ຊາວເຜົ່າສາຣະວັນ ຍັງຕັດໄມ້ທໍາລາຍປ່າ
2010.08.12
ເປັນຍ້ອນວ່າ ປະຊາຊົນ ຊາວເຜົ່າ ຜູ້ທີ່ອາສັຍ ຢູ່ຕາມພູດອຍ ຍັງພາກັນ ໃຊ້ອາຊີພ ຖາງປ່າຈູດໄຮ່ ແບບດັ້ງເດີມ ແລະ ຍຶດພື້ນທີ່ ດັ່ງກ່າວ ມາເປັນ ຂອງຕົນຢູ່. ຊາວເຜົ່າ ບາງຈຳພວກ ກໍ່ຍັງຕັດໄມ້ ເກີນໂກຕາ ທີ່ທາງການ ກຳນົດໃຫ້ ແລະກໍ່ບໍ່ໄດ້ ເສັຽພາສີ. ດັ່ງເຈົ້້າຫນ້າທີ່ ກະສີກັມ ປ່າໄມ້ແຂວງ ສາຣະວັນ ທ່ານນື່ງເວົ້າວ່າ:
"ບັນຫາຍັງ ແກ້ໄຂບໍ່ໄດ້ ມັນແມ່ນເຣື້ອງ ຕັດໄມ້ ທຳລາຍປ່າ ເພາະວ່າ ຊາວເຂົາ ໃຜກໍ່ຕາມ ທີ່ຖາງປ່າ ແບບຖາງໄວ້ ແລະຫມາຍຄວາມວ່າ ຖາງແລະ ບໍ່ເສັຽພາສີ ຖາງເພື່ອເອົາ ເປັນຂອງຕົນເອງ ບໍ່ໄດ້ປູກ ໄດ້ຝັງ ຫຍັງ ບໍ່ໄດ້".
ເຈົ້າຫນ້າທີ່ ທ່ານນັ້ນ ກ່າວຕໍ່ໄປວ່າ ການແກ້ໄຂ ບັນຫາດັ່ງກ່າວ ຫຍຸ້ງຍາກ ຫລາຍເພາະແຂວງ ສາຣະວັນ ເປັນແຂວງພູດອຍ ແລະ ປະຊາຊົນ ຊາວເຜົ່າສ່ວນໃຫຍ່ ກໍ່ຍັງຍຶດຫມັ້ນ ໃນອາຊີພ ຖາງປ່າເຮັດໄຮ່ ທີ່ເປັນອາຊີພ ດັ້ງເດີມ ຂອງພວກຂະເຈົ້າ ທີ່ເຄີຍເຮັດມາ. ຂະເຈົ້າບໍ່ຮູ້ ແລະບໍ່ເຂົ້າໃຈ ໃນກົດຫມາຍ ວ່າດ້ວຍການ ປົກປ້ອງປ່າໄມ້ ຂອງຣັຖບານ ແລະຜົລກະທົບ ທີ່ຈະເກີດຂື້ນ ຈາກການຕັດໄມ້ ທຳລາຍປ່າ.
ລາຍງານຈາກ ອົງການ ອະນຸຮັກ ທັມມະຊາດ ຣະບຸວ່າ ການລັກລອບ ຕັດໄມ້ ເພື່ອການຄ້າ ໄມ້ເຖື່ອນ ຫລືເພື່ອໃຊ້ເປັນ ການສ່ວນຕົວ ທີ່ຮ່ວມດ້ວຍການ ຖາງປ່າເຮັດໄຮ່ ເປັນເຫດການ ທີ່ຫລາຍພາກສ່ວນ ໃນລາວ ມີຄວາມເປັນຫວ່ງ ຈົນເຖີງໄດ້ ຮຽກຮ້ອງໃຫ້ ສະພາ ແຫ່ງຊາດລາວ ປືກສາຫາລືກັນ ກ່ຽວກັບເຣື້ອງນີ້ ເປັນພິເສດ ຫລາຍຄັ້ງ ແລ້ວ.
ແຕ່ເຖີງປານນັ້ນ ການລັກລອບ ຕັດໄມ້ແລະ ທຳລາຍປ່າ ໃນລາວກໍ່ຍັງ ບໍ່ມີທ່າທີ ວ່າຈະຫລຸດລົງ ແຕ່ຢ່າງໃດ. ຕົງກັນຂ້າມ ເຫດການດັ່ງກ່າວ ເພີ້ມຂື້ນເລື້ອຽ ໃນຫລາຍ ເຂດ ປ່າສງວນ ແຫ່ງຊາດ.









