ບັນຫາ ການສໍ້ຣາສ

ປະຊາຊົນ ລາວ ທົ່ວໄປແລ້ວ ຢາກໃຫ້ ທາງການ ກວດກາ ບັນຫາ ການສໍ້ຣາສ-ບັງຫລວງ ຢ່າງເຄັ່ງຄັດ

0:00 / 0:00

ການສໍ້ຣາສ-ບັງຫລວງ ຊຶ່ງມີຢ່າງແຜ່ ຫລາຍໃນບັນດາ ພະນັກງານພັກຣັຖ ແຕ່ຂັ້ນເທິງລົງ ຮອດຂັ້ນລຸ່ມນັ້ນ ຊາວລາວ ໂດຍທົ່ວໄປ ຮູ້ສຶກຜິດຫວັງ ໃນຖານະທີ່ ລາວຍັງ ມີເສຖກິດ ບໍ່ຄ່ອຍໝັ້ນຄົງ, ແລະປະຊາຊົນ ທີ່ທຸກຍາກ ຍັງມີຫລາຍ ຊຶ່ງເລື່ອງການ ສໍ້ຣາສ-ບັງຫລວງ ຂອງພນັກງານ ນີ້ທາງຣັຖບານ ຕ້ອງມີການ ກວດກາຊອກຫາ ຂໍ້ມູນສາເຫດ ແລະທໍາການ ແກ້ໃຂ ຕາມຄໍາເວົ້າຂອງ ຊາວນະຄອນ ຫລວງວຽງຈັນ ທ່ານນຶ່ງ ທີ່ຂໍສຫງວນຊື່.

ຢາກໃຫ້ຣັຖບານ ມີການດັດປັບ ແລະມີການ ກວດກາ ທີ່ເຄັ່ງຄັດ ເຫັນບາງອັນ ກໍໄດ້ ມີຜົນບັງຄັບ ໄຊ້ປະຕິບັດ ແລະມີບາງອັນ ຖືວ່າຈະໄດ້ ມີການ ສຶກສາຂໍ້ມູນ ເພີ່ມ ເຕີມຂຶ້ນອີກ ເພາະວ່າການ ສໍ້ຣາສ-ບັງຫລວງ ມີຄວາມຈີງມາ ຈາກໃສເຮົາຕ້ອງ ຊອກຫາສາເຫດ ຂອງມັນ.

ແລະວ່າຂ່າວການ ຮັບສີນບົນທີ່ ເກີດຂຶ້ນທຸກວັນນີ້ ຈະຕ້ອງມີສາເຫດ ຖ້າບໍ່ດັ່ງນັ້ນ ກໍຄົງບໍ່ມີ ຂ່າວອອກມາຊຶ່ງ ກໍເຫັນວ່າທາງ ຣັຖບານ ກໍເອົາຈິງເອົາຈັງ ເພື່ອຈໍາກັດກໍາ ຈັດບັນຫາການ ຮັບສີນບົນ ການ ສໍ້ຣາສ-ບັງຫລວງ ຂອງເຈົ້າໜ້າທີ່ ທາງການ ນັ້ນຢູ່ແລ້ວ. ກ່ຽວກັບການ ສໍ້ຣາສ-ບັງຫລວງ ຊຶ່ງສ່ວນໃຫຍ່ແລ້ວ ຈະເປັນເຈົ້າໜ້າ ທີ່ທາງ ການຜູ້ມີສິດ ຕັດສີນບັນຫາ ມີໜ້າທີ່ຕໍາແໜ່ງ ເປັນຜູ້ກະທໍານັ້ນ ຊາວລາວອີກ ທ່ານນຶ່ງ ໃຫ້ຄໍາເຫັນວ່າ:

ຣັຖບານ ກໍມີຫລາຍຄົນ ຄົນດີບໍ່ດີ ບໍ່ໄດ້ມີ ຜູ້ດຽວເລີ່ມເອົາ ຈິງເອົາຈັງ ກ່ຽວກັບເລື່ອງ corruption ບໍ່ຢາກໃຫ້ມີ ເພາະວ່າເປັນ ປະເທດ ດ້ອຍພັທນາ.

ລາວເປັນປະເທດ ນຶ່ງທີ່ເປັນພາຄີ ສົນທິສັນຍາ ສາກົນ ຂອງສະຫະປະຊາຊາດ ວ່າດ້ວຍການ ສະກັດກັ້ນການ ສໍ້ຣາສ-ບັງຫລວງ. ແລະໃນປີ 2005 ກໍໄດ້ມີການ ຮັບຮອງເອົາ ກົດໝາຍ ວ່າດ້ວຍການຕ້ານ ການ ສໍ້ຣາສ-ບັງຫລວງ ເພື່ອຈໍາກັດ ພຶຕິກັມດັ່ງກ່າວ ຂອງພະນັກງານ ພັກຣັຖຂອງລາວ ແຕ່ນັ້ນກໍ ປາກົດວ່າບໍ່ ຊ່ວຍໃຫ້ການ ສໍ້ຣາສ-ບັງຫລວງ ຮັບສີນບົນ ລຸດຜ່ອນລົງ ແຕ່ຢ່າງໃດເລີຍ ຢູ່ລາວ.

ແລະໃນປີ 2008 ຜ່ານມາທາງອົງການ ຄວາມໂປ່ງໃສສາກົນ ກໍໄດ້ຈັດ ສປປລາວ ຢູ່ໃນບັນດາ ປະເທດ ທີ່ມີການ ສໍ້ຣາສ-ບັງຫລວງ ຫລາຍທີ່ສຸດ ຄືທີ 151 ໃນຈໍາ ນວນທັງໝົດ 180 ປະເທດ ໃນໂລກ ໂດຍໄດ້ຄະແນນ ພຽງ 1 ຈຸດ 9 ສ່ວນ 10.