ຝົນຕົກໜັກຢູ່ ແຂວງບໍຣິຄໍາໄຊ

ພະຍຸເຂດຮ້ອນ ມິນດູເລ ເຮັດໃຫ້ມີຝົນ ຕົກໜັກ ໃນແຂວງ ບໍຣິຄໍາໄຊ

ພະຍຸ ມິນດູເລ ທີ່ພັດຈາກ ທະເລຈີນໃຕ້ ຜ່ານປະເທດ ວຽດນາມ ໄດ້ເຂົ້າສູ່ ປະເທດລາວ ທາງພາກກາງ ຊຶ່ງເຮັດໃຫ້ ແຂວງບໍຣິຄໍາໄຊ ມີຝົນຕົກໜັກ ລະຍະນຶ່ງ. 

ໃນສະພາບ ດັ່ງກ່າວ ພາກສ່ວນກ່ຽວຂ້ອງ ຂອງລາວ ໄດ້ຂໍໃຫ້ ປະຊາຊົນ ຕິດຕາມຂ່າວສານ ແລະເຝົ້າຣະວັງ ພັຍນໍ້າຖ້ວມ ນໍ້າໄຫລລົງ ຈາກປ່າ ຢ່າງໃກ້ຊິດ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກ ອຸຕຸນິຍົມ ແຂວງບໍຣິຄໍາໄຊ:

"ເຊົ້າມື້ວານນີ້ ຕອນນີ້ລະ ບໍຣິຄໍາໄຊ ນີ້ນະ ເມື່ອເຊົ້ານີ້ມັນ ຝົນຕົກຫລາຍ ຕົກແຮງເນາະ ຝົນຈະຕົກໜັກ ເປັນລະຍະໆ ເພິ່ນວ່າຈະ ມີພາຍຸຈັກ 2-3 ມື້ນີ້".

ເຖິງແມ່ນວ່າ ພະຍຸມິນດູເລ ຈະໄດ້ອ່ອນ ກໍາລັງລົງ ຈາກພະຍຸເຂດຮ້ອນ ເປັນພະຍຸ ຄວາມກົດດັນ ອາກາດ depression ຕອນເຂົ້າສູ່ ປະເທດລາວ ທາງແຂວງພາກໃຕ້ ເມື່ອວັນທີ 24 ສິງຫາ.  ປັຈຈຸບັນ ຈຸດສູນກາງ ຂອງພະຍຸ ດັ່ງກ່າວ ຢູ່ບໍຣິເວນ ແຂວງບໍຣິຄໍາໄຊ ລົມພັດໃນ ຄວາມແຮງສູງສຸດ ໃກ້ສູນກາງ ປະມານ 55 ກິໂລແມັຕ ຕໍ່ຊົ່ວໂມງ. ພະຍຸລູກນີ້ ກໍາລັງເຄື່ອນຕົວ ທາງທິດ ຕາເວັນຕົກ ເຂດທາງເໜືອ ຊຶ່ງຄາດວ່າ ຈະອ່ອນກໍາລັງ ເປັນຄວາມກົດດັນ ອາກາດຕໍ່າ ໃນລະຍະຕໍ່ມາ. ແຕ່ຈະເຮັດໃຫ້ ແຂວງພາກ ກາງແລະເໜືອ ມີຝົນຕົກໜັກ ຊື່ງທາງແຂວງ ບໍຣິຄໍາໄຊ ພວມມີ ສະພາບຝົນຕົກ ໜາແໜ້ນຂຶ້ນ ທົ່ວທັງແຂວງ.

ຈາກສະພາບ ດັ່ງກ່າວ ທາງພາກສ່ວນ ກ່ຽວຂ້ອງ ເຫັນວ່າ ປະຊາຊົນ ໃນພື້ນທີ່ ສ່ຽງພັຍ ທີ່ອາສັຍ ຢູ່ຕາມເຂດລຸ່ມພູ ໃກ້ທາງນໍ້າ ໄຫລຜ່ານ ແລະຢູ່ໃກ້ ແມ່ນໍ້າລໍາທານ ຄວນຕິດຕາມຂ່າວ ພະຍາກອນ ອາກາດ ແລະກຽມຣະວັງ ອັນຕຣາຍ ຈາກສະພາບ ນໍ້າຖ້ວມໄວວາ ນໍ້າປ່າໄຫລລົງ ແລະນໍ້າລົ້ນຕລິ່ງ ທີ່ອາຈເກີດຂຶ້ນໄດ້ ໃນລະຍະນີ້.

ພະຍຸ ມິນດູເລ ພັດຂຶ້ນຊາຍ ຝັ່ງວຽດນາມ ໃນເຂດພາກກາງ ແລະພາກເໜືອ ເມື່ອວັນທີ 24 ສິງຫານີ້ ສົ່ງຜົລໃຫ້ມີ ຜູ້ເສັຽຊີວິດ ແລ້ວ 4 ຄົນ ບາດເຈັບ 20 ຄົນ ແລະຫາຍ ສາບສູນ10 ຄົນ.

ພະຍຸ ມິນດູເລ ເປັນພະຍຸເຂດຮ້ອນ ລູກທີ 3 ທີ່ພັດເຂົ້າ ວຽດນາມ ໃນປີນີ້ ແລະໄດ້ສ້າງ ຄວາມເສັຽຫາຍແກ່ ບ້ານເຮືອນ ກວ່າ 4 ພັນຫລັງ.  ແລະ ຝົນທີ່ຕົກໜັກ ເຮັດໃຫ້ທົ່ງນາ 155 ພັນໄຮ່ ຈົມນໍ້າ ໄດ້ຮັບ ຄວາມເສັຽຫາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org