ມີຂໍ້ສເນີໃຊ້ຫຼັກປະເມີນ ຜົລກະທົບສະສົມ

ນັກວິຊາການ ສິ່ງແວດລ້ອມ ຂອງລາວ ສເນີໃຫ້ ໃຊ້ຫລັກການ ປະເມີນ ຜົລກະທົບ ສະສົມ ຫລືທີ່ເອີ້ນ ໂດຍຫຍໍ້ເປັນ ພາສາອັງກິດ ວ່າ CIA ເມື່ອເວລາ ພິຈາຣະນາ ຂໍ້ສເນີ ໂຄງການ ຂນາດໃຫຍ່.
ມະນີຈັນ
2010.08.05

ສປປລາວ ຄວນມີການ ພິຈາຣະນາ ໃຫ້ບັນດາ ໂຄງການ ຂນາດໃຫຍ່ ເລີ້ມເຮັດການ ປະເມີນຜົລ ກະທົມສະສົມ ຫລື CIA ຫລັງຈາກການ ຂຍາຍໂຕຂອງ ໂຄງການ ພັທນາ ຈໍານວນ ຫລວງຫລາຍ ໄດ້ເຮັດໃຫ້ ເກີດການ ປ່ຽນແປງ ດ້ານຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ ໃນຊຸມຊົນ ຕ່າງໆ ທົ່ວປະເທດ.  

ຫລັກການ ປະເມີນຜົລ CIA ຈະຊ່ວຍຫລຸດຜ່ອນ ບັນຫາ ຜົລກະທົບ ຢ່າງຍືນຍົງ ກວ່າການ ປະເມີນ ຜົລກະທົບ ສິ່ງແວດລ້ອມ ພຽງຢ່າງດຽວ. ຕາມຄໍາເວົ້າ ຂອງ ນັກວິຊາການ ອົງການ ຊັພຍາກອນນໍ້າ ແລະ ສິ່ງແວດລ້ອມ ຂອງລາວ:

"ນະປັຈຈຸບັນ ນີ້ ປະເທດເຮົາ ໃນການ ອະນຸມັດ ໂຄງການ ແມ່ນບໍ່ ຕ້ອງການ ບໍ່ໄດ້ require ຫາ CIA ຢ່າງເປັນ ທາງການ ແຕ່ວ່າໃນ ສ່ວນຕົວຂອງ ຂ້າພະເຈົ້າ ເອງ ຄິດວ່າ ໃນອະນາຄົດ ອັນໃກ້ນີ້ ມັນຈໍາເປັນ ທີ່ສຸດ".

ປັຈຈຸບັນ ຣັຖບານລາວ ກໍານົດໃຫ້ ເອກກະຊົນ ທີ່ຈະພັທນາ ຂນາດໃຫຍ່ ຕ້ອງເຮັດການ ປະເມີນ ຜົລກະທົບ ສິ່ງແວດລ້ອມ EIA ເພື່ອຮັບ ປະກັນວ່າ ການພັທນາ ຈະມີ ຜົລກະທົບ ໃສ່ສິ່ງແວດລ້ອມ ໜ້ອຍທີ່ສຸດ ຈຶ່ງຈະຈັດຕັ້ງ ປະຕິບັດ ໂຄງການນັ້ນໄດ້. ການເຮັດ EIA ເປັນການ ປະເມີນ ຜົລກະທົບ ສະເພາະ ໃນຣະດັບ ໂຄງການ ໂດຍເນັ້ນໃສ່ ແກ້ໄຂບັນຫາ ຂອງແຕ່ລະ ໂຄງການ ເທົ່ານັ້ນ. 

ໃນປັຈຈຸບັນ ການເພີ້ມຂຶ້ນ ຂອງໂຄງການ ໃນຂົງເຂດອື່ນໆ ເປັນຕົ້ນ ໃນເຂດເມືອງນຶ່ງ ອາຈມີການ ສ້າງຕັ້ງ ໂຮງງານ ອຸດສາຫະກັມ ຫລາຍປະເພດ ຢູ່ໃກ້ຄຽງກັນ ຍັງມີໂຄງການ ພັທນາ ຂນາດໃຫຍ່ ອື່ນໆ ຮ່ວມດ້ວຍ ຫລືອາຈມີ ໂຮງແຮມ ສະຖານບັນເທິງ ນໍາອີກ. ສະພາບ ດັ່ງກ່າວ ໄດ້ເຮັດໃຫ້ ເກີດບັນຫາ ກະທົບໃສ່ ສິ່ງແວດລ້ອມ ສລັບຊັບຊ້ອນ ຍິ່ງຂຶ້ນ.

ດັ່ງນັ້ນ ຕໍ່ໄປ ປະເທດລາວ ຈຶ່ງຄວນໃຊ້ ການປະເມີນ ຜົລກະທົບ ສະສົມ CIA ມາປະກອບ ເມື່ອພິຈາຣະນາ ຂໍ້ສເນີ ໂຄງການ ເພາະຫລັກການ ຂອງ CIA ຈະເບິ່ງໄປ ຮອດພາບລວມ ຂອງ ການພັທນາ ຊຶ່ງຈະຕ້ອງ ຄໍານຶງເຖິງ ຄວາມກ່ຽວຂ້ອງ ຂອງໂຄງການ ພັທນາ ທີ່ຈະເຂົ້າ ມາໃໝ່ ໃນພື້ນທີ່ໃດນຶ່ງ ກັບໂຄງການ ຕ່າງໆທີ່ມີ ຢູ່ກ່ອນ ແລ້ວ ເພື່ອເບິ່ງວ່າ ໂຄງການໃໝ່ ເມື່ອຮວມກັບ ໂຄງການເກົ່າ ຈະເຮັດໃຫ້ ເກີດຜົລກະທົບ ແນວໃດຕໍ່ ສິ່ງແວດລ້ອມ ຊັພຍາກອນ ທັມມະຊາດ ສັງຄົມ-ເສຖກິດ ໂດຍສະເພາະ ໂຄງການລົງທຶນ ຂນາດໃຫຍ່ ເຊັ່ນ ເຂດນິຄົມ ອຸດສາຫະກັມ ຫລື ເຂດເສຖກິດ ພິເສດຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.