ນໍ້າເປື້ອນຈາກ ກາຊີໂນຈີນ ໃຫຼໄປໃສ
2010.08.04
ຫ້ອງການ ຊັພຍາກອນນໍ້າ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ຖແລງວ່າ ນໍ້າໂສໂຄກ ຈາກເຂດ ກາຊີໂນ ຈີນ ບໍ່ໄດ້ປ່ອຍ ລົງສູ່ນໍ້າຂອງ ເພາະວ່າມີ ການບໍາບັດ ຢ່າງ ຖືກຕ້ອງ ຕາມຫລັກ ແລະ ຫລັງຈາກການ ບໍາບັດແລ້ວ ກໍປ່ອຍໃຫ້ ໃຫລລົງສູ່ ໄຮ່ນາຂອງ ປະຊາຊົນ ທີ່ຢູ່ໃກ້ ບໍຣິເວນ ກາຊີໂນ.
ກ່ອນໜ້ານັ້ນ ຫ້ອງການ ກະສິກັມ ເມືອງຕົ້ນເຜິ້ງ ບອກວ່າ ນໍ້າໂສໂຄກ ຈາກເຂດ ກາຊີໂນ ບໍ່ຮູ້ວ່າ ໃຫລໄປໃສ ຄັນບໍ່ໃຫລ ລົງສູ່ ແມ່ນໍ້າຂອງ ເພາະວ່າ ບໍ່ມີ ເຈົ້າໜ້າທີ່ ຝ່າຍລາວ ພາກສ່ວນໃດ ສາມາດເຂົ້າ ໄປກວດກາໄດ້ ແລະ ທີ່ຕັ້ງຂອງ ສະຖານທີ່ ບໍາບັດ ນໍ້າໂສໂຄກ ຫ່າງຈາກ ນໍ້າຂອງ ພຽງປະມານ 200 ແມັດ ເທົ່ານັ້ນ. ເຈົ້າໜ້າທີ່ ຫ້ອງການ ຊັພຍາກອນນໍ້າ ແລະ ສິ່ງແວດລ້ອມ ປະຈໍາແຂວງ ກ່າວກ່ຽວກັບ ເຣື້ອງນີ້ວ່າ:
"ເຂົາເຈົ້າມີ ອ່າງບໍາບັດ ນໍ້າເສັຽ ສະເພາະ ຂອງເຂົາເຈົ້າ ມີ 2-3 ອ່າງ. ຫລັງຈາກ ບໍາບັດນໍ້າເສັຽ ໃຫ້ມັນນໍາ ໃຊ້ໄດ້ແລ້ວ ກໍປ່ອຍລົງ ທົ່ງໄຮ່ທົ່ງນາ ຂອງ ປະຊາຊົນ. ສວນພືດ ສວນຜັກ ການຜລິດ ຢູ່ພາຍໃນ ນອກນັ້ນ ກໍປ່ອຍລົງ ຕາມລໍາຄອງ ໜອງນໍ້າ".
ທ່ານວ່າ ນໍ້າໂສໂຄກ ທີ່ ບໍາບັດແລ້ວ ແລະ ປ່ອຍລົງສູ່ ທົ່ງໄຮ່ ທົ່ງນານັ້ນ ແມ່ນນໍາໄປ ໃຊ້ເພື່ອ ການກະເສດ ບໍ່ໄດ້ຖອກ ເທລົງ ແມ່ນໍ້າຂອງ ແຕ່ຢ່າງໃດ. ສ່ວນທາງ ຫ້ອງການ ກະສິກັມ ເມືອງຕົ້ນເຜິ້ງ ໃຫ້ຂໍ້ມູນວ່າ ໄຮ່ນາ ປະຊາຊົນ ບໍ່ໄດ້ຢູ່ ໃກ້ບໍຣິເວນ ກາຊີໂນ. ທ່ານວ່າ ໄຮ່ນາ ຂອງ ປະຊາຊົນ ຕັ້ງຢູ່ພື້ນທີ່ ສູງທາງເໜືອ ຂື້ນໄປ
ດັ່ງນັ້ນ ມັນເປັນໄປ ບໍ່ໄດ້ ທີ່ນໍ້າຈາກ ສະຖານທີ່ ບໍາບັດ ຂອງກາຊີໂນ ຈະໃຫລຈາກ ຕໍ່າຂື້ນໄປ ພື້ນທີ່ສູງ. ດັ່ງເຈົ້າໜ້າທີ່ ຫ້ອງການ ກະສິກັມ ເມືອງຕົ້ນເຜິ້ງ ເວົ້າວ່າ:
"ສ່ວນທີ່ກໍ່ສ້າງ ນໍ້າເສັຽ ຂອງ ກາຊີໂນ ມັນຈະຢູ່ ແຄມນໍ້າຂອງ ພີ້ເດະ. ຈາກໂຮງແຮມ ຫາ ນໍ້າຂອງ ປະມານ 200 ແມັດຊື່ໆ. ຣະຍະຫ່າງ ມັນນະ ບໍ່ມີ ທົ່ງນາເດ໋ ນໍ້າມັນ ຈະບໍ່ໄຫລ ຂື້ນເໜືອເດ໋ ນໍ້າມັນກໍ ຈະໄຫລລົງ ຕໍ່ານະ".
ເຖິງຢ່າງໃດ ກໍຕາມ ຍັງບໍ່ມີ ຜູ້ໃດຮູ້ ຢ່າງແທ້ຈິງ ວ່າ ການບໍາບັດ ນໍ້າໂສໂຄກ ຢູ່ໃນເຂດ ກາຊີໂນ ຈີນ ເມືອງຕົ້ນເຜິ້ງ ນີ້ ເຮັດກັນແບບໃດ ເພາະບໍ່ມີ ໜ່ວຍງານໃດ ສາມາດ ເຂົ້າໄປກວດກາ ແລະ ພິສູດໄດ້.









