ຄົນຈີນ ຢາກມາລາວ ເພື່ອຊອກເອົາຍິງລາວ ໄປເປັນເມຍ
2024.04.19

ປັດຈຸບັນ ຄົນຈີນ ຢາກມາລາວ ເພື່ອຊອກຫາເອົາເມຍຄົນລາວ ດ້ວຍວິທີການ ຜ່ານນາຍໜ້າລາວ-ຈີນ ແລະດ້ວຍວິທີການ ເລາະຫາແມ່ຍິງລາວ ແບບຖືກຕ້ອງຕາມກົດໝາຍ ຂະນະທີ່ ເດັກນ້ອຍແມ່ຍິງຊົນເຜົ່າມົ້ງ ຈາກແຂວງອຸດົມໄຊ ອາຍຸບໍ່ທັນຮອດ 18 ປີ ຈໍານວນ 2-3 ຄົນ ທີ່ແຕ່ງດອງກັບຄົນຈີນແບບລັກສະນະນີ້ ຍັງຕິດຕໍ່ບໍ່ໄດ້ຫຼາຍເດືອນແລ້ວ ພ້ອມດຽວກັນນີ້ ຜູ້ທີ່ມີປະສົບການ ຈາກເຫດການດັ່ງກ່າວ ຈຶ່ງຢາກເຕືອນແມ່ຍິງລາວ ທີ່ກໍາລັງຈະຕັດສິນໃຈໄປເປັນເມຍຄົນຈີນ ໃຫ້ເຮັດພິທີແຕ່ງງານໃຫ້ສໍາເລັດ ແລະມີໃບຢັ້ງຢືນການແຕ່ງງານຄັກແນ່ ເພື່ອບໍ່ຕົກເປັນເຫຍື່ອຄ້າມະນຸດ.
ແມ່ຍິງຊົນເຜົ່າ ຜູ້້ເກືອບຖືກນາຍໜ້າລາວ ແລະຈີນ ຕົວະໄປເປັນເມຍຄົນຈີນ ຢູ່ປະເທດຈີນ ນາງໜຶ່ງ ໄດ້ເລົ່າເຖິງປະສົບການຕົງ ຂອງໂຕເອງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ເມສາ ວ່າ ນາຍໜ້າລາວ ແລະຈີນ ຈະໂພສຂໍ້ຄວາມ ໂຄສະນາ ລົງສື່ສັງຄົມອອນລາຍ ໂດຍສະເພາະ ເຟສບຸກ ແລະຕິກຕ໊ອກ ວ່າ “ບ່າວຈີນ ຢາກໄດ້ເມຍລາວ ໄປຢູ່ນໍາ ປະເທດຈີນ ເອົາຖືກຕ້ອງຕາມກົດໝາຍ” ຈາກນັ້ນ ກໍ່ມີແມ່ຍິງລາວຈໍານວນບໍ່ໜ້ອຍ ເຂົ້າໄປຕິດຕໍ່ຫານາຍໜ້າ ທີ່ໂພສຂໍ້ຄວາມດັ່ງກ່າວ ເພື່ອຂໍເບິ່ງປະຫວັດ ແລະຮູບຂອງຜູ້ບ່າວຈີນ ແລ້ວນາຍໜ້າກໍ່ສົ່ງຮູບ ແລະປະຫວັດແບບຫຍໍ້ໆ ຂອງຜູ້ບ່າວຈີນ ໃຫ້ແມ່ຍິງລາວເລືອກ ເພື່ອນັດ ວິດິໂອຄໍ ແລະນັດພົບໂຕຈິງ ແຕ່ໂຕເອງເຫັນໂຕຈິງ ແລະຮູບ ຂອງຜູ້ບ່າວຈີນນັ້ນ ບໍ່ຄືກັນ ອີກທັງ ໂຕເອງຟັງ ເວົ້າ ແລະອ່ານ ພາສາຈີນໄດ້ ຈຶ່ງຮູ້ວ່າ ໂຕເອງກໍາລັງຈະຖືກຫຼອກໄປເປັນເມຍຄົນຈີນ ຈຶ່ງຕັດສິນໃຈ ບໍ່ຕິດຕໍ່ກັບນາຍໜ້າຕື່ມ, ດັ່ງນາງ ຂະຫຍາຍຄວາມ ຕໍ່ເຫດການນີ້ວ່າ:
“ເຂົາເຈົ້າສົ່ງຮູບມາອີກຜູ້ໜຶ່ງ ແລ້ວກໍເຂົາເຈົ້າເຮັດວຽກແບບ ເປັນກໍ່ສ້າງອີ່ຫຍັງຫັ້ນນ່າ ວິດິໂອຄໍ ແບບນີ້ນ່າ ມັນຈະເປັນອີກຜູ້ໜຶ່ງນ່າ ມັນບໍ່ຄືໃນຮູບຈັກໜ່ອຍຫັ້ນນ່າ ເຮົາກໍ່ເລີຍວ່າ ຢ້ານມັນຈະເປັນພວກຕົ້ມຕຸ໋ນແບບນີ້ ເຮົາກະເລີຍບໍ່ໄດ້ລົມ ບໍ່ໄດ້ຊອກຫາ ຜົວລາວ ກໍ່ເປັນຄົນຈີນ ແຕ່ວ່າ ຜົວລາວນີ້ເວົ້າພາສາລາວໄດ້ ແລ້ວເຂົາເຈົ້າຢູ່ກັນນໍາດົນແລ້ວ ຕອນນັ້ນ ລາວບອກວ່າ ເອີ່ ນ້ອງເຂົ້າມາຫາເອື້ອຍເດີ້ ເອື້ອຍຢູ່ວຽກ ລາວບອກວ່າ ໃຫ້ຜົວລາວຫັ້ນ ເອົາເພິ່ນຫັ້ນໄປຊອກເອົາຢູ່ຈີນເອົາ ເອົາຢູ່ລາວນີ້ ຢ້ານຈະເປັນແບບ ພວກມະໂລມະເລ ແລ້ວກະຜົວລາວບໍ່ຮູ້ຈັກ ຈະນັ້ນນ່າ ອັນນີ້ນີ່ ກໍ່ຮູ້ພາສາຈີນມາກ່ອນຫັ້ນນ່າ ກໍ່ເລີຍເຮັດແບບວ່າ ຕັ້ງຕິບໍ່ຮູ້ພາສາຈີນ ກໍ່ເລີຍລອງລົມ ລອງຖາມເບິ່ງ ບາດສຸດທ້າຍກໍ່ເປັນພວກແບບຕົ້ມຕຸ໋ນ ເອົາຈະນັ້ນນ່າ ຜົວລາວ ເວົ້າວ່າ (ແຫຼ່ງຂ່າວ ເວົ້າພາສາຈີນ ພ້ອມແປພາສາຈີນ ເປັນພາສາລາວວ່າ) ແບບນີ້ນ່າ ນ້ອງເປັນຄົນແບບ ຟັງເຂົ້າໃຈ ເອີ່ເວົ້າແລ້ວ ເຊື່ອຟັງ ເປັນເດັກດີ ເຊື່ອຟັງງ່າຍ ລະກະຈະຫຼອກໄດ້ງ່າຍ ແບບນີ້ນ່າ ເຂົາເຈົ້າເວົ້າມາບັກດົນໆ ອັນນີ້ກໍ່ເລີຍເອີ່ ຢູ່ນໍາເຂົາເຈົ້າອີກໜ້ອຍໜຶ່ງ ກໍ່ແລງມາ ເຂົາເຈົ້າ ກໍ່ໄປສົ່ງກັບບ້ານ ກໍ່ບໍ່ຕິດຕໍ່ຫາລາວ ຈັ່ງຊັ້ນນ່າ.”
ວ່າງ 3 ເດືອນ ທີ່ຜ່ານມາ ຢູ່ແຂວງອຸດົມໄຊ ມີເດັກນ້ອຍແມ່ຍິງມົ້ງ ອາຍຸ ບໍ່ຮອດ 18 ປີ ຈໍານວນ 2-3 ຄົນ ຕັດສິນໃຈຮັບເງິນຄ່າດອງ 250-300 ລ້ານກີບ ແລ້ວແຕ່ງດອງກັບຜູ້ຊາຍຈີນ ທີ່ມາເລາະຫາເມຍຢູ່ກັບເຮືອນ ໂດຍມີຜູ້ແປພາສາ ເປັນຄົນມົ້ງ ຈາກແຂວງຊຽງຂວາງ ເຮັດໜ້າທີ່ແປພາສາມົ້ງ ແລະຈີນນັ້ນ, ມາຮອດປັດຈຸບັນ ພວກເຂົາເຈົ້າ ຕິດຕໍ່ບໍ່ໄດ້ຫຼາຍເດືອນແລ້ວ ຂະນະທີ່ ພໍ່ແມ່ຜູ້ປົກຄອງຂອງເຂົາເຈົ້າ ກໍ່ບໍ່ໄດ້ແຈ້ງຄວາມ ຕໍ່ເຈົ້າໜ້າທີ່ຕໍາຫຼວດເພື່ອຕາມຫາລູກ ເນື່ອງຈາກບໍ່ຮູ້ກົດໝາຍ ແລະມີຖານະທຸກຍາກ, ດັ່ງແມ່ຍິງ ທີ່ເຄີຍຕົກເປັນກຸ່ມສ່ຽງ ເກືອບຈະຖືກນາຍໜ້າລາວ ແລະຈີນ ຕົວະໄປເປັນເມຍຄົນຈີນ ຢູ່ປະເທດຈີນ ນາງ ໄດ້ກ່າວອີກວ່າ:
“ແຖວອຸດົມໄຊນີ້ແຫຼະ ຫາກໍ່ແຕ່ງຕອນປະມານ ເດືອນ 12 ຫຼືວ່າ ເດືອນ 1 ນີ້ແຫຼະ ເອົາໄປແລ້ວກໍ່ ຫາຍສາບສູນໄປເລີຍ ຈະນັ້ນນ່າ ຕິດຕໍ່ບໍ່ໄດ້ຈະນັ້ນເດ້ ຫຼາຍຄົນຢູ່ ມີ 2-3 ຄົນນີ້ແຫຼະ ຫາຍສາບສູນໄປເລີຍ ແບບວ່າ ມາຖອກຄ່າດອງປຸ໊ບປັ໊ບ ແລ້ວກໍ່ເອົາເຂົ້າໄປເລີຍຈະນັ້ນ ພໍ່ແມ່ເຂົາເຈົ້າ ກໍ່ບໍ່ຮູ້ພາສາລາວ ຈະນີ້ນ່າ ເຂົາຮູ້ແຕ່ພາສາມົ້ງນີ້ເດ້ ເຂົາເຈົ້າແຈ້ງ (ຕໍາຫຼວດ) ກໍ່ບໍ່ມີປະໂຫຍດອີ່ຫຍັງນ່າ ເພາະວ່າ ຄົນຈີນຫັ້ນມາຊອກເອົາເອງ ມັນຈະບໍ່ມີນາຍໜ້າເລີຍຫັ້ນນ່າ ມີແຕ່ພາສາແປ ເປັນຄົນມົ້ງ ຢູ່ຊຽງຂວາງ ເຮົານີ້ນ່າ ເຮົາສ່ວນຫຼາຍ ຢູ່ໃນເມືອງ ເຮົາຮູ້ກົດໝາຍອີ່ຫຍັງຫັ້ນນ່າ ເຮົາຮູ້ວ່າໄປແຈ້ງທາງໃດ ທາງໃດ ແຕ່ວ່າເຂົາເຈົ້າບໍ່ຮູ້ໂຕນີ້ນ່າ ເຂົາເຈົ້າກໍ່ເລີຍວ່າຊອກບໍ່ເຫັນ ມີແຕ່ຕິດຕໍ່ພີ່ນ້ອງຊອກກັນ ຈະນັ້ນໃດ.”
ໃນຂະນະດຽວກັນ ກໍ່ມີແມ່ຍິງລາວ ຈາກແຂວງຄໍາມ່ວນ ນາງໜຶ່ງກ່າວວ່າ ໂຕເອງ ກໍາລັງຈະໄດ້ເຂົ້າສູ່ ພິທີແຕ່ງງານກັບຜູ້ບ່າວຈີນ ພາຍໃນເດືອນນີ້ ໂດຍ ວ່າທີ່ຜົວຈີນ ໄດ້ແລ່ນເອກກະສານແຕ່ງດອງຖືກຕ້ອງແລ້ວ ແລະບໍ່ໄດ້ມີຄວາມກັງວົນໃຈ ຕໍ່ການຈະເລີ່ມຊີວິດຄູ່ ນໍາຜົວຈີນ ແຕ່ຢ່າງໃດ ອີກທັງ ການຕັດສິນໃຈແຕ່ງດອງ ກັບຜູ້ບ່າວຈີນນີ້ ກໍ່ເພື່ອຢາກໃຫ້ພໍ່ແມ່ ຫຼຸດຜ່ອນຄວາມທຸກຍາກ, ດັ່ງນາງກ່າວ ໃນມື້ດຽວກັນນີ້ວ່າ:
“ແລ່ນເອກກະສານແລ້ວໆ ເອກກະສານບໍ່ຖືກຕ້ອງ ຂ້ອຍກໍ່ບໍ່ໄປ ຂ້ອຍກໍ່ຢ້ານ ບໍ່ມີຂໍ້ກັງວົນໃຈຫຍັງ ແບບວ່າເປັນກັນເອງ ສະບາຍໆ ແບບວ່າ ຜູ້ນີ້ (ວ່າທີ່ເຈົ້າບ່າວຈີນ) ເປັນໝູ່ຂອງຄົນລາວ ຄົນລາວແນະນໍາມາ ກໍ່ນາຍໜ້າລາວນີ້ແຫຼະຕິດຕໍ່ໃຫ້ ລາວເຮັດວຽກຢູ່ລາວນີ້ແຫຼະ ກໍ່ສ້າງ ແຖວຄໍາມ່ວນ ແຕ່ຄົນລະບ້ານຫັ້ນນ່າ ຍ້ອນວ່າແບບເຮົາ ເຮົາຫັ້ນນ່າບໍ່ຢາກໃຫ້ພໍ່ແມ່ທຸກ ບໍ່ຢາກໃຫ້ພໍ່ແມ່ເປັນແບບຄືຄົນອື່ນຫັ້ນນ່າ ຢາກໃຫ້ພໍ່ແມ່ ຢູ່ສະດວກສະບາຍ ບໍ່ຢາກໃຫ້ພໍ່ແມ່ລໍາບາກຫັ້ນນ່າ ເພິ່ນກໍ່ເຖົ້າແກ່ແລ້ວ ເພິ່ນກໍ່ລ້ຽງເຮົາມາໃຫຍ່ສໍ່ານີ້ແລ້ວ ເຮົາກໍ່ຄວນ ຕອບແທນບຸນຄຸນຂອງລາວ.”
ເມື່ອບໍ່ດົນມານີ້ ມີແມ່ຍິງ ຊົນເຜົ່າກຶມມຸ ອາຍຸກາຍ 18 ປີ ຈາກແຂວງວຽງຈັນ ໄດ້ຕັດສິນໃຈ ແຕ່ງດອງກັບຄົນຈີນ ໂດຍຜ່ານພິທີການແຕ່ງງານ ແລະມີໃບຢັ້ງຢືນການແຕ່ງງານຄັກແນ່ ແລະໄດ້ໄປຈີນນໍາຜົວແລ້ວ ໂດຍພີ່ນ້ອງຝ່າຍເຈົ້າສາວ ໄປສົ່ງເຈົ້າສາວທີ່ຈີນ ເພື່ອຢາກຮູ້ບ່ອນທີ່ຢູ່ ຂອງເຈົ້າບ່າວ ຍ້ອນມີຄວາມກັງວົນໃຈວ່າ ຈະຖືກຄ້າມະນຸດ, ດັ່ງແຂກ ທີ່ຮັບບັດເຊີນເຂົ້າຮ່ວມງານແຕ່ງງານ ຂອງຄູ່ບ່າວສາວ ລາວ-ຈີນ ນາງໜຶ່ງ ກ່າວວ່າ:
“ອັນນີ້ ກະເອົາແຕ່ບຸນວາດສະໜາເຂົາ ຄັນເຂົາເອົາ ເຂົາກໍ່ເຮັດຖືກຕ້ອງຕາມກົດໝາຍ ຄັນບໍ່ຖືກຕ້ອງຕາມກົດໝາຍ ເຂົາເຈົ້າກໍ່ບໍ່ໄປ ໃຫ້ອັນນ່າ ຍາດຕິພີ່ນ້ອງໄປສົ່ງ ວ່າເຂົາເຈົ້າຢູ່ຈັ່ງໃດ ກິນຈັ່ງໃດ ຊາຂ້ອຍເຫັນຫັ້ນນ່າ ຄັນໄປມາລໍາມະລອຍ ບໍ່ຮູ້ກົກປາຍສາເຫດ ເຂົາເຈົ້າກະບໍ່ກ້າໃຫ້ໄປເດ້ ເຂົາກໍ່ຢ້ານຄືກັນ ໄປຈີນດຽວນີ້ນ່າ ບາງທີ ເຂົາເຈົ້າກໍ່ເອົາໄປຂາຍ ບາງທີ ກໍ່ເອົາໄປທຸບໄປຕີ ບາງທີເອົາໄປ ກໍ່ອີ່ຫຍັງກໍ່ ໃຫ້ພໍ່ແມ່ເຂົາ ເອົາຍາດພີ່ນ້ອງ ນອນນໍາຈັ່ງຊີ້ນ່າ ເຂົາກໍ່ຢ້ານໄປຈັ່ງຊີ້ ມັນເປັນຫຼາຍອັນຈັ່ງຊີ້ແຫຼະ ລາວ ລາວກໍ່ໄດ້ຄ່າດອງຫັ້ນ 300 (ລ້ານກີບ) ຄໍາ ບາດໜຶ່ງ ແລ້ວໜັງສ້ຽນໜັງສື ທາງເຈົ້າບ່າວ ອີ່ຫຍັງແລ່ນໄປ ແລ່ນເອົາ ເຂົາບອກໄປກິນດອງ ກໍ່ໄປນໍາເຂົາເຈົ້າ ຫາກໍ່ແຕ່ງນີ້ແຫຼະ ແລ້ວແມ່ກໍ່ບໍ່ຮູ້ຈັກ ເອົາໄປຈັ່ງໃດ ແລ່ນຈັ່ງໃດ ກໍ່ບໍ່ຮູ້ເລີຍ.”
ເຖິງຢ່າງໃດກໍ່ຕາມ ແມ່ຍິງຊົນເຜົ່າ ຜູ້ເກືອບຖືກນາຍໜ້າ ລາວ ແລະຈີນ ຕົ້ວໄປເປັນເມຍຄົນຈີນ ຢູ່ປະເທດຈີນຄົນນັ້ນ ກ່າວຕື່ມວ່າ ຖ້າແມ່ຍິງລາວ ຜູ້ໃດ ຢາກໄດ້ຜົວຈີນ ຕ້ອງໄດ້ເລືອກຜົວຈີນ ທີ່ມີວຽກເຮັດຢູ່ພາຍໃນປະເທດລາວ ແລະຕ້ອງຢູ່ກິນ ສ້າງຄອບຄົວນໍາກັນ ພາຍໃນປະເທດລາວ ແລະຫາກ ຢາກຜ່ານນາຍໜ້າ ກໍ່ຕ້ອງຜ່ານນາຍໜ້າ ທີ່ມີການຈັດຕັ້ງບໍລິສັດ ຮັບຈັດຫາຄູ່ຜົວ-ເມຍຄັກແນ່ ບໍ່ແມ່ນນາຍໜ້າ ເປັນໂຕບຸກຄົນ ບໍ່ຜ່ານບໍລິສັດ ທັງນີ້ ກໍ່ເພື່ອປ້ອງກັນ ບໍ່ໃຫ້ໂຕແມ່ຍິງເອງ ຕົກເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ, ດັ່ງນາງກ່າວວ່າ:
“ຢາກລົມແບບວ່າ ຄົນຈີນຢູ່ລາວ ແບບນີ້ນ່າ ບໍ່ຢາກເຂົ້າໄປໃນຈີນຊີ້ນ່າ ຢ້ານແບບວ່າ ເອີ່ໄປແລ້ວ ຫາຍສາບສູນໄປເລີຍ ເພາະວ່າ ເປັນລູກສາວດຽວເດ້ ເພາະວ່າຢູ່ລາວນີ້ ມັນຢູ່ເມືອງເຮົາ ຢູ່ໃກ້ພໍ່ແມ່ຫັ້ນນ່າ ຄັນວ່າ ເຂົ້າໄປຈີນ ຄັນໄປໄກແລ້ວ ເຮົາຢ້ານມັນເກີດອີ່ຫຍັງຂຶ້ນ ລະກະເຮົາຫາພີ່ນ້ອງຢູ່ໃສບໍ່ໄດ້ ຈະນັ້ນເນ່ ອັນນີ້ ຈະເປັນພວກທີ່ວ່າ ຄົນຈີນເຂົາມາຊອກເອົາເອງເນ່ ຈະເປັນພວກເອົາໄປແບບ ໄປແລ້ວຫາຍສາບສູນໄປເລີຍ ຄັນວ່າ ມັນຈະເປີດເປັນບໍລິສັດນີ້ ມັນຈະ ໝູ່ເພິ່ນເຂົ້າໄປ 2-3 ຄົນນີ້ ເປັນບໍລິສັດເຂົາຫາໃຫ້ນີ້ ອັນນີ້ ນີ້ປອດໄພຢູ່ ໝູ່ເພິ່ນກໍ່ເຂົ້າໄປແລ້ວ ເຂົາເຈົ້າກໍ່ໄດ້ດີ ເຂົາເຈົ້າກໍ່ ປີໜຶ່ງ ສອງປີ ເຂົາເຈົ້າກໍ່ກັບຄືນມາບ້ານເທື່ອໜຶ່ງ ແບບນີ້ນ່າ ຜົວເມຍກໍ່ມານໍາກັນ ຈະນີ້ນ່າ ເຂົາເຈົ້າເຄີຍພໍ້ຢູ່ລາວ ມາກ່ອນຫັ້ນເດ້.”
ແມ່ຍິງ ທີ່ເຄີຍຕົກເປັນກຸ່ມສ່ຽງ ເກືອບຈະຖືກນາຍໜ້າລາວ ແລະຈີນ ຕົວະໄປເປັນເມຍຄົນຈີນ ຢູ່ປະເທດຈີນ ນາງນີ້ ຍັງໄດ້ກ່າວມ້ວນທ້າຍ ເຖິງການໂຄສະນາ ຊວນເຊື່ອ ຂອງນາຍໜ້າ ໃນສື່ສັງຄົມອອນລາຍ ທີ່ລະບຸວ່າ “ເອົາຜົວຈີນ ແບບຖືກຕ້ອງຕາມກົດໝາຍ” ນັ້ນ ຈະເປັນຊ່ອງວ່າງ ທີ່ອາດເຮັດໃຫ້ແມ່ຍິງລາວ ຖືກຕົວະໄປເປັນເມຍຄົນຈີນກໍໄດ້ ໂດຍສັງເກດການກະທໍາທີ່ໜ້າສົງໃສ ຂອງນາຍໜ້າ ໄດ້ຈາກ ມີການການແລ່ນເອກກະສານແຕ່ງດອງ ໄດ້ໄວກວ່າທີ່ຈະເປັນ ແລະບໍ່ຕ້ອງການເອກກະສານອີ່ຫຍັງຫຼາຍ, ດັ່ງນາງ ຂະຫຍາຍຄວາມ ຕໍ່ເລື່ອງນີ້ວ່າ:
“ອັນນີ້ນີ້ແມ່ນ ຄັນວ່າ ເຂົາເຈົ້າ ມາແລ່ນເປັນຜົວເມຍປົກກະຕິເນາະ ແບບແລ່ນເອກກະສານ ຖືກຕ້ອງຕາມກົດໝາຍນີ້ ເຂົາເຈົ້າຈະຄ່ອຍ ຄ່ອຍໆເຮັດແບບວ່າ ມີໃບແຈ້ງເກີດບໍ ມີໃບ ແບບຍື່ນນາຍບ້ານ ອີ່ຫຍັງຫັ້ນນ່າ ມີໃບຄໍາຮ້ອງ ໃບຢັ້ງຢືນທີ່ຢູ່ ຈະນັ້ນ ຈະນີ້ຫັ້ນເດ້ ແຕ່ຄັນວ່າ ພວກທີ່ວ່າ ເຂົາເຈົ້າມາຕົວະຕົ້ມຕຸ໋ນຫັ້ນເນາະ ນ້ອງເຄີຍຜ່ານ ໂຕທີ່ວ່າຢູ່ວຽງຫັ້ນນ່າ ລາວຫັ້ນນ່າຈະບອກວ່າ ເອີ່ ນ້ອງເອົາໃບອັນ ໂຕທີ່ວ່າ ເອກກະສານ ອັນຂໍປື້ມຜ່ານແດນໃໝ່ຫັ້ນນ່າ ໄປຈໍ້າກາ ກັບນາຍບ້ານ ແລ້ວກໍ່ຕິດພາດສະປອດໃສ່ອີ່ຫຍັງ ແລ້ວກໍ່ ນ້ອງກໍ່ສົ່ງມາໃຫ້ເອື້ອຍເລີຍເດີ້ ແລ້ວເອື້ອຍຊິອັນ ໄປຍື່ນໃຫ້ສະຖານທູດ ດຽວຍື່ນໄດ້ແລ້ວໆ ຮອດມື້ມາ ແລ້ວນ້ອງໄປສໍາພາດນໍາເອື້ອຍ ແລ້ວກໍ່ແລ້ວ ເອື້ອຍຖອກເງິນໃຫ້ເຂົາ ຈະນັ້ນຈະນີ້ເດ້ ຄັນວ່າ ແລ່ນຖືກຕ້ອງຕາມກົດໝາຍ ມັນມີໃບແຕ່ງງານພ້ອມ ມັນຈະຮອດ ເດືອນປາຍ ຫຼືວ່າ 2 ເດືອນ ຫຼື 3 ເດືອນ ມັນຈຶ່ງແລ້ວ ແຕ່ອັນນີ້ ຂອງລາວນີ້ ປະມານ 10 ມື້ນີ້ ກໍ່ແລ້ວໆ.”
ນອກນັ້ນ ເດືອນມີນາ ປີ 2024 ທີ່ຜ່ານມາ ຜູ້ໃຊ້ຕິກຕ໊ອກ ຊື່ວ່າ noudar ppsv ມີຊື່ຫຼິ້ນວ່າ ດາ ເລົ່າເຫດການ ທີ່ໂຕເອງພົບວ່າ ຂໍໃຫ້ແມ່ຍິງ ແລະ ເດັກນ້ອຍແມ່ຍິງລາວ ທີ່ກຳລັງຈະຕົກລົງປົງໃຈ ແຕ່ງດອງເປັນເມຍຄົນຈີນ ມີສະຕິລະວັງໂຕ ບໍ່ໃຫ້ຕົກເປັນເຄື່ອງມືຂອງກຸ່ມຄົນບໍ່ດີ ຍ້ອນສະພາບໂຕຈິງ ໂຕເອງເຫັນຜູ້ຊາຍຈີນ 2 ຄົນ ມານໍາແມ່ຍິງລາວ 2 ຄົນ. ໃນນັ້ນ, ເປັນເມຍຄົນຈີນ 1 ຄົນ ແລະ ອີກ 1 ຄົນ ເປັນຜູ້ແປພາສາ, ໂດຍທັງໝົດ ພາກັນມາເລາະຫາເມຍ ໃຫ້ນ້ອງຊາຍຂອງຄົນຈີນ ຕາມຕະຫຼາດ.
ແລະໃນວັນທີ 24 ເດືອນມີນາ ປີ 2024 ຂໍ້ມູນຈາກເຟສບຸກເພຈ Nkauj hmoob ກ້າວ ມົ້ງ ຫຼືຖ້າແປເປັນພາສາລາວ ຊື່ວ່າ ສາວມົ້ງ ໂພສຄລິບວິດິໂອ ເປັນຄວາມເວົ້າພາສາມົ້ງ ຄວາມຍາວ 30 ນາທີ ທີ່ມີເນື້ອຫາວ່າ ຜູ້ຊາຍຊົນເຜົ່າມົ້ງ ເປັນນາຍໜ້າ ແປພາສາໃຫ້ຜູ້ຊາຍຈີນ 2 ຄົນ ເພື່ອຫາເດັກນ້ອຍແມ່ຍິງ ແລະແມ່ຍິງມົ້ງລາວ ໄປເປັນເມຍຄົນຈີນ ຢູ່ພາຍໃນປະເທລາວ ໂດຍບໍ່ລະບຸວ່າ ເປັນບ້ານໃດ ເມືອງໃດ ແຂວງໃດ.