ ຍັງ​ເພີ່ມ​ຂຶ້ນ ອີ​ຕ​ງາມ​ຂໍ້​ມູນ ​ຈາກກຸ່ມ​ນັກ​ເຄື່ອນ​ໄຫວ ທີ່​ມີຫ້ອງ​ການ ​ຢູ່​ປະ​ເທດ​ໄທ​ຍ ເຊິ່ງ​ກຸ່ມ​ດັ່ງ​ກ່າວ ໄດ້ຕິດ​ຕາມ​ຈຳ​ນວນ ​ຜູ້​ເສັຽ​ຊີ​ວິດ​ຢ່າງ​ໃກ້​ຊິດ. ສະ​ມາ​ຄົມ​ທີ່​ໃຫ້​ການ​ຊ່ອຍ​ເຫຼືອ ​ນັກ​ໂທດ​ການ​ເມືອງ​ ຫຼື AAPP ໄດ້​ກ່າວ​ວ່າ: ຈຳ​ນວນເສັຽ​ຊີ​ວິດຄົບ 2,000 ຄົນ ນັບ​ແຕ່ ທະ​ຫານ​ຍຶດ​ອຳ​ນາດ​ໃນ​ວັນ​ທີ 1 ກຸມ​ພາ 2021.

ຕໍ່ກັບ​ບັນ​ຫາ​ດັ່ງ​ກ່າວ ນັກ​ສິ​ດ​ທິ​ມະ​ນຸດເຫັນວ່າ ມັນ​ເປັນ​ການກໍ່​ອາ​ຊຍາ​ກັມ ຕໍ່​ປະ​ຊາ​ຊົນ ຢູ່​ພະ​ມ້າ. ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມ ດ້ານສິດທິມະນຸດ Human Rights Watch ປະຈໍາອາເຊັຽ ຕາເວັນອອກສຽງໃຕ້ ກ່າວຕໍ່ ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ວ່າ:

“ພວກ​ເຮົາ​ຈະ​ເຫັນ​ວ່າ ບໍ່​ມີ​ການ​ເຄົາ​ຣົບ​ສິດ​ທິ​ມະ​ນຸດ ໃນ​ພະ​ມ້າ ນັບ​ແຕ່​ມີ​ການ​ ຣັ​ຖ​ປະ​ຫານ. ດ້ວຍ​ຄວາມ​ສັດ​ຈິງ ທ່ານ ຈະ​ຄິດ​ພາບ​ເຫັນ​ເລີຍ​ວ່າ ມັນ​ເປັນ​ສະ​ຖາ​ນະ​ການ​ທີ່​ບໍ່​ດີ ທີ່​ທະ​ຫານກໍ່​ອາ​ຊຍາ​ກັມ ຕໍ່​ປະ​ຊາ​ຊົນ​ຕົວ​ເອງ.”

ອີງ​ຕາມ​ຂໍ້​ມູນ ​ຈາກ​ຖ​ແລງ​ການຂອງຫ້ອງ​ການ ​ສະ​ຫະ​ປະ​ຊາ​ຊາຕ ເພື່ອ​ການ​ຮ່ວມ​ມືດ້ານ​ມະ​ນຸດສະ​ທັມ ​ໄດ້​ຮູ້​ວ່າ ນັບ​ແຕ່​ວັນ​ທີ 27 ກຸມ​ພາ - 13 ມີ​ນາ 2023 ມີ​ຜູ້​ອົບ​ພະ​ຍົບ​ລີ້​ໄພ​ການ​ສູ້​ຣົບ ຢູ່ພະ​ມ້າ 100,000 ປາຍ​ຄົນ. ຖ​ແລງ​ການ​ດັ່ງ​ກ່າວ ຍັງ​ລະ​ບຸ​ອີກວ່າ ມີ​ປະ​ຊາ​ຊົນ​ພະ​ມ້າ ຢູ່​ຣັ​ຖ​ຕ່າງໆໄດ້​ອົບ​ພະ​ຍົມ​ຈາກ​ຖິ່ນ​ຖານ​ ​ທັງ​ໝົດ 1.7 ລ້ານ​ຄົນ ຍ້ອນ​ການ​ສູ້​ຣົບ ຈາກ​ອະ​ດີດ ຈົນ​ເຖິງ​ປັດ​ຈຸ​ບັນ.

ຫລ້າ​ສຸດ​ມີ​ຣາຍ​ງານ​ ໃນ​ວັນ​ທີ 30 ມີ​ນາ ວ່າ ຍົກ​ສູ້​ຣົບ​ ຂອງ​ທະ​ຫານ​ພະ​ມ້າ ໄດ້​ຖິ້ມ​ລະ​ເບີດ​ໂຈມ​ຕີ ໝູ່​ບ້ານ ຢູ່​ພາກ​ຕາ​ເວັນ​ຕົກ​ ຂອງ​ພະ​ມ້າ ເຊິ່ງ​ເປັນ​ບ່ອນ​ທີ່ບໍ່​ມີ​ການ​ສູ້​ຣົບ ເປັນ​ເຫດ​ເຮັດ​ໃຫ້​ມີຊາວ​ບ້ານ​ເສັຽ​ຊີ​ວິດ 10 ຄົນ ແລະ ບາດ​ຈັບ 20 ຄົນ ອີງ​ຕາມ​ຂໍ້​ມູນ ​ຈາກຊາວ​ບ້ານ.