ນໍ້າຝົນໄຫຼຈາກພູຫົວໂລ້ນ ເລີຍເກີດນໍ້າຖ້ວມ
2010.09.14
ການຕັດໄມ້ ທຳລາຍປ່າ ໃນເຂດພູດອຍ ໃນຫລາຍພື້ນທີ່ ໃນລາວ ເປັນສາເຫດ ທີ່ສຳຄັນ ທີ່ພາໃຫ້ເກີດ ນ້ຳປ່າໄຫລແຮງ ໃນຍາມ ຣະດູຝົນ ຊື່ງໃນຣະຍະ ທີ່ຜ່ານມາ ສປປລາວ ເຕັມໄປດ້ວຍ ປ່າໄມ້ ທີ່ດົກຫນາ ປົກຫຸ້ມ ເຫດການດ່ັງກ່າວ ກໍບໍ່ເຄີຍ ມີມາກ່ອນ ໃນຍາມ ຣະດູຝົນ ແຕ່ໃນ ປັດຈຸບັນ ຍ້ອນການທຳລາຍ ປ່າໄມ້ ຫລື ປ່າຍອດນ້ຳ ສ້າງຄວາມເຊື່ອມເສັຽ ຕໍ່ການດູດ ນ້ຳຝົນ ທີ່ຕົກລົງ ມາຈາກພູ ເຮັດໃຫ້ນ້ຳປ່າ ໄຫລແຮງ ເກີດຂື້ນ ໃນຫລາຍພື້ນທີ່ ໃນລາວ. ດັ່ງນັກວີຊາການ ດ້ານສີ່ງແວດລ້ອມ ທ່ານນື່ງ ເວົ້າວ່າ:
"ມັນຈະບໍ່ມີ ອັນປ້ອງກັນ ຄັນຊີ່ເວົ້າເຣື້ອງ ສະພາບ ອຸທົກກະສາດ ຄືເຮົາເອົາ ນ້ຳໃນຂຸ ແລ້ວຖອກໃສ່ ຫົວລ້ານ ຂອງຄົນຫັ້ນ ມັນກໍ່ຊີ່ຕົກໄວ ຄັນຖ້າ ບໍ່ມີຜົມ ກໍ່ຄືຕົ້ນໄມ້ ທີ່ເປັນປ່າ ປົກຫຸ້ມພື້ນທີ່ ຂອງດີນ ສະນັ້ນ ບັນຫາຂອງມັນ ກໍ່ເປັນແນວນັ້ນ".
ເຫດນ້ຳປ່າ ໄຫລແຮງ ເກີດຂື້ນໃນລາວ ຫວ່າງຫລັງໆ ມານີ້ ກໍ່ແມ່ນ ໃນຊ່ວງນ້ຳຖ້ວມ ທີ່ເມືອງ ສີງ ເມືອງລອງ ແຂວງ ຫລວງນ້ຳທາ ແລະ ຫລາຍເມືອງໃນ ແຂວງ ໄຊຍະບຸຣີ ເມື່ອຍາມຝົນ ເດືອນ ສີງຫາ ປີນີ້. ເຫດການດັ່ງກ່າວ ສ້າງຄວາມເສັຽຫາຍ ໃຫ້ແກ່ຜົລປູກ ບ້ານເຮືອນ ປະຊາຊົນ ຢ່າງໃຫຍ່ ຮ່ວມດ້ວຍ ຖນົນຫົນທາງ ກໍ່ຖືກນ້ຳ ເຊາະ ເພພັງໄປ ໃນຫລາຍພື້ນທີ່. ໃນຣະຍະ ທີ່ຜ່ານມາ ສະພາບຄວາມ ຫນາແຫນ້ນ ຂອງປ່າໄມ້ ໃນລາວໃນທົ່ວ ປະເທດມີຢູຸ່ 70% ແຕ່ຍ້ອນການ ຕັດໄມ້ ທຳລາຍປ່າ ໃນລາວ ໃນຣະຍະສີ່ ຫ້າປີ ທີ່ຜ່ານມາ ເຮັດໃຫ້ຄວາມ ຫນາແຫນ້ນຂອງ ປ່າໄມ້ ໃນລາວຫລຸດລົງ ຍັງເຫລືອພຽງ ແຕ່ 35% ເທົ່ານັ້ນ.
ທາງການລາວ ກຳລັງ ປຸກຣະດົມ ປະຊາຊົນ ໃນການປູກປ່າ ໃນທົ່ວປະເທດ ແລະ ຫ້າມການຕັດໄມ້ ທຳລາຍປ່າ ແຕ່ບໍ່ຮູ້ວ່າ ຈະໄດ້ຜົລ ຫລາຍຫນ້ອຍປານໃດ ເທົ່າເຖິງ ປັດຈຸບັນ ກໍ່ຍັງມີການ ລັກລອບຕັດໄມ້ ແລະຖາງປ່າ ເຮັດໄຮ່ ໃນລາວຢູ່.









