ເດັກນ້ອຍແມ່ຍິງມົ້ງລາວ ຕົກເປັນກຸ່ມເປົ້າໝາຍເມຍຈີນ
2024.04.01

ຢູ່ປະເທດລາວ ຍັງມີນາຍໜ້າມົ້ງລາວ ເລາະຊອກຫາຕົວະຍົວະ ເດັກນ້ອຍແມ່ຍິງ ແລະແມ່ຍິງລາວ ໃນຮູບແບບໃຫ້ແຕ່ງດອງ ກັບຄົນຈີນ ແລ້ວຕົກເປັນເຫຍື່ອຂອງການຄ້າມະນຸດ. ນັກວິຊາການ ຈາກສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ທ່ານນຶ່ງເວົ້າວ່າ ເດັກນ້ອຍແມ່ຍິງ ແລະແມ່ຍິງລາວ ສ່ວນຫຼາຍຢູ່ເຂດຫ່າງໄກ ສອກຫຼີກ, ທຸກຍາກ, ບໍ່ໄດ້ຮຽນໜັງສືສູງ, ບໍ່ຮູ້ລະບຽບກົດໝາຍການແຕ່ງດອງ, ຢາກຫຼຸດພົ້ນອອກຈາກຄວາມທຸກຍາກ ເຮັດໃຫ້ພວກເຂົາເຈົ້າ ເປັນກຸ່ມສ່ຽງ ທີ່ຈະຕົກເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດໄດ້ງ່າຍ ເນື່ອງຈາກຄົນຈີນ ຈະໃຊ້ເງິນຫຼລາຍ ເປັນຄ່າສິນສອດ ຫລືສະເໜີປຸກເຮືອນໃໝ່ໃຫ້ ຜູ້ເປັນພໍ່-ແມ່ ແລ້ວເອົາລູກສາວໄປ.
ດັ່ງທີ່ທ່ານກ່າວໃນວັນທີ 1 ເມສານີ້ວ່າ:
“ຄົນພວກນີ້ ເຂົາບໍ່ໄດ້ສຶກສາເລື່ອງກົດມາຍ ບໍ່ຮູ້ເລື່ອງວັດທະນະທໍາປານໃດ. ເຂົາກໍເລີຍຕົວະງ່າຍ ຄົນຊົນເຜົ່າຫລາຍເດ ພວກນີ້ເຂົາບໍ່ໄດ້ຮຽນສູງ. ບາງຄົນຮຽນຈົບ ມ.1 ມ.2 ກໍຕົກເປັນເຫຍື່ອງ່າຍເດ ເຂົາເອີ້ນວ່າ ການຄ້າມະນຸດຫັ້ນແຫລະ. ເຂົາຕັ້ງໃຈຢາກເອົາເມຍໂຕນີ້ ລາວເຮົານີ້ແລ້ວ ເພາະວ່າທາງບ້ານເຂົາ ເງິນ ເງິນເຂົາ ມັນສູ້ບໍ່ໄດ້ ພວກຈໍາແນກຊົນຊັ້ນເດ ຖ້າເອົາເມຍຈີນ. ຖ້າບໍ່ມີເງິນແທ້ໆນີ້ ເຂົາບໍ່ເອົາເດ ຄົນຈີນ. ອີກຢ່າງຜູ້ຍິງຈີນມັນຢາກອຶດ ລາວເຮົາມັນບໍ່ຢາກອຶດນ່າ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຟສບຸກເພຈ “Nkauj hmoob” ລົງວິດີໂອ ເປັນພາສາມົ້ງ ໃນວັນທີ 24 ມີນາທີ່ຜ່ານມາ ຊຶ່ງມີເນື້ອຫາວ່າ ຊາຍເຜົ່າມົ້ງ ເປັນນາຍພາສາແປໃຫ້ຊາຍຈີນ 2 ຄົນ ໃນການຫາເດັກນ້ອຍແມ່ຍິງ ແລະແມ່ຍິງມົ້ງລາວຢູ່ລາວ ເປັນເມຍ, ແຕ່ບໍ່ໄດ້ບອກວ່າ ຢູ່ບ້ານໃດ ແຂວງໃດ.
ເຈົ້າໜ້າທີ່ ຊົນເຜົ່າມົ້ງ ທີ່ກ່ຽວຂ້ອງທ່ານນຶ່ງ ໄດ້ແປພາສາມົ້ງ ທີ່ເວົ້າໃນຄລິບວີດີໂອນັ້ນ ເປັນພາສາລາວ ໃຫ້ວິທຍຸເອເຊັຽເສຣີ ໃນວັນທີ 1 ເມສານີ້ ຮູ້ວ່າ:
“ເຂົາວ່າ ອັນຄົນຈີນນີ້ ມາຊອກເອົາຜູ້ສາວລາວນີ້ ໄປເປັນເມຍ ວ່າຄົນຈີນມາຊອກເອົາຜູ້ສາວລາວໄປເປັນເມຍ ເຂົາບໍ່ໄດ້ເວົ້າວ່າ ຢູ່ແຂວງໃດ ບ້ານໃດ ເຂົາບໍ່ໄດ້ເວົ້າ ເຂົາມີແຕ່ເວົ້າວ່າ ຄົນຈີນມາຊອກເອົາເມຍຄົນລາວ.”
ແລະນັກວິຊາການຜູ້ດຽວກັນນັ້ນ ກໍເວົ້າວ່າ ປັດຈຸບັນ ມີນາຍໜ້າທີ່ເປັນຄົນເຜົ່າມົ້ງ ບອກວ່າ ມີຄົນຈີນ ທີ່ບໍ່ຮູ້ພາສາລາວຫຼາຍ ເລາະຫາແມ່ຍິງລາວ ຢູ່ຕາມເຂດຫ່າງໄກ ສອກຫຼີກຂອງລາວ ໄປເປັນເມຍ.
“ນາຍໜ້າຄົນລາວນີ້ ເປັນຄົນຊົນເຜົ່າມົ້ງ ເຂົາບອກວ່າ ມາເລາະຫາ ຄົນຈີນ 2 ຄົນນ່າ ເຂົາບໍ່ໄດ້ພາສາລາວຫຼາຍ ຫຼືວ່າບາງຄົນກໍບໍ່ໄດ້ເລີຍເດ ມັນເບິ່ງໄດ້ສອງດ້ານ ເລື່ອໃແບບນີ້ ຄັນສິເວົ້າ ໃສ່ຮ້າຍປ້າຍສີແຂວງເຮົາບໍ່ ຈັ່ງຊັ້ນ ຈັ່ງຊີ້ ມັນກໍບໍ່ແມ່ນ ມັນຕ້ອງເບິ່ງ ນະປັດຈຸບັນນີ້ ມັນກໍເປັນແບບນັ້ນ ຫລາຍທີ່ຫັ້ນແຫຼະ.”
ສໍາລັບຢູ່ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍເວົ້າວ່າ ເມື່ອປີ 2022 ຢູ່ບ້ານແສນດິນ ເມືອງນາຊາຍທອງ ກໍເຄີຍມີແມ່ຍິງລາວ ຖືກຜູ້ຊາຍຈີນຫຼອກໄປເປັນເມຍຢູ່ຈີນ ແລ້ວຢູ່ບໍ່ໄດ້. ໃນທີ່ສຸດກໍຖືກທາງການລາວ ແລະຈີນ ຊ່ອຍໃຫ້ໄດ້ກັບຄືນມາລາວ.
“ຖືກຫຼອກໄປເທື່ອນຶ່ງແລ້ວ ເຂົາເຈົ້າກໍມາສົ່ງເດ ພວກອັນນ່າ ມາແຕ່ປີກ່ອນ 2022 ຖືກຕົວະໄປ ຕອນໄປຢູ່ພຸ້ນ ຢູ່ບໍ່ໄດ້ ເຂົາທໍລະມານບໍ່ ຫຼືແນວໃດ ບໍ່ເຂົ້າໃຈ ນໍາເຂົາ ເພີ່ນມາ ກໍມາທາງການ ຕໍາຫຼວດເອົາມາສົ່ງ ຜູ້ຖືກເຄາະຮ້າຍຫັ້ນນະ.”
ມາເຖິງປັດຈຸບັນ ການສະກັດກັ້ນການຄ້າມະນຸດ ກໍຍັງພົບຄວາມຫຍຸ້ງຍາກ ມັນມີຊ່ອງວ່າງ ຍ້ອນຫຼາຍສາເຫດ ຮວມທັງການແຕ່ງດອງແອບແຝງຢູ່ລາວ ແລະການໄປເຮັດວຽກຢູ່ຕ່າງປະເທດ ແລ້ວໄປມີຜົວ ຊຶ່ງທາງການລາວບໍ່ຮູ້.
ດັ່ງທີ່ທ່ານກ່າວວ່າ:
“ເປັນຊ່ອງວ່າງໃຫ້ຄົນໄປຫຼາຍບ່ອນ ວ່າຊັ້ນສະ ຖ້າວ່າມັນມີແລ້ວ ແລ້ວມັນໄປເຮັດວຽກຕ່າງປະເທດກໍມີ ບາງຄົນກໍແບບໄປເລີຍກໍມີຊັ້ນນ່າ. ມັນກໍຄັນຊິຫ້າມ ຈະຫ້າມວິທີໃດ ມັນກໍບໍ່ຊິສະກັດກັ້ນດອກແບບນີ້ ນອກຈາກວ່າ ຄັນຖ້າໂຕຈິງ ມາຕົວະຍົວະເອົາໄປ ມັນອັນນ່າ. ມັນແນວນຶ່ງນໍ ເວລາເຂົາໄປ ເຂົາໄປຖືກຕ້ອງ ແຕ່ວ່າບາງເທື່ອມັນມີບັນຫາ ຈັ່ງນໍາມານໍາຫຼັງຫັ້ນນະ ເອກກະສານຖືກຕ້ອງ ມັນກໍຈໍາເປັນ ຊິຫ້າມເຂົາແນວໃດ.”
ແລະຊາວບ້ານເກິນ ເມືອງທຸລາຄົມ ແຂວງວຽງຈັນ ກໍໄດ້ເວົ້າຕໍ່ວິທຍຸເອເຊັຽເສຣີ ວ່າ ໃນເຂດບ້ານຂອງເຂົາ ກໍມີແມ່ຍິງໄປເອົາຜົວຈີນ ໄປຢູ່ຈີນແລ້ວ ແລະຈີນບາງຄົນກໍມາເອົາເມຍຢູ່ລາວ ແລ້ວໄປຢູ່ຈີນ ແລະວ່າ ສາວລາວ ຄົນນ້ອຍໆ ຂາວໆ ແມ່ນໄດ້ຜົວຈີນ, ບາງຄົນກໍໄປໄດ້ດີ, ແຕ່ສໍາລັບຕົນແລ້ວ ຖ້າມີນາຍໜ້າຕິດຕໍ່ເອົາໄປ ກໍເປັນຕາຢ້ານ.
ເມື່ອຕົ້ນເດືອນມີນາທີ່ຜ່ານມາ ຄົນລາວ ທີ່ ໃຊ້ສື່ສັງຄົມອອນລາຍນ໌ ຊຶ່ງໃສ່ຊື່ຫຼິ້ນວ່າ “ດາ” ເລົ່າເຖິງເຫດການ ທີ່ໂຕເອງພົບພໍ້ ຄືເຫັນຜູ້ຊາຍຈີນ 2 ຄົນ ມານໍາແມ່ ຍິງລາວ 2 ຄົນ ຊຶ່ງຜູ້ນຶ່ງເປັນເມຍຈີນ ແລະອີກຜູ້ນຶ່ງເປັນຜູ້ແປພາສາ. ພວກເຂົາພາກັນເລາະຕາມຕລາດ ກະສິກໍາ ຫຼືມີຊື່ນຶ່ງວ່າ ຕລາດກະສິກໍາ-ອຸດສາຫະກໍາ ຢູ່ແຂວງຫຼວງນໍ້າທາ ຫາເມຍໃຫ້ນ້ອງຊາຍຈີນ, ແລະໄດ້ເຕືອນເດັກນ້ອຍແມ່ຍິງ ແລະແມ່ຍິງລາວ ທີ່ກໍາລັງຈະຕົກລົງປົງໃຈແຕ່ງດອງ ກັບຄົນຈີນວ່າ ໃຫ້ມີສະຕິລະວັງໂຕ ບໍ່ໃຫ້ຕົກເປັນເຫຍື່ອ ຂອງກຸ່ມຄົນບໍ່ດີ.