ຊາວບ້ານ ຮຽກຮ້ອງ ເລື້ອງນ້ຳເສັຍ
2009.06.09
ປະຊາຊົນ ຊາວບ້ານທີ່ ບ້ານນາຫານ ປາກງື່ມ ຍັງລໍຖ້າ ຜົລວີຈັຍ ນ້ຳເປີເປື້ອນຈາກ ທາງການ ກ່ຽວຂ້ອງຢູ່ ແລະໃນເວລາ ດຽວກັນກໍ່ ຮຽກຮ້ອງ ໃຫ້ບໍຣິສັດ ທີ່ປ່ອຍນ້ຳເສັຽ ປັບປຸງຟື້ນຟູ ແຫລ່ງນ້ຳ ທັມມະຊາດ ຄືນໃຫມ່.
ເຖີງແມ່ນວ່າ ສະພາບການ ນ້ຳເປີເປື້ອນຈາກ ໂຮງງານມັນຕົ້ນ ລາວ ອີນໂດໄຊນາ ຈະສົ່ງ ຜົລສະທ້ອນ ເຮັດໃຫ້ປາຕາຍ ເປັນຈຳນວນ ຫລວງຫລາຍໃນເຂດ ຫ້ວຍກອຍແລະ ຫນອງຫານ ບ້ານນາຫາມ ຈະຜ່ານມາ ເປັນເວລາ ຫລາຍອາທີດ ແລ້ວກໍ່ຕາມ ແຕ່ຜົລການ ວິຈັຍນ້ຳເສັຽ ຈາກທາງການລາວ ຍັງບໍ່ໄດ້ ປະກາດອອກ ມາເທື່ອເຮັດໃຫ້ ຊາວບ້ານມີ ຄວາມເປັນຫ່ວງ ທີ່ຈະອອກມາ ຫາກີນໃນແຫລ່ງ ນ້ຳແຫ່ງນັ້ນ ດັ່ງທ້າວ ສອນ ຊາວບ້ານຜູ້ນື່ງ ໃຫ້ການວ່າ:
"ຜົລວ່າ ເອົານຳເປື້ອນ ໄປກວດກັບ ເອົາປາເອົາຫຍັງ ໄປວີຈັຍວ່າ ມັນຕາຍຍ້ອນ ສາເຫດໃດ ແລະປາຊາຊົນ ກໍລໍຖ້າຢູ່ ສອງ-ສາມ ອາທີດແລ້ວ ຍັງບໍ່ມີ ຜົລຕອບ ຖ້າຜົລກວດກາ ອອກມາຈື່ງ ຄ່ອຍຫາກີນໄດ້."
ທ້າວສອນເວົ້າ ຕໍ່ໄປວ່າ ຫລັງຈາກເກີດເຫດ ອຳນາດການ ປົກຄອງທ້ອງຖີ່ນ ກໍ່ປະກາດ ຫ້າມຊາວບ້ານ ບໍ່ໃຫ້ລົງໄປ ຫາປາໃນເຂດ ຫນອງຫານ ແລະຫ້ວຍກອຍ ຕ້ອງລໍຖ້າຜົລ ວີຈັຍກ່ອນ ແມ້ວ່າ ປະຊາຊົນ ທ້ອງຖີ່ນ ຈະໄດ້ຮັບ ຜົລປໂຍດຈາກ ການຂາຍມັນ ຕົ້ນໃຫ້ ແກ່ບໍຣິສັດ ແຕ່ພວກຂະເຈົ້າ ກໍ່ຕ້ອງການຢາກ ໃຫ້ບໍຣິສັດ ຮັບຜີດຊອບ ກ່ຽວກັບເລື້ອງນີ້ ທ້າວສອນ ເວົ້າເພີ້ມອີກວ່າ:
"ປະຊາຊົນ ລົງທືນປູກມັນ ໄປຂາຍ ຂະເຈົ້າກໍ່ໄດ້ ດີຢູ່ແຕ່ວ່າ ບໍ່ຢາກໃຫ້ມັນ ມີຜົລກະທົບ ຕໍ່ສີ່ງແວດລ້ອມ ເປົນຕົ້ນວ່າ ໃຫ້ມີບໍ່ ບຳບັດ ສຸດທ້າຍໃຫ້ ລ້ຽງປູລ້ຽງປາ ປ່ອຍໄປຕາມ ຫ້ວຍຕາມຫນອງ ບໍ່ໃຫ້ມີ ປາຕາຍ."
ຫນອງຫານ ເປັນແຫລ່ງ ຫາຢູ່ຫາກີນ ຂອງຊາວບ້ານ ຫລາຍຫມູ່ບ້ານ ໃນເຂດປາກງື່ມ ສະພາບນ້ຳເປື້ອນ ສົ່ງຜົລກະທົບ ຕໍ່ຊີວີດ ການເປັນຢູ່ຂອງ ພວກຂະເຈົ້າ ຢ່າງໃຫຍ່ ທາງການລາວ ຄວນແກ້ໃຂ ກ່ຽວກັບເລື້ອງນີ້ ໂດຍໃວ.









