ເມືອງປາກລາຍ ມີນັກຮຽນ ຄອບຄົວທຸກຍາກ ອອກໂຮງຮຽນ ຈຳນວນຫຼາຍ

ສຸພັດຕາ
2022.11.02
ເດັກນ້ອຍນັກຮຽນລາວ ໃນແຂວງພາກເໜືອ.
RFA

ໃນສົກຮຽນ ປີ 2022-2023 ທົ່ວເມືອງປາກລາຍ ແຂວງໄຊຍະບູຣີ ນັກຮຽນປະລະການຮຽນ ນັບແຕ່ຊັັ້ນປະຖົມສຶກສາ ປ.1 ຈົນເຖິງຊັ້ນມັທຍົມສຶກສາ ມ.7 ຮວມທັງໝົດ 1,039 ຄົນ ສາເຫດຫຼັກໆ ທີ່ເຮັດໃຫ້ນັກຮຽນຈໍານວນດັ່ງກ່າວ ປະລະການຮຽນນີ້ ຍ້ອນ ຖານະຄອບຄົວທຸກຍາກ, ການເດີນທາງຫຍຸ້ງຍາກ ລໍາບາກ, ອາຍຸຂອງນັກຮຽນຍັງນ້ອຍ ເບິ່ງແຍງໂຕເອງບໍ່ທັນໄດ້ ຮວມທັງບາງສ່ວນ ກໍຂຶ້ນກັບໂຕຂອງນັກຮຽນເອງ ທີ່ບໍ່ຢາກຮຽນຕໍ່ກໍມີ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງປາກລາຍ ແຂວງໄຊຍະບູຣີ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ເມື່ອວັນທີ 28 ຕຸລາ 2022 ນີ້ວ່າ:

“ບັນຫາຫຼັກ ກະແມ່ນສະພາບຄອບຄົວແດ່ເນາະ ເສຖກິຈຄອບຄົວຂະເຈົ້າ ບໍ່ພ້ອມບາງຄົນນ່າ ເປັນຄອບຄົວທຸກຍາກ ບາງຄົນກໍແຕ່ງງານຊິນ່າເນາະ ບາງຄົນກະບໍ່ຢາກຮຽນເລີຍຊິນ່າເນາະ ບາງເທື່ອບ້ານຂະເຈົ້າຢູ່ໄກໂຮງຮຽນມັທຍົມແດ່ເນາະ ສ່ວນຫຼາຍເນາະ ລະມັນຜູ້້ນ້ອຍແດ່ເນາະ ປະພໍ່ແມ່ບໍ່ໄດ້ບາງຄົນນ່າ ພໍ່ແມ່ກະເປັນຫ່ວງແດ່ຍາກຈິວ່າ ຢູ່ພັດຢູ່ຫໍພັກຊໍ້າ ໜື້ງເຂົ້າກະບໍ່ເປັນຄົວກິນກະບໍ່ເປັນ  ສ່ວນຫຼາຍແມ່ນຜູ້ນ້ອຍນີ້ ພໍ່ແມ່ບໍ່ຢາກປະເນາະ ຂີ່ຣົຖອີ່ຫຍັງກະບໍ່ຢາກເປັນ ມາກະຕັ້ງໄກ ບາງບ້ານແທ້ 20 ປາຍ 30, 50 (ຫຼັກ) ກະມີຫວາ.”

ທ່ານກ່າວຕື່ມວ່າ ນັກຮຽນໃນເມືອງປາກລາຍ ປະລະການຮຽນໃນປີນີ້ ຖືວ່າມີຈໍານວນຫຼາຍກວ່າ ປີກາຍ ເຊິ່ງໃນສົກຮຽນ ປີ 2021-2022 ມີນັກຮຽນປະລະການຮຽນ ພຽງແຕ່ 500 ປາຍຄົນ ແຕ່ສໍາລັບປີນີ້ ມີເຖິງ 1,000 ປາຍຄົນ ເຊິ່ງສ່ວນໃຫຍ່ແລ້ວ ນັກຮຽນທີ່ປະລະການຮຽນ ບໍ່ມາຮຽນຕໍ່ນັ້ນ ແມ່ນເປັນນັກຮຽນທີ່ຢູ່ເຂດຊົນນະບົດ ຫ່າງໄກສອກຫຼີກ ເພາະທາງຄອບຄົວຄິດວ່າ ຫາກຮຽນຈົບຊັ້ນສູງມາ ກໍຄົງບໍ່ໄດ້ເຮັດວຽກນໍາພັກ-ນໍາຣັຖ ຈຶ່ງບໍ່ສົ່ງເສີມໃຫ້ລູກ-ຫຼານ ຮຽນຕໍ່:

“ຢູ່ຊົນນະບົດຫຼາຍຈັ່ງວ່າ ຊົນນະບົດນີ້ຫຼາຍແທ້ແນ່ ສ່ວນຫຼາຍແມ່ນ 14-15 ປີ ນີ້ແຫຼະ ມ.4 ບໍ່ຕໍ່ ມ.5 ຫຼາຍນ່າເນາະ ມ.5 ບໍ່ຕໍ່ ມ.6 ກະຫຼາຍ ຂະເຈົ້າສເນີມາ ເຮັດຄຣູອາສາ 8-9 ປີ ບໍ່ໄດ້ຣັຖຊິເນາະ ອອກມາໄປເຮັດສວນນໍາພໍ່ແມ່ ມັນໄດ້ເງິນຫຼາຍກວ່າຊິນ່າ ເຂົາບໍ່ໃຫ້ລູກຮຽນຊິນ່າສ່ວນຫຼາຍ ໜ້ອຍກວ່ານິ້ປິກາຍ ປີກາຍນີ້ 500 ປາຍເນ່.”

ນອກຈາກວ່າ ຮຽນຈົບຊັ້ນສູງມາ ຈະຊອກຫາວຽກເຮັດງານ ທໍາຍາກແລ້ວນັ້ນ ອີກສາເຫດນຶ່ງ ທີ່ພໍ່ແມ່ຜູ້ປົກຄອງ ຂອງນັກຮຽນຫຼາຍຄົນ ບໍ່ຢາກໃຫ້ລູກ-ຫຼານຮຽນຕໍ່ ກໍຍ້ອນວ່າ ໃນປັດຈຸບັນ ຄ່າຊີບແພງຫຼາຍ, ດັ່ງກ່າວຕື່ມອີກວ່າ:

“ອັນໃດກະແພງ ອັນໃດກະແພງ ຂະເຈົ້າວ່າ ກະບໍ່ຫຼ້ອນເສຖກິຈແພງ ຂຶ້ນເຄິ່ງນຶ່ງເດ້ເນາະ ຄືໂສ້ງເສື້ອ ຄືປີກາຍນີ້ 60,000-70,000, 95,000 ຫຼືວ່າ 100,000 (ກີບ) ນີ້ນ່າ ບາງຄົນກະລູກ 2-3 ຄົນ ກະໃຫ້ນ້ອງມາເບິ່ງນ້ອງ ບາງເທື່ອພໍ່ແມ່ໄປເຮັດວຽກ ອອກມາເບິ່ງນ້ອງແບບນີ້ກະມີ.”

ກ່ຽວກັບຈໍານວນນັກຮຽນ ໃນທົ່ວເມືອງປາກລາຍ ແຂວງໄຊຍະບູຣີ ປະລະການຮຽນ ມີເຖິງ 1,039 ຄົນນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງອີກທ່ານນຶ່ງ ໃນເມືອງປາກລາຍ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ແນວນີ້ເນາະ ໂຕນີ້ ໂຕທີ່ຣາຍງານໄປນີ້ ນັກຮຽນທີ່ບໍ່ມາເຂົ້າໂຮງຮຽນໂຕນີ້ນ່າ ໝາຍຄວາມວ່າ ເປີດສົກຮຽນລະຂະເຈົ້າບໍ່ມາເລີຍຫັ້ນນ່າເນາະ ໂຕເລຂອັນປາຍລາຍພັນປາຍນີ້ນ່າ, ແຕ່ວ່າ ນັກຮຽນທັງໝົດ ທົ່ວເມືອງປາກລາຍຫັ້ນ ນັກຮຽນທັງເໝິດ ເຮົາມີຢູ່ 5,632 ຄົນ ເນາະນັກຮຽນທັງເໝິດຫັ້ນນ່າ ດຽວນີ້ນີ້ ນັກຮຽນ 5,632 ຄົນນີ້ ແມ່ນນັກຮຽນທີ່ມີໜ້າຮຽນ ລະນັກຮຽນທີ່ບໍ່ມາ ລະແມ່ນ ພັນປາຍຫັ້ນ ມັນຈະລວມທັງ ປ.1 ຈົນຮອດ ມ.7 ຫັ້ນນ່າ ນັກຮຽນທີ່ປະລະຫຼາຍນີ້ ແມ່ນຢູ່ມັທຍົມ ຢູ່ປະຖົມນີ້ກະບໍ່ຫຼາຍດອກ ປະຖົມນີ້ກະຢູ່ 100 ກວ່າຄົນ ປະມານນັ້ນແຫຼະ.”

ທ່ານກ່າວຕື່ມອີກວ່າ ສ່ວນສາເຫດ ທີ່ເຮັດໃຫ້ນັກຮຽນຊັ້ນມັທຍົມ ປະລະການຮຽນຫຼາຍນີ້ ກໍຍ້ອນຂຶ້ນກັບ ໂຕຂອງນັກຮຽນເອງທີ່ບໍ່ຢາກຮຽນຕໍ່:

“ໂຕສາເຫດທີ່ນັກຮຽນ ປະລະການຮຽນຫຼາຍກະແມ່ນ  ນຶ່ງກະຊິແມ່ນກະໂຕຂອງນັກຮຽນເອງ ບໍ່ຢາກຮຽນ ໂຕທີ່ສອງກະແມ່ນ ຂະເຈົ້າໄປອອກແຮງງານຢູ່ພາຍໃນປະເທດ ແລະຕ່າງປະເທດ ລະກະສ້າງຄອບຄົວ ສ້າງຄອບຄົວແດ່.”

ສໍາລັບມາຕການໃນການແກ້ໄຂບັນຫາ ເດັກນ້ອຍນັກຮຽນ ປະລະການຮຽນນີ້ ເຈົ້າໜ້າທີ່ກ່ຽວຂ້ອງພາຍເມືອງ, ອໍານາດການປົກຄອງບ້ານ, ຄຣູ-ອາຈານຂອງແຕ່ລະໂຮງຮຽນ ແລະເຈົ້າໜ້າທີ່ຂແນງການສຶກສາເມືອງປາກລາຍ ກໍໄດ້ມີວິທີການລະດົມແນວຄິດ ໃຫ້ນັກຮຽນ ກັບມາຮຽນຄືນ ແລະຫາກຄອບຄົວໃດ ເປັນຄອບຄົວທຸກຍາກ ທາງພາກສ່ວນທີ່ກ່ຽວຂ້ອງ ກໍຈະມີນະໂຍບາຍຕ່າງໆຊ່ອຍເຫຼືອ ເພື່ອໃຫ້ນັກຮຽນທີ່ປະລະການຮຽນນັ້ນ ກັບເຂົ້າມາຮຽນຄືນ, ດັ່ງທ່ານວ່າ:

“ເຣື່ອງການແກ້ໄຂຫັ້ນນ່າເນາະ ພວກເຮົາກະໄດ້ມີມາຕການ ຜ່ານລະດົມ ພວກເຮົາກະແຕ່ງຕັ້ງຜູ້ຮັບຜິດຊອບ ຢູ່ໃນແຕ່ລະເມືອງ ເມືອງຂະເຈົ້າຫັ້ນ ແຕ່ງ ແບ່ງຄວາມຮັບຜິດຊອບ ໃຫ້ພະນັກງານຢູ່ພາຍໃນເມືອງຫັ້ນ ທັງຄຣູອາຈານນີ້ແຫຼະ ລົງປຸກລະດົມຂົນຂວາຍຢູ່ແຕ່ລະບ້ານ ແຕ່ລະໂຮງຮຽນຫັ້ນນ່າ ຮູບການຈະເຮັດແນວນັ້ນເນາະ ມາຕການຂອງເຮົາຫັ້ນນ່າ ລະດົມສຸດທີ່ວ່າຊັ້ນສາ ໃຊ້ຮູບການລະດົມນີ້ແຫຼະ ລະກະອະທິບາຍ ເຣື່ອງຄວາມສໍາຄັນຂອງການສຶກສານີ້ ມາຕການທີ່ພວກເຮົາເຮັດຫັ້ນນ່າ ປຸກລະດົມໃຫ້ຂະເຈົ້າກັບເຂົ້າມາຮຽນຄືນໃໝ່ເນາະ ຄອບຄົວທຸກຍາກນີ້ ພວກເຮົາກະມີນະໂຍບາຍ ມີຫຍັງໃຫ້ເນາະ ຕໍ່ກັບຈໍານວນນັກຮຽນທີ່ທຸກຍາກ ພວກເຮົາກະມີໂຮງຮຽນຊົນເຜົ່າ ເດັກກໍ່າພ້າກໍ່າພອຍທຸກຍາກ ພວກເຮົາກະຮັບເດ້ ມີເບັ້ຍລ້ຽງໃຫ້ຊິນ່າ ແຕ່ເຂົາເຈົ້າໂຕເຂົາເຈົ້າ ບໍ່ຢາກຮຽນສ່ວນໃຫຍ່ນະ ບໍ່ຢາກຮຽນ ລະກະໄປອອກແຮງງານຢູ່ຕ່າງປະເທດ ສ້າງຄອບຄົວເນາະ.”

ຜ່ານການປຸກລະດົມແນວຄິດ ເວົ້າເຖິງຄວາມສໍາຄັນ ຂອງການສຶກສາແລ້ວນັ້ນ ນັກຮຽນທີ່ປະລະການຮຽນ ກໍກັບມາຮຽນຄືນຫຼາຍເຕີບ, ດັ່ງທ່ານກ່າວຕື່ມອີກວ່າ:

“ໂອ້ຈໍານວນຫຼາຍ ປະຊາຊົນປະລະຫຼາຍກວ່ານີ້ ແຕ່ວ່າດຽວນີ້ ພວກເຮົາລະດົມ ຂະເຈົ້າກະກັບຄືນມາເຂົ້າຮຽນຫຼາຍ ນັກຮຽນທີ່ປະລະຫຼາຍນີ່ ແມ່ນຢູ່ມັທຍົມ ຢູ່ປະຖົມນີ້ກະບໍ່ຫຼາຍດອກ.”

ນອກຈາກນີ້ ເຈົ້າໜ້າທີ່ທີ່ກ່ຽວກັບ ຜູ້ດຽວກັນກັບຂ້າງຕົ້ນ ຍັງໄດ້ຝາກຄວາມເປັນຫ່ວງ ເຖິງຜູ້ປົກຄອງຂອງນັກຮຽນ ໃນເຂດຫ່າງໄກສອກຫຼີກ ວ່າ ຢາກໃຫ້ສົ່ງເສີມ ໃຫ້ລູກຫຼານຮຽນໃຫ້ຈົບການສຶກສາ ເພື່ອເປັນຄວາມຮູ້ໃຫ້ແກ່ໂຕຂອງລູກຫຼານເອງ:

“ກະຢາກໃຫ້ພໍ່ແມ່ປະຊາຊົນນັກຮຽນນີ້ ໃຫ້ສົ່ງເສີມໃຫ້ລູກ ເຂົ້າຮຽນການສຶກສາຈົບຊັ້ນມັທຍົມນີ້ແຫຼະເນາະ ເພາະວ່າການຮຽນ ມັນແມ່ນການພັທນາຕົນເອງ ບາງຄົນຮຽນ ລະຢາກໄປເຮັດວຽກນໍາພັກ ສ່ວນຫຼາຍເຂົ້າໃຈແນວນັ້ນ ແລ້ວຂະເຈົ້າບໍ່ເຂົ້າໃຈ ຮຽນແລ້ວພັທນາຕົນເອງຊີ້ນ່າເນາະ ອາສັຍເຮັດແຕ່ນໍາຣັຖລະມັນບໍ່ແມ່ນ ມັນຕ້ອງຮຽນເພື່ອພັທນາຕົນເອງ ໃຫ້ອາຊີບຕົນເອງເນາະ ເຮັດນັ້ນເຮັດນີ້ຂາຍ ຄ້າ-ຂາຍໄປຊີ້ນ່າ ຈົບມາກະດາຍ ໃຫ້ເຂົາເຈົ້າເຂົ້າໃຈແນວນັ້ນ.”

ໃນສົກຮຽນ ປີ 2021-2022 ທົ່ວປະເທດລາວ ມີນັກຮຽນມັທຍົມ ມໍຕົ້ນ ມ.1 ຫາ ມ.4 ທັງໝົດ 399,504 ຄົນ ໃນນັ້ນ ມີນັກຮຽນ ປະລະການຮຽນ 45,989 ຄົນ ເທົ່າກັບ 11.5%, ຂະນະທີ່ ນັກຮຽນຊັ້ນມັທຍົມປາຍ ແຕ່ ມ.5 ຫາ ມ.7 ມີ 185.547 ຄົນ ໃນນີ້ ມີນັກຮຽນ ປະລະການຮຽນ 18,296 ຄົນ ເທົ່າກັບ 9.4%, ນັກຮຽນຊັ້ນ ມ.ຕົ້ນ ແລະ ມ.ປາຍ ທົ່ວປະເທດ ຮວມທັງໝົດ ມີ 585,051 ຄົນ ໃນນັ້ນ ສະເພາະຢູ່ແຂວງໄຊຍະບູຣີ ມີອັດຕຣາເດັກນ້ອຍ ປະລະການຮຽນ ແຕ່ຊັ້ນມັທຍົມຕົ້ນ ມ.1 ຫາ ມ.4 ເທົ່າກັບ 7.3% ແລະມັທຍົມຕອນປາຍ ແຕ່ ມ.5 ຫາ ມ.7 ເທົ່າກັບ 8.2%.

ກ່ອນໜ້ານີ້ ເມື່ອວັນທີ 21 ຕຸລາ 2022 ທີ່ຜ່ານມາ ວິທຍຸເອເຊັຽເສຣີ ໄດ້ຣາຍງານ ວ່າ ໃນສົກຮຽນ ປີ 2022-2023 ທີ່ທາງການລາວ ເປີດການຮຽນ-ການສອນຢ່າງເປັນທາງການ ນັບແຕ່ວັນທີ 1 ກັນຍາ 2022 ມາໄດ້ປະມານ 1 ເດືອນປາຍ ກໍເຣີ່ມພົບວ່າ ສະເພາະໃນເມືອງປາກລາຍ ແຂວງໄຊຍະບູຣີ ມີນັກຮຽນແຕ່ ຊັ້ນ ມ.1 ຫາ ມ. 7 ປະລະການຮຽນ ເຖິງ 1,009 ຄົນ ຂະນະທີ່ ມາຮອດວັນທີ 24 ຕຸລາ 2022 ທົ່ວເມືອງປາກລາຍ ມີນັກຮຽນທີ່ເຂົ້າມາຮຽນ ແຕ່ຊັ້ນ ມ.1 ຫາ ມ.7 ທັງໝົດ 5,622 ຄົນ ນັ້ນໝາຍຄວາມວ່າ ໃນສົກຮຽນປີ 2022-2023 ມີນັກຮຽນທີ່ຈະຕ້ອງເຂົ້າຮຽນຕາມແຜນ ແຕ່ ມ.1 ຫາ ມ.7 ທັງໝົດ 6,631 ຄົນ ໃນນີ້ ປະລະການຮຽນ 1,009 ຄົນ ຄິດເປັນ 15.21% ຈາກນັກຮຽນທັງໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.