ຊາວອັຕປື ໃນບາງເຂດໄດ້ກັບຄືນ ສູ່ບ້ານເຮືອນແລ້ວ

ຊາວອັຕປື ທີ່ໄດ້ຮັບຜົລກະທົບ ຈາກພັຍ ນ້ຳຖ້ວມບາງສ່ວນ ກໍສາມາດກັບຄືນ ບ້ານເຮືອນຂອງຕົນແລ້ວ.
ຫວາດ ສີມູນ
2009.10.07

ແຂວງອັຕປື ໄດ້ຮັບຜົລກະທົບ ຈາກລົມພາຍຸເກສນາ ຫລາຍທີ່ສຸດໃນ ແຂວງພາຄໃຕ້ຂອງລາວ ຊື່ງເຮັດໃຫ້ມີ ຄົນເສັຽຊີວີຕ 10 ກວ່າຄົນ ແຕ່ກໍຍັງບໍ່ທັນມີ ອົງກາຣໃດ ໃນລາວ ໃຫ້ຣາຍລະອຽດ ກ່ຽວກັບຈຳນວນ ຜູ້ເສັຽຊີວີຕ ໄດ້ຢ່າງຊັດເຈນ.

ພາຍຫລັງທີ່ ຣະດັບນ້ຳໄດ້ ຫລຸດລົງແດ່ແລ້ວ ປະຊາຊົນບາງສ່ວນ ກໍສາມາດກັບຄືນ ໄປອາສັຍໃນ ບ້ານເຮືອນ ຂອງຕົນໄດ້, ໃນຂະນະທີ່ ປະຊາຊົນທີ່ມີ ເຮືອນຕາມແຄມນ້ຳ ທີ່ໄດ້ຮັບ ຜົລກະທົບຢ່າງໜັກ ຍັງຕ້ອງໄດ້ອາສັຍ ຢູ່ໃນ(ຜາມ)ຜ້າເຕັ໊ນຊົ່ວຄາວ ໄປກ່ອນ.

ຜູ້ປະສົບພັຍ ທັງໝົດຍັງຕ້ອງກາຣ ຄວາມຊ່ວຍເຫລືອ ຫລາຍໆຢ່າງ, ໂດຽສະເພາະດ້ານ ອາຫາຣ ແລະເຄື່ອງນຸ່ງຫົ່ມ ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງໄດ້ ກ່າວວ່າ:

“ຂາດເຫລືອ (ເຂີນ) ຫລາຍຢ່າງ ນ້ຳຖ້ວມກໍບົກແລ້ວ ກໍຍັງຂາດແບບວ່າ ອາຫາຣ ກາຣກິນ ອິຫຍັງ ຍັງບໍ່ທັນຫາໄດ້ ຄັນຊ່ວຍເຫລືອກໍມີ ແຕ່ເຣື່ອງອາຫາຣ ກາຣກິນເທົ່ານັ້ນ ແຫລະ ກັບເຄື່ອງນຸ່ງຫົ່ມ”

ພ້ອມດຽວກັນນີ້ ຍານາງກໍວ່າ ທາງແຂວງອັຕປື ໄດ້ຮັບກາຣຊ່ວຍເຫລືອ ປະເພດເຂົ້າ ຈາກປະເທສວຽຕນາມ 100ໂຕນ ຍ້ອນວ່າພັຍນ້ຳຖ້ວມ ທົ່ວແຂວງຄັ້ງນີ້ ໄດ້ສົ່ງຜົລກະທົບ ກັບພື້ນທີ່ກາຣ ທຳມາຫາກິນ ແລະສັຕລ້ຽງຂອງ ປະຊາຊົນ ຕລອດຮອດຫ້າງ ຮ້ານຄ້າຂາຍເຄື່ອງ ຂອງຕ່າງໆກໍຖືກ ນ້ຳພັດເສັຽຫາຍ ຢ່າງຫລວງຫລາຍ ເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.