ຊາວຣັສເຊັຽ ເຂົ້າເຖິງຂໍ້ມູນສົງຄາມ, ຕໍ່ຕ້ານ ຜູ້ນຳຕົນເອງ

0:00 / 0:00

ປັ​ດ​ຈະ​ບັນ ມີ​ປະ​ຊາ​ຊົນຣັສ​ເຊັຽ​ ຈຳ​ນວນ​ຫຼາຍ 1,000 ຄົນ ພາ​ກັນ​ປະ​ທ້ວງ ​ຢູ່​ຫຼາຍ​ເມືອງ ເພື່ອ​ຕໍ່​ຕ້ານ​ຄຳ​ສັ່ງ ການ​ເກນ​ທະ​ຫານ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ປູ​ຕິນ ຜູ້​ນຳຣັສ​ເຊັຽ. ປະ​ຊາ​ຊົນຣັ​ສເຊັຽ ຜູ້​ທີ່ບໍ່​ພໍ​ໃຈ ​ສະ​ແດງ​ອອກ​ຫຼາຍ​ທາງ ບໍ່​ວ່າຈະ​ເປັນ ​ການປະ​ທ້ວງ​ຢູ່​ຖ​ນົນ, ການເຜົາ​ທີ່​ທຳ​ການ ​ເກນ​ທະ​ຫານ, ການຍິງ​ເຈົ້າ​ໜ້າ​ທີ່​ ຜູ້​ທີ່​ດຳ​ເນີນ​ການ​ ເກນ​ທະ​ຫານ. ນອກ​ຈາກນີ້ ຍັງ​ມີ​ປະ​ຊາ​ຊົນ ຢ່າງ​ໜ້ອຍ 200,000 ຄົນ ທີ່​ໜີ​ອອກ​ໄປ​ຕ່າງ​ປະ​ເທດ ຍ້ອນ​ເຂົາ​ເຈົ້າ​ຢ້ານ​ ຖືກ​ເກນ​ເປັນ​ທະ​ຫານ​ ເພື່ອ​ໄປ​ຣົບ​ຢູ່​ປະ​ເທດຢູ​ເຄ​ຣນ ອີງ​ຕາມ​ການ​ຣາຍ​ງານ​ ຂອງ​ສຳ​ນັກ​ຂ່າວ ບລູມເບີກ (Bloomberg).

ກະ​ແສ​ຕໍ່​ຕ້ານ ທີ່​ທ້າ​ທາຍອຳ​ນາດ ​ຂອງ​ ປະ​ທາ​ນາ​ທິ​ບໍ​ດີ ຜູ້​ນຳ​ຣັສ​ເຊັຽ ນັບ​ມື້​ນັບ​ເພີ່ມ​ຂຶ້ນ ເຖິງວ່າ ຜູ້​ທີ່​ຕໍ່​ຕ້ານຫຼາຍ​ຄົນ ຈະ​ຖືກ​ທາງ​ການ​ຣັສ​ເຊັຽ​ ຈັບ​ຂັງ​ຄຸກ ແລະ ຖືກ​ດຳ​ເນີນ​ຄະ​ດີ ​ກຳ​ຕາມ. ນຶ່ງ​ໃນ​ເຫດ​ຜົ​ລ​ຫຼັກຂອງ​ຄົນ​ຣັສເຊັຽ ​ພາ​ກັນ​ຕໍ່​ຕ້ານ ​ການ​ທະ​ຫານ​ ກໍ​ຄືປະ​ຊາ​ຊົນຣັສ​ເຊັຽ ​ທີ່​ເປັນ​ຄົນໜຸ່ມ​ສາວ ສາ​ມາດ​ເຂົ້າ​ເຖິງ​ຂໍ້​ມູນ ​ຂ່າວສານ​ໄດ້​ ຢ່າງ​ຮອບ​ດ້ານ ວ່າອັນ​ໃດ ເປັນການ​ໂຄ​ສ​ນາ ​ຊວນ​ເຊື່ອ ອັນ​ໃດ​ເປັນ​ຄວາມ​ຮັກ​ຊາຕ.

ຄົນ​ລາວ ທ່ານ​ນຶ່ງທີ່​ຕິດ​ຕາມ​ບັນ​ຫາ​ສົງ​ຄາມ ຣັສ​ເຊັຽ-ຢູ​ເຄ​ຣນ ແຕ່​ເຣີ່ມ​ຕົ້ນ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ວ່າ:

" ອັນ ​ຄວາມ​ເຊື່ອ​ໝັ້ນ​ ໃນ​ຄຳ​ເວົ້າມັນ​ກະ​ມີ​ນ້ຳ​ໜັກ​ໄດ໋ ເຈົ້າ​ເວົ້າ​ແນວ​ນຶ່ງ ໂຊ​ຊ້ຽວ ມັນ​ອອກ​ຈັ່ງ​ນຶ່ງ ບາດນີ້ ເຂົາ​ກະ​ມີ​ວິ​ເຄາະ​ເປັນ​ໃດ​ຄົນ. ມັນ​ມີ​ນັກ​ສຶກ​ສາ ເຈົ້າ​ວ່າ ເຈົ້າ​ບໍ່​ເສັຽ ບາດນີ້ ເປັນ​ຫຍັງ​ເຈົ້າ​ຈັ່ງ​ເກນ ຄັນ​ເຈົ້າ​ບໍ່​ເສັຽ ຄົນ​ພາຍ​ໃນ​ປະ​ເທດ​ນະ ມີ​ຫຍັງ​ເຄື່ອນ​ໄຫວ ເປັນ​ຫຍັງ​ເຂົາ​ຊິບໍ່​ຮູ້."

ຄົນ​ລຸ້ນ​ໃໝ່​ ໃນ​ປະ​ເທດ​ຣັສ​ເຊັຽ ມີ​ຄວ​າມ​ສຸຂ​ກັບ​ສັງ​ຄົມສ​ມັຍ​ໃໝ່ ແລະ ບໍ່​ຕ້ອງ​ການ ​ທີ່​ຈະ​ເຂົ້າ​ໄປ​ສູ້​ຣົບ ​ໃນ​ສົງ​ຄາມ​ດັ່ງ​ກ່າວ.

ຄົນ​ລາວ ທ່ານນີ້ ກ່າວ​ວ່າ:

" ຫຼັກໆ ລະ ​ກະ​ຄື ຄົນ​ມັນ​ມີ​ຄວາມ​ສຸ​ກ​ແລ້ວ ລະ​ຊິ​ໃຫ້​ມັນ​ໄປ​ທຸກ ໂຕນີ້​ເປັນ​ໂຕ​ຕັດ​ສິນ ເອົ້າ​ຄິດ​ໄດ້​ວ່າ ໄປ​ສູ້​ຢູ່​ຫັ້ນ ໄດ້​ຫຍັງ​ຫວະ ຄົນ​ລຸ້ນ​ໃໝ່​ຄິດ​ຊັ້ນ​ໄດ໋ ຢູ່​ຫັ້ນ​ມັນ​ກະ​ມີ​ພໍ​ແຮງ​ລະ ເປັນ​ຫຍັງ​ຈັ່ງ​ໄປ​ສູ້ ດອນ​ບາ​ສ ເຂົາ​ຢາກ​ແຍກ ກະ​ໃຫ້​ເຂົາ​ຕີ​ເອົາ​ເອງ​ລະ ເອົາ​ໄປ​ຫຍັງ​ຫວະ."

ຄົນ​ລາວ ທ່ານນີ້ ຍັງ​ກ່າວ​ຕື່ມ​ອີກວ່າ ຜູ້​ນຳ​ຣັສ​ເຊັຽ​ມີ​ຄຳ​ສັງ​ເກນ​ທະ​ຫານ ຈຳ​ນວນ 300,000 ຄົນ ນັ້ນ ສະ​ແດງວ່າ ຢູ່​ສ​ນາມ​ຣົບ ທະ​ຫານ​ຣັສ​ເຊັຽ ​ຕາຍ​ຫຼາຍ.

ສຳ​ນັກ​ຂ່າວ Wall Street Journal ທີ່​ເຫັນ​ເປັນ​ສຳ​ນັກ​ຂ່າວ ​ຊື່​ດັ່ງ​ຂອງ​ຕ່າງ​ປະ​ເທດ ໄດ້​ຣາຍ​ງານ​ວ່າ ຕ​ລອດ​ນັບ​ແຕ່​ສົງ​ຄາມ​ເຣີ່ມຂຶ້ນ ແຕ່​ເດືອນ​ກຸມ​ພາ ຈົນ​ມາ​ເຖິງ​ປັດ​ຈຸ​ບັນ ມີ​ທະ​ຫານ​ຣັສ​ເຊັຽ ເສັຽ​ຊີ​ວິຕ ແລະ ໄດ້​ຮັບ​ບາດ​ເຈັບ ປະ​ມານ 80,000 ຄົນ.

ສ່ວນ​ວ່າ ຈຳ​ນວນ​ທະ​ຫານ​ ຢູ​ເຄ​ຣນ​ທີ່​ເສັຽ​ຊີ​ວິຕ ນັບ​ແຕ່​ມີ​ສົງ​ຄາມ​ເກີດ​ຂຶ້ນ ມີ​ຈຳ​ນວນເກືອບ 6,000 ຄົນ ອີງ​ຕາມ​ຂໍ້​ມູນ ​ຈາກ​ອົງ​ການ​ ສະ​ຫະ​ປະ​ຊາ​ຊາຕ.

ຢູ່​ໃນປະ​ເທດ ​ທີ່​ສີ​ວິ​ໄລ ລວມ​ທັງປະ​ເທດ​ຣັສ​ເຊັຽ, ຄົນຈຳ​ນວນ​ຫຼາຍ ບໍ່​ເຫັນ​ດີ​ກັບ​ການ​ເຮັດ​ສົງ​ຄາມ ຈົ​ນ​ວ່າ ເຂົາ​ເຈົ້າ​ ພາ​ກັນ​ອອກ​ມາ​ປ​ະ​ທ້ວງ ກ່ອນ​ທີ່​ສົ່ງ​ຄາມ​ຈະ​ເກີດ​ຂຶ້ນ ແລະ ຫຼັງ​ຈາກ​ມີ​ຄຳ​ສັ່ງ ​ເກນ​ທະ​ຫານ ​ຂອງ​ຜູ້​ນຳ​ຣັສ​ເຊັຽ.

ເຈົ້າ​ໜ້າ​ທີ່ ​ອົງ​ການ​ຈັດ​ຕັ້ງ ​ພາກ​ປະ​ຊາ​ສັງ​ຄົມລາວ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ:

“ເພາະ​ສະ​ນັ້ນ ຄົນ​ຢູ່​ໃນ​ສັງ​ຄົມ​ສີ​ວິ​ໄລ ບໍ່​ເຫັນ​ເຣື່ອງ​ຂ້າ​ກັນ ເປັນ​ເຣື່ອງ​ມ່ວນ​ຊື່ນ ກະ​ເຊື່ອ​ວ່າ ຄົນ​ຣັສ​ເຊັຽ​ຫຼາຍ 10 ລ້ານ ຫຼາຍ 20 ລ້ານ ຂະ​ເຈົ້າ​ກະ​ບໍ່​ໄດ້​ເຫັນ​ດີ ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ປູ​ຕິນເນາະ.”

​ຜູ້​ຊ່ຽວ​ຊານ ​ທາງ​ດ້ານການ​ທະ​ຫານ ໃຫ້​ຄຳ​ເຫັນ​ວ່າ ​ປະ​ຊາ​ຊົນ​ຣັສ​ເຊັຽ​ ສ່ວນ​ຫຼາຍສາ​ມາດ​ ເຂົ້າ​ເຖິງ​ຂໍ້​ມູນ​ຂ່າ​ວ​ສານ ​ໄດ້​ຢ່າງ​ຮອບ​ດ້ານ ໂດຍ​ສະ​ເພາະ ​ຂໍ້​ມູນ​ຂ່າວ​ສານ ທີ່​ສົ່ງ​ຜ່ານ​ສື່​ສັງ​ຄົມ​ອອນ​ລາຍນ໌.

ຂໍ້​ມູນ ​ການ​ສູນ​ເສັຽ​ ຂອງ​ທະ​ຫານ​ຣັ​ດສເຊັຽ ຖືກ​ສົ່ງ​ມາ​ຈາກ​ສ​ນາມ​ຣົບ ໂດຍ​ຕ​ຣົງ ແລະ ປະ​ກອບ​ກັບທະ​ຫານ ​ຣັສ​ເຊັຽຢູ່​ສ​ນາ​ຣົບ ສາ​ມາດ​ຕິດ​ຕໍ່​ຫາພໍ່​-ແມ່ ແລະ ຍາດ​ພີ່​ນ້ອງ​ຂອງ​ຕົນ​ເອງ ໄດ້​ຢ່າ​ງ​ງ່າຍ​ດາຍ.

ບາງ​ຄົນ ​ທີ່​ຖີ່​ສົ່ງ​ມາ​ສູ້​ຣົບ​ ໂດຍບໍ່​ສ​ມັກ ກໍ​ໄດ້​ເຜີຍ​ແຜ່​ເຣື່ອງ​ລາວ​ ແລະ ຄວາມ​ຮູ້ສຶກ​ຂອງ​ຕົນ​ເອງ ລົງ​ທາງ​ເຟ​ສ​ບຸກ ເຮັດ​ໃຫ້ຄົນ​ຣັສ​ເຊັຽ ຢູ່​ພາຍ​ໃນ​ປະ​ເທດ ໄດ້​ຮັບ​ຮູ້​ຖືກ​ສະ​ພາບ​ ຄວາມ​ເປັນ​ຈິງ ​ຂອງ​ທະ​ຫານ​ຣັສ​ເຊັຽ​ທີ່​ຕ້ອງປະ​ເຊີນ ​ຢູ່​ສ​ນາມ​ຣົບ​ໂຕ​ຈິງ.

ໃນ​ທ້າຍ​ເດືອນກັນ​ຍານີ້, ຣັສ​ເຊັຽ ກໍ​ປະ​ກາດເພື່​ອ​ຜະ​ນ​ວກ ເອົາ​ເຂດ​ແດນ​ 4 ພາກຂອງ​ປະ​ເທດ​ ຢູ​ເຄ​ຣນ ເພື່ອ​ເອົາ​ເຂົ້າ ​ເປັນ​ດິນ​ແດນ​ຂອງ​ຕົນ​ເອງ ເປັນ​ຕົ້ນ ດອນ​ເນດ (Donetsk), ລູ​ຮັນ (Luhansk), ຊາ​ໂປ​ລີ​ເຊັຽ (Zaporizhzhia), ແລະ ເຄີຣ໌​ຊ້ອນ (Kherson).

​ໃນການຜະ​ນວກ ​ເອົາ​ດິນ​ແດນ​ດັ່​ງ​ກ່າວ, ຜູ້​ນຳ​ຣັສ​ເຊັຽອ້າງວ່າ ໃຫ້ປະ​ຊາ​ຊົນ​ ທີ່​ເວົ້າ​ພາ​ສາ​ຣັສ​ເຊັຽ ລົງ​ປະ​ຊາ​ມະ​ຕິວ່າ ຈະ​ເປັນ​ສ່ວນ​ນຶ່ງ ​ຂອງ​ຣັສ​ເຊັຽ ແລະ ໃຫ້ເອົາ​ຕາມ​ຜົ​ລ​ ການ​ລົງ​ປະ​ຊາ​ມະ​ຕິ, ແຕ່ ທາງ​ຝ່າຍ​ປະ​ເທດ​ຕາ​ເວັ​ນ​ຕົກ ແລະ ຢູ​ເຄ​ຣນ ອ້າງວ່າ ເປັນ​ການ​ລົງ​ມະ​ຕິ ​ທີ່​ຈອມ​ປອມ ແລະ ບໍ່​ຮັບ​ຮອງການ​ລົງ​ມະ​ຕິ​ດັ່ງ​ກ່າວ ພ້ອມ​ທັງ​ຢືນ​ຢັນ​ວ່າ ຈະ​ຕໍ່​ສູ້​ເພື່ອ​ທວງ​ດິນ​ແດນ ​ທີ່​ຣັ​ສ​ເຊັຽຍຶດ​ຄອງ​ຢູ່​ນັ້ນ ກັບ​ຄືນ​ມາ.

ເມື່ອບໍ່​ດົນ​ມານີ້, ຜູ້​ນຳ​ຣັສ​ເຊັຽ ໄດ້​ຂູ່ວ່າ ຈະ​ມີ​ການ​ໃຊ້​ອາ​ວຸດ​ນິວ​ເຄລັຽ ຖ້າ​ວ່າ ຝ່າຍ​ຢູ​ເຄ​ຣນ ໂຈມເຂດ​ແດນ​ທີ່​ຣັສ​ເຊັຽ ​ຜະ​ນວກ​ເອົາ​ນັ້ນ ເຊິ່ງ​ກໍ​ໝາຍ​ເຖິງ 4 ເຂດດັ່ງ​ກ່າວ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະ​ທາ​ນາ​ທິ​ບໍ​ດີ ໂຈ​ບາຍ​ເດັນ ຜູ້​ນຳ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໃນ​ຖາ​ນະ​ເປັນ​ປະ​ເທດ​ທີ່​ສ​ນັບ ​ສ​ນູນ​ອາ​ວຸດ ໃຫ້ປະ​ເທດ​ຢູ​ເຄ​ຣນ ກໍ​ໄດ້​ອອກ​ມາເຕືອນ​ຣັສ​ເຊັຽ ວ່າ "ຢ່າ ຢ່າ ຢ່າ. ເຈົ້າ​ຈະ​ປ່ຽນ​ໂສມ​ໜ້າ ​ຂອງ​ສົງ​ຄາມ ແບບບໍ່​ເຄີຍ​ມີ​ມາ​ກ່ອນ ນັບ​ຕັ້​ງ​ແຕ່​ສົງ​ຄາມ ​ໂລກ​ຄັ້ງ​ທີ​ 2."ໃນ​ທີ່ນີ້ ໝາຍ​ເຖິງ​ການເຕືອນ ບໍ່​ໃຫ້​ຣັສ​ເຊັຽ​ໃຊ້ ​ອາ​ວຸດ​ນິວ​ເຄ​ລັຽ.

ກ່ຽວ​ກັບກໍ​ຣະ​ນີ ທີ່​ຣັສ​ເຊັຽອອກ​ມາ​ຂູ່ ໃຊ້​ນິວເຄ​ລັຽ, ນັກ​ວິ​ເຄາະ​ຕ່າງ​ປະ​ເທດ ໃຫ້​ຄຳ​ໃຫ້​ວ່າ ປັດ​ຈຸ​ບັນ ຜູ້​ນຳ​ຣັສ​ເຊັຽ ກຳ​ລັງ​ຕົກ​ຢູ່​ສະ​ຖາ​ນະ​ການ ກືນບໍ່​ເຂົ້າ​ຄາຍບໍ່​ອອກ ຊິ​ຖອນ​ກະ​ບໍ່​ໄດ້ ຫຼັງ​ຈາກ​ທີ່ຖືກ​ທະ​ຫານ ​ຢູ​ເຄ​ຣນຕອບ​ໂຕ້​ຄືນ ແລະ ສາ​ມາດ​ຍຶດ​ພື້ນ​ທີ່​ ຄືນ​ຈາກ​ຣັສ​ເຊັຽ​ ໄດ້​ຫຼາຍ​ເມືອງ ໂດຍ ສະ​ເພາະ ​ຢູ່​ເຂດ​ຄາ​ຄິບ.

ນອກ​ຈາກນີ້ ນັກ​ວິ​ເຄາະ​ບາງ​ຄົນ ກໍ​ໃຫ້​ຄຳ​ເຫັນ​ວ່າ ຜູ້​ນຳ​ຣັສ​ເຊັຽ ກຳ​ລັງຈົນ​ຕາ​ແຈ ຫຼື ເຂົ້າ​ຕາ​ຈົນ.

ນັກ​ສັງ​ເກດ​ການ ​ຕ່າງ​ປະ​ເທດ ກໍ​ໃຫ້​ທັ​ສ​ນະ​ວ່າ ການ​ທີ່​ຜູ້​ນຳ​ຣັສ​ເຊັຽ ​ອອກ​ຄຳ​ສັ່ງ​ການ​ເກນ​ ທະ​ຫານ 300,000 ຄົນ ສະ​ແດງວ່າ ທະ​ຫານທີ່​ສົ່ງ​ເຂົ້າ​ມາ​ຣົບ ​ຢູ່​ປະ​ເທດ​ຢູ​ເຄ​ຣນ ນັ້ນ ມີ​ການ​ເສັຽ​ຊີ​ວິຕ​ຫຼາຍ.

ທີ່​ຜ່ານ​ມາ, ອົງ​ການ​ຂ້າ​ຫຼວງ​ໃຫຍ່ ສະ​ຫະ​ປະ​ຊາ​ຊາຕ ໄດ້​ລົງ​ຄະ​ແນນ​ສຽງ ໃຫ້​ໂ​ຈະ ຫຼື ລະ​ງັບ​ບົດ​ບາດຂອງປະ​ເທດ​ຣັ​ສເຊັຽ ຢູ່​ສະ​ພາ​ສິທ​ທິ​ມະ​ນຸ​ສ.

ການ​ລົງ​ຄະ​ແນນ​ສຽງ ​ໃຫ້ການໂຈະ​ ຫຼື ລະ​ງັບ​ບົດ​ບາດ ປະ​ເທດ​ຣັສ​ເຊັຽ ຢູ່​ໃນ ສະ​ພາ​ສິທ​ທິ​ມະ​ນຸ​ສ ໄດ້​ມີ​ຂຶ້ນ ໃນ​ວັນ​ທີ 7 ເມ​ສາ 2022 ຢູ່ New York ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ຫຼັງ​ຈາກ​ທີ່ມີ​ການ​ກ່າວ​ຫາ​ວ່າ ທະ​ຫານ​ຣັ​ສເຊັຽ ໄດ້​ທຳ​ການ​ສັງ​ຫານ​ໝູ່ ປະ​ຊາ​ຊົນ​ຢູ​ເຄຣນ ຢູ່​ເມືອງ ບູຊາ (Bucha) ທີ່​ຢູ່​ໃກ້​ກັບ ນະ​ຄອນ​ຫລວງ Kyiv ຂອງປະ​ເທດ ​ຢູ​ເຄຣນ ອີງ​ຕາມ​ຂໍ້ມູນ ​ຈາກອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາຕ ຫຼື United Nations.

ສໍ​າ​ນັກ​ຂ່າວ​​ ຕ່າງ​ປະ​ເທດ​ ຫຼາຍ​ສຳ​ນັກ​ໄດ້​ຣາຍ​ວ່າ ມີການ​ສັງ​ຫານ​ປະ​ຊາ​ຊົນ​ຢູ​ເຄຣນ ຫຼາຍ 100 ຄົນ ໂດຍ​ທະ​ຫານ​ຣັສ​ເຊັຽ ນັບ​ແຕ່​ວັນ​ທີ່ ທະ​ຫານ​ຣັສ​ເຣີ່ມ​ ບຸກ​ເຂົ້າ​ຍຶດ​ເມືອງ ບູຊາ (Bucha).

ອົງ​ການ​ຂ້າ​ຫຼວງໃຫຍ່ ​ສະ​ຫະ​ປະ​ຊາ​ຊາຕ ມີ​ສະ​ມາ​ຊິກ​ທັງ​ໝົດ 193 ປະ​ເທດ ໃນ​ນັ້ນ ​ມີ 93 ປະ​ເທດ ໄດ້ລົງ​ຄະ​ແທນ​ສຽງ​ ເຫັນ​ດີໃຫ້​ໂຈະ ບົດ​ບາດຂອງຣັ​ສ​ເຊັຽ ຢູ່​ໃນ​ສະ​ພາ​ສິ​ທ​ທິ​ມະ​ນຸ​ສ, ມີ 24 ປະ​ເທດ ເຊິ່ງ​ມີ​ປະ​ເທດ​ລາວ ຢູ່​ໃນ​ນັ້ນ ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ, ແລະ 58 ປະ​ເທດງົດ​ອອກ​ສຽງ.

ສຳ​ນັກ​ຂ່າວ ວໍ​ຊິງ​ຕັ້ນໂພ​ສ ໄດ້​ຣາຍ​ງານ​ວ່າ ຖ່າມ​ກາງ​ສົງ​ຄາມ ລະ​ຫວ່າງ ຣັສ​ເຊັຽ ກັບ ຢູ​ເຄຣນນັ້ນ​ສະ​ແດງ ໃຫ້​ເຫັນ​ເຖິງ ຜົ​ລ​ກະ​ທົບ ທີ່​ເປັນ​ຕ່ອງ​ໂສ້ ຢູ່​ໃນ ກອງ​ປະ​ຊຸມທາງ​ດ້ານ ​ເສ​ຖ​ກິດ​ໂລກ ຫຼື World Economic Forum ຢູ່​ເມືອງ ດາ​ວອດ​ສ໌ ປະ​ເທດ​ວີ​ສ​ເຊີ​ແລນ ໃນ​ຂ​ະ​ນະ​ທີ່ ຜູ້​ນຳ​ຫຼາຍ​ປະ​ເທດ ວິ​ຈານ​ ຣັສ​ເຊັຽ ທີ່ໃຊ້​ກຳ​ລັງ​ທະ​ຫານ ​ບຸກ​ຢູ​ເຄຣນ.

ໃນ​ການ​ປາ​ໄສ ຕໍ່​ບັນ​ກຸ່ມ​ນັກ​ການ​ເມືອງ ແລະ ຜູ້​ບໍ​ຣິ​ຫານ​ລະ​ດັບ​ສູງ, ພົນ​ເອກ Jens Stoltenberg ເລ​ຂາ​ທິ ​ການອົງ​ການ ​ສົນ​ທິ​ສັນ​ຍາ ປົກ​ປ້ອງແອັດ​ແລນ​ຕິກ​ເໜືອ ຫຼື NATO ໄດ້​ຕຳ​ນິ ວ່າ: "ເປັນ​ຄວາມ​ຜິດ​ພາດ​ໃຫຍ່ ຂອງ Vladimir Putin ຜູ້​ນຳ​ຣັສ​ເຊັຍ​ ທີ່​ໃຊ້​ກຳ​ລັງ​ທະ​ຫານ ຮຸກ​ຮານ ຢູ​ເຄຣນ."

ທ່ານ ຍັງ​ກ່າວ​ຕື່ມ​ວ່າ ມັນ​ເປັນ " ໂຕ​ປ່ຽນ​ເກມ" ໃນ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ ຢູ​ໂຣບ ແລະ ຣະ​ບຽບ​ໂລກ​ທີ່​ກວ້າງ​ຂຶ້ນກວ່າ​ເກົ່າ."

ຈາກ​ຜົ​ລ​ຂອງ​ສົງ​ຄາມ, ຍິ່ງ​ເຮັດ​ໃຫ້ພັນ​ທະ​ມິຕ​ຂອງ NATO ເຄື່ອນ​ກຳ​ລັງ​ທະ​ຫານ ເຂົ້າ​ມາ​ປະ​ຊິດ​ຊາຍ​ແດນ ຂອງ​ຣັສ​ເຊັຽ ໂດຍ ທີ່ NATO ​ຮັບ​ເອົາ​ສ​ະ​ມາ​ຊິກ​ໃໝ່ ​ເພີ່ມ​ເຕີມ ຄື ປະ​ເທດ Sweden ແລະ Finland ເຊິ່ງ​ປັດ​ຈຸ​ບັນ NATO ມີ​ສະ​ມາ​ຊິກ​ທັງໝົດ 30 ປະ​ເທດ ແລະ ບວກ​ເອົາ​ອີກ 2 ປະ​ເທດຄື Sweden ແລະ Finland.