ເດັກນ້ອຍແມ່ຍິງ ຢູ່ເມືອງຮຸນ ຖືເປັນກຸ່ມສ່ຽງຖືກຄ້າມະນຸດ ໃນຮູບແບບແຕ່ງດອງກັບຄົນຈີນ
2024.10.22
ເມື່ອບໍ່ດົນມານີ້ ຕໍາຫຼວດຈີນ ໄດ້ຊ່ອຍເດັກນ້ອຍແມ່ຍິງໄວໜຸ່ມລາວ ກຸ່ມສ່ຽງຄ້າມະນຸດ ອາຍຸຕໍ່າກວ່າ 18 ປີ ຈາກເມືອງຮຸນ ແຂວງອຸດົມໄຊ ຈໍານວນ 3-4 ຄົນ ກັບຄືນສູ່ປະເທດລາວ ພາຍຫຼັງພວກເຂົາເຈົ້າ ບໍ່ມີເອກກະສານແຕ່ງດອງກັບຄົນຈີນ ເພື່ອເຂົ້າປະເທດຈີນຢ່າງຖືກຕ້ອງ. ປັດຈຸບັນ ພວກເຂົາເຈົ້າ ຢູ່ໃນການເບິ່ງແຍງຂອງສູນກາງ ສະຫະພັນແມ່ຍິງລາວ.
ກ່ຽວກັບເລື່ອງ ເຈົ້າໜ້າທີ່ ທີ່ເຮັດບົດລາຍງານ ການສຶກສາ ກ່ຽວກັບໄວໜຸ່ມ ກັບການແຕ່ງດອງ ແລະຖືພາກ່ອນໄວອັນຄວນ ໃນ 30 ບ້ານເປົ້າໝາຍ ຢູ່ເມືອງຮຸນ ແຂວງອຸດົມໄຊ ກ່າວວ່າ ສາເຫດຕົ້ນຕໍ ທີ່ເຮັດໃຫ້ເດັກນ້ອຍແມ່ຍິງໄວໜຸ່ມລາວ ຕົກເປັນກຸ່ມສ່ຽງ ຂອງການຄ້າມະນຸດ ຍ້ອນພວກເຂົາເຈົ້າ ຕັດສິນໃຈແຕ່ງດອງກັບຄົນຈີນ ກ່ອນໄວອັນຄວນ ເພື່ອເອົາຄ່າດອງມາຈ່າຍໜີ້ສິນໃຫ້ພໍ່ແມ່ ແລະຮັບໃຊ້ການເປັນຢູ່ຂອງພໍ່ແມ່, ດັ່ງນາງກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ຕຸລາ ນີ້ວ່າ:
“ບໍ່ມີຢູ່ບໍ່ມີກິນ ຄອບຄົວຂາດເຂີນ ເຂົາເຈົ້າກໍ່ໄປເອົາຜົວນໍາຄົນຈີນ ຫຼັງຈາກໄດ້ຄ່າດອງມາ ຊໍາລະໜີ້ ຊໍາລະສິນບໍ່ ຮັບໃຊ້ຊີວິດການເປັນຢູ່ ຂອງພໍ່ແມ່ບໍ ຄືຢູ່ເມືອງຮຸນ ກຸ່ມສ່ຽງຈາກການຄ້າມະນຸດເນາະ ເຂົາເຈົ້າຫາກໍ່ເອົາມາ 3-4 ຄົນນີ້ ຍັງບໍ່ໄດ້ສົ່ງກັບມາ ບໍ່ທັນຮອດບ່ອນຢູ່ ເພິ່ນຊ່ວຍໄດ້ກ່ອນ ກ່ອນມັນຊິເກີດຫຍັງຂຶ້ນຫັ້ນເດ້ ຈີນຊ່ອຍມາໄດ້ ແລ້ວກໍ່ສົ່ງຕໍ່ໃຫ້ລາວ ພ້ອມກັນ ເຂົາໄປຊຸດດຽວກັນເດ້.”
ກ່ອນໜ້ານີ້ ແຕ່ປີ 2018 – 2021 ສະມາຄົມພັດທະນາບົດບາດຍິງ-ຊາຍ ຫຼື Gender Development Association (GDA) ໄດ້ເຜີຍແຜ່ບົດລາຍງານ ການສຶກສາກ່ຽວກັບໄວໜຸ່ມ ກັບການແຕ່ງດອງ ແລະຖືພາກ່ອນໄວອັນຄວນ ໃນ 30 ບ້ານເປົ້າໝາຍ ໃນເມືອງຮຸນ ລະບຸ ສ່ວນຫຼາຍ ເດັກນ້ອຍແມ່ຍິງໄວໜຸ່ມລາວ ແຕ່ງດອງກ່ອນໄວອັນຄວນ ດ້ວຍຄວາມສະໝັກໃຈ ຍ້ອນຮັກມັກກັນເອງ.
ນອກນັ້ນ ບົດລາຍງານດັ່ງກ່າວ ລະບຸວ່າ ເດັກນ້ອຍແມ່ຍິງໄວໜຸ່ມບາງຄົນ ຖືພາກ່ອນການແຕ່ງດອງ ຍ້ອນບໍ່ຮູ້ວິທີປ້ອງກັນ ຈຶ່ງໄດ້ແຕ່ງດອງກ່ອນໄວອັນຄວນ ແລະບາງຄົນ ຖືກພໍ່ແມ່ບັງຄັບໃຫ້ເອົາຜົວ ເພື່ອໃຫ້ມີແຮງງານເພີ່ມ ສ້າງລາຍໄດ້ລ້ຽງພໍ່ແມ່ທີ່ເຖົ້າແກ່, ດັ່ງເຈົ້າໜ້າທີ່ ທີ່ເຮັດບົດລາຍງານການສຶກສາ ກ່ຽວກັບ ໄວໜຸ່ມກັບການແຕ່ງດອງ ແລະຖືພາກ່ອນໄວອັນຄວນ ໃນ 30 ບ້ານເປົ້າໝາຍ ໃນເມືອງຮຸນ ແຂວງອຸດົມໄຊ ຜູ້ດຽວກັບຂ້າງເທິງ ກ່າວວ່າ:
“ໄວໜຸ່ມຍິງສາວ ມີຄວາມຮັກມັກ ແລ້ວບໍ່ມີວິທີປ້ອງກັນເນາະ ບາງຄອບຄົວ ເຂົາເຈົ້າບັງຄັບກໍ່ມີນີ້ ລູກຍັງເຂົ້າໂຮງຮຽນບໍ່ ຢາກໃຫ້ອອກເອົາຜົວມາລ້ຽງພໍ່ລ້ຽງແມ່ ພໍ່ແມ່ຫັ້ນເຖົ້າແກ່ ບໍ່ມີຜູ້ເຮັດໄຮ່ເຮັດສວນ.”
ເຈົ້າໜ້າທີ່ ສະມາຄົມພັດທະນາບົດບາດ ຍິງ-ຊາຍ ອີກນາງໜຶ່ງ ກ່າວຄືກັນວ່າ ອີງຕາມບົດລາຍງານດັ່ງກ່າວ ສະພາບຄອບຄົວ ເປັນປັດໄຈໜຶ່ງ ທີ່ເຮັດໃຫ້ເດັນນ້ອຍແມ່ຍິງໜຸ່ມລາວ ແຕ່ດອງກ່ອນໄວອັນຄວນ ສ່ວນຄວາມທຸກຍາກ ເປັນປັດໄຈສ່ວນຫຼາຍ ທີ່ເຮັດໃຫ້ເດັກນ້ອຍແມ່ຍິງໄວໜຸ່ມລາວ ແຕ່ງດອງກ່ອນໄວອັນຄວນ, ດັ່ງນາງກ່າວວ່າ:
“ຄອບຄົວເປັນປັດໄຈໜຶ່ງ ຫັ້ນກ່ຽວຂ້ອງກັບຄວາມທຸກຍາກ ຫຼາຍກວ່າເຈົ້າ ຜູ້ຍິງຫັ້ນເນາະ ຄິດເຖິງເລື້ອງຕ້ອງໄປຮຽນ ມັດທະຍົມຕອນປາຍຫັ້ນ ມັນເປັນພາລະຂອງຄອບຄົວ ສະນັ້ນເຂົາເຈົ້າ ກໍ່ອອກມາຊ່ວຍວຽກຄອບຄົວ ຫຼືອີກວິທີໜຶ່ງ ທີ່ຈະຊ່ອຍໃຫ້ຄອບຄົວຫຼຸດຜ່ອນ ຈາກຄວາມທຸກຍາກ ເຂົາກໍ່ຕ້ອງແຕ່ງງານ ກໍ່ເລີຍຈະມີກໍລະນີ ທີ່ອາດຈະມີການແຕ່ງງານ ກັບຄົນຕ່າງປະເທດ ເຂົາອາດຈະເປັນ ຜູ້ມີລາຍໄດ້ທີ່ຫຼາຍກວ່າ ຫຼືວ່າມາເປັນແຮງງານ ໃຫ້ກັບຄອບຄົວ.”
ສໍາລັບສະພາບໂຕຈິງ ຢູ່ເຂດຊົນນະບົດຂອງເມືອງຮຸນ ຍັງມີເດັກນ້ອຍແມ່ຍິງໄວໜຸ່ມ ແຕ່ງດອງກ່ອນໄວອັນຄວນ ຍ້ອນຜູ້ປົກຄອງ ບໍ່ສົ່ງເສີມໃຫ້ລູກສາວເຂົ້າໂຮງຮຽນ ເນື່ອງຈາກ ໂຄງຮ່າງພື້ນຖານ ໂດຍສະເພາະ ເສັ້ນທາງຈາກບ້ານ ໄປໂຮງຮຽນມີຄວາມຫຍຸ້ງຍາກ ເປັນບວກ ເປັນຂຸມ ແລະມີໄລຍະທາງໄກ ຕ້ອງໃຊ້ເວລາຍ່າງໄປຮຽນ 1-2 ຊົ່ວໂມງ ເຮັດໃຫ້ເດັກນ້ອຍນັກຮຽນເພດຍິງ ບໍ່ມີຈິດໃຈ ທີ່ຢາກຮໍ່າຮຽນ ຈຶ່ງແຕ່ງດອງກ່ອນໄວອັນຄວນ, ດັ່ງຊາວບ້ານ ຢູ່ບ້ານໝົກຈາກ ເມືອງຮຸນ ກ່າວວ່າ:
“ໄປດອງເຂົາເອົາ ເຈົ້າສາວນ້ອຍໆເດ້ ເຂົ້າ ມ.2 ມ.3 ອອກມາເອົາຜົວ ເຂົາວ່າໄປຮຽນມາ ກໍ່ບໍ່ມີວຽກຫຍັງເຮັດ ເສຍເວລາລ້າໆ ເຮັດໄຮ່ເຮັດສວນດີກວ່າ ຢູ່ເຂດນອກເຮົາ ເຂົາວ່າໂອ້ ຍ່າງໄປກໍ່ທຽວຍາກ ຍ່າງໄປກໍ່ເມື່ອຍ ເຂົາເອົາລົດຊີ້ງ ທຽວໄປໄຮ່ໄປສວນ ແລ້ວມັນເປັນຮ່ອງ ເປັນຂຸມພຽງຫົວເຂົ່າຫັ້ນ ພໍ່ແມ່ ກໍ່ສົ່ງເສີມໃຫ້ອອກ ລູກກໍ່ແຮ່ງດີໃຈ.”
ໃນອະຄົດອັນໃກ້ນີ້ ສະມາຄົມພັດທະນາບົດບາດ ຍິງ-ຊາຍ ມີແຜນຈະໄປຮ່ວມມື ກັບອົງກອນ ວາງແຜນຄອບຄົວສາກົນ ປະຈໍາລາວ ຫຼື Plan International Laos ເພື່ອຄົ້ນຄວ້າ ກ່ຽວກັບການແຕ່ງດອງກ່ອນໄວອັນຄວນ ຢູ່ແຂວງບໍ່ແກ້ວ, ຂະນະທີ່ ປັດຈຸບັນ ເພື່ອຫຼຸດຜ່ອນການແຕ່ງດອງ ກ່ອນໄວອັນຄວນ ແລະຖືພາ ກ່ອນໄວອັນຄວນ ທາງສະມາຄົມພັດທະນາ ບົດບາດ ຍິງ-ຊາຍ ໄດ້ນໍາເດັກນ້ອຍນັກຮຽນ ແລະເດັກນ້ອຍ ທີ່ໄດ້ບໍ່ເຂົ້າໂຮງຮຽນ ລວມເຖິງ ພໍ່ແມ່ຜູ້ປົກຄອງ ເຂົ້າຟັງຂໍ້ມູນກ່ຽວກັບ ການມີລູກກ່ອນໄວ ບໍ່ທັນພ້ອມ ຈະມີຜົນກະທົບຕໍ່ຮ່າງກາຍ ແລະເສດຖະກິດແນວໃດ ເພື່ອເປັນຂໍ້ມູນໃຫ້ເຂົາເຈົ້າ ໄດ້ຮູ້ວ່າ ການມີລູກ ໃນໄວທີ່ອາຍຸບໍ່ທັນພ້ອມ ຈະມີຜົນກະທົບຕໍ່ຮ່າງກາຍ ແລະເສດຖະກິດ ແບບໃດ.