ໂອ່ໄມ່ຄຣ້ອນ ສາຍພັນໃໝ່ ກັບເສຖກິຈມະຫາພາກ

0:00 / 0:00

ປະເທດສິງກະໂປຣ໌ຣ໌ ແລະມາເລເຊັຍ ຜ່ອນຂໍ້ຈໍາກັດດ້ານການເດີນທາງ ໄປ-ມາ ລະຫວ່າງກັນໃນມື້ວັນຈັນ ທີ 29 ພຶສຈິກາທີ່ຫາກໍຜ່ານມານີ້, ອະນຸຍາດໃຫ້ຄົນຂອງແຕ່ລະປະເທດ ທີ່ໄດ້ສັກວັກຊິນປ້ອງກັນເຊື້ອໂຄວິດ-19 ຄົບກໍານົດ ເຂົ້າປະເທດຂອງກັນ ແລະກັນໄດ້ໂດຍບໍ່ຕ້ອງຖືກກັກໂຕ ພາຍຫຼັງທີ່ 2 ປະເທດນີ້ມີມາຕການເຂັ້ມງວດມາເກືອບ 2 ປີ, ຖ້າມກາງ ເຊື້ອໂຄວິດສາຍພັນໃໝ່ ສາຍພັນ “ໂອມິຄຣອນ” (Omicron) ກໍາລັງຣະບາດຢູ່ຫຼາຍປະເທດໃນໂລກ. ກ່ອນໜ້າເກີດການຣະບາດຂອງເຊື້ອໂຄວິດ-19 ເມື່ອ 2 ປີປາຍທີ່ຜ່ານມາ ໃນແຕ່ລະມື້ ມີປະຊາຊົນເດີນທາງຂ້າມຊາຍແດນ ຈາກມາເລເຊັຍໄປສິງກະໂປຣ໌ປະມານ 300,000 ຄົນ ເພື່ອໄປເຮັດວຽກໃນຂແນງການຕ່າງໆ ນັບຕັ້ງແຕ່ລະບົບຂົນສົ່ງ ສາທາຣະນະໄປເຖິງການ ຜລິດໄຟຟ້າ. ແຕ່ນັບຕັ້ງແຕ່ເດືອນມິນາ ປີກາຍເປັນຕົ້ນມາ ການເດີນທາງຂອງປະຊາຊົນ ທີ່ວ່ານັ້ນ ເກືອບທັງໝົດໄດ້ຢຸດສະງັກ ແລະຄົນມາເລເຊັຍ ທີ່ເດີນທາງຂ້າມ ໄປ-ມາ ລະຫວ່າງມາເລເຊັຍ ແລະສິງກະໂປຣ໌ ແລະຜູ້ທີ່ພັກຢູ່ສິງກະໂປຣ໌ ຕິດຄ້າງຢູ່ທີ່ນັ້ນ ຍ້ອນພວກເຂົາເຈົ້າຕ້ອງໄດ້ເຮັດວຽກ.

ນັບຕັ້ງແຕ່ວັນທີ 29 ພຶສຈິກາ ເປັນຕົ້ນມາ ພົລເມືອງສິງກະໂປຣ໌ ແລະມາເລເຊັຍ ທີ່ສັກວັກຊິນປ້ອງກັນໂຄວິດ-19 ແລ້ວ, ຄົນທີ່ມີຖານະຢູ່ຖາວອນ ແລະຄົນທີ່ມີໃບອະນຸຍາດເຮັດວຽກ ສາມາດເດີນທາງຂ້າມຊາຍແດນ ທີ່ກັ້ນ ລະຫວ່າງ 2 ປະເທດ ຊຶ່ງມີໄລຍະທາງ 1 ກິໂລ ແມັດ ໂດຍບໍ່ຖືກກັກໂຕ. ຊາວມາເລເຊັຍ Eunice Teoh ທີ່ຂີ່ຣົຖບັສຖ້ຽວທໍາອິດ ຈາກສິງກະໂປຣ໌ ພາຍໃຕ້ມາຕການ ຜ່ອນຜັນດັ່ງກ່າວ ໃຫ້ສັມພາດແກ່ ອົງການຂ່າວ AFP ວ່າ:

“ຂ້ອຍມີຄວາມສຸຂຫຼາຍ ທີ່ຈະໄດ້ກັບໄປປະເທດ ແລະໃນທີ່ສຸດກໍຈະໄດ້ພົບໜ້າຄອບຄົວ ພາຍຫຼັງບໍ່ໄດ້ກັບມາພໍ້ກັນເກືອບ 2 ປີແລ້ວ.”

ຍິງສາວ ອາຍຸ 28 ປີ ທີ່ເຮັດວຽກດ້ານການເງິນ ເວົ້າໃນຂະນະທີ່ນາງກໍາລັງເດີນທາງກັບຣັຖປາຫັງ ປະເທດມາເລເຊັຍວ່າ:

“ຂ້ອຍຮູ້ສຶກກັງວົນໜ້ອຍນຶ່ງ ເພາະວ່າມັນເປັນການເດີນທາງຊຸດທໍາອິດ ແລະຂ້ອຍບໍ່ຄ່ອຍແນ່ໃຈວ່າ ແມ່ນຫຍັງຈະເກີດຂຶ້ນຕໍ່ໄປ.”

ເບື້ອງຕົ້ນ ຣົຖບັສບໍຣິການພິເສດຂ້າມຊາຍແດນ ສາມາດຮອງຮັບຜູ້ໂດຍສານໄດ້ມື້ນຶ່ງປະ ມານ 3,000 ຄົນ ແລະທຸກຄົນຕ້ອງໄດ້ຖືກກວດຫາເຊື້ອ ໂຄວິດ-19 ກ່ອນ. ການຜ່ອນຜັນມາຕການທີ່ວ່າມານັ້ນ ໄລຍະທໍາອິດ ມີເປົ້າໝາຍເລັ່ງໃສ່ແກ້ໄຂພວກຄົນງານ ທີ່ບໍ່ໄດ້ກັບມາຫາຄອບຄົວ ເປັນເວລານານ. ຫຼັງຈາກນັ້ນກໍມີແຜນຂຍາຍໄປສູ່ຄົນກຸ່ມອື່ນໆ. ເມື່ອກ່ອນໜ້ານັ້ນນຶ່ງອາທິດ ຄືວັນທີ 22 ພຶສຈິກາ 2 ປະເທດນີ້ ກໍໄດ້ຜ່ອນຜັນຂໍ້ຈໍາກັດສໍາລັບຜູ້ໂດຍສານທາງອາກາດ ຄືອະນຸຍາດໃຫ້ຄົນທີ່ສັກວັກຊິນປ້ອງກັນໂຄວິດ-19 ຄົບກໍານົດແລ້ວ ເດີນທາງທີ່ເດິ່ນບິນໃຫຍ່ໄດ້. ກ່ອນຈະມີການຜ່ອນຜັນຂໍ້ຈໍາກັດທີ່ວ່ານັ້ນ ພົລເມືອງແລະກຸ່ມຄົນອື່ນໆ ສ່ວນນຶ່ງກໍໄດ້ຮັບອະ ນຸຍາດໃຫ້ເດີນທາງລະຫວ່າງ 2 ປະເທດ ສິງກະໂປຣ໌ ແລະມາເລເຊັຍ, ແຕ່ຕ້ອງໄດ້ຖືກກັກໂຕ ເມື່ອເດີນທາງມາເຖິງ. ທັງ 2 ປະເທດນີ້ ມີອັດຕຣາການສັກວັກຊິນ ໃນລະດັບສູງ, ຢູ່ສິງກະໂປຣ໌ ລະດັບການແພ່ຣະບາດຂອງໂຄວິດ-19 ຕໍ່າກວ່າມາຕຖານໂລກ ໃນຂະນະທີ່ຢູ່ມາເລເຊັຍ ແມ່ນຣະບາດຮຸນແຮງ ໃນໄລຍະຫຼາຍເດືອນທີ່ຜ່ານມາ.

ສິງກະໂປຣ໌ ມີພົລເມືອງ 5.5 ລ້ານຄົນ, ຄົນງານບໍ່ພຽງພໍ ດັ່ງນັ້ນປະຊາຊົນມາເລເຊັຍ ຈຶ່ງເປັນສ່ວນສໍາຄັນໃນການສນອງຄົນງານໃຫ້ ແລະໄດ້ສນອງມາດົນນານ. ຄົນງານມາເລເຊັຍ ມັກໄດ້ເງິນເດືອນສູງກວ່າຢູ່ມາເລເຊັຍເອງ.

ສ່ວນຢູ່ປະເທດ ຟີລິບປິນສ໌ ແມ່ນໄດ້ປະກາດໃຊ້ມາຕການ ບໍ່ໃຫ້ຄົນທີ່ຈະມາຈາກ 7 ປະເທດ ຄື: ອອສເຕຣັຍ, ສາທາຣະນະຣັຖເຊັກ, ຮົງກາຣີ, ເນເດີແລນ, ສວິດເຊີແລນ, ແບລຈ້ຽມ ແລະອີຕາລີ ເຂົ້າປະເທດຂອງຕົນ ຈົນເຖິງມື້ວັນທີ 15 ທັນວານີ້ ແລະກ່ອນໜ້ານີ້ກໍໄດ້ມີຄໍາສັ່ງຫ້າມ ບໍ່ໃຫ້ຄົນທີ່ມາຈາກ 7 ປະເທດໃນອາຟຣິກາຄື: ອາຟຣິກາໃຕ້, ບອສວາເນັຍ, ນາມີເບັຍ, ຊິມບັບເວ, ເລໂຊໂຕ, ເອສວາຕິນີ ແລະໂມຊໍາບິກ ເຂົ້າປະເທດ ດັ່ງທີ່ທ່ານ ຄາໂລ ໂນກຣາເລສ ຜູ້ຮັກສາການ ໂຄສົກປະທານາທິບໍດີ ໄດ້ຖແລງວ່າ:

“ຜູ້ທີ່ເດີນທາງມາຈາກຕ່າງປະເທດທຸກຄົນ ບໍ່ວ່າຈະໄດ້ສັກວັກຊິນປ້ອງກັນໂຄວິດ-19 ຫລືບໍ່ ຫາກມາຈາກກຸ່ມປະ ເທດທີ່ມີຊື່ຢູ່ໃນບັນຊີແດງ ຫລືເຄີຍພັກຢູ່ປະເທດເຫລົ່ານີ້ພາຍໃນໄລຍະເວລາ 14 ມື້ ຈະບໍ່ໄດ້ຮັບອະນຸຍາດໃຫ້ເດີນທາງເຂົ້າຟິລິບປິນສ໌.”

ໃນມື້ວັນທີ 29 ພຶສຈິກາ ຜ່ານມານີ້ ຟິລິບປິນສ໌ ກໍປະກາດໂຈະແຜນອະນຸຍາດຊົ່ວຄາວ ໃຫ້ຄົນທີ່ສັກວັກຊິນແລ້ວເຂົ້າປະເທດໄດ້ ຊຶ່ງແຕ່ກ່ອນວ່າຈະໃຫ້ເຂົ້າມາໄດ້ຕັ້ງແຕ່ມື້ວັນທີ 1 ທັນວານີ້ໄປ.

ຟິລິບປິນສ໌ ເປັນ 1 ໃນ 10 ປະເທດອາຊຽນ ທີ່ມີຄົນຕິດເຊື້ອ, ເສັຍຊີວິດແລະໄດ້ສູນເສັຍທາງດ້ານເສຖກິດຫຼາຍທີ່ສຸດ ຈາກການຣະບາດຂອງເຊື້ອໂຄວິດ-19.

ເວົ້າເຖິງເຊື້ອ ໂຄວິດ-19 ແມ່ນມີຫຼາຍສາຍພັນ, ແຕ່ສາຍພັນໃໝ່ ທີ່ອົງການອະນາມັຍໂລກ ຫລື WHO ເຕືອນທຸກປະເທດໃນໂລກ ເຖິງຄວາມສ່ຽງສູງນັ້ນຄືສາຍພັນ “ໂອມິຄຣອນ” ຊຶ່ງເປັນສາຍພັນຫຼ້າສຸດຂອງໄວຣັສໂຄໂຣນາ. ສາຍພັນນີ້ມີຄວາມສ່ຽງສູງຫຼາຍ ທີ່ຈະເຮັດໃຫ້ເກີດມີການຕິດເຊື້ອ ຫຼາຍຂຶ້ນຢ່າງໄວວາຢູ່ປະເທດຕ່າງໆ ເຖິງແມ່ນວ່າ ຍັງຕ້ອງໄດ້ລໍຜົລການປະເມີນ ໃຫ້ຈະແຈ້ງວ່າ ມັນມີຄວາມສາມາດແພ່ເຊື້ອ ແລະອັນຕຣາຍກວ່າ ສາຍພັນອື່ນໆ ຫຼືບໍ່ ແລະຣະບາດ ໄດ້ງ່າຍຊໍ່າໃດກໍຕາມ. ບາງເຣື່ອງທີ່ໜ້າກັງວົນ ຄື “ໂອມິຄຣອນ” ອາຈເຊື່ອມໂຍງກັບຄວາມສາມາດ ໃນການຫຼົບຫຼີກພູມຄຸ້ມກັນ ແລະໃນການແພ່ຣະບາດສູງຂຶ້ນ.

ອົງການອະນາມັຍໂລກເວົ້າວ່າ ແນວໂນ້ມທີ່ “ໂອມິຄຣອນ” ຈະຣະບາດໃນລະດັບໂລກ ມີສູງຫຼາຍ ເຖິງແມ່ນວ່າໃນຂະນະນີ້ ຍັງບໍ່ພົບວ່າມີຄົນເສັຽຊີວິດຍ້ອນ, ແຕ່ຖ້າເຊື້ອນີ້ຣະບາດງ່າຍຂຶ້ນ ກໍຈະເຮັດໃຫ້ມີຄົນຕິດເຊື້ອເພິ່ມຂຶ້ນ ແລະເພິ່ມຄວາມກົດດັນ ໃຫ້ລະບົບສາທາຣະນະສຸຂ ຊຶ່ງອາຈສົ່ງຜົລໃຫ້ມີຜູ້ເສັຍຊີວິດເພິ່ມຂຶ້ນໃນທີ່ສຸດ. ອົງການອະນາມັຍໂລກ ແນະນໍາໃຫ້ປະເທດຕ່າງໆ ຍົກຣະດັບການເຝົ້າລະວັງ ເພື່ອໃຫ້ໄດ້ຮູບຂອງເຊື້ອກາຍພັນນີ້ຈະແຈ້ງຂຶ້ນ ຮວມທັງເລັ່ງສັກວັກຊິນໃຫ້ປະຊາຊົນ ໂດຍສະເພາະກຸ່ມສ່ຽງທີ່ຍັງບໍ່ທັນໄດ້ສັກນັ້ນ.

ມີຄົນຕິດເຊື້ອທີ່ວ່ານີ້ຢູ່ຫຼາຍປະເທດ ແລະປະກາດປິດປະເທດ ບໍ່ຮັບຄົນທີ່ມາຈາກອາຟຣິກາໃຕ້ ແລະທົ່ວໂລກກໍພະຍາຍາມກະກັດກັ້ນ “ໂອມິຄຣອນ” ນີ້ໄວ້ແຕ່ຫົວທີ ກ່ອນມັນຈະ ຣະບາດມາເຖິງ.

ໃນຫຼາຍປະເທດທີ່ວ່ານັ້ນ ກໍມີຮວມທັງອິນໂດເນເຊັຍ ທີ່ໄດ້ຟື້ນຂໍ້ຈໍາກັດການເດີນທາງມາບັງຄັບໃຊ້ກັບຄົນທີ່ເດີນທາງມາຈາກບັນດາປະເທດໃນແຖບອາຟຣິກາຕອນໃຕ້.

ທີ່ຮົງກົງ ທ່ານ ໂຊເຟີຍ ຊານ ຣັຖມົນຕຣີກະຊວງທາທາຣະນະສຸຂ ໄດ້ຖແລງຢືນຢັນໃນມື້ວັນທີ 29 ພຶສຈິກາຜ່ານມາວ່າ ພົບກໍຣະນີຜູ້ຕິດເຊື້ອ “ໂອມິຄຣອນ” ຄົນທີ 3, ເປັນຜູ້ຊາຍ ອາຍຸ 37 ປີ ທີ່ເດິນທາງມາຈາກໄນຈີເຣັຍ ເມື່ອສັບປະດາທີ່ແລ້ວ, ເຂົາຖືກກັກໂຕຢູ່ໃນໂຮງ ແຮມ, ເຂົາຕິດເຊື້ອແບບບໍ່ສະແດງອາການ ແຕ່ມີຜົລກວດອອກມາເປັນບວກ ແລະ 2 ຄົນທີ່ຕິດເຊື້ອເມື່ອສັບປະດາທີ່ແລ້ວ ກໍເດີນທາງມາຈາກຕ່າງປະເທດ, ຖືກກັກໂຕເຊັ່ນກັນ ແຕ່ເຈົ້າໜ້າທີ່ຮົງກົງເວົ້າວ່າ ເວລານີ້ ການຕິດເຊື້ອບໍ່ໄດ້ແພ່ຣະບາດເຂົ້າໃນຊຸມຊົນຮົງກົງ.

ຍີ່ປຸ່ນກໍເປັນປະເທດນຶ່ງ ໃນຈໍານວນປະເທດຫຼ້າສຸດ ທີ່ຮື້ຟື້ນມາຕການປ້ອງກັນ ຄືບໍ່ໃຫ້ຄົນທີ່ເດີນທາງມາຈາກປະເທດໃດກໍຢ່າ ເຂົ້າມາປະເທດ ຫຼັງຈາກທີ່ໄດ້ປະກາດ ອະນຸຍາດໃຫ້ຜູ້ມີວີຊາບາງປະເພດ ເຂົ້າປະເທດໄດ້ ເມື່ອບໍ່ພໍເທົ່າໃດສັບປະດາຜ່ານມາ. ເຖິງແມ່ນທ່ານ ຟູມິໂອະ ຄິຊິດະ ນາຍົກຣັຖມົນຕຣີ ໄດ້ຖແລງປອບໃຈໃນມື້ວັນທີ 29 ພຶສຈິກາ ທີ່ຫາກໍຜ່ານມານີ້ວ່າ ຍີ່ປຸ່ນຢູ່ໃນຖານະທີ່ເຂັ້ມແຂງ ພ້ອມຮັບມືກັບໄວຣັສສາຍພັນ “ໂອມິຄຣອນ” ໄດ້ດີ ກວ່າປະເທດອື່ນໆ ຊຶ່ງອາດໝາຍເຖິງເຣື່ອງການທີ່ຊາວຍີ່ປຸ່ນໃສ່ຜ້າອັດປາກອັດດັງ ປ້ອງກັນດ້ວຍຄວາມສມັກໃຈ ແລະລະວັງຕົນເອງຈາກພຶດຕິກັມສ່ຽງຕ່າງໆ.

ແຕ່ເຖິງຢ່າງໃດກໍຕາມ ເຖິງວ່າຍັງບໍ່ທັນມີຄວາມແນ່ນອນ ຫຼາຍຢ່າງ ກ່ຽວກັບເຊື້ອໂອມິ ຄຣອນ ຊຶ່ງຂະນະນີ້ກວດພົບຢູ່ຫຼາຍປະເທດໃນໂລກ ທັງຢູ່ຮົງກົງ ປະເທດຈີນ, ອິສຣາເເອນ, ການາດາ, ບ໊ອດສະວານາ, ເເດນມາກ, ອັງກິດ, ຝຣັ່ງເສດ, ເເບລຈຽມ, ເຢັຍຣະມັນ, ນີເດີແລນ, ອອສເຕຣເລັຍ ແລະອີຕາລີ ຊຶ່ງເມື່ອວັນອາທິດ ທີ 28 ພຶສຈິກາຜ່ານມາ ໂຮງພະຍາບານ ບໍາບິໂນ ເຈຊູ ທີ່ກຸງໂຣມ ໄດ້ເຜີຍແພ່ຮູບເຊື້ອ “ໂອມິຄຣອນ” ຮູບທໍາອິດ ແລະຢືນຢັນວ່າ ມີການກາຍພັນ ຫຼາຍກວ່າການກາຍພັນຂອງ “ແດນຕາ”, ແຕ່ກໍບໍ່ໄດ້ໝາຍຄວາມວ່າ “ໂອມິຄຣອນ” ອັນຕະລາຍຫຼາຍກວ່າ.

ເຣື່ອງດັ່ງກ່າວ ສອດຄ່ອງກັບການເປີດເຜີຍ ຂອງທ່ານ ແອງເຈລິກ ໂຄດເຊີຍ ປະທານສະມາ ຄົມການແພດ ອາຟຣິກາໃຕ້ ທີ່ເວົ້າວ່າ ຄົນທີ່ຕິດໂຄວິດສາຍພັນ “ໂອມິຄຣອນ” ມີອາການບໍ່ຮຸນແຮງ ແລະສາມາດຮັກສາຕົວທີ່ບ້ານໄດ້. ນອກຈາກນັ້ນ ຜູ້ຕິດເຊື້ອກໍບໍ່ມີອາການສູນເສັຽ ຄວາມສາມາດໃນການໄດ້ກິ່ນ ແລະຮັບຮູ້ຣົຖຊາດ, ລະດັບອອກຊີເຈນກໍບໍ່ລົດລົງຮຸນແຮງ. ທ່ານເປັນນຶ່ງໃນຈໍານວນຜູ້ຊ່ຽວຊານ ກຸ່ມທໍາອິດ ທີ່ສົງສັຍວ່າ ມີເຊື້ອກາຍພັນຕົວໃໝ່ຂອງໄວ ຣັສໂຄໂຣນາສາຍພັນໃໝ່ເກີດຂຶ້ນ.

ໃນເມື່ອການຣະບາດຂອງເຊື້ອໂຄວິດກາຍພັນໃໝ່ ຕື່ມອີກຄືທີ່ວ່ານີ້ ກໍອາຈບໍ່ແນ່ວ່າ ທາງການໄທຍຍັງຈະເປີດຊາຍແດນ ໜອງຄາຍ-ນະຄອນຫຼວງວຽງຈັນ ໃນມື້ວັນທີ 24 ທັນວາ ນີ້ຕາມທີ່ໄດ້ກໍານົດໄວ້ແທ້ຢູ່ ຫຼືບໍ່ ໃນຂະນະທີ່ທາງການລາວ ກໍຍັງບໍ່ມີແນວໂນ້ມວ່າຈະເປີດດ່ານ ສາກົນເທື່ອ ຍ້ອນວ່າ ໂຄວິດ-19 ຍັງຣະບາດໜັກໜ່ວງຢູ່ ໃນປັດຈຸບັນ ເຖິງຢາກຈະເປີດເພື່ອຟື້ນຟູເສຖກິດ ເປັນຕົ້ນກໍແມ່ນການທ່ອງທ່ຽວ ຂະນະທີ່ອົງການທ່ອງທ່ຽວໂລກ ຂອງສະຫະປະຊາຊາດ ເປີດເຜີຍການຄາດຄະເນວ່າ ໃນປີນີ້ ວິກິດໂຣກຣະບາດໂຄວິດ-19 ຈະເຮັດໃຫ້ອຸດສາຫະກັມ ການທ່ອງທ່ຽວທົ່ວໂລກ ສູນເສັຽຣາຍໄດ້ເຖິງ 2 ພັນຕື້ໂດລາຣ໌ສະຫະຣັຖ ຫຼືເທົ່າກັບມູນຄ່າທີ່ເສັຽຫາຍ ໃນປີຜ່ານມາ, ເຮັດໃຫ້ການຟື້ນຕົວ ຍັງເບົາບາງ, ຫຼ້າຊ້າ ແລະຍັງມີແນວໂນ້ມ ບໍ່ຄ່ອຍດີປານໃດ ຄືຍັງຢູ່ໃນລະດັບປານກາງ. ສະບາຍດີ.