ຄົນລາວ ຊົນນະບົດ 19% ຂາດສານອາຫານ
2019.12.20

ທນາຄານໂລກ ປະຈຳລາວ ຣາຍງານວ່າ ຄົນລາວ ຢູ່ຊົນນະບົດ ປະມານ 19% ຍັງຂາດ ສານອາຫານ ຍ້ອນວ່າ ປະຊາຊົນ ຢູ່ເຂດຊົນນະບົດ ບໍ່ສາມາດເຂົ້າເຖິງ ແຫຼ່ງອາຫານໄດ້ ແລະ ບໍ່ສາມາດເຂົ້າເຖິງ ການຊ່ອຍເຫຼືອ ທາງດ້ານ ໂພສະນາການ.
ຂໍ້ມູນ ຂອງທນາຄານໂລກ ກໍໃກ້ຄຽງກັບ ຂໍ້ມູນ ຈາກຫ້ອງການ ພັທນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກ ທີ່ຣະບຸວ່າ ຍັງມີປະຊາຊົນ ຢູ່ເຂດຊົນນະບົດ ຈຳນວນຫຼາຍ ຂາດສານອາຫານ. ດັ່ງເຈົ້າໜ້າທີ່ ຈາກຫ້ອງການ ພັທນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 19 ທັນວາ ວ່າ:
“ຄັນວ່າ ທຽບໃສ່ກ່ອນນີ້ ກໍຖືວ່າ ຫຼຸດລົງຫຼາຍເນາະ ຫຼຸດຫຼາຍແລ້ວ, ສຳລັບ ໂຕຂາດສານອາຫານ, ຫັ້ນນ່າເນາະ. ສ່ວນຫຼາຍ ກໍແມ່ນກຸ່ມ ເຂດນອກ ຫັ້ນແຫຼະເນາະ. ໂຕຊຸມຊົນ ຫັ້ນແຫຼະ ຕົ້ນຕໍເນາະ ກໍຄືວ່າ ຍັງຂາດຫຼາຍ.”
ຍານາງ ກ່າວວ່າ ໃນປີ 2011 ຄົນລາວ ຂາດສານອາຫານ 39,7% ແຕ່ຕໍ່ມາ ກໍຫຼຸດລົງຮອດ 19% ຍ້ອນວ່າ ຣັຖບານລາວ ສຸມໃສ່ ການເຂົ້າເຖິງ ນ້ຳສະອາດ, ໂຮງໝໍ, ໂຮງຮຽນ, ໄຟຟ້າ ແລະ ຖນົນຫົນທາງ ທີ່ເປັນປັດຈັຍພື້ນຖານ.
ແຂວງຫົວພັນ ກໍເປັນແຂວງນຶ່ງ ທີ່ມີປະຊາຊົນ ທຸກຍາກ 100 ບ້ານ, ເຈົ້າໜ້າທີ່ ຫ້ອງການ ພັທນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກ ປະຈຳ ແຂວງຫົວພັນ ກໍໄດ້ກ່າວ ຕໍ່ເອເຊັຽເສຣີ ວ່າ:
“ງົບປະມານ ລົງນີ້ ມັນກໍບໍ່ຢາກພໍເນາະ ເພາະວ່າ ມັນເປັນບ້ານ ທີ່ໄປຍາກ ແລ້ວກໍເຂດຫ່າງໄກ. ຖ້າວ່າ ມີງົບປະມານ ພຽງພໍຫັ້ນ, ເຮົາກໍຈະໄປຢູ່ ມັນກໍຂຶ້ນກັບ ບາງບ້ານ, ບາງເຂດເນາະ. ບາງເຂດ, ເຮົາກໍລົງໄປ ຊັ່ງນ້ຳໜັກ, ສັກຢາ, ທັງຝາກທ້ອງ.”
ເພື່ອຊ່ອຍເຫຼືອ ວຽກງານ ຫຼຸດຜ່ອນ ການຂາດ ສານອາຫານ, ໃນຕົ້ນເດືອນ ທັນວາ ນີ້, ທນາຄານໂລກ ໄດ້ສນອງເງິນກູ້ຢືມ ຈຳນວນ 22 ລ້ານ ໂດລາຣ໌ ໃຫ້ຣັຖບານລາວ ເພື່ອນຳໄປ ສຸມໃສ່ ວຽກງານ ຫຼຸດຜ່ອນຄວາມທຸກຍາກ ແລະ ຊ່ອນເຫຼືອພາວະ ເດັກນ້ອຍ ໂຕເຕັ້ຽ ກ່ວາມາຕຖານ ໃນ 12 ເມືອງທຸກຍາກ ຢູ່ພາກເໜືອ ຄື: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ ແລະ ອຸດົມໄຊ.
ນອກຈາກນີ້, ແຜນປະຕິບັດງານ ແລະ ຍຸທະສາດ ວ່າດ້ວຍ ໂພສະນາການ ແຫ່ງຊາຕ ໄດ້ສຸມໃສ່ ໃຫ້ຫຼຸດຜ່ອນ ອັດຕຣາສ່ວນ ຂອງເດັກນ້ອຍ ອາຍຸຕ່ຳກ່ວາ 5 ປີ ທີ່ໂຕເຕັ້ຽ ກ່ວາມາຕຖານ ໃຫ້ໄດ້ ຈາກ 44% ໃນປີ 2012 ມາເປັນ 33% ໃນປີ 2025.