ກອງປະຊຸມ ດ້ານກົດໝາຍ ປ້ອງກັນສະພາບ ແວດລ້ອມ ທີ່ແຂວງວຽງຈັນ

ກອງປະຊຸມດ້ານ ກົດໝາຍປ້ອງກັນ ສະພາບແວດລ້ອມ ຈັດຂື້ນຢູ່ແຂວງວຽງຈັນ ໃນວັນພຸດນີ້

ທາງກາຣ ສປປລາວ ຈັດກອງປະຊຸມ ຂື້ນຢູ່ເຂື່ອນນ້ຳງື່ມ ແຂວງວຽງຈັນ ແຕ່ວັນທີ່ 10 ຫາ 12 ກຸມພານີ້ເພື່ອ ຫາວິທີທາງແກ້ໄຂ ແລະປັບປຸງດ້ານ ກົດໝາຍປ້ອງກັນ ສະພາບແວດລ້ອມ ດັ່ງເຈົ້າໜ້າທີ່ຂອງ ຫ້ອງກາຣ ສະພາບແວດລ້ອມ ໄດ້ກ່າວວ່າ: 

“ເວົ້າເຣື່ອງປັບປຸງກົດໝາຍ ວ່າດ້ວຍກາຣປົກປັກຮັກສາ ສີ່ງແວດລ້ອມຈະເປັນ ສະບັບປັບປຸງ ແຕ່ເກົ່າມີແລ້ວ ໄດ້ອອກປີ 1999 ແຕ່ມາພາຍຫລັງ ປັບປຸງຕົວນີ້ແລ້ວ ຈະສົ່ງຫາສະມາຊິກສະພາ ເພື່ອສະມາຊິກສະພາ ຕົກລົງປະກາສ ໃຊ້ໃນເດືອນ 11 ນີ້”

ພ້ອມດຽວກັນນີ້ ທ່ານກໍວ່າ: ໃນເມື່ອກ່ອນໄດ້ໃສ່ຊື່ ວ່າອົງກາຣວິທຍາສາຕ ເທຄໂນໂລຈີແລະ ສີ່ງແວດລ້ອມ ແຕ່ໃນປັຈຈຸບັນນີ້ ໄດ້ປ່ຽນມາເປັນ ອົງກາຣຊັພຍາກອນ ນ້ຳແລະສີ່ງແວດລ້ອມ ດັ່ງນັ້ນຈື່ງຕ້ອງໄດ້ ມີກາຣປ່ຽນແປງກົດໝາຍ ເພື່ອໃຫ້ສອດຄ່ອງ ກັບສະພາບກາຣປັຈຈຸບັນ. 

ສໍາຫລັບກົດໝາຍ ເກົ່ານັ້ນບໍ່ໄດ້ມີ ກາຣບົ່ງບອກໄວ້ ກ່ຽວກັບຫົວຂໍ້ມາຕກາຣ ກ່ຽວກັບກາຣພັທນາ ແບບຍືນຍົງແຕ່ຢ່າງໃດ ດັ່ງທີ່ທ່ານໄດ້ ກ່າວເພີ່ມວ່າ: 

“ຫົວຂໍ້ທີ່ວ່າກາຣພັທນາ  ແບບຍືນຍົງເອົາເຂົ້າມາ ແລະກໍກາຣວາງແຜນ ກາຣພັທນາແບບຮອບດ້ານ ແລະກາຣປະເມີນຜົລ ສີ່ງແວດລ້ອມແບບ   ຍຸທສາຕແລະ ຫົວຂໍ້ສາຣພິດເຄມີ”

ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ ກ່າວແຈ້ງເພີ່ມວ່າ: ສຳຫລັບກົດໝາຍ ວ່າດ້ວຍສີ່ງແວດລ້ອມ ສະບັບເກົ່ານັ້ນມີຢູ່ 51 ມາຕຣາດ້ວຍກັນ ແຕ່ສະບັບປັບປຸງ ໃໝ່ນີ້ມີ 63 ມາຕຣາແລະທາງ ກອງປະຊຸມແມ່ນ ໄດ້ມີກາຣຖົກຖຽງ ກັນຫລາຍພໍສົມຄວນ ກ່ຽວກັບກາຣ ປະຕິບັຕຕາມໜ້າທີ່ ແລະກາຣລົງໂທສ ຂອງຜູ້ກຳທຳຜິດ ຕໍ່ກົດໝາຍ ສິ່ງແວດລ້ອມ ດັ່ງກ່າວຢ່າງມີອິສຣະພາບ



2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org