ເຂື່ອນໃນລາວ ອາດສົ່ງຜົນກະທົບ ຕໍ່ກັມພູຊາ

ໂຄງກາຣ ສ້າງເຂື່ອນ ໄຟຟ້າ ໃນເຂຕພາຄໃຕ້ ຂອງລາວ ອາຈຈະສ້າງ ຜົລກະທົບ ຕໍ່ນິເວສວິທຍາ ແລະ ກາຣກະສິກັມ ຂອງປະຊາຊົນ ຊາວກັມພູຊາ.

ໂຄງກາຣ ສ້າງ​ເຂື່ອນ​ ໄຟຟ້າ ​ຕາມ​ລຳ​ແມ່ນ້ຳ​ເຊ​ກອງ ​ໃນ​ພາຄ​ໃຕ້ ​ຂອງ​ລາວ ​ອາຈຈະ​ສ້າງ ​ຜົລກະທົບ ​ຕໍ່​ສະພາບ​ ແວດ​ລ້ອມ ​ໃນ​ກັມ​ພູ​ຊາ ​ໂດຽສະ​ເພາະ ​ດ້ານ​ກາຣປະມົງ, ລ້ຽງສັຕ ​ແລະ ​ກາຣປູກ ພື​ຊພັນ ​ຕ່າງໆ ​ຂອງ​ປະຊາຊົນ ​ທີ່​ອາສັຍ ​ໃຊ້​ແມ່ນ້ຳດຽວ​ກັນ.

​ເພື່ອ​ປ້ອງ​ກັນ ​ບໍ່​ໃຫ້​ມີ​ບັນຫາ ​ທີ່​ອາ​ຈຈະ ​ເກີດ​ຂື້ນ ​ໃນ​ຂ້າງ​ໜ້ານັ້ນ ທາງ​ເຈົ້າໜ້າ​ທີ່ ​ກັມ​ພູ​ຊາ ​ແລະ ​ນັກ​ຊ່ຽວຊານ ​ຕ່າງປະ​ເທດ ​ໄດ້​ຮຽກ​ທວງ ​ໃຫ້​ທາງ​ກາຣ ກ່ຽວຂ້ອງ​ ຂອງ​ກັມ​ພູ​ຊາ ​ໄດ້​ນຳ​ເອົາ ​ເຣື່ອງນີ້ ​ຂື້ນ​ມາ​ເປັນ​ບັນຫາ​ ຊາຍ​ແດນ​ຄາວ ​ທີ່​ຈະ​ມີ​ ກາຣພິຈາຣະນາ ​ໂຄງກາຣ ນຳ​ໃຊ້ ​ແມ່ນ້ຳຂອງ ຮ່ວມ​ກັບ​ ທາງ​ກາຣກ່ຽວຂ້ອງ ​ຂອງ​ລາວ ​ແລະ ​ທາງ​ອົງກາຣ ຈັດຕັ້ງສາກົລ ທີ່​ບໍ່​ຂື້ນ ​ກັບຣັຖບາ​ລ ຫລື NGO ຕ່າງ​ກໍ​ວ່າ​ພາຄສ່ວນ ​ປະຊາຊົນ​ ທ້ອງ​ຖີ່​ນ ຈາກ​ທັງ​ສອງປະ​ເທດ ​ແມ່ນ​ບໍ່​​ໄດ້​ຮູ້​ ກ່ຽວ​ກັບ ​ເຣື່ອງຄວາມ​ເສັຽຫາຍ ​ທີ່​ຈະ​ຕາມ​ມາ ​ພາຍຫລັງ​ ແຕ່​ຢ່າງ​ໃດ​ເລີຽ.

​ໃນ​ຂະນະ​ດຽວ​ກັນ​ນີ້ ​ທາງ​ກາຣ ກ່ຽວຂ້ອງ​ ຂອງ​ອົງກາຣ ລຸ່ມ​ແມ່ນ້ຳຂອງ ​ກໍ​ຕ້ອງ​ໄດ້ ​ພຍາ​ຍາມ ​ເພື່ອ​ໃຫ້​ສາມາດ ​ດຳ​ເນີນ ​ວຽກ​ງານ​ ຕາມ​ໂຄງກາຣ ພັທນາ​ຕ່າງໆ ​ທີ່​ທາງ​ອົງກາຣ ​ໄດ້​ວາງ​ໄວ້ ​ໃນ​ເມື່ອ​ກ່ອນ ​ແລະ​ນອກຈາກ​ນັ້ນ ​ໂຄງກາຣ ສ້າງ​ເຂື່ອນ ​ຕາມ​ແມ່ນ້ຳ​ເຊ​ກອງ ​ຢູ່​ໃນ​ເຂ​ຕຊາຍ​ແດນ ​ຂອງ​ທາງ​ກາຣລາວ ​ນັ້ນ ກໍ​ຍີ່​ງ ຈະ​ເຮັດ​ໃຫ້​ ເກີດ​ມີ​ຜົລກະທົບ ​ຢ່າງ​ຫລວງຫລາຍ ​ແກ່​ປະຊາຊົນ ​ຊາວ​ກັມ​ພູ​ຊາ ​ບໍ່​ຕໍ່າ​ກວ່າ 5 ໝື່ນ​ຄົນ ​ທີ່​ອາສັຍ ​ຢູ່​ຕາມ​ສອງ​ແຄມ ​ແມ່ນ້ຳ​ເຊ​ກອງ ​ດັ່ງກ່າວ ​ທີ່​ເຣີ່ມ​ໄຫລ ​ຈາກ​ປະ​ເທດ​ ວຽດນາມ ​ແລ້ວ​ເຂົ້າພາຄ​ໃຕ້ ​ຂອງ​ລາວ ກ່ອນ​ທີ່​ ລົງ​ສູ່​ ປະ​ເທດ ​ກັມ​ພູ​ຊາ ​ແລະ ເຂົ້າສູ່​ແມ່​ນ້ຳຂອງ​ ໃນ​ຊາຍ​ແດນ ​ກັມ​ພູ​ຊາ.