ເຈົ້າໜ້າທີ່ກັກໂຕ ຜູ້ທີ່ຕົວະເອົາເດັກນ້ອຍ ແມ່ຍິງ ອາຍຸ 12 ປີໄປໄດ້ແລ້ວ

ສຸພັດຕາ
2024.01.30
ເຈົ້າໜ້າທີ່ກັກໂຕ ຜູ້ທີ່ຕົວະເອົາເດັກນ້ອຍ ແມ່ຍິງ ອາຍຸ 12 ປີໄປໄດ້ແລ້ວ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ເດືອນພຶສຈິກາ ປີ 2023.
ນັກຂ່າວ ພົລເມືອງ

ກຸ່ມຄົນ ຈໍານວນ 3 ຄົນ ທີ່ເປັນຄົນລາວ ປະກອບດ້ວຍ ແມ່ຍິງ 2 ຄົນ ແລະຄົນຂັບຣົຖຜູ້ຊາຍ 1 ຄົນ ໄດ້ລັກພາໂຕເດັກນ້ອຍແມ່ຍິງ ອາຍຸ 12 ປີ ຢູ່ບ້ານອຸດົມຜົນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ນໍາເອົາຂຶ້ນຣົຖໄປ ເມື່ອວັນທີ 27 ມົກກະຣາ 2024 ໂດຍທີ່ຜູ້ປົກຄອງບໍ່ຮັບຮູ້ ແລະໄດ້ປະກາດຕາມຫາລູກສາວ ຜ່ານສື່ສັງຄົມອ໋ອນລາຍນ໌ ແລະແຈ້ງຄວາມຕໍ່ເຈົ້າໜ້າທີ່ ຂັ້ນບ້ານນັ້ນ, ຫຼ້າສຸດ ທັງ 3 ຄົນນັ້ນ ກໍໄດ້ນໍາເດັກນ້ອຍແມ່ຍິງຄົນດັ່ງກ່າວ ມາສົ່ງໃຫ້ຜູ້ປົກຄອງ ໃນວັນທີ 28 ມົກກະຣາ ທີ່ີຜ່ານມາ ແລະກໍໄດ້ຖືກເຈົ້າໜ້າທີ່ຕໍາຣວດ ເມືອງໄຊທນີ ກັກໂຕໄວ້ ເພື່ອດໍາເນີນການສືບສວນ-ສອບສວນ ຍ້ອນມີຄວາມຜິດ ກ່ຽວກັບການລັກພາໂຕເດັກນ້ອຍ ແລະກໍອາດເຂົ້າຂ່າຍກໍຣະນີການຄ້າມະນຸສ, ອີງຕາມການຣາຍງານ ຂອງໜັງສືພິມລາວພັດທະນາ ໃນວັນທີ 29 ມົກກະຣາ 2024.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາຜູ້ປົກຄອງ ຂອງເດັກນ້ອຍແມ່ຍິງຄົນດັ່ງກ່າວ ເຊິ່ງທາງຜູ້ປົກຄອງໄດ້ຢືນຢັນວ່າ ເດັກນ້ອຍແມ່ຍິງຄົນດັ່ງກ່າວນັ້ນ ໄດ້ກັບມາຢ່າງປອດໄພແລ້ວ ແຕ່ທາງຄອບຄົວ ກໍໄດ້ມີການແຈ້ງຄວາມ ເພື່ອໃຫ້ເຈົ້າໜ້າທີ່ເອົາຜິດ ກັບກຸ່ມຄົນ ທີ່ເອົາໂຕເດັກນ້ອຍແມ່ຍິງໄປໃນມື້ດັ່ງກ່າວ ໂດຍບໍ່ໄດ້ບອກທາງຜູ້ປົກຄອງ.

ດັ່ງຜູ້ປົກຄອງ ຂອງເດັກນ້ອຍແມ່ຍິງຄົນນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 30 ມົກຣາ ນີ້ວ່າ:

“ສົ່ງແລ້ວ, ແຕ່ວັນເສົາແລ້ວ. ພົວພັນຢູ່ ແຈ້ງແລ້ວ ແຕ່ວ່າ ຄະດີກໍຍັງບໍ່ທັນແລ້ວ ແຈ້ງໄປເບິດແລ້ວ ຍັງກັກໂຕຢູ່. ຈັບໄປເນາະ ທີແລກເພິ່ນວ່າ ຊິພາໄປເຮັດວຽກຊີ້ ໄປຮອດແລ້ວ ເພິ່ນແລ້ວວ່າ ບໍ່ໄດ້ເຮັດວຽກ.”

ພ້ອມດຽວກັນນີ້ ວິທຍຸເອເຊັຽເສຣີ ກໍໄດ້ຂໍອະນຸຍາດທາງຜູ້ປົກຄອງ ເພື່ອສອບຖາມ ເດັກນ້ອຍແມ່ຍິງຄົນດັ່ງກ່າວ ແຕ່ທາງຜູ້ປົກຄອງກໍບໍ່ສະດວກ ຍ້ອນລູກສາວ ກໍາລັງຢູ່ໃນອາການຢ້ານກົວ ຈຶ່ງບໍ່ຢາກໃຫ້ສັມພາດ.

ໃນຂະນະທີ່ ຍາດພີ່ນ້ອງ ອີກນາງນຶ່ງ ທີ່ຮູ້ເຫດການນີ້ ກໍເຊື່ອວ່າ ກຸ່ມຄົນທັງ 3 ຄົນດັ່ງກ່າວ ໜ້າຈະພະຍາຍາມ ຕົວະເອົາຫຼານສາວຂອງຕົນ ໄປຂາຍໃຫ້ກັບເຖົ້າແກ່ຄົນຈີນ ເພາະວ່າ ມີຫຼັກຖານໃນການຕິດຕໍ່ກັບທາງຫຼານສາວ ຜ່ານທາງສື່ສັງຄົມອ໋ອນລາຍນ໌ ສ່ວນຄະດີນີ້ ຈະມີຄວາມຄືບໜ້າແນວໃດນັ້ນ ກໍຂຶ້ນຢູ່ກັບທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ.

ດັ່ງນາງກ່າວວ່າ:

“ມີໝູ່ຂອງຜູ້ລັກພາໂຕຫັ້ນ ແຊັດມາຫາ. ຕົວະວ່າ ຈະໄປເຮັດວຽກນໍາ ກະມີອີກຄົນນຶ່ງ ທີ່ວ່າເປັນນາຍໜ້າຕິເບາະ. ຊອກຄົນມາເອົາຫັ້ນນ່າ ຊິໄປຂາຍຕໍ່ວ່າຊັ້ນ. ແມ່ນ ຕໍາຣວດກັກໝົດແລ້ວ ຊຸມນັ້ນນ່າ.”

ໃນຂະນະດຽວກັນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ຫາຫ້ອງການ ປກສ ເມືອງໄຊທານີ ເພື່ອສອບຖາມຄວາມຄືບໜ້າເພີ່ມຕື່ມ ຂອງຄະດີນີ້ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກ ໃຫ້ຣາຍລະອຽດ ທັງຄວາມຄືບໜ້າ ໃນການສອບສວນ ແລະຣາຍລະອຽດ ຂອງຜູ້ຖືກກ່າວຫາດັ່ງກ່າວ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກັບວຽກງານຕ້ານການຄ້າມະນຸສ ນາງນຶ່ງ ກ່າວວ່າ ປັດຈຸບັນ ທາງຄະນະເຈົ້າໜ້າທີ່ ວິຊາສະເພາະ ກໍາລັງເລັ່ງແກ້ໄຂຄະດີນີ້ ແຕ່ບໍ່ສາມາດ ໃຫ້ຮູ້ເຖິງຣາຍລະອຽດ ໄດ້ຫຼາຍໄປກວ່ານີ້.

ດັ່ງຍານາງ ກ່າວວ່າ:

“ຜູ້ລັກພາໂຕໄປ ຖືກກັກໂຕຢູ່ ທາງພວກເຮົາ ມັນເປັນຜແນກ ທີ່ວ່າ ຮັບແຈ້ງຄວາມເບື້ອງຕົ້ນນ່າ ຜແນກສໍານວນສໍາເນົາ ແລະສົ່ງຟ້ອງເນາະ ເອກກະສານຜ່ານກະຊວງການຕ່າງປະເທດ. ເຂົາມາຫາກົມໃຫຍ່ຕໍາຣວດເລີຍ ແລ້ວພວກເຮົາຊິສນອງຂໍ້ມູນໃຫ້.”

ສ່ວນເຈົ້າໜ້າທີ່ ພາກປະຊາສັງຄົມ ກ່ຽວກັບວຽກງານປົກປ້ອງແມ່ຍິງ ແລະເດັກນ້ອຍ ກ່າວວ່າ ສໍາລັບກໍຣະນີດັ່ງກ່າວນີ້ ທາງເຈົ້າໜ້າທີ່ພາກຣັຖ ກໍບໍ່ໄດ້ປະສານງານ ມາຍັງໜ່ວຍງານ ພາກປະຊາສັງຄົມເທືື່ອ ຈຶ່ງບໍ່ສາມາດເຂົ້າໄປເບິ່ງແຍງເດັກນ້ອຍຄົນດັ່ງກ່າວໄດ້.

ດັ່ງຍານາງກ່າວວ່າ:

“ໂຕນັ້ນ ໜ້າຈະແມ່ນພາກຣັຖເຂົ້າໄປດູແລ. ເພິ່ນບໍ່ໄດ້ປະສານມາຫາທາງມູນນິທິ ລະກະເລີຍບໍ່ໄດ້ເຂົ້າໄປ ແຈ້ງຂໍຄວາມຊ່ອຍເຫຼືອມາ. ພວກເຮົາ ກໍຕ້ອງໄດ້ລົງໄປດໍາເນີນການຊ່ອຍເຫຼືອ ກໍຣະນີທີ່ເປັນແບບນີ້ ອາດເປັນພາກຣັຖ ເພິ່ນເຂົ້າໄປ.”

ທາງດ້ານນັກກົດໝາຍ ທ່ານນຶ່ງ ກ່າວວ່າ ສໍາລັບກໍຣະນີ ທີ່ເກີດຂຶ້ນນີ້ ກໍຖືວ່າ ເປັນການລັກພາໂຕເດັກນ້ອຍ ໂດຍທີ່ຜູ້ປົກຄອງບໍ່ຍິນຍອມ ແລະບໍ່ອະນຸຍາດ ຈຶ່ງເປັນຄວາມຜິດ ທີ່ບໍ່ສາມາດຍອມຄວາມໄດ້ ສ່ວນຜູ້ກະທໍາຜິດ ຈະໄດ້ຮັບໂທດແນວໃດນັ້ນ ກໍຂຶ້ນຢູ່ກັບ ການດໍາເນີນຄະດີ ຂອງທາງເຈົ້າໜ້າທີ່.

ດັ່ງທ່ານກ່າວວ່າ:

“ຢູ່ໃນຂບວນການລິເຣີ່ມກໍຜິດແລ້ວ. ສົມມຸດວ່າ ເຂົາເຈົ້າມີຈຸດປະສົງ ແລະໄປລັກເດັກນ້ອຍບໍ່ໄດ້ ໄປລັກຊັບສິນຂອງ ແລ້ວສຸດທ້າຍກໍມາສົ່ງ. ດຽວນີ້ນ່າ ຜິດແລ້ວ ເຮົາວາງແຜນໄປລັກເດັກນ້ອຍ. ເຮົາວາງແຜນນໍາກັນ ກໍຜິດແລ້ວ ຍອມຄວາມບໍ່ໄດ້ຈັ່ງຊີ້ນ່າ. ເຮົາຕ້ອງໄດ້ຮ້ອງຟ້ອງ.”

ຢ່າງໃດກໍຕາມ ຄໍານິຍາມ ຂອງການຄ້າມະນຸສ ໄດ້ລະບຸໄວ້ວ່າ ແມ່ນການຊອກຫາ, ລັກພາໂຕ, ການເຄື່ອນຍ້າຍ, ການຂົນສົ່ງ ຫຼືນໍາສົ່ງ, ຮັບເອົາຄົນຢູ່ພາຍໃນ ຫຼືຕ່າງປະເທດ, ການໃຫ້ບ່ອນພັກເຊົາ ຫຼືລີ້ຊ່ອນ ດ້ວຍການຂົນຂວາຍ, ແນະນໍາ, ຕົວະຍົວະ ຫຼອກລວງ, ຊື້ຈ້າງ, ຈອບອອຍ ແລະອື່ນໆ ທີ່ຂັດກັບກົດໝາຍ ແລະມີຈຸດປະສົງອື່ນ ເພື່ອຫາຜົລປໂຍດ, ອີງຕາມເນື້ອໃນຕອນນຶ່ງ ໃນມາດຕຣາ 2 ຂອງກົດໝາຍ ວ່າດ້ວຍການຕ້ານການຄ້າມະນຸສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.