ຍ້ອນຄວາມທຸກຍາກ ເຮັດໃຫ້ແມ່ຍິງ ເຂົ້າສູ່ຂະບວນການ ຮັບຈ້າງຖືພາ ໃຫ້ຄົນຈີນ

ພອນ ພູມມີທອນ
2025.02.05
ຍ້ອນຄວາມທຸກຍາກ ເຮັດໃຫ້ແມ່ຍິງ ເຂົ້າສູ່ຂະບວນການ ຮັບຈ້າງຖືພາ ໃຫ້ຄົນຈີນ ຮູບພາບຜະລິດ ໂດຍທີມງານພະແນກພາສາລາວ. ເດືອນກຸມພາ ປີ 2025.
RFA

ຍ້ອນສະພາບບັນຫາເສດຖະກິດ ແລະຄວາມທຸກຍາກ ເຮັດໃຫ້ແມ່ຍິງລາວ ແລະເດັກຍິງລາວຈຳນວນໜຶ່ງ ໄດ້ສະໝັກໃຈຍ່າງເຂົ້າສູ່ ສະຖານບໍລິການ ການຮັບຈ້າງຖືພາແທນ ຂອງຊາວຈີນ ທີ່ເຂົ້າມາເປີດບໍລິການຢູ່ແຂວງພາກເໜືອ ເພື່ອເຂົ້າສູ່ຂະບວນການ ເຮັດເດັກຫຼອດແກ້ວ (IVF) ໃຫ້ແກ່ຄູ່ຜົວເມຍຈີນ ໂດຍໄດ້ຮັບຄ່າຈ້າງສູງເຖິງ 50,000 ຢວນ ແລະໄດ້ເງິນກິນອີກ ມື້ລະ 100,000 ກີບ ຈົນສາມາດເອົາສະສົມເງິນຄ່າຈ້າງດັ່ງກ່າວນີ້ ໄປປຸກເຮືອນ ແລະລ້ຽງຄອບຄົວໄດ້, ດັ່ງຍານາງກ່າວວ່າ: 
"ໝູ່ເອື້ອຍ ລາວອຸ້ມບຸນໃຫ້ເຂົາເຈົ້າແດ່ ແລ້ວລາວກໍ ແຊັດຫາເອື້ອຍ ບອກເອື້ອຍມາ, ຜູ້ໃດມາເຮັດອຸ້ມບຸນ ກໍຢາກມີເງິນ ຢາກໄດ້ເງິນຫນັ້ນແຫລະ ຈຶ່ງມາເຮັດ, ໄລຍະ 9 ເດືອນ ຫາ 10 ເດືອນ ເຮົາກໍໄດ້ເງິນເປັນ 100 ລ້ານກີບ ແຕ່ຖ້າເຮົາໄປເຮັດວຽກກິນເງິນເດືອນ ເຮົາກໍບໍ່ໄດ້ຫນັ້ນນາ, ເອື້ອຍ ກໍຈະໄປປຸກເຮືອນແລ້ວ ໄດ້ເງິນໜ່ອຍໜຶ່ງແລ້ວ."

ປັດຈຸບັນ ມີແມ່ຍິງລາວ, ໄທ, ແລະພະມ້າ ລວມທັງໝົດ 8-9 ຄົນ ໂດຍໃນນັ້ນ ມີເດັກຍິງລາວ ອາຍຸຕໍ່າກວ່າ 18 ປີ ທີ່ເຂົ້າສູ່ຂະບວນການຮັບຈ້າງຖືພາ ໃຫ້ຄົນຈີນ ຢູ່ສະຖານທີ່ດັ່ງກ່າວນີ້ ລວມນຳດ້ວຍ. 

ສະຖານບໍລິການ ການຈ້າງຖືພາແທນຂອງຊາວຈີນ ແຫ່ງດັ່ງກ່າວນີ້ ຈະຮັບຜິດຊອບ ທຸກຄ່າໃຊ້ຈ່າຍ ໃຫ້ແກ່ແມ່ຍິງລາວ ທີ່ຢູ່ໃນຂະບວນການຖືພາແທນ ໃຫ້ຄົນຈີນ ເປັນຕົ້ນ ຈ່າຍຄ່າທີ່ພັກ, ຄ່າອາຫານ, ຄ່າເດີນທາງ, ຄ່າຫມໍ, ຄ່າຜູ້ແປພາສາ, ຄ່າປຶ້ມຜ່ານແດນ ແລະອື່ນໆ ສ່ວນແມ່ຍິງລາວທີ່ຖືພາ ແທນໃຫ້ຄົນຈີນ ຈະໃຫ້ຫ້ອງພັກສະພາບດີ ແລະສະດວກສະບາຍ ອີກທັງບໍ່ຕ້ອງເຮັດຫຍັງ ມີແຕ່ກິນກັບນອນ ເພື່ອບຳລຸງສຸຂະພາບໃຫ້ແຂງແຮງ ແຕ່ພຽງຢ່າງດຽວ ໂດຍມີທ່ານຫມໍຊາວຈີນ ເບິ່ງແຍງຢ່າງໃກ້ຊິດ. 

ແມ່ຍິງລາວ ທີ່ຖືພາແທນໃຫ້ຄົນຈີນຜູ້ນີ້ ກ່າວວ່າ ສະຖານບໍລິການການຈ້າງຖືພາແທນ ແຫ່ງນີ້ ຈະມີເດັກຫຼອດແກ້ວກຽມພ້ອມ ເຊິ່ງກໍລະນີຂອງຕົນເອງ ແມ່ນທ່ານຫມໍຈີນ ເປັນຜູ້ສີດໂຕອ່ອນຂອງຄົນຈີນ ໃນຫຼອດແກ້ວ ເຂົ້າໄປສູ່ໂພງມົດລູກຂອງຕົນເອງ ແລ້ວໂຕອ່ອນກໍຈະພັດທະນາຈົນເກີດມີຫົວໃຈ ເຊິ່ງຕົນເອງກໍໄດ້ເງິນກ້ອນທໍາອິດ ໂດຍເລືອກຮັບຄ່າຈ້າງເປັນລາຍເດືອນ ເດືອນລະ 2,000 ຢວນ ຈົນຮອດເມື່ອເກີດລູກ ກໍຈະໄດ້ຮັບເງິນທັງຫມົດ 45,000 ຢວນ ແຕ່ກໍມີບາງຄົນ ທີ່ເລືອກຮັບຄ່າຈ້າງເປັນງວດລະ 3 ຫລື 6 ແລະ 9 ເດືອນ. ດັ່ງ ຍານາງກ່າວວ່າ: 
“ເວລາເຂົາເຈົ້າສີດ ມັນກໍບໍ່ເຫັນນ້ຳເຊື້ອ ບໍ່ເເມ່ນ ເຊື້ອສາຍເຮົານີ້ ມີແຕ່ມາອາໄສໃຫ້ເຮົາ ອຸ້ມແທນ ມານແທນຊື່ໆ ແຕ່ເຮົາອຸ້ມ ເຮົາເຫັນ ເຮົາກໍນ້ຳຕາອອກໜ້ອຍໜຶ່ງ ຫັ້ນແຫລະ ເວລາເຂົາເຈົ້າມາເອົາ.” 

ນາງກ່າວຕື່ມວ່າ ຂະບວນການຖືພາແທນ ໃຫ້ຄົນຈີນນີ້ ບໍ່ໄດ້ເຊັນເອກະສານໃດໆ ມີແຕ່ໃຫ້ຂໍ້ມູນສ່ວນຕົວ ຂອງຕົນເອງ ເປັນຕົ້ນ ສຳມະໂນຄົວແກ່ທີມງານຂອງຄົນຈີນ ເພື່ອເອົາໄປເຮັດປຶ້ມຜ່ານແດນ (Border Pass) ເຊິ່ງການເຮັດປຶ້ມຜ່ານແດນນີ້ ແມ່ນເອົາໄວ້ໃຊ້ຫລັງຈາກ ຖືພາໃຫ້ຄົນຈີນແລ້ວ ໄດ້ 2 ເດືອນແລ້ວ, ຈາກນັ້ນທີມງານຄົນຈີນ ຈະພາຕົນເອງຂ້າມໄປ ຝາກທ້ອງ ຢູ່ ປະເທດຈີນ ແບບໄປກັບ ເດືອນລະ1 ຄັ້ງ ຈົນເຖິງມື້ເກີດລູກ  ໂດຍເມື່ອເກີດລູກນັ້ນ ຂຶ້ນຢູ່ກັບວ່າ ແມ່ຍິງລາວທີ່ຖືພາ ແທນໃຫ້ຄົນຈີນຜູ້ນັ້ນໆ ຈະເລືອກເກີດລູກຢູ່ໃນປະເທດລາວ ຫລື ຢູ່ປະເທດຈີນ ຫລັງຈາກ ເກີດລູກແລ້ວ ຊາວຈີນກໍມາຮັບເອົາລູກໄປທັນທີ. 

ປັດຈຸບັນ ຄ່າຈ້າງຖືພາ ໃຫ້ຄົນຈີນ ມີມູນຄ່າ ສູງເຖິງ 50,000 ຢວນ ເຊິ່ງເພີ່ມມາຈາກປີທີ່ແລ້ວ ທີ່ໄດ້ຮັບຄ່າຈ້າງ 40,000 ຢວນ. ນອກນັ້ນ ຍັງມີການຈ່າຍຄ່ານາຍຫນ້າໃຫ້ແກ່ຜູ້ໃດກໍຕາມ ທີ່ສາມາດຊອກຫາແມ່ຍິງ ມາຖືພາແທນໃຫ້ຄົນຈີນ ຈຳນວນ 5 ລ້ານກີບຕໍ່ແມ່ຍິງ 1 ຄົນ ຈຶ່ງເຮັດໃຫ້ ປັດຈຸບັນ ຍັງມີການພົບເຫັນ ການປະກາດຫາແມ່ຍິງລາວ ອາຍຸ18 ເຖິງ 35 ປີ ໄປຮັບຈ້າງຖືພາໃຫ້ຄົນຈີນ ຕາມສື່ສັງຄົມອອນລາຍ ໃນປະເທດລາວ. 

ເຖິງຢ່າງໃດກໍຕາມ ປະເທດລາວ ບໍ່ອະນຸຍາດໃຫ້ມີການ ໂຄສະນາ ໃຫ້ ເອົາແມ່ຍິງລາວ ຖືພາແທນໃຫ້ຄົນຕ່າງປະເທດ ແລະຖ້າມີການນຳເອົາແມ່ຍິງລາວ ໄປຖືພາໃຫ້ຄົນຈີນ ໝາຍຄວາມວ່າ ມີຂະບວນການລັກຖືພາແທນ ໃນປະເທດລາວ ດັ່ງ ເຈົ້າຫນ້າທີ່ກະຊວງປ້ອງກັນຄວາມສະຫງົບແຫ່ງຊາດ ທ່ານໜຶ່ງກ່າວວ່າ:  
“ຄື ຢູ່ ປະເທດຈີນເນາະ ມາເບິ່ງປະຊາກອນ ເຂົາເຈົ້າແລ້ວ ປະຊາກອນ ເຂົາເຈົ້າຫຼາຍເນາະ ເຂົາເຈົ້າຈະເລັ່ງໃສ່ເບິ່ງແຕ່ຜູ້ຊາຍ ຜູ້ຍິງຫັ້ນມີໜ້ອຍ ບາງທີ ເພິ່ນອະນຸຍາດ ຢູ່ ປະເທດເພິ່ນເນາະ ແຕ່ວ່າ ປະເທດເຮົາ ບໍ່ໄດ້ຮັບອະນຸຍາດ ວ່າ ຈະເອົາຄົນລາວໄປ ຖືພາໃຫ້ຄົນອື່ນ ຄົນຕ່າງປະເທດ ຄົນຈີນນີ້ ຖ້າວ່າມີ ກະແມ່ນ ເຂົາເຈົ້າລັກເຮັດກັນ ບໍ່ມີນ່າ ບໍ່ມີເຮັດໃຫ້ຖືກ ເພາະວ່າ ຖ້າແຕ່ງງານຫັ້ນ ສິແມ່ນເນາະ.” 

ຂະບວນການລັກຖືພາແທນໃນປະເທດລາວ ຖືເປັນຂະບວນການຄ້າມະນຸດ ເນື່ອງຈາກ ບໍ່ສາມາດກວດສອບໄດ້ວ່າ ຈະຖືກເອົາອະໄວຍະວະໄປປ່ຽນແທນເຊື້ອອະສຸຈິ ແລະໄຂ່ຂອງຜູ້ເຮັດເດັກຫຼອດແກ້ວ ຫຼືບໍ່? ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສະງົບແຫ່ງຊາດ ຜູ້ດຽວກັນກັບຂ້າງເທິງ ກ່າວວ່າ:  
“ໃນກໍລະນີວ່າ ບໍ່ມີລູກແທ້ໆເນາະ ເຂົາເຈົາຕ້ອງໄດ້ອະນຸຍາດ ຈາກພາກສ່ວນກ່ຽວຂ້ອງ ຄວາມຈໍາເປັນ ຢາກໄດ້ລູກແທ້ໆມາສືບສະກຸນຫັ້ນ ຢ້ານວ່າ ມັນແອບແຝງ ຈະເປັນຄ້າມະນຸດ ກົດໝາຍເຮົາ ເພິ່ນບໍ່ໃຫ້ເຮັດ ເວລາໄດ້ເດັກໄປແລ້ວເນາະ ຢ້ານວ່າ ມີຄວາມສ່ຽງ ຈະໄປເອົາຫົວໃຈ ເອົາອະໄວຍະວະ ໄປປ່ຽນແທນ ຂອງເຊື້ອຜູ້ມາຝາກຫັ້ນ.” 

ປະເທດລາວ ກໍມີການອະນຸຍາດໃຫ້ຖືພາແທນແບບຖືກກົດໝາຍ ໂດຍມີເງື່ອນໄຂວ່າ ການໃຫ້ຖືພາແທນ ຕ້ອງເປັນຄູ່ ຜົວເມຍ ທີ່ບໍ່ສາມາດຖືພາເອົາເອງໄດ້ ແຕ່ໄຂ່ ແລະອະສຸຈິແຂງແຮງແລ້ວ ເອົາມາປະຕິສົນທິ ຢູ່ໃນຫຼອດແກ້ວ ໃຫ້ເປັນໂຕອ່ອນ ເພື່ອເອົາໃສ່ໃນມົດລູກທີ່ເປັນພີ່ນ້ອງທາງເມຍ ຢູ່ ສະຖານທີ່ບໍລິການຂອງລັດ ຫຼື ໂຮງຫມໍຂອງລັດຮ່ວມມືກັບອົງກອນເອກະຊົນ ໂດຍມີວິຊາການຊຽວຊານສະເພາະ ທີ່ໄດ້ຮັບອະນຸມັດຈາກກະຊວງສາທາລະນະສຸກ ພ້ອມທັງຫ້າມ ສະຖານທີ່ບໍລິການ ແລະຜູ້ປະກອບການ ດຳເນີນການໃຫ້ການຖືພາ ເປັນຮູບແບບການຄ້າຂາຍ, ຄ້າມະນຸດ ຫຼື ຫາຜົນປະໂຫຍດ. ອີງຕາມຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງການໃຫ້ຖືພາແທນ ແລະ ການໃຫ້ລຸລູກ ຂອງກະຊວງສາທາລະນະສຸກ ເລກທີ 2077/ສທ ລົງວັນທີ 8 ກໍລະກົດ 2021 ລະບຸມາດຕາ 7,9, ແລະ 15.

ເລື່ອງທີ່ອ່ານຫຼາຍ
ແມ່ຍິງ-ເດັກນ້ອຍ
ຄົນຂັບລົດ ຂອງແອັບ InDrive ລວນລາມຜູ້ໂດຍສານ
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.