ລະເປີດ ບໍ່ທັນແຕກ ເປັນອັນຕຣາຍ ຕໍ່ການດຳເນີນຊີວິຕ

0:00 / 0:00

ຢູ່​ໃນ​ເວ​ທີ​ສົນ​ທະ​ນາ ທີ່​ຈັດ​ຂຶ້ນຢູ່​ນະ​ຄອນ​ຫລວງ ວໍ​ຊິງ​ຕັນ ດີ​.ຊີ., ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ກ່ຽວ​ກັບການ​ແກ້​ໄຂ ​ບັນ​ຫາ​ລະ​ເບີດ ບໍ່​ທັນ​ແຕກ ຢູ່​ປະ​ເທດ​ລາວ, ກັມ​ພູ​ຊາ ແລະ ວຽດ​ນາມ ໃນ​ວັນ​ທີ 11 ຕຸ​ລາ ທີ່​ຜ່ານ​ມາ.

ຍາ​ນາງ ເຊຣາ ກຸຫຼາບດາຣາ (Sera Koulabdara), ຜູ້​ອຳ​ນວຍ​ການ ​ຝ່າຍ​ບໍ​ຣິ​ຫານ ໂຄງ​ການ ຄວາມ​ຫວັງ​ຫຼັງ​ສົງ​ຄາມ ຫຼື Legacies of War ໄດ້​ກ່າວ​ຕອນ​ນຶ່ງວ່າ:

“30% ຂອງ​ລະ​ເບີດທີ່ບໍ່​ທັນ​ແຕກ ໄດ້ເຮັດ​ໃຫ້​ມີ​ລະ​ເບີດ​ລູກຫວ່ານຂ​ນາດເທົ່າ​ກັບ​ລູກເທນ​ນີ​ສ ກະ​ຈາຍຫຼາຍ​ລ້ານ​ລູກ ຢູ່ 18 ແຂວງ ໃນ​ປະ​ເທດ​ລາວ.”

ບັນ​ຫາ​ລະ​ເບີດ ທີ່​ບໍ່​ທັນ​ແຕກຍັງ​ຕົກ​ຄ້າງ ຍັງ​ຄົງ​ເປັນ​ອຸ​ປະ​ສັກ ໃນ​ການ​ຜ​ລິດ​ກະ​ສິ​ກັມ, ການກໍ່​ສ້າງ​ຖ​ນົນ ແລະ ການ​ສຶກ​ສາ.

ຍາ​ນາງ ເຊຣາ ກຸຫຼາບດາຣາ (Sera Koulabdara) ໄດ້​ກ່າວ​ວ່າ:

“50% ຂອງ​ລະ​ເບີດ​ດັ່ງ​ກ່າວ ມີ​ສານ​ປົນ​ເປື້ອນ ທີ່​ຮ້າຍ​ແຮງ, ໝາ​ຍ​ຄວາມ​ວ່າ ຊາວ​ບ້ານ ບໍ່​ສາ​ມາດ​ນຳ​ໃຊ້​ທີ່​ດິນ ຂອງ​ຕົນ​ເອງ​ໄດ້. ນີ້ກາຍ​ເປັນ​ອຸ​ປະ​ສັກ​ ໃຫ້​ແກ່​ເດັກ​ນ້ອຍ ​ໄປ​ໂຮງ​ຮຽນ, ການ​ສ້າງ​ຖ​ນົນ ແລະ ມັນ​ເປັນ​ອຸ​ປະ​ສັກ​ ໃຫ້​ແກ່ ການ​ໃຊ້​ຊີ​ວິດຕ ຂອງ​ຄົນ​ລາວ.”

ຍາ​ນາງ ເຊຣາ ກຸຫຼາບດາຣາ (Sera Koulabdara) ຍັງ​ກ່າວ​ຕື່ມ​ອີກວ່າ:

“ນັບ​ແຕ່​ສົງ​ຄາມ​ສິ້ນ​ສຸດ​ລົງ ຢ່າງ​ໜ້ອຍ 25,000 ຄົນ ໄດ້​ຮັບ​ບາດ​ເຈັບ ແລະ ເສັຽ​ຊີ​ວິຕ ຈາກ​ລະ​ເບີດ​ທີ່ບໍ່​ທັນ​ແຕກ. 40% ຂອງ​ຜູ້​ທີ່​ເຄາະ​ຮ້າຍ​ ເປັນ​ເດັກ​ນ້ອຍ​ ອາ​ຍຸຕ່ຳ​ກວ່າ 18 ປີ.”

ຢູ່​ປະ​ເທດ​ລາວ, ຍັງ​ມີ​ປະ​ຊາ​ຊົນ ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ​ຈາກສານ​ປົນ​ເປື້ອນ ຈາກ​ສານ​ເຄ​ມີ ຫຼື ຝົນ​ເຫຼືອງ “Agent Orange” ທີ່​ຖືກ​ນຳ​ໃຊ້​ເຂົ້າ ​ໃນ​ປາງ​​ສົງ​ຄາມ.

ປະຊາຊົນ ລວ​ມທັງເດັກນ້ອຍ ແລະ ຜູ້ໃຫຍ່ ຈຳ​ນວນ 500 ຄົນ ຢູ່ ແຂວງ ສວັນນະເຂດ ແລະ ແຂວງສາ​ຣະວັນ ໄດ້ຮັບຜົ​ລກະທົບ ຈາກຝົນເຫລືອງ ແລະ ຢາ​ຂ້າ​ຫຍ້າ ທີ່​ມີ​ສານເຄ​ມີ ປະ​ເພດ ໄດອ໊ອກຊິນ (Dioxin) ທີ່ຖືກໃຊ້ໃນປາງສົງຄາມຣັບ ຫລື Secret War ໃນລາວ ນັບແຕ່ 1961-1971 ອີ​ງ​ຕາມ​ຂໍ້​ມູນ​ຈາກ​ໂຄງ​ການ ​ຄວາມ​ຫວັງ​ ຫຼັງ​ສົງ​ຄາມ.

​ໂຄງການ ຄວາມຫວັງຫຼັງສົງຄາມ ຫລື Legacies of War ທີ່ມີຫ້ອງການໃຫຍ່ ຕັ້ງຢູ່ປະເທດສຫະຣັຖອາເມຣິກາ, ທີ່​ເຮັດວຽກ​ດ້ານ ​ມະນຸ​ສຍະທັ​ມ ຕໍ່​ຜູ້​ທີ່​ໄດ້​ຮັບ​ຜົລ​ກະ​ທົບ​ ຈາກ​ສົງ​ຄາມໃນ​ລາວ ໄດ້ເຮັດການສໍາຣວດໃນປີ 2019 ຢູ່ 126 ບ້ານ ຢູ່ເມືອງເຊໂປ, ເມືອງນອງ ແລະ ວິຣະບູລີ ທີ່ຂຶ້ນກັບ ແຂວງສວັນນະເຂດ, ແລະ ເມືອງຕະໂອ້ຍ, ເມືອງສະໝ້ວຍ ແຂວງສາຣະວັນ ແລະ ພົບວ່າມີປະ​ມານ 500 ຄົນ ທັງຜູ້ໃຫຍ່ ແລະ ເດັກນ້ອຍ ໄດ້ຮັບຜົລກະທົບ ຈາກ​ການ​ສີດ​ຝົນ​ເຫລືອງ ແລະ ຢາ​ຂ້າ​ຫຍ້າ.

ຢູ່ບ້ານ ທີ່ມີການສໍາຫລວດ ມີເດັກຍ້ອນອາຍຸ ສະເລັ່ຽແຕ່ 4-5 ປີ ມີຄວາມບົກ​ຜ່ອງ​ ທາງ​ດ້ານ​ຮ່າງ​ກາຍ ແລະ ສະ​ໝອງ, ແລະ ມີ 120 ຄົນ ໄດ້ຮັບການປິ່ນປົວ, ບໍາບັດຮ່າງກາຍ ຫລື ມີອຸປະກອນ ຊ່ວຍບໍາບັດ, ມີໂຮງຮຽນສອນວິຊາຊີພ.

ຊາວ​ບ້ານ​ທ້ອງ​ຖິ່ນ ຈະເອີ້ນ​ “ຝົນ​ເຫລືອງ” ແຕ່ ໃນ​ຄວາມ​ເປັນ​ຈິງ ນັ້ນຄື​ສານ​ເຄ​ມີສີ​ສົ້ມ ຫລື Agent Orange ຈໍານວນ 12 ລ້ານແກນລອນ ຫລື ປະມານ 40 ລ້ານລິດ ແລະ ຢາ​ຂ້າ​ຫຍ້າ​ ປະ​ເພດ​ອື່ນໆ ອີກ ຈໍ​າ​ນວນ 8 ລ້ານ​ແກນ​ລອນ ຫລື ປະ​ມານ 30 ລ້ານ​ລິດ ໄດ້ຖືກສີດໃສ່ ເຂດເສັ້ນເສັ້ນທາງ ໂຮຈິມິນ ທີ່ກວມເອົາ ພື້ນທີ່ປະເທດວຽດນາມ, ກັມພູຊາ ແລະ ພາກ​ໃຕ້​ຂອງ​ລາວ.​

ແຕ່ສະເພາະ ຢູ່ປະເທດລາວ ມີການສີດ​ຝົນ​ເຫລືອງ ໄປມາແລ້ວ 800,000 ແກນລອນ ຫື ປະມານ 3 ລ້ານລິດ ອີງຕາມຂໍ້ມູ ຈາກໂຄງການ ຄວາມຫວັງ ຫຼັງສົງຄາມ.​​

ຜົລກະທົບຈາກ ຝົນ​ເຫລືອງ ແລະ ຢາຂ້າຢ້າ ກໍໃຫ້ເກີດມະເລັງ ແລະ ໂຣຄອື່ນໆ ອີກ ໂດຍສະເພາະ ເດັກນ້ອຍ ທີ່ເກີດມາ ຈະມີຄວາມຜິດ ປົກກະຕິທາງດ້ານຮ່າງກາຍ ແລະ ສະໜອງ.​

ຂໍ້ມູນການສີດຝົນເຫລືອງ ທີ່ເປັນທາງການ ຂອງກອງທັບອາກາດ ສຫະຣັຖ ທີ່ຖືກເປີດເຜີຍ ໃນປີ 1999 ໄດ້ສະແດງໃຫ້ເຫັນວ່າ ຢ່າງໜ້ອຍ 15 ເມືອງ ຢູ່ແຂວງຄໍາມ່ວນ, ສວັນນະເຂດ, ສາຣະວັນ, ເຊກອງ ແລະ ອັດຕະປື ໄດ້ຮັບຜົລກະທົບ ຫລາຍທີ່ສຸດ ຈາກການສີດ​ຝົນ​ເຫລືອງ ແລະ ຢາຂ້າຫຍ້າ, ຊຶ່ງເຂດດັ່ງກ່າວ ເປັນພື້ນທີ່ເສັ້ນທາງ ໂຮຈິມິນ ຕັດຜ່ານ. ອົງ​ການ ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ ສ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ວິ​ໄຈ​ວ່າ ຝົນ​ເຫລືອງປະ​ກອບມີ​ສານ Dioxin ເປັນ​ສານ​ເຄ​ມີ ​ທີ່​ມີ​ຄວາມ​ຮຸນ​ແຮງ​ສູງ ແລະ ສາມ​າດ​ເຮັດ​ໃຫ້​ເກີດ​ມະ​ເລັງ, ບັນ​ຫາ​ການ​ຈະ​ເຣີນ​ພັນ ແລະ ການ​ພັ​ທ​ນາ, ມັນ​ທຳ​ລາຍ​ລະ​ບົບ​ ພູມ​ຕ້ານ​ທານ ແລະ ບັນ​ຫາ​ກັບ​ຮໍ​ໂມນ.

ແຕ່​ປີ 2015-2019, ໂຄງ​ການ​ຄວາມ​ຫວັງ ​ຫລັງ​ສົງ​ຄາມ ໄດ້​ສຳ​ຣວດ​ 74 ບ້ານ ຢູ່​ເຂດ​ເມືອງ​ຕະ​ໂອ້ຍ ແຂວງ​ສາຣະ​ວັນ, ເມືງ​ເຊ​ໂປນ, ເມືອງວິ​ລະ​ບູ​ລີ ແລະ ເມືອງນອງ ແຂວງ​ສວັນ​ນະ​ເຂດ ທີ່​ຢູ່​ໃນ​ເຂດ​ຣັ​ດສະ​ໝີ 5 ກິ​ໂລ​ແມັດ ຂອງ​ເສັ້ນ​ທາງ​ສີດ​ຝົນ​ເຫລືອງ ແລະ ຢາ​ຂ້າ​ຫຍ້າ.

ນອກ​ຈາກນີ້ ໂຄງ​ການ​ຍັງ​ໄດ້ ມີ​ການ​ສຳ​ຣວດ 51 ບ້ານ ຢູ່​ເມືອງ​ສະ​ໝ້ວຍ ແຂວ​ງ​ສາ​ລະ​ວັນ ຢູ່​ໃນ​ຣັດ​ສະ​ໝີ 10 ກິ​ໂລ​ແມັດ ຂອງ​ເສັ້ນ​ທາງສີດ​ຝົນ​ເຫລືອງ ແລະ ຢາ​ຂ້າ​ຫຍ້າ ໄດ້​ມີ​ການ​ສຳ​ຣວດ ໃນ​ປີ 2020.

ຜົນ​ສຳ​ຣວດ​ພົບ​ວ່າ ມີ​ຜູ້​ຜິດ​ປົກ​​ຕິ​ ທາງ​ຮ່າງ​ກາຍ ແລະ ສະ​ໝອງ 500 ຄົນ ທີ່​ມາ​ອາ​ຍຸ 50 ປີ ລົງມາ, ຊຶ່ງ​ໃນ​ນັ້ນ ຜູ້​ທີ່​ອາ​ຍຸ​ຕ່ຳ​ກວ່າ 20 ປີ ມີ​ຈຳ​ນວນ​ເກີນ​ເຄິ່ງ​ນຶ່ງ. ສິ່ງ​ທີ່​ໜ້າ​ສົນ​ໃຈ ​ກໍ​ຄື ພົບ​ຜູ້​ທີ່​ພິ​ການ ​ມີ​ຈຳ​ນວນສະ​ເລັ່ຽ 4-5 ຄົນ ຕໍ່​ບ້ານ. ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ຄື ມີ 11 ບ້ານ ມີ​ຈຳ​ນວນ​ຄົນ​ພິ​ການ​ ຫລາຍຜິດ​ປົກ​ກະ​ຕິ ໂດຍ​ສະ​ເລັ່ຽ 6-13 ຄົນ ຕໍ່​ບ້ານ.

ນອກ​ຈາກນີ້ ຜົລ​ສຳ​ຣວດ​ຢູ່​ປະ​ເທດ​ວຽດນາມ ຍັງໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ເດັກ​ນ້ອຍ​ມີ​ຄວາມ​ຜິດ​ປົກ​​ຕິ​ທາງ​ຮ່າງ​ກາຍ​ມາ​ແຕ່​ເກີດ ຢູ່​ເຂດທີ່​ມີ​ການ​ສີດ​ຝົນ​ເຫລືອງ ມີ​ຈຳ​ນວນ​ຫລາຍກວ່າ ເດັກ​ນ້ອຍທີ່ບໍ່​ຢູ່​ໃນ​ພື້ນ​ທີ່ ​ສີດ​ຝົນ​ເຫລືອງ.

ຢູ່​ປະ​ເທດ​ວຽດ​ນາມ ປະ​ຊາ​ຊົນຢູ່​ໃນ​ເຂດສີດ​ຝົນ​ເຫລືອງ ໄດ້​ຮັບ​ການ​ຊ່ວຍ​ເຫລືອ. ໃນ​ສົກ​ງົບ​ປ​ະ​ມາ​ນ​ປີ 2020, ສະພາ​ສູງ​ ສະຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ຈັດ​ສັນ​ການ​ຊ່ວຍ​ເຫລືອ​ ດ້ານ​ມະ​ນຸສທັມໃຫ້​ວຽດ​ນາມ ມູນ​ຄ່າ 13 ລ້ານ ໂດ​ລ້າຣ໌ ສຳ​ລັບ​ໂຄງ​ການ​ ດ້ານ​ສຸ​ຂ​ພາບ ສຳ​ລັບຄົນ​ພິ​ການ ທີ່​ຢູ່​ໃນ​ເຂດພື້ນ​ທີ່ ​ສີດ​ຝົນ​ເຫລືອງ​ຂອງ ​ສ​ະຫະ​ຣັ​ຖໃນ​ປ​າງ​ສົງ​ຄາມ, ແລະ ອີກ 20 ລ້ານ​ໂດ​ລ້າ​ຣ໌ ເພື່ອ​ໃຊ້​ສຳ​ລັບ ​ໂຄງ​ການກຳ​ຈັດ​ສານພິດ Dioxin ຈາກ​ຝົນ​ເຫລືອງ ​ທີ່​ຕົກ​ຄ້າງ​ຢູ່​ໃນດິນ.

ສານ​ເຄ​ມີ​ທີ່​ໃຊ້​ຂ້າ​ຫຍ້າ ແລະ ວັດຊະພືດ​ ຕ່າງໆ ລວມ​ມີ Agent White ສີ​ຂາວ, Agent Blue ສີ​ຟ້າ, Agent purple ສີ​ມ້ວງ, ແລະ Agent Orange ສີສົ້ມ. ສານ​ເຄ​ມີ​ສີ​ສົ້ມ ຫລື Agent Orange ຊາວ​ບ້ານເອີ້ນ​ກັນ​ທົ່ວ​ໄປ​ວ່າ ຝົນ​ເຫລືອງ ມີ​ຄວາມ​ອັນ​ຕ​ຣາ​ຍ​ຫລາຍ​ກວ່າ ຈຳ​ນວນ​ສານ​ເຄ​ມີທີ່​ກ່າວ​ມາ.

ນອກ​ຈາກນີ້ ບັນ​ຫາ​ລະ​ເບີດບໍ່​ທັນ​ແຕກ ທີ່​ຕົກ​ຄ້າງ​ມາ​ແຕ່​ບາງ​ສົງ​ຄາມ ກໍ​ຍັງ​ສົ່​ງ​ຜົລ​ກ​ກະ​ທົບ ຕໍ່ປະ​ຊາ​ຊົນ​ທີ່​ຢູ່​ເຂດ​ຊົນ​ນະບົດ.

ໃນ​ປີທີ່​ຜ່ານ​ມາ ຣັ​ຖ​ບານ​ສະ​ຫະ​ຣັ​ຖ ຍັງ​ໃຫ້​ການ​ຊ່ວຍ​ເຫລືອ​ລາວ ໃນ​ວຽກ​ງານ​ເກັບ​ກູ້​ລະ​ເບີດ​ອີກ 40 ລ້ານ ໂດ​ລ້າຣ໌. ນອກ​ຈາກນີ້ ນັກ​ການ​ເມືອງ​ສຫະ​ຣັ​ຖ ເອົາ​ໃຈ​ໃສ່​ເລື່ອງ​ບັນ​ຫາ​ ລະ​ເບີດ​ທີ່ບໍ່​ທັນ​ແຕກໃນ​ລາວ.

​ຢູ່​ປະ​ເທດ​ວຽດ​ນາມ ຫຼັງ​ຈາກ​ສົງ​ຄາມ​ສິ້ນ​ສຸດ​ລົງ, ວຽດ​ນາມ ແລະ ສະ​ຫະ​ຣັ​ຖອ​າ​ເມ​ຣິ​ກາ ໄດ້​ມີ​ການ​ຮ່ວມ​ມື​ກັນ ໃນ​ການ​ແກ້​ໄຂ​ບັນ​ຫາ ​ລະ​ເບີດ​ທີ່ບໍ່​ທັນ​ແຕກ ແລະ ຢຽວ​ຢາ​ຜູ້​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ.

1-Taoey-01.png
ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກຝົເຫຼືອງ ຢູ່ເມືອງຕະໂອ້ຍ ແຂວງສາລະວັນ

ຍາ​ນາງ ຕັນ ນູ ທິ ນິນຫ໌ (Ton Nu Thi Ninh), ປະ​ທານກອງ​ທຶນ ສັນ​ຕິ​ພາບ ແລະ ພັ​ທ​ນາ ເມືອງ​ໂຮ​ຈິ​ມິນ ຂອງວຽດ​ນາມ ໄດ້​ກ່າວ​ວ່າ:

“ນັບ​ແຕ່​ສົ່ງ​ຄາ​ມ​ໄດ້​ສິ້ນ​ສຸດ​ລົງ ເຊິ່ງໄດ້​ປະ​ສົບ​ກັບ​ບົດ​ຮຽນ ທີ່ເຈັບ​ປວດ​ທາງ​ດ້ານ​ຈິຕ​ໃຈ. ວຽດ​ນາມ ແລະ ສະ​ຫະ​ຣັ​ຖ, ຄົນ​ວຽດ​ນາມ ແລະ ຄົນ​ອາ​ເມ​ຣິ​ກາ ໄດ້​ມີ​ສ່ວນ​ຮ່ວມ ຢູ່​ໃນ​ການ​ສ້າງ​ສັນ​ຕິ​ພາບ​ ຮ່ວມກັນ​ຫຼັງ​ສົງ​ຄາມ.”

ອີງ​ຕາມ ຂໍ້​ມູນ​ຈາກ ວຸທິ​ສະມາ​ຊິກ​ສະ​ພາ ສະ​ຫະ​ຣັ​ຖ, ໃນ​ປາງ​ສົງ​ຄາມ ສ​ະຫະ​ຣັ​ຖອາ​ເມ​ຣິກາ ໄດ້​ຖິ້ມ​ລະ​ເບີດ ​ຫລາ​ຍ​ລ້ານ​ຕັນ ໃສ່​ປະ​ເທດ​ເອ​ເຊັຽ​ ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ຍັງມີ​ລະ​ເບີດ ບໍ່​ທັນ​ແຕກ ​ໄດ້​ຕົກ​ຄ້າງ​ຢູ່ປະ​ເທດ​ລາວ, ກັມພູ​ຊາ ແລະ ວຽດ​ນາມ ຊຶ່ງ​ເປັນຂົງ​ເຂດ ​ທີ່ໄດ້​ຮັບ​ຜົລກະ​ທົບ ​ຈາກ​ລະ​ເບີດ​ຫລາຍ​ທີ່​ສຸດ​ໃນ​ໂລກ ແລະ ທີ່​ດິນ 20% ໃນ​ປະ​ເທດ​ລາວ, ກັມ​ພູ​ຊາ ແລະ ວຽດ​ນາມ ຍັງ​ມີ​ລູກ​ລະ​ເບີດ ​ຕົກ​ຄ້າງ​ຢູ່.

ຍາ​ນາງ ແທມມີ້ ໂບລດ໌ວິນ (Tammy Baldwin) ວຸທິ​ສະມາ​ຊິກ​ສະ​ພາ ສ​ຫະ​ຣັ​ຖ ເຄີຍ​ກ່າ​ວ່າ:

“ມີ​ຜູ້​ເຄາະ​ຮ້າຍ​ຈາກ​ ລະ​ເບີດບໍ່​ທັນ​ແຕກ​ຫລາຍ 100 ຄົນ​ ໃນ​ແຕ່​ລະ​ປີ ຢູ່​ປະ​ເທດ​ລາວ, ກັມພູ​ຊາ ແລະ ວຽດ​ນາມ. ຢູ່​ປະ​ເທດ​ລາວ ຜູ້​ເຄາະ​ຮ້າຍ​ ຈາກ​ລະ​ເບີດບໍ່​ທັນ​ແຕກ 46 ຄົນ ໂດຍ​ສະ​ເລັ່ຽ​ໃນ​ແຕ່​ລະ​ປີ. ມີ​ຄວາມ​ຈຳ​ເປັນ​ ທີ່​ຈະ​ຕ້ອງ​ເກັບ​ກູ້ລະ​ເບີດ ບໍ່​ທັນ​ແຕກ ເພື່ອ​ປ້ອງ​ກັນ ​ບໍ່​ໃຫ້​ມີ​ຜູ້​ເຄາະ​ຮ້າຍ ຖື​ວ່າ ເປັນ​ຄວາມ​ຮັບ​ຜິດ​ຊອບ ຂອງ​ສະຫະ​ຣັ​ຖ ໃນ​ການ​ເກັບ​ກູ ​ລະ​ເບີດບໍ່​ທັນ​ແຕກ ແລະ ເພີ່ມ​ທະ​ວີ ​ການ​ຮ່ວມ​ມື ​ກັບ​ປະ​ເທດ​ລາວ, ກັມພູ​ຊາ ແລະ ວຽດ​ນາມ.”

ໃນ​ປີ 2006 ທ່ານ ຈອຣ໌ຈ ດັພໂບຢູ ບູຊ (George W Bush) ອະ​ດີຕ ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ແລະ ທ່ານ ຫງຽນ ມິນ ຕຣິຕ (Nguyen Minh Triet) ປະ​ທານ​ປະ​ເທດ ​ວຽດ​ນາມ ໄດ້​ເຊັນ​ຖ​ແລງ​ການ​ຮ່ວມ ໃນ​ຄວາມ​ພະ​ຍາ​ຍາມ ຮ່ວມ​ມື​ເພີ່ມ​ຕື່ມ ໃນ​ການ​ແກ້​ໄຂ​ບັນ​ຫາ ມົນ​ລະ​ພິດ​ຕົກ​ຄ້າງ ​ໃສ່ສິ່ງ​ແວດ​ລ້ອມ ທີ່​ຢູ່​ໃກ້​ສ​ຖານ​ທີ່ ທີ່​ເປັນ​ສາງ​ເກັບ​ມ້ຽນ ​ຖັງ​ຂອງສານ​ເຄ​ມີ​ສີ​ສົ້ມ.

ໃນ​ປີ 2007, ຣັ​ຖ​ບານ​ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ໃຫ້​ທຶນ​ຊ່ວຍ​ເຫຼືອ​ ແກ່​ວຽດ​ນາມ 260 ລ້ານ​ໂດ​ລ້າ​ຣ໌ ເພື່ອ​ລົງ​ເລຶກ​ ດ້ານ​ສຸ​ຂ​ພາບ ປະ​ຊາ​ຊົນ ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ​ ຈາກການ​ໃຊ້​ສານ​ເຄ​ມີ​ ສີ​ສົ້ມ ຫຼື ຝົນ​ເຫຼືອງ​ ໃນ​ປາງ​ສົງ​ຄາມ.