ລາວສລອງວັນຕໍ່ຕ້ານ ການສໍ້ຣາສບັງຫລວງ ຂອງໂລກ

ຮອງນາຍົກຣັຖມົນຕຣີ ສປປລາວ ທ່ານ ອາຊາງລາວລີ ກ່າວໃນມື້ວັນອັງຄານ ທີ1ທັນວາ2009ວ່າ ຣັຖບານ ສປປລາວ ຕ້ອງການຄວາມຮ່ວມມື ຈາກສື່ມວລຊົນ ໃນການພຍາຍາມ ຕໍ່ຕ້ານການສໍ້ຣາສບັງຫລວງ.
ໂພໄຊສວັດ
2009.12.03

ທ່ານກ່າວໃນທີ່ຊຸມນຸມ ຈັດພິທີສລອງ ມື້ຕໍ່ຕ້ານການສໍ້ຣາສບັງຫລວງ ຂອງໂລກ ຢູ່ສູນວັທນະທັມແຫ່ງຊາດ ນະຄອນຫລວງວຽງຈັນ ວ່າຣັຖບານຈະເປີດ ໂອກາດ ໃຫ້ສື່ມວລຊົນ ແລະປະຊາຊົນ ລາຍງານເຫດການຕ່າງໆ ທີ່ເຫັນວ່າມີການ ສໍ້ຣາສບັງຫລວງ.

ທາງພາກຣັຖບານຫວັງວ່າ ການໃຫ້ປະຊາຊົນ ມີສ່ວນຮ່ວມໃນການ ເປັນຫູເປັນຕາດັ່ງກ່າວ ຈະສາມາດຍັບຍັ້ງ ເຈົ້າໜ້າທີ່ຂອງຣັຖ ທີ່ຢາກມີສ່ວນ ໃນການສໍ້ຣາສ ບັງຫລວງ ຍ້ອນຢ້ານວ່າຈະຖືກ ເປີດໂປງທາງໂທຣະທັດ ວິທຍຸ ແລະທັງທາງໜັງສືພິມ ຊຶ່ງອາດຈະເຮັດໃຫ້ ພວກຂະເຈົ້າຄິດທົບທວນ ຫລາຍຂື້ນກ່ອນທີ່ ຈະເຮັດຜິດກົດໝາຍ. ທ່ານ ອາຊາງ ຜູ້ຊຶ່ງເປັນປະທານ ອົງການກວດກາແຫ່ງຣັຖ ກ່າວອີກວ່າຣັຖບານ ຈະສືບຕໍ່ຮວມ ບົດຮຽນບົດສອນກ່ຽວກັບ ການຕໍ່ຕ້ານ ປາບປາມ ການສໍ້ຣາສບັງຫລວງ ໃນພາກຮຽນຂອງ ສະຖາບັນການສຶກສາ ຂອງນັກວິຊາການ ຝ່າຍການເມືອງ ແລະການປົກຄອງ.

ໃນເວລາດຽວກັນ ຣັຖບານ ກໍຈະພຍາຍາມຫລຸດຜ່ອນ ຄວາມທຸກຍາກຂາດເຂີນ ເພື່ອປັບປຸງສະພາບ ການເປັນຢູ່ຂອງປະຊາຊົນ ໂດຍສະເພາະ ພນັກງານຣັຖ ເພື່ອບໍ່ໃຫ້ພວກຈະເຂົ້າ ຊອກຫາທາງກິນສີນບົນ.

ສະຫະປະຊາຊາດ ສນັບສນູນ ຄວາມພຍາຍາມຂອງ ຣັຖບານລາວ ແລະເຫັນວ່າອັນນີ້ ເປັນບາດກ້າວອັນສຳຄັນ ໃນການຕໍ່ຕ້ານປາບປາມ ການສໍ້ຣາສບັງຫລວງ ຊຶ່ງສົ່ງຜົນສ້າງຄວາມ ຫາຍນະ ມາດົນນານແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.