ກາຣປ່ຽນແປງຂອງ ດິນຟ້າອາກາສໃນລາວ

ກາຣປ່ຽນແປງ ຂອງດິນຟ້າ ອາກາສ ຍິ່ງເປັນກາຣ ສ້າງບັນຫາ ຕໍ່ສິ່ງແວດລ້ອມ ໃນລາວ.
ຫວາດ ສີມູນ
2010.06.04
F-View ທີວທັດທີ່ສວຍງາມ ຕາມທັມມະຊາຕ ທີ່ແຂວງຫົວພັນ ທາງພາກເໜືອຂອງລາວ ຊື່ງເປັນສີ່ງທີ່ ຄວນອະນຸຮັກໄວ້
RFA

ກາຣປ່ຽນແປງ ທາງດິນ ຟ້າອາກາສ ຖືເປັນສິ່ງສຳຄັນ ໃນກາຣປະກອບ ສ່ວນເຂົ້າໃນກາຣ ສ້າງບັນຫາຕໍ່ ສະພາບແວດລ້ອມ ໃນສປປລາວ ດັ່ງເຈົ້າໜ້າທີ່ ຂອງອົງກາຣ ຊັພຍາກອນນ້ຳ ແລະສິ່ງແວດລ້ອມ ໄດ້ກ່າວກ່ຽວກັບ ເຣື່ອງນີ້ວ່າ:

“ສາເຫຕ ຂອງສິ່ງແວດລ້ອມ ຂອງກາຣປ່ຽນແປງ ດິນຟ້າອາກາສນີ້ ເປັນສາເຫຕຕົ້ນໆ ເປັນບັນຫາຫລັກເລີຽ ເປັນບັນຫາກາຣ ປ່ຽນແປງ ດິນຟ້າອາກາສ (ຫລື) Climate Change ນີ້ ມັນມີກະທົບ ໄປທຸກໆຢ່າງ ມີນ້ຳເນາະ ມີປ່າໄມ້ ມີກະສິກັມ ແລ້ວກໍມີ ສາທາຣະນະສຸຂ”.

ພ້ອມດຽວກັນນີ້ ທ່ານກໍວ່າ ຜົລກະທົບ ທີ່ເຫັນໄດ້ຢ່າງ ຄັກແນ່ ກໍແມ່ນເຫຕກາຣ ທີ່ມີພັຍນ້ຳຖ້ວມ ຢ່າງຮຸນແຮງໃນ ຣະຫວ່າງ 2-3 ປີທີ່ ຜ່ານມານີ້ ແລະກາຣທີ່ມີ ຣະດັບນ້ຳຂອງ ລົດລົງຢ່າງຜິດ ປົກກະຕິ ໃນປີນີ້ ກໍອາຈສືບເນື່ອງ ມາຈາກກາຣປ່ຽນແປງ ຂອງດິນຟ້າອາກາສ ເຊັ່ນກັນ ອັນເປັນເຫຕໃຫ້ ຊາວກິສິກອນ ບໍ່ສາມາດ ທີ່ຈະດຳເນີນ ກາຣເພາະປູກໄດ້ ພ້ອມກັບ ມີບັນຫາທີ່ ເຮັດໃຫ້ສັຕສາວະສິ່ງ ລົ້ມຕາຍໄປກໍມີ.

ໃນຂະນະດຽວກັນ ທ່ານກໍວ່າທາງ ກາຣກ່ຽວຂ້ອງກໍ ກຳລັງເກັບກຳ ຂໍ້ມູລ ພ້ອມກັບໄດ້ຮັບ ຄວາມຮ່ວມມືຈາກ ຕ່າງປະເທສ ມາຊ່ວຍອອກແນວ ແລະແບບແຜນຂອງ ກາຣປະຕິບັຕຕາມ ໂຄງກາຣ ແລະຍຸທສາຕ ໃນດ້ານກາຣ ແກ້ໄຂບັນຫາ ຂອງດິນຟ້າອາກາສ ເພື່ອບໍ່ໃຫ້ເກີດ ມີບັນຫາ ໃນຂັ້ນຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.