ຄວາມສັມພັນຣະຫວ່າງ ລາວກັບພະມ້າ

ຄວາມສັມພັນ ຣະຫວ່າງ ລາວກັບພະມ້າ ມີຫຍັງແດ່ ສໍາຄັນ ແລະ ສປປລາວ ໄດ້ຜົລປໂຍດ ຫຍັງແດ່ ຈາກການຂຍາຍ ຄວາມສັມພັນ ອັນແໜ້ນແຟ້ນກັບ ພະມ້າ ໃນເວລານີ້.
ສິດນີ
2010.10.05

ກົດຟັງສຽງ


ເພື່ອຕອບສນອງ ຄຳເຊື້ອເຊີນ ຂອງປະທານ ປະເທດລາວ ທ່ານ ຈູມມະລີ ໄຊຍະສອນ, ທ່ານ ພົລເອກອາວຸດໂສ ທັນສເວ ປະທານ ສະຫະພາບ ແລະ ການພັທນາ ແຫ່ງຣັຖ ສະຫະພາບມຽນມາ ພ້ອມດ້ວຍພັລຍາ ແລະຄນະ ໄດ້ເດີນທາງ ມາຢ້ຽມຢາມລາວ ຢ່າງເປັນທາງການ ເປັນເວລາ 3 ວັນ ຣະຫວ່າງວັນທີ 1-3 ຕຸລາ ຫວ່າງອາທີດກອ່ນ ດ້ວຍຜົລສຳເຣັດ ທຸກປະການ.

ເມື່ອເວລາ 11 ໂມງ 55 ນາທີ ຂອງມື້ວັນທີ 1 ຕຸລາ ເຮືອບີນພິເສດ ຂອງຄນະດັ່ງກ່າວ ກໍ່ມາເຖີງ ນະຄອນຫລວງ ວຽງຈັນ ດ້ວຍການອອກຕ້ອນຮັບ ທີ່ສນາມບີນ ຂອງທ່ານ ພົງສວັນ ບຸບຜາ ຣັຖມົນຕຣີ ປະຈຳສຳນັກງານ ປະທານປະເທດ ຮ່ວມດ້ວຍແຂກ ຜູ້ມີກຽດທັງລາວ ແລະ ພະມ້າ. ທີີ່ຫໍຄຳສຳນັກງານ ປະທານປະເທດ ກໍ່ມີການຕອນຮັບ ດ້ວຍກອງກຽດຕິຍົດ ແລະ ປະທານ ປະເທດລາວ ທ່ານ ຈູມມະລີ ໄຊຍະສອນ ແລະ ຄນະຣັຖບານລາວ.

ຫລັງຈາກນັ້ນ ກໍ່ມີການແລກປ່ຽນ ຄວາມຄິດ ຄວາມເຫັນກັນ ແດ່ເລັກນ້ອຍ ກ່ອນຈະມີ ກອງປະຊມຸ ຣະຫວ່າງກັນ. ທັງສອງຝ່າຍກໍ່ ໃຫ້ຄວາມສຳຄັນ ໃນການສືບຕໍ່ ສາຍພົວພັນຢ່າງໃກ້ຊິດຣະຫວ່າງກັນ ໃນຣະຍະ 55 ປີ ຂອງການເປັນມິດ ຄືໃນວັນທີ 12 ກໍຣະກະດາ ປີ 1955.

ໃນການ ພົບປະຫາລືກັນ ທັງສອງຝ່າຍ ກໍ່ໄດ້ ປຶກສາຫາລືກັນ ກ່ຽວກັບ ຄວາມຮ່ວມມື ຣະຫວ່າງ ສອງປະເທດ ເປັນຕົ້ນທາງດ້ານ ການເມືອງ ຄວາມຫມັ້ນຄົງການ ພັທນາ ເສຖກິດ-ສັງຄົມ ການເຄື່ອນໄຫວ ຕ່າງປະເທດ ໃນເວທີພາກພື້ນ ແລະ ສາກົນ.

ປະທານປະເທດລາວ ທ່ານ ຈູມມະລີ ໄຊຍະສອນ ກ່່າວສະແດງຄວາມ ສັລເສີນ ຄວາມຄືບຫນ້າ ໃນການດຳເນີນ ນະໂຍບາຍ 7 ບາດກ້າວ ເພື່ອຄວາມປອງດອງ ຊາດ ຮ່ວມດ້ວຍການ ພັທນາ ເສຖກິດ ແລະສັງຄົມ ໃນພະມ້າ ຊື່ງທາງການພະມ້າ ກໍ່ໄດ້ແຈ້ງເຖິງ ການເລືອກຕັ້ງ ທີ່ຈະມີຂື້ນ ໃນພະມ້າ ໃນທ້າຍປີນີ້ ທາງການລາວ ກໍ່ໃຫ້ການ ສນັບສນູນ ກ່ຽວກັບເຣື້ອງນີ້.

ໃນຂນະດຽວກັນ ທາງຝ່າຍພະມ້າ ທ່ານ ທັນສເວ ກໍ່ໄດ້ກ່າວ ຍ້ອງຍໍລາວ ໃນຄວາມຄືບຫນ້າ ທາງດ້ານເສຖກິດ ແລະ ສັງຄົມໃນລາວ ໂດຍສະເພາະແມ່ນ ການຈັດຕັ້ງ ປະຕິບັດ ມະຕິ 8 ຂອງພັກ ການຈັດຕັ້ງແຜນ ພັທນາເສຖກິດ ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 6 ແລະ ການກຽມ ໃສ່ແຜນການ 5 ປີຄັ້ງທີ 7 ຣະຫວ່າງປີ 2011-2015 ຂອງຣັຖບານ ສປປລາວ.

ທີ່ຜ່ານມາ 2 ປະເທດ ກໍ່ໄດ້ລົງນາມ ກັນຫລາຍສະບັບ ເຊັ່ນການລົງນາມ ເມືອງຄູ່ແຟນ ຣະຫວ່າງ ຫລວງພຣະບາງ ກັບ ບາການ, ການລົງນາມ ຍົກເລີກ ວີຊາ ສຳລັບພົລເມືອງ ຣະຫວ່າງ ສອງປະເທດ ລົງນາມໃນສັນຍາ ຍົກເວັ້ນ ອາກອນຊ້ຳຊ້ອນ ຍົກເວັ້ນ ການເສັຽອາກອນ ລາຍໄດ້ຣະຫວ່າງ ສອງປະເທດ ບັນດາ ກະຊວງ ຣະຫວ່າງສອງປະເທດ ກໍ່ມີການລົງນາມ ການພົວພັນ ຣະຫວ່າງ ກັນເຊັ່ນ ກະຊວງການຕ່າງ ປະເທດ ປ້ອງກັນປະເທດ ປ້ອງກັນຄວາມສງົບ ພາຍໃນ ກະຊວງ ກະສີກັມ ປ່າໄມ້ ຄນະກັມມະການ ກິລາແຫ່ງຊາດ ຄນະກັມມະການ ຊາຍແດນ ສອງປະເທດກໍ່ມີ ການພົວພັນ ຮະຫວ່າງກັນ.

ໃນການຢ້ຽມຢາມ ເທື່ອນີ້ ທັງສອງ ໄດ້ຕົກລົງກັນ ສືບຕໍ່ການພົວພັນ ດັ່ງກ່າວ ແລະ ເພີ້ມການຮ່ວມມື ທາງດ້ານອື່ນໆ ໃຫ້ຫລາຍຂື້ນເຊັ່ນ ການຍົກຣະດັບ ຄວາມຮ່ວມມື ຮັກສາ ຄວາມປອດພັຍ ຕາມແນວຊາຍ ແດນຣະຫວ່າງກັນ. ຊ່ອຍກັນປາບປາມ ແລະຕ້ານບັນຫາ ຢາເສບຕິດ ຕາມແນວຊາຍແດນ, ຄົນເຂົ້າເມືອງ ທີ່ຜິດກົດຫມາຍ ສົ່ງເສີມການສ້າງ ຕັ້ງຕລາດນັດ ການແລກປ່ຽນສີນຄ້າ ແລະການໄປມາຫາ ສູ່ຣະຫວ່າງ ປະຊາຊົນ ສອງຝັ່ງ, ການສ້າງຂົວມີຕພາບ ແລະ ຖນົນເຊື່ອມຕໍ່ ເພື່ອໄປສູ່ ວຽດນາມ.

ທັງສອງໄດ້ຮ່ວມຕັ້ງ ຄນະກັມມະການ ຊາຍແດນຂັ້ນແຂວງ ຣະຫວ່າງກັນຂື້ນ ແລະ ໄດ້ລົງນາມກ່ຽວກັບ ການຂົນສົ່ງທາງ ອາກາດ ຣະຫວ່າງ ສອງປະເທດ.
ແຕ່ຄວາມສຳພັນ ຣະຫວ່າງລາວ ກັບພະມ້າ ມີຄວາມສຳຄັນ ຫຍັງແດ່? ມີຄວາມສຳຄັນ ຫລາຍຢ່າງເຊັ່ນ:

1-ທັງສອງປະເທດ ຍັງຕ້ອງການ ເພື່ອນຮ່ວມພາຄີ ໃນເວທີສາກົນ ແລະໃນຂົງເຂດ ໂດຍສະເພາະພະມ້າ.

2- ສປປລາວ ຈະໄດ້ຮັບຄວາມ ຮ່ວມມືໃນກ ານຕ້ານ ການຄ້າ ຢາເສບຕິດ ຕາມແນວຊາຍແດນ 3 ຫລ່ຽມທອງຄຳ.

3- ພະມ້າ ມີຊັພຍາກອນ ນ້ຳມັນ ແລະແກສ ທັມມະຊາດ ຢ່າງມະຫາສານ ເປັນມີດກັບພະມ້າ ຈະເຮັດໃຫ້ລາວ ມີໂອກາດ ໃນການພົວພັນ ດ້ານນີ້ຖ້າລາວ ຕ້ອງການ.

4- ກໍ່ແມ່ນຄວາມ ປອດພັຍຕາມ ແນວຊາຍ ແດນ ຣະຫວ່າງສອງປະເທດ ຈາກກຸ່ມຄ້າ ຢາເສບຕິດ ຄົນເຂົ້າເມືອງ ທີ່ຜິດກົດຫມາຍ ແລະການຄ້າມະນຸດ ປະເພດຕ່າງໆ ກໍ່ຈະຫລຸດລົງ.

ຜົລປະໂຍດທີ່ ສປປລາວ ຈະໄດ້ຮັບ ໃນການຂຍາຍ ການພົວພັນກັບ ພະມ້າ ກໍ່ມີດັ່ງທີ່ກ່າວ ມາຂ້າງເທີງນັ້ນ ຮ່ວມດ້ວຍການ ເປັນບ້ານອ້າຍ ເມືອງນ້ອງ ທີ່ດີ ຣະຫວ່າງກັນ ເພາະຄວາມສຳພັນ ຣະຫວ່າງ ລາວ-ກັບພະມ້າ ເປັນຄວາມສຳພັນ ມາແຕ່ດົນນານ ສມັຍໂບຮານະການ ພະມ້າກັບລາວ ເຄີຍຮັກແພງກັນມາ ແຕ່ຕົ້ນ ບໍ່ຄ່ອຍມີການ ບາດຫມາງຈີດໃຈ ກັນຫລາຍປານໃດ ເທ່ົາກັບຄວາມ ສັມພັນກັບປະເທດ ເພື່ອນບ້ານອື່ນໆ.

ນັກລົງທຶນຈາກ ພະມ້າ ກໍ່ຈະມາລົງທຶນ ໃນລາວຫລາຍຂື້ນ ໃນຂແນງອື່ນໆ ຮ່ວມດ້ວຍນັກທ່ອງທ່ຽວ ເພາະມີການເຊື່ອມໂຍງ ທາງອາກາດ ແລະ ການຍົກເລີກໃບ ຜ່ານແດນຣະຫວ່າງ ປະຊາຊົນ ສອງປະເທດ. ການຍົກເລີກພາສີ ແລະການຍົກເລີກ ອາກອນ ປະເພດຕ່າງໆ ສປປລາວ ກໍ່ສາມາດ ສົ່ງສີນຄ້າໄປຂາຍ ໃນພະມ້າໄດ້ ຫລາຍຂື້ນ.

ແຕ່ເຖິງຢ່າງໃດ ກໍ່ຕາມ ນັກວິເຄາະ ເວົ້າວ່າ ການມາຢ້ຽມຢາມ ລາວ ຂອງ ຜູ້ນຳພະມ້າເທື່ອນີ້ ແມ່ນຜົລປໂຍດ ຂອງຣັຖບານ ພະມ້າຫລາຍກ່ວາ ເພາະພະມ້າ  ຕ້ອງການເພື່ອນ ອ້ອມຂ້າງໃນເວທີ ສາກົນ ແລະໃນຂົງເຂດ ຫລາຍເທົ່າທີ່ ຈະຫລາຍໄດ້ ຍ້ອນການລົງໂທດ ທາງດ້ານເສຖກິດ ຈາກປະເທດ ຕາເວັນຕົກ, ບັນຫາທາງ ດ້ານການເມືອງ ແລະການກັກຂັງ ບໍຣິເວນ ຍານາງ ອອງຊານຊູຈິີ ບໍ່ໄດ້ເຂົ້າ ຮ່ວມການເລືອກຕັ້ງ ເຖິງແມ່ນວ່າ ທາງການພະມ້າ ປະກາດວ່າຈະປ່ອຍ ນາງໃຫ້ເປັນ ອິສຣະ ກໍ່ແມ່ນຫລັງ ຈາກການເລືອກຕັ້ງ ແລະກໍ່ບໍ່ມີຄວາມ ຫມາຍຫຍັງຫມົດ. ເປັນການເລືອກຕັ້ງ ຝ່າຍດຽວເຫມືອນເດີມ ຫລາຍປະເທດໃນ ຂົງເຂດໂດຍສເພາະ ກຸ່ມອາຊຽນ ກໍ່ບໍ່ຄ່ອຍຈະດີໃຈ ກັບພະມ້າ ອາດມີ ແຕ່ ສປປລາວ ກຳພູຊາ ແລະວຽດນາມ ຮ່ວມດ້ວຍຈີນ ໃຫ້ການ ສນັບສນູນ ຣັຖບານ ທະຫານພະມ້າ.

ດັ່ງນັ້ນ ການມາຢ້ຽມຢາມ ລາວ ຂອງຜູ້ນຳພະມ້າ ເທື່ອນີ້ຜົລປະໂຍດ ທີ່ ສປປລາວ ຈະໄດ້ຮັບຄົງ ບໍ່ມີຫຍັງຫລາຍ ແຮ່ງຈະສ້າງຄວາມ ເຊື່ອມເສັຽໃຫ້ແກ່ ລາວ ຍ້ອນ ໃຫ້ການສນັບສນູນ ຜູ້ນຳຜເດັດການ ທີ່ຫລາຍ ປະເທດປະນາມ. ສບາຍດີ.





ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.