ພະຍຸ ເມຂລາ ທໍາລາຍບ້ານເຮືອນ ຫລາຍຫລັງ

ຄະນະ ສິລປະ ແລະ ວັນນະຄະດີ ຊາວຈີນ ບໍ່ສາມາດ ເດີນທາງ ໄປແສດງ ໃນປະເທດໄທຽໄດ້ ຕາມກຳໜົດ ເນື່ອງຈາກ ລົມພາຍຸ “ເມຂລາ” ພັດເຂົ້າ ຖລົ່ມ ພາຄເໜືອ ຂອງລາວ.

ລົມພາຍຸ​ ​ໃຕ້​ຝຸ່ນ "ເມ​ຂລາ" ທີ່​ພັດ​ເຂົ້າ ຖລົ່ມ​ ເຂ​ຕພາຄກາງ​ ວຽຕນາມ​ ໄດ້​ສ້າງ​ຄວາມ​ເສັຽຫາຍ​ ຢ່າງ​ຫລວງຫລາຍ ​​​ແລະ ​ເຮັດ​ໃຫ້ ມີ​ຜູ້​ເສັຽຊີ​ວີ​ຕ​ ໄປຕື່ມ​ ບໍ່​ຕໍ່າ​ກວ່າ 9 ຄົນນັ້ນ ​ກໍ​ໄດ້​ ພັດເຂົ້າ ຖລົ່ມ ​ເຂ​ຕພາຄ​ເໜືອ​ ຂອງ​ລາວ​ເຊັ່ນ​ກັນ ​ໃນ​ຕອນ​ແລງ ​ຂອງ​ມື້​ວັນ​ອັງຄາຣນີ້ ​ໂດຽສະ​ເພາະ ຢູ່ເມືອງ​ຫ້ວຍ​ຊາຍ​ ແຂວງ​ບໍ່​ແກ້ວ ທີ່ມີ​​ເຮືອນຫລາຍ​ຫລັງ ຊື່​ງ​ມຸງ​ດ້ວຍ​ສັງກະສີ ​ແລະ ​ດິນ​ກະ​ເບື້ອງ ກໍຖືກ​ລົມ​ພັດ ​ເພພັງ​ໄປ.

​ໃນ​ຂະນະ​ດຽວ​ກັນນັ້ນ ທາງ​ແຫ​ລ່ງຂ່າວ​ທ້ອງ ​ຖີ່​ນກໍ​ແຈ້ງວ່າ: ຂະບວນຣົຖ ຂອງ​ຄະນະ​ສິລປະ-ວັນນະຄະດີ​ຈາກ​ ແຂວງ​ຢູນນານ​ ຂອງ​ຈີນ​ ຈຳນວນ 50 ຄັນ ​ທີ່​ເດີນທາງ​ຜ່ານ ສປປລາວ ​ເພື່ອຂ້າມ​ໄປ ​ແສດ​ງ ທີ່​ປະ​ເທດ​ໄທຽ ກໍ​ບໍ່​ສາມາດ ​ຂ້າມ​​ແມ່ນ້ຳຂອງ​ ໄປ​ໄດ້ ​ຕາມ​ກຳໜົດ ຍ້ອນ​ລົມພາຍຸ ​ເມຂລາ ​ດັ່ງກ່າວ​ ກຳລັງ​ພັດ​ຜ່ານ​ ຊື່​ງຢູ່​ໃນຣະຫວ່າງ​​ ເຮືອ​ບັຄ ກຳລັງ ຈະ​ຂ້າມນ້ຳຂ ອງ​ໄປ​ຍັງ ​ເມືອງ​ຊຽງ​ຂອງ ຈື່ງ​ຕ້ອງ​ໄດ້ ຣໍຖ້າ​ເປັນກາຣຊັກ​ຊ້າ ​ໄປ​ຊົ່ວຣະຍະ​ໜື່ງ.

ພ້ອມ​ດຽວ​ກັນນັ້ນ ທາງ​ເຈົ້າໜ້າ​ທີ່ ​ກ່ຽວຂ້ອງ ​ຝ່າຍ​ໄທຽ ທີ່​ທຳ​ກາຣ ກະຕຣຽມ ຈັດ​​ເອ້​ສະຖານ​ທີ່ ​ເພື່ອ​ກາຣຕ້ອນຮັບ ​ຄະນະ​ສິລະ​ປະ-ວັນນະຄະດີ ​ຈາກ​ຈີນ ​ດັ່ງກ່າວ​ ກໍ​ຕ້ອງ​ ໄດ້​ເຣັ່ງຈັດ​ແຈງ ​ສະຖານ​ທີ່ ​ຄືນໃໝ່​ ພາຍຫລັງ​ ທີ່​ຖືກ​ລົມພາຍຸ​ ພັດ​ເພພັງ ​ໄປ​ກ່ອນ​ໜ້ານັ້ນ.