ຮ້ານບັນເທີງ ຖືກສັ່ງໂຈະຊົ່ວຄາວ ໃນໄລຍະສອບເສັງ

ພອນ ພູມມີທອນ
2023.06.26
ຮ້ານບັນເທີງ ຖືກສັ່ງໂຈະຊົ່ວຄາວ ໃນໄລຍະສອບເສັງ ຮູບໂຕຢ່າງ ຮ້ານບັນ ເທີງແຫ່ງນຶ່ງ ທີ່ເປີດບໍຣິການທົ່ວໄປ.
ນັກຂ່າວ ພົລເມືອງ

ເມື່ອວັນທີ່ 8 ມິຖຸນາ 2023, ອຳນາດການປົກຄອງ ແຕ່ລະເມືອງ ໃນແຂວງບໍຣິຄຳໄຊ ໄດ້ອອກແຈ້ງການ ສັ່ງໃຫ້ຮ້ານບັນເທີງຮ້ານກິນດື່ມ, ຮ້ານຄາຣາໂອເກະຮ້ານເກມສ໌ ແລະໂຕະສະນຸກເກີ ໃນທົ່ວເມືອງ ໃຫ້ຢຸດຕິການບໍຣິການຊົ່ວຄາວ ໃນໄລຍະສອບເສັງ ຈົບຊັ້ນມັທຍົມ ປີທີ່ 4 ຫຼື ມ.ໃນວັນທີ 14-16 ມິຖຸນາ 2023 ແລະ ມັທຍົມປາຍ ຫລື ມ.ໃນວັນທີ 21-23 ມິຖຸນາ 2023 ເພື່ອໃຫ້ນັກຮຽນໄດ້ເອົາໃສ່ໃນການຮຽນ ແລະສອບເສັງ ຫລີກລ້ຽງ ການຫຼິ້ນກິນຟຸ່ມເຟືອຍ ອຸບັດຕິເຫດ ແລະຄວາມບໍ່ສງົບ ໃນໄລຍະການສອບເສັງ ອີງຕາມຄຳເວົ້າ ຂອງນຶ່ງໃນເຈົ້າໜ້າທີ່ ຢູ່ເມືອງປາກຊັນ ແຂວງບໍຣິຄຳໄຊ ເຊິ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວກັບ ວິທຍຸ ເອເຊັຽ ເສຣີ ໃນວັນທີ່ 15 ມິຖຸນາ 2023 ນີ້ວ່າ:

ອອກທຸກເມືອງເລີຍເດິເຈົ້າ ມີຄົບ 7 ໂຕເມືອງເລີຍເຈົ້າ.ໂອ! ເມືອງໃດ໋ນໍ ເມືອງທ່າພຣະບາດບໍ່ໂອ! ບໍ່ຊັ້ນອັນເອົາລົງຣາຍການໃຫ້ເດີ.”

ທ່ານກ່າວຕື່ມວ່າ ໃນເມື່ອອອກແຈ້ງການໄປ ແລ້ວ ແຕ່ລະເມືອງຂອງແຂວງບໍຣິຄຳໄຊ ກໍໄດ້ມີການຈັດຕັ້ງ ຄະນະສະເພາະກິຈ ລົງຕິດຕາມກວດກາ ຮ້ານບັນເທີງຕ່າງໆ ຢູ່ໃນຂົງເຂດ ຮັບຜິດຊອບຂອງໃຜລາວ ເພື່ອຂໍຄວາມຮ່ວມມື ກັບບັນດາຮ້ານຕ່າງໆ ໃຫ້ປະຕິບັດຕາມແຈ້ງການ.

ໂຕນີ້ນິ ມັນຈະມີສະເພາະກິຈ ຂອງແຕ່ລະເມືອງເຈົ້າ ຕິດຕາມ ເພາະວ່າເຮົາກະຮັບຜິດຊອບ ອັນນັ້ນຊື່ໆ ເຮົາກະບໍ່ຮູ້ນຳເພີ່ນນໍ ເພາະວ່າເຮົາບໍ່ໄດ້ລົງຕິດຕາມກວດກາ ຈະມີສະເພາະກິຈ ທີ່ວ່າຖືກແຕ່ງຕັ້ງ ແຕ່ລະເມືອງ ເປັນຜູ້ຕິດຕາມ ເຈົ້າ.”

ທາງດ້ານ ນາຍຄຣູ ທ່ານນຶ່ງ ຢູ່ເມືອງວຽງທອງ ແຂວງບໍຣິຄຳໄຊ ເຊິ່ງ ບໍ່ປະສົງອອກຊື່ ແລະ ສັງກັດ ກ່າວວ່າ ທ່ານໄດ້ຮັບຮູ້ ກ່ຽວກັບແຈ້ງການດັ່ງກ່າວແລ້ວ ໂດຍທ່ານເຊື່ອວ່າ ແຈ້ງການນີ້ ແມ່ນຈະຊ່ອຍໃຫ້ນັກຮຽນ ບໍ່ໄປມົ່ວສຸມ ຊຸມແຊວກັນໄດ້.

ນອກຈາກນີ້ແລ້ວ, ທາງຄະນະສະເພາະກິຈ ຂອງເມືອງ ຣາຍງານໃຫ້ທ່ານຊາບວ່າ ບັນດາຮ້ານບັນເທີງຕ່າງໆ ຢູ່ເມືອງວຽງທອງ ກໍ່ໄດ້ປິດຊົ່ວຄາວ ຕາມວັນທີ ທາງການຂອງເມືອງກຳນົດໄວ້.

ກະບໍ່ຕ່າງຊິວ່າແລ້ວນ່າ ທາງຫ້ອງວ່າການແຂວງ ຫ້ອງວ່າການເມືອງ ເພີ່ນມີອອກມາ, ແມ່ນໆໆ ໜ່ວຍສະເພາະກິຈ ເຂົາກະເລາະຢູ່ ແຕ່ວ່າເຂົາກະຣາຍງານ ເຂົາກໍ່ວ່າປິດປົກກະຕິ ຫັ້ນແຫຼະ ເຊົາແລ້ວວ່າກະຊິໃຫ້ເປີດ.”

ຕໍ່ການອອກແຈ້ງການ ໃຫ້ ຮ້ານບັນເທີງຕ່າງໆ ຢຸດຕິຊົ່ວຄາວນັ້ນ ຊາວລາວບາງຄົນ ກໍບໍ່ເຫັນດີນຳ ຕົວຢ່າງ ອະດິດພະນັກງານຣັຖຜູ້ນຶ່ງ ສແດງຄຳເຫັນວ່າ ການປິດຮ້ານບັນເທີງ ບໍ່ແມ່ນການແກ້ໄຂບັນຫາທີ່ຖືກຕ້ອງ ຍ້ອນວ່າ ປົກກະຕິ ຮ້ານບັນເທີງ ກໍ່ມີການຫ້າມເດັກນ້ອຍທີ່ມີອາຍຸຕ່ຳກວ່າ 18 ປີ ເຂົ້າຮ້ານຢູ່ແລ້ວອີກທັງ ຈະເຮັດໃຫ້ຮ້ານກິນດື່ມ, ຮ້ານບັນເທີງ ແລະ ລູກຄ້າ ທີ່ບໍ່ໄດ້ກ່ຽວຂ້ອງ ກັບການສອບເສັງ ໄດ້ຮັບຜົລກະທົບນຳ.

ອະດິດ ພະນັກງານຂອງຣັຖ ທ່ານນີ້ ທີ່ບໍ່ປະສົງບອກຊື່ ແລະ ອອກສຽງ ກ່າວອີກວ່າ:

“ຄືວ່າ ມັນເປັນການບໍ່ກ່ຽວກັນເລີຍ, ການສອບເສັງ ກະແມ່ນເດັກນ້ອຍ ອາຍຸຕ່ຳກວ່າ 18, ໃນໂຕຈິງ ຕາມກົດໝາຍ ມັນກໍມີການຫ້າມຢູ່ແລ້ວ ສ່ວນຮ້ານກິນດື່ມກະຫ້າມ, ແຂກຄົນຕ່າງບ້ານ ຕ່າງເມືອງ ຕ່າງແຂວງມາເດ່ ຊິໄປກິນເຂົ້າຢູ່ໃສ.”

ໃນຂະນະທີ່ ຜູ້ປະກອບການຮ້ານອາຫານ ນາງນຶ່ງ ຢູ່ເມືອງຄຳເກີດ ແຂວງບໍຣິຄຳໄຊ ເຊິ່ງບໍ່ປະສົງອອກຊື່ ເວົ້າວ່າ ສຳລັບຮ້ານອາຫານຂອງນາງ ແມ່ນເປີດຕາມປົກກະຕິ ແຕ່ວ່າທາງຮ້ານກໍບໍ່ໄດ້ກະຕຣຽມວັດຖຸດິບໄວ້ຫຼາຍ ຍ້ອນກັງວົນວ່າ ອາດຈະຖືກຄະນະສະເພາະກິຈ ເຂົ້າມາກວດກາ.

ເປີດໆ! ແຕ່ວ່າຕ້ອງ ລະອາຫານຕ້ອງໄດ້ສັ່ງໄດ໋, ເປີດຢູ່ແຕ່ວ່າ ຕ້ອງໄດ້ສັ່ງຫັ້ນນ່າ ເພາະວ່າອາຫານບາງອັນມັນ ເຮົາກະຈະໄດ້ອອກຕລາດຫັ້ນນ່າຈັ່ງຊີ້.

ນອກຈາກນີ້ແລ້ວ, ທາງຫ້ອງການຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ເມືອງແບງ ແຂວງອຸດົມໄຊ ກໍໄດ້ອອກແຈ້ງການເລຂທີ 30/ຖວທ ລົງວັນ ທີ 12 ມິຖຸນາ 2023, ໃຫ້ປິດ ການບໍຣິການຊົ່ວຄາວ ຮ້ານກິນດື່ມ ຮ້ານອາຫານ ຮ້ານບັນເທີງ ຮ້ານຄາຣາໂອເກະ ແຕ່ເວລາ 16.00 ໂມງແລງ ຂອງວັນທີ 16 ມິຖຸນາ ແລະວັນທີ 23 ມິຖຸນາ 2023 ເຊິ່ງເປັນມື້ສອບເສັງ ເພື່ອຫຼີກລ້ຽງບັນຫາ ປະກົດການພັຍສັງຄົມຕ່າງໆ ເຊັ່ນ ຕັ້ງກຸ່ມກ້ອນຊຸມແຊວອາລະວາດຕີກັນຂີ່ຣົຖໄວສຽງດັງ, ຖ່າຍຮູບພາບ ລົງສື່ສັງຄົມ ອອນລາຍນ໌ ແບບທີ່ບໍ່ເຫມາະສົມ ແລະ ບໍ່ສອດຄ່ອງ ກັບ ວັທນະທັມລາວ.

ໃນເດືອນກໍຣະກະດາ ປີ 2022 ທີ່ຜ່ານມາ, ບັນດາເມືອງຢູ່ແຂວງບໍຣິຄຳໄຊ ກໍໄດ້ມີການອອກແຈ້ງການ ປິດຮ້ານອາຫານຮ້ານກິນດື່ມຮ້ານຄາລາໂອເກະ ແລະ ຮ້ານບັນເທີງຊົ່ວຄາວ ໃນໄລຍະການສອບເສັງ ຂອງ ນັກຮຽນ ມ.ລະຫວ່າງ ວັນທີ 4-6 ກໍຣະກະດາ 2022 ແລະ ມ.ລະຫວ່າງ ວັນທີ 14-16 ກໍຣະກະດາ 2022.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.