ກູ້ຣະເບີດທີ່ຕົກຄ້າງ ແຂວງສວັນນະເຂດ

ໃນລະຍະ ສິບກວ່າປີ ຜ່ານມາ ແຂວງສວັນນະເຂດ ເກັບກູ້ຣະເບີດ ທີ່ຕົກຄ້າງ ຈາກປາງສົງຄາມ ໄດ້ພຽງ ສິບເປີເຊັນ.
ມະນີຈັນ
2010.06.14

ແຂວງສວັນນະເຂດ ເກັບກູ້ຣະເບີດ ທີ່ຕົກຄ້າງ ຍັງບໍ່ແຕກ ໄດ້ພຽງສິບເປີເຊັນ ໃນລະຍະ ສິບກວ່າປີ ຜ່ານມາ ນັບຕັ້ງແຕ່ເລີ່ມ ໂຄງການ ເກັບກູ້ຣະເບີດ ມາຈົນເຖິງ ປັຈຈຸບັນ. -ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ໂຄງການ ເກັບກູ້ຣະເບີດ ຂອງລາວ:

"ຖືວ່າມາຮອດ ປັຈຈຸບັນນີ້ ພວກເຮົາເຮັດໄດ້ ປະມານ ດໍາເນີນມາປະມານ 10 ກວ່າປີເນາະ ຖືວ່າມາຮອດ ປັຈຈຸບັນນີ້ ໄດ້ປະມານ ສິບກວ່າສ່ວນຮ້ອຍ ຂອງຈໍານວນ ຣະເບີດ ທີ່ຍັງຕົກຄ້າງ".

ນັ້ນໝາຍຄວາມວ່າ ພື້ນທີ່ ທີ່ຖືກຜົລກະທົບ ທັງໝົດ ທີ່ຍັງມີຣະເບີດ ແລະບໍ່ໄດ້ເກັບກູ້ ເທື່ອ ປະມານ 90 ເປີເຊັນ ທັງຢູ່ໜ້າດິນ ແລະໃນພື້ນນໍ້າ. ໃນນັ້ນສ່ວນໃຫຍ່ ຈະພົບຢູ່ເຂດ ເມືອງເຊໂປນ ເມືອງພິນ ເມືອງວິຣະບູລີ ເມືອງນອງ ແລະຕາມເສັ້ນທາງ ໂຮຈິມິນ ໂດຍຈະເກັບກູ້ໄດ້ ປະມານ 350 ເອັກຕາຣ ຕໍ່ປີ. ໃນຂະນະນີ້ ທາງ ໂຄງການ ໄດ້ເນັ້ນໃສ່ ວຽກງານໂຄສນາ ເຖິງຜົນຮ້າຍແລະ ຄວາມສ່ຽງທີ່ ອາຈຈະເກີດ ຈາກຣະເບີດ ທີ່ຕົກຄ້າງ-ບໍ່ທັນແຕກ ໃຫ້ປະຊາຊົນ ໄດ້ຮັບຮູ້ແລະ ສໍາຣວດ ຂໍ້ມູນ ສໍາລັບວຽກງານ ເກັບກູ້ຣະເບີດ ທັງໜ້າດິນ ແລະໃນພື້ນດິນ ແຕ່ກໍຍັງມີ ອຸປສັກຢູ່ ໃນການດໍາເນີນງານ. -ທ່ານກ່າວຕໍ່ໄປວ່າ:

"ອຸປສັກ ກໍມີຫລາຍ ຮັ້ນແຫລະເນາະ ເພາະວ່າ ຜົລກະທົບ ສ່ວນໃຫຍ່ແລ້ວ ມັນເປັນຜົລ ກະທົບໜັກ ເນື້ອທີ່ຕ່າງໆ ທີ່ຖືກກະທົບ ສ່ວນໃຫຍ່ແລ້ວ ມັນມີຣະເບີດ ກໍຫລາຍ ເນາະ ເສດຣະເບີດກໍຫລາຍ ສະນັ້ນ ໃນການເກັບກູ້ກວດ ພວກເຮົານີ້ກໍໄດ້ ເຮັດລະອຽດລະອໍ ເນາະແລ້ວເຮັດໃຫ້ ມີຄວາມຊັກຊ້າ ຫລາຍ".

ສ່ວນດ້ານງົປມານນັ້ນ ທ່ານກໍວ່າເປັນ ບັນຫາ ນຶ່ງທີ່ສໍາຄັນ ທີ່ເຮັດໃຫ້ວຽກງານ ການເກັບກູ້ ບໍ່ສາມາດຕອບ ສນອງຄວາມຕ້ອງການ ໄດ້ຢ່າງພຽງພໍ ຊຶ່ງເປັນສາເຫດ ສໍາຄັນ ທີ່ເຮັດໃຫ້ອັຕຣາ ການເກີດອຸບັຕເຫດ ຈາກຣະເບີດ ຕົກຄ້າງ ແລະບໍ່ທັນແຕກ ໃນແຂວງ ສວັນນະເຂດ ຍັງສູງຢູ່ ຮອດສູ່ມື້ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.