ຄົນງານລາວ ອາຍຸຕໍ່າກວ່າ 18 ປີ ໄປເຮັດວຽກຢູ່ປະເທດໄທ ຜິດກົດໝາຍ
2024.12.16
ປັດຈຸບັນ ຄົນງານລາວ ອາຍຸຕໍ່າກວ່າ 18 ປີ ມີທ່າອ່ຽງເຂົ້າມາເຮັດວຽກໃນໄທ ເປັນຈໍານວນຫຼາຍ ແລະສ່ວນໃຫຍ່ມີພຽງໜັງສືພາສປອດເທົ່ານັ້ນ ເຊິ່ງກຸ່ມນີ້ຖືວ່າເຂົ້າມາແບບຜິດກົດໝາຍ ຕາມກົດໝາຍຂອງໄທ ເພາະທາງລະບົບ MOU ຕ້ອງມີອາຍຸ 18 ປີຂື້ນໄປ ເຊິ່ງຄົນລາວກຸ່ມດັ່ງກ່າວນີ້ ສ່ຽງບໍ່ໄດ້ຮັບການຄຸ້ມຄອງດ້ານສິດທິມະນຸດ ແລະສິດທິແຮງງານ ດັ່ງທ່ານ ອະດິສອນ ເກິດມົງຄົນ ເຄືອຂ່າຍອົງກອນດ້ານປະຊາກອນຂ້າມຊາດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 15 ທັນວາ 2024 ໃນງານເສວະນາ ຮຽນຮູ້ເພື່ອຢູ່ຮ່ວມກັນໃນໄທວ່າ:
(ພາສາໄທ) “ຄົນງານລາວສ່ວນໃຫຍ່ ມີພາສປອດເຂົ້າມານໍ ແລ້ວກໍພຽງແຕ່ວ່າ ໂຕວີຊາທີ່ໄດ້ນີ້ ມັນເປັນວີຊາທ່ອງທ່ຽວ ຫຼືຜ່ອນຜັນ ອັນທີ່ຈິງ ອັນໂຕນີ້ມັນໃຊ້ເຮັດວຽກບໍ່ໄດ້ ໜ້າກັງວົນໃຈ ການເຂົ້າເຖິງບໍລິການສຸຂະ ພາບອີ່ຫຍັງຕ່າງໆ ຈະບໍ່ໄດ້ ໂອກາດ ທີ່ນາຍຈ້າງຈະເອົາລັດເອົາປຽບກໍງ່າຍ ເພາະເຂົາກໍຮູ້ວ່າເຮົາບໍ່ສາມາດແຈ້ງຄວາມໄດ້ ແລະກຸ່ມນີ້ ມີຄວາມສ່ຽງຫຼາຍ.”
ທ່ານ ອະດິສອນ ເກິດມົງຄົນ ຍັງກ່າວຕື່ມວ່າ ສໍາລໍາໂຕເລກ ທີ່ເຂົ້າມາແບບຜິດກົດໝາຍ ບໍ່ສາມາດພິສູດໄດ້ວ່າ ມີໂຕເລກເທົ່າໃດ ເຊິ່ງແນວທາງການແກ້ໄຂຂອງລັດຖະບານໄທ ຕ້ອງມີລະບົບໃຫ້ນາຍຈ້າງໄປຍື່ນລົງທະບຽນ ຂໍຈ້າງແຮງງານເດັກ ອາຍຸຕໍ່າກວ່າ 18 ປີ ເພື່ອໃຫ້ເຂົ້າລະບົບແບບຖືກກົດໝາຍ, ດັ່ງທ່ານກ່າວວ່າ:
(ພາສາໄທ) “ປະເດັນບັນຫາຫຼັກຄືແຮງງານເດັກ ຕ້ອງມີຂະບວນການ ໃນການຈົດທະບຽນ ຫຼືວ່າໃນການແຈ້ງໃຫ້ນາຍຈ້າງໄປແຈ້ງແຮງງານ ທີ່ຕໍ່າກວ່າອາຍຸ 18 ປີ ໃຫ້ຖືກຕ້ອງ ແລະຖ້າມັນບໍ່ມີລະບົບແບບນີ້ ເຮົາກໍຈະພົບແຮງງານເດັກ ທີ່ເປັນຄົນລາວໃນໄທ ເພີ່ມຫຼາຍຂື້ນເລື້ອຍໆ.”
ຂະນະທີ່ຄົນງານລາວທ່ານຫນຶ່ງກໍກ່າວວ່າ ທ່ານເອງກໍບໍ່ຮູ້ເຖິງເລື່ອງຄວາມສ່ຽງ ໃນການໄປເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະໄປແບບບໍ່ຖືກຕ້ອງ ກໍມີຄວາມສ່ຽງຫຼາຍຢ່າງ ໂດຍສະເພາະການຖືກເອົາລັດເອົາປຽບ ຖືກຄ້າມະນຸດ ແລະບໍ່ໄດ້ຮັບການຄຸ້ມຄອງ ສະນັ້ນຄວນໄປແບບຖືກຕ້ອງດີກວ່າ:
“ເອີ ມັນກໍສ່ຽງໃສ່ຂະບວນການຄ້າມະນຸດຫັ້ນແຫຼະ ໄປບໍ່ຖືກຕ້ອງ ແຮງງານມັນບໍ່ຖືກຄຸ້ມຄອງເຕັມທີ່ຫັ້ນນະ ເອີ ເຈົ້າລັກໄປ ປາກບໍ່ໄດ້ ໄອບໍ່ດັງແດ່ ເຂົາເອົາປຽບ ຖືກເຖົ້າແກ່ດີ ນາຍຈ້າງດີ ກໍແລ້ວໄປ ໄປໃຫ້ຖືກດີກ່ອນ ປອດໄພກວ່າ.”
ຢ່າງໃດກໍຕາມ ທ່ານນາງ ຊົນທິດາ ຕັ້ງວໍລະມົງຄົນ ອົງກອນແຮງງານລະ ຫວ່າງປະເທດ ຫຼື ILO ໄດ້ກ່າວໃນຕອນຫນຶ່ງວ່າ ກຸ່ມແຮງງານຂ້າມຊາດ ເມື່ອຍ້າຍຖິ່ນຖານເຂົ້າໄປປະເທດໃດຫນຶ່ງ, 70% ຈະເຂົ້າໄປເຮັດວຽກ ແລະສ່ວນໃຫຍ່ກໍຈະໜີວິກິດການຕ່າງໆພາຍໃນປະເທດຂອງຕົນເອງ.
(ພາສາໄທ) “ເມື່ອເບິ່ງໃນນັ້ນ ມີປະມານ 70% ເພື່ອຍ້າຍຖິ່ນເພື່ອການເຮັດວຽກ ເຫດຜົນຫຼັກໆ ທີ່ນອກເໜືອຈາກການເຮັດວຽກ ກໍຈະເປັນເລື່ອງຂອງການໜີໄພສົງຄາມ ໜີຄວາມຂັດແຍ່ງ ໜີຄວາມສ່ຽງໃນຮູບແບບຕ່າງໆ.”
ໃນວັນທີ 6 ທັນວາ 2023 ທີ່ຜ່ານມາ ກໍມີກໍລະນີ ເດັກນ້ອຍອາຍຸຕໍ່າກວ່າ 18 ປີ ເຂົ້າມາເຮັດວຽກໃນໄທແບບຜິດກົດໝາຍ ບໍ່ມີໃບອະນຸຍາດ ຢູ່ແຂວງສະຣະຄາມ ໂດຍເຂົ້າມາເຮັດວຽກຢູ່ຮ້ານຄາຣາໂອເກະ ເຊິ່ງຕໍາຫຼວດຈັບໄດ້ 8 ຄົນໃນເມືອງ ນາເຊືອກ ແຂວງສາຣະຄາມ ເຊິ່ງໃນນີ້ກວດພົບວ່າ ມີເດັກຕໍ່າກວ່າ 18 ປີ ທາງຕໍາຫຼວດກໍດໍາເນີນຄະດີຕາມກົດໝາຍ ແລະສົ່ງກັບຄືນປະເທດລາວ.
ສໍາລັບສະຖິຕິແຮງງານລາວ ທີ່ເຂົ້າມາເຮັດວຽກໃນໄທແບບຖືກຕ້ອງ ຕາມລະ ບຽບກົດໝາຍ ເຊິ່ງທາງການໄທລາຍງານຫຼ້າສຸດປະຈໍາເດືອນພະຈິກ 2024 ນີ້ ມີໂຕເລກປະມານ 286,000 ປາຍຄົນ ແລະປັດຈຸບັນນີ້ ໃນປະເທດໄທ ກໍກໍາລັງປະເຊີນກັບບັນຫາຂາດແຄນແຮງງານເປັນຈໍານວນຫຼາຍ.