ພະຍຸ ເກສນາ ແຜ່ຣັສມີ ເຂດເມືອງເວ໊ ປະເທດ ວຽດນາມ ໃຕ້ຄຳມ່ວນ

ແຂວງຄຳມ່ວນ ຕົກຢູ່ໃນພາວະສ່ຽງ ທີ່ຈະໄດ້ຮັບ ຜົນກະທົບ ຈາກລົມພະຍຸ ເກສນາ.

0:00 / 0:00

ຫລັງຈາກມີຄຳຕືນ ຈາກກົມ ອຸຕຸນິຍົມວິທຍາ ໃຫ້ລະມັດລະວັງ ພັຍນ້ຳຖ້ວມ ແບບກະທັນຫັນ ຂອງລົມພະຍຸ ເກສນາ ທີ່ຈະເຄື່ອນມາ ຈາກແຂວງກວາງຕຣີ ປະເທດວຽດນາມ ແລະຈະຜ່ານເຂົ້າ ແຂວງຄຳມ່ວນ ໃນມື້ວັນທີ 29ຫາ30 ກັນຍາ2009ນີ້, ເຮັດໃຫ້ ປະຊາຊົນ ເລີ້ມວິຕົກກັງວົນ ນຳພັຍນ້ຳຖ້ວມ. ດັ່ງທ່ານ ບຸດດາ ຈັນທະນາ ຫົວໜ້າຫ້ອງການ ໂຍທາທິການ ແລະຂົນສົ່ງ ແຂວງຄຳມ່ວນ ເປີດເຜີຍວ່າ:

"ກໍຢ້ານຢູ່ ຢູ່ທາງນີ້ ໂດຍສະເພາະກໍແມ່ນ ພາກສ່ວນທີ່ ຢູ່ລຽບຕາມ ແມ່ນ້ຳຂອງ ຢ້ານເປັນ ອັນຕະຣາຍ ຕໍ່ສັດລ້ຽງ ກໍຢ້ານຢູ່."

ທ່ານເວົ້າອີກວ່າ ຈາກພັຍນ້ຳຖ້ວມ ເມື່ອປີກາຍນີ້ ທີ່ສົ່ງຜົນກະທົບ ຢ່າງໜັກ ຕໍ່ແຂວງຄຳມ່ວນ ເຊັ່ນເຮັດໃຫ້ຖນົນຫົນທາງ ເສັຍຫາຍເພພັງ, ສັດລ້ຽງຕາຍ ແລະ ຫາຍສາບສູນ, ໄຮ່ນາ ຮົ້ວສວນ, ເຂົ້າຂອງ ຈົມນ້ຳ ຈົນເກີດພາວະ ຂາດແຄນ ຊົ່ວລະຍະນຶ່ງ.

ດັ່ງນັ້ນສະພາບ ໃນຂນະນີ້ຈຶ່ງເຮັດ ໃຫ້ປະຊາຊົນ ເກີດຄວາມວິຕົກ ກັງວົນຢ້ານວ່າ ລົມພະຍຸເກສນາ ຈະສ້າງບັນຫາ ດັ່ງທີ່ໄດ້ເກີດມາ ເມື່ອປີກາຍນີ້. ຫາກລົມພະຍຸ ດັ່ງກ່າວເຄື່ອນຍ້າຍ ເຂົ້າມາໃນແຂວງ ຄຳມ່ວນ ແທ້ຫລາຍຫົວເມືອງ ກໍອາຈເກີດນ້ຳຖ້ວມ ດັ່ງທ່ານ ບຸດດາເວົ້າວ່າ:

"ສ່ຽງນ້ຳຈະຖ້ວມ ທຳອິດກໍຈະແມ່ນ ເມືອງໜອງບົກກ່ອນ ແລ້ວກໍເມືອງ ເຊບັ້ງໄຟ ທີ່ລຽບຕາມສາຍ ນ້ຳເຊບັ້ງໄຟນີ້ ແລ້ວກໍມາຫາ ເມືອງທ່າແຂກ ແລະເມືອງຫີນບູນ ຂອງໄທເຮົານີ້."

ຈາກຄວາມບອກເລົ່າ ຂອງຄົນໃນພື້ນທີ່ ທີ່ຢູ່ລຽບ ນ້ຳເຊບັ້ງໄຟ ເຫັນວ່າລະດັບນ້ຳ ເຊບັ້ງໄຟ ສູງຂື້ນແຕ່ຍັງ ບໍ່ຢູ່ໃນຂັ້ນຜິດ ປົກກະຕິເທື່ອ ແຕ່ປະຊາຊົນ ໃນຫລາຍໝູ່ ບ້ານແລະຫ້ອງການ ປົກຄອງເມືອງ ກໍເລີ້ມເຮັດ ຖົງດິນຊາຍ ເພື່ອປ້ອງກັນ ນ້ຳຖ້ວມໄວ້ແນ່ແລ້ວ.

ໃນເວລາດຽວກັນ ຫ້ອງການປົກຄອງ ແຂວງຄຳມ່ວນ ໄດ້ຮັບຄຳຕືນ ຈາກກົມ ອຸຕຸນິຍົມວິທຍາ ໃຫ້ລະມັດລະວັງ ເປັນພິເສດ ຍ້ອນວ່າ ລົມພະຍຸເກສນາ ທີ່ກໍ່ໂຕຢູ່ ທະເລຈີນໃຕ້ ຈະຜ່ານວຽດນາມ ແລະມີທ່າທີວ່າ ຈະກະທົບ ແຂວງຄຳມ່ວນ ໃນມື້ວັນທີ 29ຫາ30 ກັນຍາ ນີ້.